ສາຍພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຫວຽດນາມ - ເດນມາກ ຢືນຢັນບຸລິມະສິດຕໍ່ກັບ ຫວຽດນາມ

20:22 | 14/11/2023

ສາຍພົວພັນຄູ່ຮ່ວມມືຍຸດທະສາດສີຂຽວຫວຽດນາມ - ແດນມາກ ຢືນຢັນບຸລິມະສິດຕໍ່ຫວຽດນາມ

ການຮ່ວມມືລະຫວ່າງກຳລັງຕຳຫຼວດປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ-ລາວ ການຮ່ວມມືລະຫວ່າງກຳລັງຕຳຫຼວດປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ-ລາວ
ເຊີດຊູທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ມານະພະຍາຍາມກໍ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ. ເຊີດຊູທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ມານະພະຍາຍາມກໍ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ.

ນີ້ແມ່ນຄຳຢືນຢັນຂອງທ່ານ Nicolai Prytz ເອກອັກຄະລັດຖະທູດ ເດນມາກ ປະຈຳ ຫວຽດນາມ ເມື່ອແບ່ງປັນກັບນັກຂ່າວກ່ຽວກັບຄວາມຕັດສິນໃຈສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຫວຽດນາມ - ເດນມາກ ຫວ່າງແລ້ວນີ້ຂອງລັດຖະບານສອງປະເທດ.

ນັກຂ່າວ: ຮຽນທ່ານເອກອັກຄະລັດຖະທູດ, ຂໍຮຽນທ່ານແບ່ງປັນຄວາມໝາຍຂອງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຫວຽດນາມ - ເດນມາກ ທີ່ມີຕໍ່ການຮ່ວມມືລະຫວ່າງສອງປະເທດ?

ທ່ານເອກອັກຄະລັດຖະທູດ Nicolai Prytz: ປະຈຸບັນ ເດນມາກ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນຂະບວນການຫັນເປັນສີຂຽວ. ພວກຂ້າພະເຈົ້າເຂົ້າໃຈວ່າ ເພື່ອໃຫ້ບັນລຸໄດ້ສິ່ງດັ່ງກ່າວ, ພວກເຮົາຕ້ອງນຳເອົາແນວຄິດຫັນເປັນສີຂຽວເຂົ້າໃນທຸກຂົງເຂດຊີວິດ, ເສດຖະກິດ, ສັງຄົມ. ສະນັ້ນ, ເລື່ອງສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຈະສ້າງເງື່ອນໄຂໃຫ້ແກ່ການຫັນປ່ຽນໄດ້ດຳເນີນໄປຢ່າງຄົບຊຸດ ນັບແຕ່ຂັ້ນລັດຖະບານຕະຫຼອດເຖິງກະຊວງ, ຂະແໜງການຕ່າງໆ ແລະ ວິສາຫະກິດຢູ່ຫວຽດນາມ.

ສາຍພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຫວຽດນາມ - ເດນມາກ ຢືນຢັນບຸລິມະສິດຕໍ່ກັບ ຫວຽດນາມ

ທ່ານ Nicolai Prytz ເອກອັກຄະລັດຖະທູດ ເດນມາກ ປະຈຳ ຫວຽດນາມ (ຢູ່ກາງ). ພາບ: vovworld.vn

