ຍສໝ - ຕອນບ່າຍວັນທີ 28 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ໄດ້ນຳໜ້າຄະນະຜູ້ແທນສະຖານທູດຫວຽດນາມ ປະຈໍາ ລາວ ໄປອວຍພອນກົມພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ.
ຍສໝ - ການຢ້ຽມຢາມຈີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສ້າງພື້ນຖານອັນສຳຄັນໃຫ້ແກ່ການຊຸກຍູ້ ແລະ ລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.
ຍສໝ - ໃນເຄິ່ງຕົ້ນເດືອນມິຖຸນາ, ການສົ່ງອອກອາຫານທະເລບັນລຸ 344 ລ້ານ USD, ເຮັດໃຫ້ຍອດມູນຄ່າການສົ່ງອອກຂອງລາຍການນີ້ຮອດກາງເດືອນ 6 ບັນລຸ 3,72 ຕື້ USD.
ຍສໝ - ການກິນເຂົ້າ, ດຳລົງຊີວິດຮ່ວມກັນ, ແບ່ງປັນບັນດາການເຄື່ອນໄຫວວັດທະນະທຳຊຸມຊົນກັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ໃນ 15-20 ວັນ ໄດ້ຊ່ວຍໃຫ້ນັກຮຽນລາວມີສະພາບແວດລ້ອມແຫ່ງການສື່ສານຫວຽດນາມ, ຮຽນຮູ້ຮີດຄອງປະເພນີ, ວັດທະນະທຳຫວຽດນາມ, ຍົກສູງໝາກຜົນການຮຽນຮູ້. ດຣ ເລຟູ້ແທ່ງ, ອະທິການບໍດີໂຮງຮຽນ T78 ມິດຕະພາບ T78 ກ່າວວ່າ: ເມື່ອໂອ້ລົມກັບນັກຂ່າວໜັງສືພິມຍຸກສະໄໝ ກ່ຽວກັບຜົນການປະຕິບັດໂຄງການ "ເອົານັກຮຽນລາວໄປຝຶກອົບຮົມຢູ່ບ້ານ" (ອີກຊື່ໜຶ່ງແມ່ນໂຄງການ homestay).
ຍສໝ - ທ່ານນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ການຢ້ຽມຢາມຈີນ ຈະເພີ່ມທະວີບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ, ເພີ່ມທະວີການພົວພັນລະຫວ່າງ 2 ປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ.
ຍສໝ - ລາຍຮັບສົ່ງອອກທາງອອນໄລຂອງ ຫວຽດນາມ ອາດຈະບັນລຸເກືອບ 300.000 ຕື້ດົ່ງໃນປີ 2027 ຖ້າບັນດາວິສາຫະກິດພາຍໃນປະເທດ ນຳໃຊ້ການຄ້າທາງເອເລັກໂຕນິກເພື່ອສົ່ງອອກ.
ຍສໝ - ຕອນເຊົ້າວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມວາລະກອງປະຊຸມເວທີປາໄສເສດຖະກິດໂລກ ປີ 2023, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື ດ້ວຍຫົວຂໍ້ “ຮັບມືກັບບັນດາສິ່ງທ້າທາຍ: ເລີ່ມຟື້ນຟູການເຕີບໂຕໃນສະພາບການເສດຖະກິດມີຄວາມຫຍຸ້ງຍາກ”.
ຍສໝ - ວັນທີ 7 ມິຖຸນານີ້, ສະຫະພາບເອີລົບ ໄດ້ປະກາດການປັບປຸງລະບຽບການ 2019/1973 ກ່ຽວກັບມາດຕະການຮີບດ່ວນເພື່ອຄວບຄຸມການສົ່ງອອກສະບຽງອາຫານໄປ EU.
ຍສໝ - ຕອນເຊົ້າວັນທີ 26 ມິຖຸນານີ້, ຢູ່ດ່ານຊາຍແດນສາກົນ ເກົ່າແຈວ (ຕາແສງ ເຮືອງເຊີນ, ແຂວງ ຮ່າຕິ້ງ), ທ່ານພັນເອກ ຫງວຽນແທ່ງຫາຍ, ຮອງຫົວໜ້າວຽກງານການເມືອງທະຫານປ້ອງກັນຊາຍແດນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານ ແລະ ໃຫ້ການຕ້ອນຮັບ ທ່ານພັນເອກ ອຸ່ນຄຳ ສີແຫວນວົງສັກ, ຮອງຫົວໜ້າກົມປ້ອງກັນຊາຍແດນ, ກົມເສນາທິການ ກອງທັບປະຊາຊົນລາວ ແລະ ຄະນະຜູ້ແທນນາຍທະຫານປ້ອງກັນຊາຍແດນລາວ 45 ຄົນ ທີ່ເດີນທາງໄປຫວຽດນາມ ເຂົ້າຮ່ວມໂຄງການພົບປະແລກປ່ຽນນາຍທະຫານຊາຍແດນໜຸ່ມ ຫວຽດນາມ - ລາວ ຄັ້ງທີ 2 ປີ 2023.
