ຊາວຫວຽດນາມ ໄປອອກແຮງງານຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ປະເທດຊາດ 3,5 – 4 ຕື້ USD/ປີ

20:12 | 14/11/2023

ຍສໝ - ນີ້​ແມ່ນ​ຂໍ້​ມູນທີ່ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ດ່າວ​ງອກ​ຢຸງ ໄດ້ໃຫ້ຮູ້ທີ່​ການປະຊຸມ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ກອງ​ປະຊຸມ​ສະໄໝສາມັນເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ທີ່ຈັດຂຶ້ນໃນ​ວັນ​ທີ 8 ພະຈິກ ຢູ່​ຫໍ​ສະພາ​ແຫ່ງ​ຊາດ.

ການສົ່ງອອກກະສິກຳ, ປ່າໄມ້ ແລະ ການປະມົງຂອງຫວຽດນາມ ໃນ 10 ເດືອນຕົ້ນປີ 2023 ບັນລຸ 43 ຕື້ USD. ການສົ່ງອອກກະສິກຳ, ປ່າໄມ້ ແລະ ການປະມົງຂອງຫວຽດນາມ ໃນ 10 ເດືອນຕົ້ນປີ 2023 ບັນລຸ 43 ຕື້ USD.
ຫວຽດນາມ - ໄທ ພະຍາຍາມບັນລຸວົງເງິນການຄ້າ 25 ຕື້ USD ໂດຍໄວ ຫວຽດນາມ - ໄທ ພະຍາຍາມບັນລຸວົງເງິນການຄ້າ 25 ຕື້ USD ໂດຍໄວ

ໂດຍສືບຕໍ່ການຊັກຖາມຂອງສະພາແຫ່ງຊາດ, ສະຫາຍ ນາງ ຫງວຽນແທ່ງເກີມ (ສະມາຊິກຜູ້ແທນສະພາແຂວງ ຕວຽນຢາງ) ສະເໜີໃຫ້ລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ບັນດາມາດຕະການແກ້ໄຂທີ່ມີປະສິດທິຜົນໃນການນຳໃຊ້ແຫຼ່ງຊັບພະຍາກອນມະນຸດທີ່ຄຸນນນະພາບສູງພາຍຫຼັງການສົ່ງອອກແຮງງານ; ແຜນການ​ຮັບປະກັນ​ການ​ສົ່ງ​​ແຮງ​ງານໄປຕ່າງປະເທດ​ຕາມ​ໂຄງ​ປະກອບ​ນິຕິກຳທີ່​ສົມ​ເຫດ​ສົມ​ຜົນເພື່ອທັງ​ຮັບປະກັນ​ສິດ​ຂອງ​ປະຊາຊົນ ທັງ​ບໍ່ເຮັດໃຫ້ສະພາບການຂາດແຮງງານຢູ່ ຫວຽດນາມ ເພີ່ມຂຶ້ນ, ພິ​ເສດ​ແມ່ນ​ບັນດາ​ເຂດ​ອຸດສາຫະກຳ​ບັນດາຕົວເມືອງ​ໃຫຍ່.

ຊາວຫວຽດນາມ ໄປອອກແຮງງານຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ປະເທດຊາດ 3,5 – 4 ຕື້ USD/ປີ
ສະຫາຍ ນາງ ຫງວຽນ​ແທ່ງເກີມ ​ໄດ້​ຊັກ​ຖາມ​ທ່ານ​ລັດຖະມົນຕີກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ. (ພາບ: Quochoi.vn)

ເມື່ອຕອບ​ຄຳ​ຊັກ​ຖາມ​ນີ້, ທ່ານ​ລັດຖະມົນຕີກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ດ່າວ​ງອກ​ຢຸງ ​ໃຫ້​ຮູ້​ວ່າ: ຕາມ​ຈິດ​ໃຈ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ສົ່ງແຮງງານຫວຽດນາມ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ, ສະ​ເລ່ຍ​ໃນ​ປີ​ມີ​ຈຳນວນ​ປະມານ 120.000 – 143.000 ຄົນ. ​ໃນ​ນັ້ນ, ສະເພາະປີ 2023 ມີແຮງງານສົ່ງອອກ 112,000 ຄົນ, ຕົ້ນຕໍ​ແມ່ນ​ໄປ ​ຍີ່ປຸ່ນ ​ແລະ​ ໄຕ້​ຫວັນ (ຈີນ). ແຫຼ່ງກຳລັງແຮງ​ງານ​ຕ່າງປະ​ເທດ​ນີ້​ ນຳ​ມາ​ໃຫ້​ປະ​ເທດຊາດ​ຕົນ​ສະ​ເລ່ຍ​ແຕ່ 3,5 – 4 ຕື້ USD ​ໃນ​ແຕ່ລະ​ປີ.

