ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເດີນທາງໄປເຂົ້າຮ່ວມສັບປະດາຂັ້ນສູງ APEC 2023

11:36 | 15/11/2023

ຍສໝ - ຕອນບ່າຍວັນທີ 14 ພະຈິກ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ອອກເດີນທາງໄປເຂົ້າຮ່ວມສັບປະດາຂັ້ນສູງ APEC 2023 ແລະ ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ.

ການຮ່ວມມືເພື່ອອະນາຄົດແບບຍືນຍົງໃນປະຊາຄົມລວມ APEC ການຮ່ວມມືເພື່ອອະນາຄົດແບບຍືນຍົງໃນປະຊາຄົມລວມ APEC
APEC 2023: ຫວຽດນາມ ຈະພ້ອມກັບບັນດາສະມາຊິກອື່ນ ເພື່ອພັດທະນາແບບຍືນຍົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ APEC 2023: ຫວຽດນາມ ຈະພ້ອມກັບບັນດາສະມາຊິກອື່ນ ເພື່ອພັດທະນາແບບຍືນຍົງ ແລະ ຄວາມວັດທະນາຖາວອນຂອງພາກພື້ນ

ໂດຍ​ຕອບ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden, ຕອນ​ເຊົ້າ​ວັນ​ທີ 14 ພະຈິກ, ທ່ານ​ປະທານ​ປະ​ເທດ ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ​ໄດ້​ເດີນທາງອອກ​ຈາກ​ສະໜາມ​ບິນ​ສາກົນ ໂນ້ຍບາຍ, ນະຄອນຫຼວງ ຮ່າ​ໂນ້ຍ ​ເພື່ອ​ໄປເຂົ້າ​ຮ່ວມ ​ສັບປະດາຂັ້ນສູງເວທີການ​ຮ່ວມ​ມື​ເສດຖະກິດ​ ອາຊີ - ປາຊີ​ຟິກ (APEC) 2023 ​ແລະ ສົມທົບກັບການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ແຕ່​ວັນ​ທີ 14 - 17 ພະຈິກ.

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເດີນທາງໄປເຂົ້າຮ່ວມສັບປະດາຂັ້ນສູງ APEC 2023
ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ອອກເດີນທາງໄປເຂົ້າຮ່ວມສັບປະດາຂັ້ນສູງ APEC 2023 ຢູ່ ອາເມລິກາ.

ໂດຍຕິດຕາມຄະນະ ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ແລະ ພັນ​ລະ​ຍາ ​ມີທ່ານຫົວໜ້າຫ້ອງວ່າການປະທານປະເທດ ເລເເຄງຫາຍ; ທ່ານ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ບູຍເເທງເຊີນ; ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນ​ຮົ່ງ​ຢ່ຽນ; ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ໂຮ່ດຶກ​ເຟີກ; ທ່ານ​ຫົວໜ້າ​ກຳມາທິການ​ວັດທະນະທຳ ​ແລະ ການ​ສຶກສາ​ ສະພາ​ແຫ່ງ​ຊາດ ຫງວຽນ​ດັກ​ວິງ; ສະຫາຍ ເລຂາຄະນະພັກນະຄອນ ດ່າໜັງ ຫງວຽນວັນກວາງ; ສະຫາຍ ເລຂາຄະນະພັກນະຄອນ ຫາຍຟ່ອງ ເລຕ໋ຽນເຈົາ; ສະຫາຍ ເລຂາຄະນະພັກແຂວງ ບັກຢາງ ເຢື່ອງວັນຖ໋າຍ; ສະຫາຍ ​ເລ​ຂາ​ຄະນະພັກແຂວງ ຮືງ​ອຽນ ຫງວຽນ​ຮີວເ​ງຍ; ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຟານວັນມາຍ; ທ່ານຜູ້ອຳນວຍການມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈີມິນ ຫວູຫາຍກວນ; ທ່ານ​ປະ​ທານ​ສະ​ຫະ​ພັນ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ ຟ້າມ​ເຕີນ​ກົງ.

