ການສົ່ງອອກຂອງຫວຽດນາມ ສະແດງໃຫ້ເຫັນບັນດາສັນຍານການຟື້ນຟູ

15:52 | 14/11/2023

ຍສໝ - ຫວຽດ​ນາມ ພວມ​ຟື້ນ​ຕົວເປັນປົກກະຕິຈາກ​ການຊຸດໂຊມ​ຂອງ​ການ​ຄ້າ​ທົ່ວ​ໂລກ ແລະ ການ​ສົ່ງ​ອອກ​ມີ​ຄວາມອາດສາມາດທີ່ສືບ​ຕໍ່​ເພີ່ມຄວາມໄວ ເມື່ອໃບສັ່ງສິນຄ້າໄດ້ຮັບການປັບປຸງ.

ສປປ ລາວ: 9 ເດືອນຕົ້ນປີ ມູນຄ່າການສົ່ງອອກ ສິນຄ້າ ບັນລຸເກືອບ 6 ຕື້ໂດລາ ສປປ ລາວ: 9 ເດືອນຕົ້ນປີ ມູນຄ່າການສົ່ງອອກ ສິນຄ້າ ບັນລຸເກືອບ 6 ຕື້ໂດລາ
ການສົ່ງອອກເຂົ້າຂອງຫວຽດນາມ ສາມາດສືບຕໍ່ບັນລຸບາດກ້າວ ການສົ່ງອອກເຂົ້າຂອງຫວຽດນາມ ສາມາດສືບຕໍ່ບັນລຸບາດກ້າວ

ການຕີລາຄາ​ດັ່ງ​ກ່າວ​ໂດຍ HSBC ໄດ້ຍົກອອກໂດຍອີງ​ໃສ່​ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ໃນ​ເດືອນຕຸລາ ​​ສືບ​ຕໍ່ມີທ່ວງທ່າເຕີບໂຕຄືນພາຍຫຼັງ​ທີ່ມີ​ສັນ​ຍານຟື້ນຟູ​​ຈາກ​ເດືອນ​ກັນ​ຍາ, ຕາມ​ຂໍ້​ມູນ​ຂອງ​ກົມໃຫຍ່​ສະ​ຖິ​ຕິ​, ມູນ​ຄ່າ​ການ​ສົ່ງ​ອອກ​ສິນ​ຄ້າ​ໃນ​ເດືອນ​ແລ້ວ​ນີ້​ ຄາດ​ຄະ​ເນ​ຢູ່​ທີ່ 32,31. ຕື້ USD, ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ເດືອນກັນຍາ ແລະ ເພີ່ມຂຶ້ນ 5,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ເຖິງຢ່າງໃດກໍ່ຕາມ ການ​ຟື້ນຟູ​ຍັງ​ບໍ່ຍັງບໍ່ທັນສະໝ່ຳສະເໝີເທື່ອ. ​ໃນ​ຈຳນວນ 34 ປະເພດສິນຄ້າສົ່ງ​ອອກ​ຕົ້ນຕໍ, ມີ 15 ປະເພດ​ເພີ່ມ​ຂຶ້ນ​ໃນ​ໄລຍະ​ດຽວ​ກັນ, ​ແມ່ນ​ກຳລັງ​ຊຸກຍູ້ເພື່ອນຳ​ການ​ສົ່ງ​ອອກ​ໃນ​ເດືອນ​ຕຸລາ​ໃຫ້​ເພີ່ມ​ຂຶ້ນ. ເຄື່ອງເອເລັກໂທຣນິກບໍລິໂພກ (ຍົກເວັ້ນໂທລະສັບ) ໄດ້ຜ່ານຜ່າຂັ້ນຕອນທີ່ຫຍຸ້ງຍາກ, ແຕ່ໃບສັ່ງຊື້ປະເພດເຄື່ອງຕັດຫຍິບ ແລະ ເກີບໜັງ ຍັງສືບຕໍ່ຫຼຸດລົງ.