ຍສໝ- ຕອນບ່າຍວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ Alvaro Lopez Miera ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາ ເນື່ອງໃນໂອກາດ ມາຢ້ຽມາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ຕອນຄ່ຳວັນທີ 11 ມິຖຸນາ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ໄດ້ຈັດລາຍການພົບປະແລກປ່ຽນວັດທະນະທຳສິລະປະທີ່ເປັນມູນເຊື້ອ ຫວຽດນາມ - ມາເລເຊຍ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກຖືກເຊີນປະມານ 120 ທ່ານ.
ຍສໝ- ວັນທີ 07 ມິຖຸນາ, ກອງປະຊຸມຜູ້ບັນຊາການທະຫານສູງສຸດ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຄັ້ງທີ 20 (ACDFM-20) ໄດ້ໄຂຂື້ນຢູ່ ບາຫຼີ ປະເທດອິນໂດເນເຊຍ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ ລາຊະອານາຈັກ ອັງກິດ ແນະນຳບັນດາວິສາຫະກິດທີ່ລົງທຶນບັນດາໂຄງການໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ, ລະບົບເກັບໄຟຟ້າຢ່າງໃຫຍ່ຫຼວງ... ໃຫ້ບັນລຸຜົນສຳເລັດ.
ຍສໝ - ເນື່ອງໃນໂອກາດບັ້ນເລືອກຕັ້ງສະພາແຫ່ງຊາດກຳປູເຈຍ ຊຸດທີ 7 ໄດ້ຮັບຜົນສຳເລັດໃນວັນທີ 23 ກໍລະກົດ 2023, ວັນທີ 25 ກໍລະກົດນີ້, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍຊົມເຊີຍເຖິງປະທານພັກປະຊາຊົນກຳປູເຈຍ (CPP), ນາຍົກລັດຖະມົນຕີກຳປູເຈຍ ທ່ານ Samdech Techo Hun Sen.
ຍສໝ - ໃນລະດູແລ້ງ 2022-2023, ບັນດາໜ່ວຍງານຂອງຫວຽດນາມ ໄດ້ຊອກຫາ, ທ້ອນໂຮມອັດຖິຂອງທະຫານ ແລະ ຊ່ຽວຊານອາສາສະໝັກ ຫວຽດນາມ 194 ຄົນທີ່ເສຍສະຫຼະຊີວິດຢູ່ລາວ, ໃນນັ້ນມີ 10 ຄົນມີຂໍ້ມູນຊື່ ແລະ ບ້ານເກີດ.
ຍສໝ - ເນື່ອງໃນໂອກາດຄົບຮອບ 60 ປີວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ -ລາວ (ວັນທີ 05ກັນຍາ 1962 – ວັນທີ 05 ກັນຍາ 2023) ແລະ 46 ປີວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2023), ພ້ອມກັນຫວນຄືນບັນດາຜົນງານໃນການຮ່ວມມືໃນບັນດາຂົງເຂດດ້ານການເມືອງ, ເສດຖະກິດ, ສັງຄົມ, ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນ 06 ປີທີ່ຜ່ານມາ.
ຍສໝ - ຫວ່າງມໍ່ໆມານີ້, ກຳລັງສະກັດກັ້ນ ແລະ ຕ້ານອາດຊະຍາກຳຢາເສບຕິດ, ກະຊວງ ປ້ອງກັນຄວາມສະຫງົບ ລາວ ໄດ້ທຳລາຍລ້າງຄະດີການຜະລິດ, ຄ້າຂາຍ ແລະ ຂົນສົ່ງຢາເສບຕິດຈຳນວນ 2.241 ຄະດີ, ກັກຕົວຜູ້ຖືກຫາໄດ້ 3.452 ຄົນ ໃນ 6 ເດືອນຕົ້ນປີນີ້.
ຍສໝ - ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ການປ່ຽນແປງຂອງດິນຟ້າອາກາດ ແລະ ພະຍາດຄື COVID-19 ແມ່ນໜຶ່ງໃນບັນດາມາດຕະການແບບຍືນຍົງຂອງຮູບແບບການພັດທະນາໃນໂລກໃນທຸກວັນນີ້. ດ້ວຍເຫດນັ້ນ, ມັນສະແດງໃຫ້ເຫັນວ່າ, ແມ່ນຄວາມຈຳເປັນອັນຮີບດ່ວນທີ່ຈະສຸມແຫຼ່ງກຳລັງເພື່ອຮັບມືກັບສິ່ງທ້າທາຍແບບຍືນຍົງໃນອະນາຄົດ.
ຍສໝ - ງານວາງສະແດງ ໂດຍສູນວັດທະນະທໍາຫວຽດນາມ ປະຈໍາ ສປປ ລາວ, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ສົມທົບກັບຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ຈັດຕັ້ງເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022.
ຍສໝ - ໃນວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງ ປັກກິ່ງ, ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການພົບປະກັບກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ ສິນກາງ.