ຫວຽດນາມສະໜັບສະໜູນການປັບປຸງການເຄື່ອນໄຫວຂອງສະມັດຊາໃຫຍ່ສະຫະປະຊາຊາດ.

16:19 | 14/11/2023

ວັນ​ທີ 10 ພະຈິກ​ນີ້, ຢູ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຢູ່​ນິວຢອກ (ອາ​ເມ​ລິ​ກາ), ກອງ​ປະຊຸມ​ຄັ້ງ​ທີ 78 ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ (UNGA 78) ​ໄດ້​ດຳເນີນການປຶກສາຫາລືກ່ຽວ​ກັບບັນຫາການປັບປຸງໍການເຄື່ອນໄຫວ. ປະທານ​ UNGA 78 ທ່ານ Dennis Francis ​ເປັນ​ປະທານ​ກອງ​ປະຊຸມ.

ສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງສະພາສິດທິມະນຸດວາລະ 2024 - 2026 ສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງສະພາສິດທິມະນຸດວາລະ 2024 - 2026
ຫວຽດນາມ ປະຕິບັດ​ບັນດາ​ມາດ​ຕະການ​ລົບ​ລ້າງ​ການ​ກໍ່​ການ​ຮ້າຍ​ສາກົນ ຫວຽດນາມ ປະຕິບັດ​ບັນດາ​ມາດ​ຕະການ​ລົບ​ລ້າງ​ການ​ກໍ່​ການ​ຮ້າຍ​ສາກົນ

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ ປະຈຳ​ນິວຢອກ​ແລ້ວ, ຫຼາຍ​ປະ​ເທດ​ໄດ້​ແບ່ງປັນຂໍ້ລິເລີ່ມ, ທັດສະນະ​ຢ່າງ​ຕັ້ງໜ້າ​ກ່ຽວ​ກັບ​ວິທີ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ (ສປຊ). ກ່າວຄຳປາໄສໃນການປະຊຸມມ, ທ່ານ​ອັກຄະລັດຖະທູດທີ່ປຶກສາ ນາງ ​ເລ​ທິ​ມິນ​ທົວ, ຮອງ​ຫົວໜ້າຜູ້ປະຈຳ​ການຄະນະຜູ້ແທນ​ຫວຽດນາມ ປະຈຳ ສປຊ ​ເນັ້ນ​ໜັກ​ວ່າ: ການປັບປຸງບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມັດຊາ​ໃຫຍ່ ສປຊ ​ແມ່ນ​ມີຄວາມໝາຍສຳຄັນ​ທີ່​ສຸດ​ໃນ​ການ​ປັບປຸງ ສປຊ. ທ່ານຜູ້ຕາງໜ້າ​ຫວຽດນາມ ​ໃຫ້​ຮູ້​ວ່າ: ສປຊ ​ແລະ ບັນດາ​ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ເພື່ອ​ໃຫ້​ກອງ​ປະຊຸມ​ໃຫຍ່​ສາມາດ​ຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກທີ່ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ສັບສົນ ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ມີ​ຄວາມ​ໝາຍ​. ຕາມນັ້ນແລ້ວ, ບົດບາດຂອງສະມັດຊາໃຫຍ່ ສປຊ ໃນບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ ຕ້ອງໄດ້ຮັບການເສີມຂະຫຍາຍຕາມກົດບັດ ສປຊ, ປັບປຸງການພົວພັນລະຫວ່າງສະມັດຊາໃຫຍ່ ແລະ ບັນດາອົງການສຳຄັນຂອງ ສປຊ, ໃນນັ້ນ ມີສະພາຄວາມໝັ້ນຄົງສະຫະປະຊາຊາດ.

ຫວຽດນາມສະໜັບສະໜູນການປັບປຸງການເຄື່ອນໄຫວຂອງສະມັດຊາໃຫຍ່ສະຫະປະຊາຊາດ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານອັກຄະລັດຖະທູດທີ່ປຶກສາ ນາງ ເລ​ທິ​ມິນ​ທົວ, ຮອງ​ຫົວໜ້າ​ຜູ້ປະຈຳການຄະນະຜູ້ແທນ​ຫວຽດນາມ ປະຈຳ ສປຊ.

ນອກ​ນີ້, ສິ່ງສຳຄັນແມ່ນຕ້ອງຮັບປະກັນຫຼັກການທີ່ຈະແຈ້ງໃນ​ການ​ເຄື່ອນ​ໄຫວ​ຕ່າງໆ, ໃນການເລືອກເອົາ ແລະ ແຕ່ງຕັ້ງເລຂາທິການໃຫຍ່​ອົງການສະ​ຫະ​ປະ​ຊາ​ຊາດ. ບັນດາກອງປະຊຸມ​ຂອງ​ສະ​ມັດ​ຊາ​ໃຫຍ່ ສປຊ ຕ້ອງບັນລຸໄດ້ຜົນສຳເລັດຕົວຈິງ ​ແລະ ​ສາມາດ​ການກະທຳ, ມີ​ລັກສະນະໄລຍະ​ກາງ ​ແລະ ​ໄລຍະ​ຍາວ​ເພື່ອຕອບ​ສະໜອງ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມປາຖະໜາຂອງບັນດາປະເທດສະມາຊິກ. ພິເສດ, ບັນດາກອງປະຊຸມສຳມະນາທີ່​ຈະ​ມາ​ເຖິງ​ໃນ​ການ​ກະກຽມ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ໃນ​ອະນາຄົດ ​ແລະ ບັນດາ​ຂະ​ບວນການ​ອື່ນໆ ກໍ່ຕ້ອງສຸມໃສ່ບໍ່ພຽງແຕ່ຍົກອອກມາດຕະການແກ້ໄຂເທົ່ານັ້ນ ຫາກຍັງທັງວິທີການສະໜັບສະໜູນການຈັດຕັ້ງປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ນຳອີກ. ທີ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 78, ບັນດາ​ປະ​ເທດ​ສະມາຊິກ​ຈະ​ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ນີ້ ​ເພື່ອ​ສືບ​ຕໍ່​ຊອກ​ຫາ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ປັບປຸງການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມສະມັດຊາ​ໃຫຍ່.

ສົມເຟັດ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.