S&P Global Market ໃນ​ບົດ​ລາຍ​ງານ​ໃນ​ມື້​ດຽວ​ກັນ​ກໍ່​ຊີ້​ໃຫ້​ເຫັນ​ວ່າ ຈຳ​ນວນ​ໃບ​ສັ່ງ​ຊື້​ໃໝ່​ກັບ​ສິນ​ຄ້າ​ຫວຽດ​ນາມ​ເພີ່ມ​ຂຶ້ນ​ເປັນ​ເດືອນ​ທີ 3 ຕິດ​ຕໍ່​ກັນ ຍ້ອນ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າມີການ​ປັບ​ປຸງ. ຢ່າງໃດກໍ່ຕາມ, ອັດຕາການເຕີບໂຕນີ້ແມ່ນເລັກໜ້ອຍ ແລະ ຢູ່ໃນລະດັບທີ່ຕ່ຳທີ່ສຸດໃນໄລຍະການເຕີບໂຕໃນປະຈຸບັນ. ຕາມສະຖິຕິທີ່ຍັງບໍ່ທັນຄົບຖ້ວນສະແດງໃຫ້ເຫັນວ່າລູກຄ້າຍັງລັງເລໃນສັນຍາທີ່ຈະສັ່ງສິນຄ້າໃຫມ່.

ການສົ່ງອອກຂອງຫວຽດນາມ ສະແດງໃຫ້ເຫັນບັນດາສັນຍານການຟື້ນຟູ

ການ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນຄ້າ​ຢູ່​ທ່າ​ກຳ​ປັ່ນ ເຕີ່ນຫວູ - ຫາຍຟອງ ​ໃນ​ເດືອນຕຸລາ 2023. ຮູບພາບ: ຢາງຮູຍ

ທ່ານ Andrew Harker, ຜູ້ອຳນວຍການຝ່າຍເສດຖະສາດຂອງ S&P Global Market, ກ່າວວ່າ ອັດຕາການເພີ່ມຂອງໃບສັ່ງຊື້ໃນປະຈຸບັນແມ່ນບໍ່ພຽງພໍທີ່ຈະກະຕຸ້ນໃຫ້ບັນດາບໍລິສັດເພີ່ມປະລິມານ. ແທນທີ່ນັ້ນ, ບັນດາທຸລະກິດກໍາລັງໃຊ້ສິນຄ້າຄ້າງສາງເພື່ອຕອບສະຫນອງຄວາມຕ້ອງການຂອງລູກຄ້າ.

ການສໍາຫຼວດຂອງຫົວໜ່ວຍນີ້ຍັງໄດ້ສະແດງໃຫ້ເຫັນສັນຍານຕັ້ງໜ້າອື່ນອີກຄື: ຈໍານວນວຽກເກືອບວ່າບໍ່ປ່ຽນແປງ, ຕາມນັ້ນແລ້ວກໍ່ສິ້ນສຸດໄລຍະເວລາ 7 ເດືອນທີ່ແກ່ຍາວຂອງການຫຼຸດລົງ. ສາຍເຫດບັນດາວິສາຫະກະກຽມຊັບພະຍາກອນມະນຸດເພື່ອຕອບສະຫນອງການເພີ່ມຂຶ້ນຂອງຈຳນວນໃບສັ່ງສິນຄ້າໃຫມ່, ກໍ່ຄືກັບແງ່ຫວັງດ້ານປະລິມານໃນປີຫນ້າ.

​ໂດຍ​ລວມ​ໃນ 10 ​ເດືອນ, ວົງ​ເງິນ​ສົ່ງ​ອອກ​ບັນລຸ 291,28 ຕື້ USD, ​ຫຼຸດ​ລົງ 7,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຢ່າງໃດກໍ່ຕາມ, ດ້ວຍທ່ວງທ່າຂອງສອງເດືອນທີ່ຜ່ານມາ, HSBC ຄາດຄະເນວ່າການເຕີບໂຕຂອງການສົ່ງອອກຈະສືບຕໍ່ເລັ່ງລະດັບຍ້ອນຜົນກະທົບພື້ນຖານທີ່ເອື້ອອໍານວຍໃນສອງເດືອນສຸດທ້າຍຂອງປີ. ນີ້​ແມ່ນ​ສັນຍານ​ໃຫ້​ແກ່​ການ​ຟື້ນ​ຟູຂອງ​ຂະ​ແໜງ​ການ​ຄ້າ​ທີ່​ຄອງຄອຍ​ມາ​ແຕ່​ດົນ​ນານ, ປະກອບສ່ວນຊຸກຍູ້ການເຕີບໂຕໃນ​ປີ 2024 ຂຶ້ນ​ເປັນ 6 - 6,5% ຕາມ​ລັດຖະບານ ​ແລະ 6,3% ຕາມ​ການ​ຄາດ​ຄະ​ເນ​ຂອງ​ທະນາຄານ​ນີ້.

