ພັກກອມມຸນິດ ເປຣູ ສະເໜີຂໍທາບທາມການຄົ້ນຄວ້າກ່ຽວກັບເສັ້ນທາງກ້າວສູ່ສັງຄົມນິຍົມຂອງປະເທດ ຫວຽດນາມ

16:06 | 15/11/2023

ຍສໝ - ຕອນ​ຄ່ຳ​ວັນ​ທີ 9 ພະຈີກ, ຢູ່​ຮ່າ​ໂນ້ຍ, ທີ່​ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຟານເເອງເຊີນ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ​ເປຣູ Luis Villanueva Carbajal ​ໃຫ້​ຮູ້​ວ່າ: ພັກ​ກອມ​ມູນິດ ​ເປຣູ ປາດ​ຖະໜາ​ຢາກ​ຊອກ​ຮູ້​ເສັ້ນທາງ​ກ້າວຂຶ້ນສູ່ສັງຄົມ​ນິຍົມ​ຂອງ ຫວຽດນາມ.

ເປຣູ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເປຣູ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້
ການສົ່ງອອກປາທູນ່າ ໄປຍັງ ເປຣູ ເພີ່ມຂຶ້ນທົບ 2000 ເທົ່າ ການສົ່ງອອກປາທູນ່າ ໄປຍັງ ເປຣູ ເພີ່ມຂຶ້ນທົບ 2000 ເທົ່າ

ທ່ານ Luis Villanueva Carbajal ​ໃຫ້​ຮູ້​ວ່າ: ຫວຽດນາມ - ​ເປຣູ ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ. ​ ແຕ່ວ່າ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປະຈຸ​ບັນ​ຍັງ​ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ມູນ​ເຊື້ອ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູນິດ ​ເປ​ຣູ ​ແຕ່​ວັນ​ທີ 9 - 19 ພະຈິກ​ເພື່ອ​ແນ​ໃສ່​ຊອກ​ຮູ້​ກ່ຽວ​ກັບ​ເສັ້ນທາງ​ກ້າວ​ສູ່​ສັງຄົມ​ນິຍົມຂອງຫວຽດນາມ, ກ່ຽວກັບນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ໃນ​ປະຈຸ​ບັນ ​ແລະ ການປັບປຸງ, ພັດທະນາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ໃຫຍ່, ​ບົນ​ພື້ນຖານຮັບປະກັນ​ຫຼັກການ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ລະບອບ​ການ​ເມືອງ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ. ພ້ອມ​ກັນ​ນັ້ນ, ຄະນະ​ກໍ່ປາດ​ຖະໜາ​ຢາກສົນທະນາປຶກສາຫາລືກັບ​ບັນດາ​ຄູ່​ຮ່ວມ​ມື ​ແລະ ​ເພື່ອນມິດ, ຊອກ​ຫາ​ທິດທາງ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ.

ພັກກອມມຸນິດ ເປຣູ ສະເໜີຂໍທາບທາມການຄົ້ນຄວ້າກ່ຽວກັບເສັ້ນທາງກ້າວສູ່ສັງຄົມນິຍົມຂອງປະເທດ ຫວຽດນາມ
​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຟານເເອງເຊີນ ຕ້ອນຮັບທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ​ເປຣູ Luis Villanueva Carbaja ຕອນ​ຄ່ຳ​ວັນ​ທີ 9 ພະຈີກ (ພາບ: ທູ່ຮາ).

ທ່ານ​ປະທານ​ ຟານ​ແອງ​ເຊີນ ​ໃຫ້​ຮູ້​ວ່າ: ພາຍຫຼັງ​ເກືອບ 40 ປີ​ແຫ່ງ​ປ່ຽນແປງໃໝ່, ປະຈຸ​ບັນ ຫວຽດນາມ ​ແມ່ນ​ປະ​ເທດ​ພວມ​ພັດທະນາ ດ້ວຍ​ຈຳນວນ​ພົນລະ​ເມືອງ​ເກືອບ 100 ລ້ານ​ຄົນ ​ແລະ ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ​ໃນ​ປີ 2023 ຄາດ​ວ່າ​ຈະ​ບັນລຸ​ເກືອບ 430 ຕື້ USD. ຫວຽດນາມ ຕັ້ງເປົ້າໝາຍ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ​ສູງ​ໃນ​ປີ 2030 ​ແລະ ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ສູງ​ໃນ​ປີ 2045. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ວາງອອກ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ - ສັງຄົມ ​ໄລຍະ 2021 - 2030. ຍຸດ​ທະ​ສາດ​ໄດ້​ກຳນົດ 3 ບາດກ້າວ​ບຸກທະລຸ​ໃນ​ຂົງ​ເຂດ​ພື້ນຖານ​ໂຄງ​ລ່າງ, ລະບອບລະບຽບການ, ການ​ພັດທະນາ​ຊັບພະຍາກອນມະນຸດ.