ກໍ່ຕ້ອງເວົ້າວ່າ ຫວຽດນາມ ແມ່ນປະເທດທີ 5 ໃນໂລກທີ່ ເດນມາກ ຕັດສິນໃຈສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວນີ້. ສະນັ້ນ, ພວກທ່ານສາມາດເຫັນໄດ້ຢ່າງຈະແຈ້ງຕໍ່ຄຳໝັ້ນສັນຍາ ແລະບຸລິມະສິດຂອງລັດຖະບານ ເດນມາກ ໃນການໜູນຊ່ວຍ ຫວຽດນາມ ຫັນເປັນສີຂຽວ. ໃນຊຸມປີຜ່ານມາ, ສາມາດເຫັນໄດ້ເຖິງຄວາມມານະພະຍາຍາມ ແລະຄຳໝັ້ນສັນຍາຂອງລັດຖະບານຫວຽດນາມ ໃນຂົງເຂດຫັນເປັນສີຂຽວ, ຈາກຄຳໝັ້ນສັນຍາທີ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໄດ້ໃຫ້ໄວ້ກັບ COP 26, ຕະຫຼອດຮອດການເຂົ້າຮ່ວມໂຄງການຫັນປ່ຽນພະລັງງາມຢ່າງຍຸດຕິທໍາ JETP; ຫຼືການອະນຸມັດການວາງແຜນຜັງໄຟຟ້າ 8. ນີ້ແມ່ນບັນດາຄໍາໝັ້ນສັນຍາທີ່ເຂັ້ມແຂງ ແລະມີຄວາມຕັ້ງຫວັງທີ່ສຸດ. ພວກຂ້າພະເຈົ້າ, ໃນຖານະເປັນຄູ່ຮ່ວມມືທີ່ມີມາແຕ່ດົນນານຂອງ ຫວຽດນາມ, ຫວັງວ່າ ເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວລະຫວ່າງສອງປະເທດ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ພວກຂ້າພະເຈົ້າ ສືບຕໍ່ໜູນຊ່ວຍ ຫວຽດນາມ ບັນລຸເປົ້າໝາຍດັ່ງກ່າວ.

ນັກຂ່າວ: ພາຍຫຼັງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວແລ້ວ, ສອງຝ່າຍຈະຜັນຂະຫຍາຍການເຄື່ອນໄຫວຮ່ວມມືໃນຂົງເຂດນີ້ຄືແນວໃດ, ຮຽນທ່ານເອກອັກຄະລັດຖະທູດ?

ທ່ານເອກອັກຄະລັດຖະທູດ Nicolai Prytz: ດ້ວຍການພົວພັນຄູ່ຮ່ວມມືນີ້, ສອງຝ່າຍຈະສຸມໃສ່ 3 ລະດັບຕົ້ນຕໍ. ທີໜຶ່ງແມ່ນການພົວພັນດ້ານການເມືອງ, ເພີ່ມທະວີການພົບປະ ແລະ ແລກປ່ຽນຄະນະຜູ້ແທນຂັ້ນສູງກ່ຽວກັບບັນດາໂຄງການທີ່ແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການເຕີບໂຕສີຂຽວ.

ທີສອງແມ່ນເພີ່ມທະວີການຮ່ວມມືລະຫວ່າງສອງລັດຖະບານໃນຂະແໜງການທີ່ພວມຜັນຂະຫຍາຍຈຳນວນໜຶ່ງ. ສອງຝ່າຍກໍ່ຈະແລກປ່ຽນເພື່ອຊອກຫາທັດສະນະ ແລະຄຳໝັ້ນສັນຍາລວມ ເພື່ອຍົກອອກຢູ່ກອງປະຊຸມ COP28 ທີ່ຈະມາເຖິງນີ້. ນອກຈາກນັ້ນ, ເດນມາກ ແລະຫວຽດນາມ ກໍ່ແມ່ນສະມາຊິກຂອງໂຄງການແລກປ່ຽນພະລັງງານຢ່າງຍຸດຕິທຳ JETP ແລະ ພວກເຮົາຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນໃນຂອບເຂດນີ້.

ທີສາມ, ກ່ຽວກັບດ້ານເສດຖະກິດ, ສອງຝ່າຍກໍ່ຈະຮ່ວມກັນມືຍົກອອກບັນດານະໂຍບາຍ, ກອບນິຕິກໍາ ທີ່ເໝາະສົມເພື່ອສົ່ງເສີມການລົງທຶນສີຂຽວຈາກພາກເອກະຊົນ. ພວກຂ້າພະເຈົ້າກໍ່ຈະຊອກຫາບັນດາຂົງເຂດໃໝ່ເພື່ອເພີ່ມທະວີການຮ່ວມມື, ບັນດາຂົງເຂດທີ່ ເດນມາກ ມີປະສົບການຫຼາຍ ແລະຫວຽດນາມ ກໍ່ກຳລັງມີຄວາມຕ້ອງການພັດທະນາ.