ເພື່ອເສີມຂະຫຍາຍ​ກຳລັງແຮງ​ງານ​ຢູ່​ຕ່າງປະ​ເທດ, ຕາມ​ທ່ານ​ລັດຖະມົນຕີ​ແລ້ວ, ນີ້​ແມ່ນ​ບັນຫາ​ທີ່​ລັດຖະບານ​ໄດ້​ຊີ້​ນຳ​ໃນ​ມະຕິ​ຂອງ​ລັດຖະບານ. ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້ ເເລະ ກຳລັງປະຕິບັດ​​ບັນດາວິທີການແກ້ໄຂ​​ຄື: ກໍ່ສ້າງ​​ເວບຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕຣນິກ, ສ້າງເວບແລກປ່ຽນກ່ຽວກັບວຽກ​ເຮັດ​ງານ​ທຳ; ການ​ເຊື່ອມ​ຕໍ່ວິ​ສາ​ຫະ​ກິດ​ຫວຽດ​ນາມ ແລະ ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ເຊັ່ນ​ໃນ​ກໍ​ລະ​ນີ​ແຮງ​ງານ​ຢູ່​ຍີ່​ປຸ່ນ​ກັບ​ຄືນ​ປະ​ເທດ, ສາ​ມາດ​ເຮັດ​ວຽກ​ຢູ່​ບັນດາວິ​ສາ​ຫະ​ກິດ ຍີ່​ປຸ່ນ ເພື່ອເສີມຂະຫຍາຍຄວາມສາມາດ ຫຼື ກໍ​ລະ​ນີແຮງ​ງານຢູ່​​ວິ​ສາ​ຫະ​ກິດໃນປະ​ເທດ ​ອາດຈະປ່ຽນໄປຫາວິ​ສາ​ຫະ​ກິດຕ່າງປະເທດ.

ຄຽງ​ຄູ່​ກັບ​ນັ້ນ, ກໍ່ມີ​ບັນດາກຳນົດເພີ່ມເຕີມກ່ຽວກັບຮູບການການ​ອອກ​ແຮງ​ງານ​ໄລຍະ​ສັ້ນ, ຊົ່ວຄາວ, ຕາມລະດູ​ການ... ​ເພື່ອ​ໝູນໃຊ້​ຄວາມ​ສາມາດ ​ແລະ ຄວາມມັກຮັກໃນອາຊີບ​ຂອງ​ແຮງ​ງານ; ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ກຸ່ມ​ນີ້​ໄດ້ກູ້​ຢືມ​ທຶນ​ເພື່ອ​ສືບ​ຕໍ່​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ.

ກ່ຽວ​ກັບ​ຂອບຂະໜາດກຳລັງແຮງ​ງານ, ທ່ານ​ລັດຖະມົນຕີ ດ່າວງອກຢຸງ ​ໃຫ້​ຮູ້​ວ່າ: ​ແຕ່ລະ​ປີ​ກະຊວງ​ແກ້ໄຂ​ກ່ຽວກັບ​ແຮງງານ​ພາຍ​ໃນປະເທດປະມານ 1,6 – 1,7 ລ້ານ​ຄົນ, ​ໃນ​ນັ້ນ​ຈຳນວນ​ແຮງງານ​ຕ່າງປະ​ເທດ​ກວມ​ປະມານ 10%, ພ້ອມ​ກັນ​ນັ້ນ ກໍ່​ຍັງ​ຮັກສາ​ໃຫ້​ໄດ້ແຕ່ 500.000 – 650.000 ຄົນທີ່ເຮັດວຽກຢູ່ຕ່າງປະເທດ​ເປັນ​ປະຈຳ.

ຕາມ​ທ່ານ​ລັດຖະມົນຕີ​ແລ້ວ, ຂອບຂະໜາດ​ນີ້​ແມ່ນ​ປານ​ກາງ, ພ້ອມ​ກັນ​ນັ້ນ, ກໍ່ອີງ​ໃສ່​ຄວາມ​ຕ້ອງການ​ແຮງ​ງານ​ພາຍ​ໃນປະເທດເພື່ອສົມດຸນ, ປັບປຸງຈຳນວນ​ແຮງ​​ງານ​ທີ່​ສົ່ງ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ, ຮັກສາ​ມາດຕາສ່ວນທີ່​ເໝາະ​ສົມ​ໂດຍ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສະພາບ​ການ​ພາຍ​ໃນ​ປະ​ເທດ.

ດີງເລື້ອງ

ເຫດການ
302 Found

Found

The document has moved here.