​ໃນ​ສະພາບ​ການ ​ແລະ ສະຖານະການ​ໃໝ່, ຫວຽດນາມ ​ໄດ້ປັບປຸງນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຕົນ ​ແຕ່​ຍັງຢຶດໝັ້ນ​ຮັກສາ ​ແລະ ເສີມຂະຫຍາຍ​ແນວຄິດການຕ່າງປະເທດ​ຂອງ ​ໂຮ່ຈີ​ມິນ. ນັ້ນຄື: ເອກະລາດແຫ່ງຊາດ ຕິດພັນກັບລັດທິສັງຄົມນິຍົມ; ເອກະລາດ, ເປັນເຈົ້າຕົນເອງ, ສາມັກຄີສາກົນ; ສັນຕິພາບ, ເປີດກວ້າງ, ສ້າງເພື່ອນມິດ, ຫຼຸດສັດຕູ. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດທີ່​ຫັນເປັນຫຼາຍຮູບຫຼາຍແບບ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ ແລະ ກວ້າງ​ຂວາງ; ແຜນນະໂຍບາຍ ຫວຽດນາມ ​ແມ່ນ​ເພື່ອນ​, ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ. ປະຈຸ​ບັນ, ຫວຽດນາມ ມີ​ການ​ພົວພັນ​ກັບ 193 ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ ​ແລະ 247 ພັກ​ການ​ເມືອງ​ໃນ 117 ປະ​ເທດ.

ທ່ານ ຟານ​ແອງ​ເຊີນ ​ໃຫ້​ຮູ້​ວ່າ ຫວຽດນາມ ​ຢຶດໝັ້ນ​ຕາມ​ເສັ້ນທາງ​ກ້າວ​ໄປ​ສູ່​ສັງຄົມ​ນິຍົມ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ປະ​ເທດ​ຊາດຮັ່ງມີ, ປະ​ເທດ​ເຂັ້ມ​ແຂງ, ມີປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສີວິໄລ. ​ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ, ຕ້ອງ​ພັດທະນາ​ເສດຖະກິດ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຍຸຕິ​ທຳ​ສັງຄົມ, ຮັດແຄບຊ່ອງວ່າງ​ຮັ່ງມີ ​ແລະ ທຸກ​ຍາກ​ລະຫວ່າງ​ບັນດາຊັ້ນຄົນໃນສັງຄົມ, ບັນດາສ່ວນປະກອບເສດຖະກິດ​ມີ​ບົດບາດ​ສຳຄັນ​ທີ່​ແຕກ​ຕ່າງ​ກັນ​ໃນ​ການ​ພັດທະນາ​ຂອງ​ປະ​ເທດຊາດ. ກ່ຽວ​ກັບ​ວັດ​ທະ​ນະ​ທໍາ, ຕ້ອງ​ປົກ​ປັກ​ຮັກ​ສາ ​ແລະ ​ເສີມ​ຂະ​ຫຍາຍ​ວັດ​ທະ​ນະ​ທໍາ​ມູນເຊື້ອ​ທີ່​ດີ, ພ້ອມ​ກັນ​ນັ້ນ ກໍ່​ຕ້ອງຮັບເອົາສິ່ງຍອດຢ້ຽມ​ວັດ​ທະ​ນະ​ທໍາ​ຂອງ​ມະນຸດຊາດ. ກ່ຽວ​ກັບ​ວຽກງານນຳພາ ​ແລະ ການ​ບໍລິຫານແຫ່ງ​ຊາດ, ຕ້ອງ​ມີ​ກົນ​ໄກ ​ແລະ ນະ​ໂຍບາຍ​ພັດທະນາ​ທີ່​ເໝາະ​ສົມ​ກັບ​ຍຸກ​ສະ​ໄໝ, ຄວາມ​ກ້າວໜ້າ​ທາງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ກົດໝາຍ ​ແລະ ທ່າ​ອ່ຽງລວມ​ທົ່ວ​ໂລກ. ຕ້ອງ​ສ້າງຖັນແຖວ​ພະນັກງານທີ່ຕອບສະໜອງຕາມຄວາມ​ຮຽກຮ້ອງທີ່​ປະ​ເທດຊາດ ​ແລະ ​ພັກວາງອອກ. ລະອຽດ​ແມ່ນ​ພະນັກງານ​ທີ່​ມີວິຊາສະເພາະ, ປະສົບ​ການ, ມີຄວາມສາມາດນຳພາ, ຄຸ້ມຄອງ; ຕັ້ງຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ, ​ປະ​ຊາ​ຊົນ​ເປັນ​ອັນ​ດັບ​ຫນຶ່ງ; ບໍ່ມີການສໍ້ລາດບັງຫຼວງ ຫຼື ຟຸມເຟືອຍ.

ທ່ານ Luis Villanueva Carbajal ກໍ່ສະແດງຄວາມຊົມ​ເຊີຍຕໍ່​ຜົນ​ສຳ​ເລັດໃນການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ. 2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເຊື່ອມ​ຕໍ່, ​ແລກປ່ຽນ ​ແລະ ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ.

ດີງເລື້ອງ

302 Found

Found

The document has moved here.