ພາກພື້ນ ອາຊີ - ປາຊີຟິກ ແລະ ເວທີ APEC ແມ່ນບູຣິມະສິດສຳຄັນໃນແນວທາງການຕ່າງປະເທດຂອງ ຫວຽດນາມ ດ້ວຍແຜນນະໂຍບາຍຊຸກຍູ້ ແລະ ຍົກສູງບົດບາດການທູດຫຼາຍຝ່າຍ, ປະກອບສ່ວນປົກປັກຮັກສາ ແລະ ຊຸກຍູ້ບັນດາຜົນປະໂຫຍດດ້ານຄວາມໝັ້ນຄົງ, ການພັດທະນາ ແລະ ຍົກສູງຖານະບົດບາດຂອງປະເທດຊາດ.

ໃນໄລຍະ 25 ປີແຫ່ງການເຂົ້າຮ່ວມ APEC, ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການສຳລັບເວທີ APEC, ສະເໜີຫຼາຍຂໍ້ລິເລີ່ມ ແລະ ໂຄງການຮ່ວມມືທີ່ໄດ້ຮັບການຕີລາຄາສູງຈາກບັນດາສະມາຊິກ; ປະກອບສ່ວນ​ຊຸກຍູ້​ສັນຕິພາບ, ຄວາມໝັ້ນຄົງ, ການ​ຮ່ວມ​ມື ​ແລະ ການ​ເຊື່ອມ​ຕໍ່​ເສດຖະກິດ​ພາກ​ພື້ນ, ຮັກສາ​ບົດບາດ​ຂອງ APEC ​ເປັນ​ກົນ​ໄກ​ເຊື່ອມຕໍ່ເສດຖະກິດ​ແຖວ​ໜ້າ​ຢູ່ ອາຊີ - ປາຊີ​ຟິກ.

ການພົວພັນ ຫວຽດນາມ - ອາເມລິກາ ໄດ້ພັດທະນາຢ່າງເຂັ້ມແຂງໃນໄລຍະມໍ່ໆມານີ້, ດ້ວຍຂີດໝາຍທີ່ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເນື່ອງໃນໂອກາດທ່ານປະທານາທິບໍດີ ອາເມລິກາ Joe Biden ມາຢ້ຽມຢາມ ຫວຽດນາມ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ (ເດືອນ ກັນຍາ 2023).

2 ຝ່າຍ​ໄດ້​ລົງ​ນາມ​ໃນຂໍ້ຕົກລົງ​ຮ່ວມ​ມື​ຫຼາຍ​ສະບັບ​ກ່ຽວ​ກັບ​ເສດຖະກິດ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ການສຶກສາ - ບຳລຸງ​ສ້າງ, ມະນຸດສະທຳ, ​ໃນ​ນັ້ນ ​ມີ​ບັນດາສັນຍາ​ການ​ຄ້າ​ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 10 ຕື້ USD.

ດ້ວຍ​ຄວາມ​ໝາຍ​​ພິ​ເສດ​ຂອງ​ກອງ​ປະ​ຊຸມ​ການ​ບັນດານຳ​ເສດ​ຖະ​ກິດ APEC ປີ​ນີ້ ແລະ ໃນ​ສະ​ພາບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ເຂັ້ມແຂງໃນໄລຍະຜ່ານມາ, ການງານ​​​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນສູງ APEC ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ອື່ນໆ​ຂອງ​ປະ​ທານ​ປະ​ເທດ ຫວໍວັນເຖືອງ ຢູ່ ອາ​ເມ​ລິ​ກາ ແມ່ນມີຄວາມໝາຍ​ສຳ​ຄັນ​ທີ່​ສຸດ, ທັງ​ໃນ​ການ​ເຄື່ອນ​ໄຫວ​ຫຼາຍ​ຝ່າຍ ​ແລະ ສອງ​ຝ່າຍ, ປະກອບສ່ວນ​ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຕ່າງປະ​ເທດ​ທີ່​ມີ​ສັນຕິພາບ, ຄວາມໝັ້ນຄົງ, ​ຄວາມສະດວກ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດຊາດ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.