ການຟື້ນຟູບໍ່ຈໍາກັດຢູ່ພຽງແຕ່ການຄ້າຕ່າງປະເທດ. ຫຼັງຈາກທີ່ການບໍລິໂພກພາຍໃນໄດ້ປັບປຸງເລັກນ້ອຍໃນໄຕມາດທີສາມ, ຍອດຂາຍຍ່ອຍເດືອນຕຸລາ ສືບຕໍ່ຟື້ນຟູ, ເພີ່ມຂຶ້ນ 7% ເມື່ອທຽບກັບໄລຍະດຽວກັນ. ຢ່າງໃດກໍ່ຕາມ, ມັນຍັງຕໍ່າກວ່າໜ້ອຍໜຶ່ງກັບທ່າອຽງການເຕີບໂຕ ເເລະ ຄວາມຕ້ອງການສຳລັບສິນຄ້າບໍລິໂພກຄື ລົດໂອໂຕຍັງສືບຕໍ່ຫຼຸດລົງໂດຍຕົວເລກສອງຕົວເລກ.

ອັດຕາ​ເງິນ​ເຟີ້ກໍ່ເລີ່​ມຕົ້ນ​ໃນ​ໄຕ​ມາດ​ທີ 4 ​ທີ່ຕັ້ງໜ້າ, ພຽງ​ແຕ່​ເພີ່ມ​ຂຶ້ນ​ເລັກ​ໜ້ອຍ​ 0,1% ​ເມື່ອ​ທຽບ​ໃສ່​ເດືອນ​ກັນຍາ, ​ເທົ່າ​ກັບ​ການ​ເພີ່ມ​ຂຶ້ນ 3,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ເດືອນ​ຕຸລາ 2022. ຕົວເລກນີ້ແມ່ນຕໍ່າກວ່າສຳລັບການຄາດຄະເນຂອງ Bloomberg (4.0%) ຫຼື HSBC (3.9%). HSBC ເຊື່ອວ່າຄວາມສ່ຽງຂອງອັດຕາເງິນເຟີ້ໂດຍທົ່ວໄປຍັງຢູ່ໃຕ້ການຄວບຄຸມ.

ທະນາຄານນີ້ຄາດຄະເນອັດຕາເງິນເຟີ້ຈະເພີ່ມຂຶ້ນເຖິງ 4% ໃນໄຕມາດທີສີ່ (ຈາກ 2.9% ໃນໄຕມາດທີສາມ) ແຕ່ຍັງຕໍ່າກວ່າລະດັບເພດານ 4.5%. ໃນປີຫນ້າ, ອັດຕາເງິນເຟີ້ຄາດວ່າຈະຢູ່ທີ່ປະມານ 3.3%. ເຖິງແມ່ນວ່າບັນດາປະເທດໃນພາກພື້ນເຊັ່ນ ອິນໂດເນເຊຍ ແລະ ຟີລິບປິນ ກໍາລັງກະກຽມທີ່ຈະເພີ່ມອັດຕາດອກເບ້ຍ, ແຕ່ HSBC ຖືວ່າ ທະນາຄານແຫ່ງລັດຈະບໍ່ມີການເໜັງຕີງທີ່ຄ້າຍຄືກັນ ເພາະວ່າອັດຕາເງິນເຟີ້ ເບິ່ງຄືວ່າບໍ່ເເມ່ນຄວາມເປັນກັງວົນທີ່ຮີບດ່ວນ. ດັ່ງນັ້ນ, ອັດຕາດອກເບ້ຍບໍລິຫານອາດຈະຍັງຄົງຢູ່ທີ່ 4.5%.

ເຖິງຢ່າງໃດກໍ່ຕາມ, ຕາມ S&P Global Marketແລ້ວ, ຢູ່ຫຼາຍວິສາຫະກິດທຳການຜະລິດ, ຄວາມກົດດັນຂອງອັດຕາເງິນເຟີ້ກໍ່ຍັງກຳລັງປົກຄຸມ. ວິສາຫະກິດກ່າວວ່າ ໃນປັດຈຸບັນຄ່າໃຊ້ຈ່າຍຂອງສົ້ນເຂົ້າ ແລະ ລາຄາທາງສົ້ນອອກໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ໃນຕົວຈິງ, ອັດຕາສ່ວນເງິນເຟີ້ໄດ້ບັນລຸລະດັບສູງໃນ 8 ເດືອນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.