ນັກຂ່າວ: ສະນັ້ນ, ເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ຈະເປີດກາລະໂອກາດຮ່ວມມືໃຫ້ ຫວຽດນາມ ແລະເດນມາກ ໃນໄລຍະຈະມາເຖິງຄືແນວໃດ, ຮຽນທ່ານເອກອັກຄະລັດຖະທູດ?

ທ່ານເອກອັກຄະລັດຖະທູດ Nicolai Prytz: ເດນມາກ ໄດ້ເລີ່ມປະຕິບັດການຫັນເປັນສີຂຽວ ປະມານ 3 ທົດສະວັດຜ່ານມາ ແລະພວກຂ້າພະເຈົ້າໝັ້ນໃຈວ່າ ຈະເປັນໜຶ່ງໃນບັນດາປະເທດນຳໜ້າໃນຂະບວນການນີ້. ພວກເຮົາເຊື່ອໝັ້ນວ່າ ບາງມາດຕະການ ແລະວິທີເຮັດທີ່ດີທີ່ ເດນມາກ ກຳລັງປະຕິບັດຢູ່ຈະສາມາດຊ່ວຍຫວຽດນາມ ຊອກຫາມາດຕະການ ທີ່ເໝາະສົມທີ່ສຸດ.

ນອກຈາກນັ້ນ, ການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ກໍ່ຈະຊ່ວຍດຶງດູດວິສາຫະກິດ ເດນມາກ ມາລົງທຶນຢູ່ ຫວຽດນາມ ຕື່ມອີກ. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດທີ່ເຫັນວິສາຫະກິດຂອງ ເດນມາກ ມາລົງທຶນຢູ່ ຫວຽດນາມ, ບໍ່ພຽງແຕ່ເປັນການຜະລິດ ແລະສ້າງລາຍຮັບເທົ່ານັ້ນ, ຫາກຍັງເອົາໃຈໃສ່ເຖິງສິດຜົນປະໂຫຍດຂອງຜູ້ອອກແຮງງານຫຼາຍທີ່ສຸດ, ໄດ້ສ້າງວຽກເຮັດງານທໍາ ແລະປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ, ນຳມາເຊິ່ງຄຸນຄ່າແທດຈິງໃຫ້ແກ່ຫວຽດນາມ ອີກດ້ວຍ.

ຄຽງຂ້າງນັ້ນ, ຫວຽດນາມ ກໍ່ມີປະສົບການຫຼາຍຢ່າງໃນບາງຂົງເຂດທີ່ພວກຂ້າພະເຈົ້າສາມາດຮຽນຮູ້ໄດ້. ພວກຂ້າພະເຈົ້າເຫັນວ່າ ຄົນຫວຽດນາ ມີຄວາມຕັ້ງໃຈຮໍ່າຮຽນ, ດຸໝັ່ນ ແລະຍາມໃດກໍ່ຊອກຫາວິທີເຮັດທີ່ມີຫົວຄິດປະດິດສ້າງ. ບັນດານັກຊ່ຽວຊານ ເດນມາກ ເມື່ອມາຫວຽດນາມ, ເຂົາເຈົ້າກໍ່ປະຫຼາດໃຈຕໍ່ວິທີທີ່ຈັບໃຈ ເຊິ່ງຫວຽດນາມ ພວມຜັນຂະຫຍາຍ ແລະໄດ້ຮ່ຳຮຽນເອົາ ເພື່ອໝູນໃຊ້ຢູ່ປະເທດ ເດນມາກ. ສະນັ້ນ, ຕາມຄວາມຄິດເຫັນຂອງຂ້າພະເຈົ້າແລ້ວ, ແນ່ນອນວ່າການພົວພັນລະຫວ່າງສອງປະເທດຈະນັບມື້ນັບ ພັດທະນາ, ພິເສດແມ່ນໃນຂົງເຂດເສດຖະກິດສີຂຽວ.

ຂໍຂອບໃຈທ່ານເອກອັກຄະລັດຖະທູດ Nicolai Prytz!

ບູນມີ

ເຫດການ
302 Found

Found

The document has moved here.