ຍີ່ປຸ່ນ ແລະ UNICEF ໜູນຊ່ວຍລະບົບສາທາລະນະສຸກດີຈີຕອນຢູ່ ຫວຽດນາມ

13:37 | 14/11/2023

ຍສໝ - ເພື່ອ​ໜູນຊ່ວຍການຫັນເປັນ​ດິ​ຈິ​ຕອນໃນ​ການ​ເບິ່ງແຍງດູແລສຸຂະພາບ​ແມ່ ​ແລະ ເດັກ ຢູ່ຫວຽດນາມ​, UNICEF ​ແລະ ຍີ່ປຸ່ນ ​ໄດ້​ມອບຄອມພີວເຕີໂນດບຸກ 158 ​ເຄື່ອງ, ຄອມ​ພິວ​ເຕີຕັ້ງໂຕະ 803 ໜ່ວຍ ​ແລະ ​ເຄື່ອງສະແກນລະຫັດ 187 ເຄື່ອງ.

ຫວຽດນາມ ປາດຖະໜາຢາກຊອກຮູ້ປະສົບການຈາກ ຍີ່ປຸ່ນ ແລະ ບັນດາປະເທດທີ່ມີການສຶກສາກ້າວໜ້າ ຫວຽດນາມ ປາດຖະໜາຢາກຊອກຮູ້ປະສົບການຈາກ ຍີ່ປຸ່ນ ແລະ ບັນດາປະເທດທີ່ມີການສຶກສາກ້າວໜ້າ
50 ປີແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ: ມຸ່ງໄປເຖິງອະນາຄົດ, ຕົວ​ຂຶ້ນ​ອອກ​ສູ່​ໂລກ 50 ປີແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ: ມຸ່ງໄປເຖິງອະນາຄົດ, ຕົວ​ຂຶ້ນ​ອອກ​ສູ່​ໂລກ

ບັນດາເຄື່ອງອຸປະກອນນີ້ໄດ້ແຈກຢາຍໃຫ້ຫຼາຍຫົວໜ່ວຍສັງກັດກະຊວງສາທາລະນະສຸກຫວຽດນາມ ແລະ 7 ແຂວງເຂດພູດອຍທາງພາກເໜືອ ແລະ ເຂດໄຕ່ຫງຽວນ. ນີ້​ແມ່ນ​ບັນດາ​ແຂວງ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ດ້ານກ່ຽວກັບພູມສາດ​ ​ແລະ ​ເສດຖະກິດ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ການ​ຄຸ້ມ​ຄອງ​ສຸຂະພາບ​ແມ່ ​ແລະ ເດັກ ​ເປັນ​ຕົ້ນ​ແມ່ນ​ສຸຂະພາບຜູ້ຍິງຖືພາເກີດລູກ.

ເປົ້າຫມາຍໂດຍລວມແມ່ນເພື່ອຮັບປະກັນການລາຍງານສະຖິຕິບົດລາຍງານຂໍ້ມູນທີ່ຮອບດ້ານສໍາລັບແມ່ ແລະ ເດັກ, ເຊິ່ງຂໍ້ມູນທີ່ສໍາຄັນໄດ້ຖືກລາຍງານແລະ ອັບເດດໃນເວລາຕົວຈິງ. ທັງໝົດລວມມີຜົນຂອງການສັກຢາວັກຊີນ, ບັນດາຂໍ້ມູນສຸຂະພາບຂອງແມ່ ແລະ ເດັກ ແມ່ນໄດ້ຖືກລວມເຂົ້າໃນລະບົບຄຸ້ມຄອງຂໍ້ມູນທີ່ເຫມາະສົມ, ບໍ່ວ່າເດັກຈະຢູ່ໃສ ຫຼືວ່າບັນດາເອກະສານໄດ້ສູນເສຍໄປແລ້ວກໍ່ຕາມ.

ຍີ່ປຸ່ນ ແລະ UNICEF ໜູນຊ່ວຍລະບົບສາທາລະນະສຸກດີຈີຕອນຢູ່ ຫວຽດນາມ
ພິທີມອບ-ຮັບອຸປະກອນໃນວັນທີ 7 ພະຈິກ

ໂຄງ​ການ​ນີ້​ແມ່ນ​ດຳ​ເນີນ​ໂດຍ​ການ​ປະສານ​ງານ​ສົມທົບກັບ​ກອງ​ທຶນເພື່ອ​ເດັກ​ແຫ່ງ​ສະຫະ​ປະຊາ​ຊາດ (UNICEF) ແລະ ຍີ່ປຸ່ນ. ບ້ວງ​ເງິນ​ໜູນ​ຊ່ວຍ​ລວມມູນ​ຄ່າ 1 ຕື້ 267 ລ້ານ​ເຢນຍີ່ປຸ່ນ ເຊິ່ງໄດ້ມອບ​ໃຫ້​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ໃນ​ນັ້ນ ຫວຽດນາມ ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ມູນ​ຄ່າ 290 ລ້ານ​ເຢນ.

ໂຄງການນີ້ຈະຫນູນຊ່ວຍໃນການປັບປຸງບົດບາດ ແລະ ຄວາມອາດສາມາດປະສານຊຶ່ງກັນແລະກັນຂອງບັນດາຊອບແວໃນການຄຸ້ມຄອງຂໍ້ມູນສາທາລະນະສຸກດິຈິຕອນທີ່ມີຢູ່ແລ້ວ; ການບຳລຸງສ້າງທີ່ຮອບດ່້ານສໍາລັບພະນັກງານການແພດ, ໂດຍສະເພາະແມ່ນພະນັກງານທ້ອງຖິ່ນ, ເພື່ອສາມາດນໍາໃຊ້ຊອບແວສະຖິຕິຂໍ້ມູນຂ່າວສານທາງການແພດຢ່າງຊໍານານ.ນອກຈາກນັ້ນ, ກໍ່ຮັບປະກັນເເຕ່ລະຮາກຖານສາທາລະນະສຸກທີ່ມີຄວາມຕ້ອງການ (ລວມທັງສຸກສາລາ) ພາຍໃນຂອບເຂດໂຄງການ ຈະໄດ້ມີອຸປະກອນເຕັກໂນໂລຢີຂໍ້ມູນຂ່າວສານທີ່ຈໍາເປັນເພື່ອປະກອບໃສ່ ແລະລາຍງານຂໍ້ມູນທີ່ກ່ຽວຂ້ອງເຖິງສຸຂະພາບຂອງແມ່ ແລະ ເດັກ.

ຜ່ານ​ການ​ຮ່ວມ​ມື​ກັບ UNICEF, ລັດ​ຖະ​ບານ ຍີ່​ປຸ່ນ ໄດ້​ໜູນ​ຊ່ວຍໃຫ້​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ພໍສົມຄວນໃນ​ການຕ້ານ​​ໂລກ​ລະ​ບາດ Covid – 19. ການຫນູນຊ່ວຍນີ້ມີບົດບາດສໍາຄັນໃນການເພີ່ມທະວີການລາຍງານສະຖິຕິ ແລະ ການປັບປຸງຄຸນນະພາບຂໍ້ມູນ. ການສະຫນັບສະຫນູນນີ້ໄດ້ຊ່ວຍສະຫນອງຫຼັກຖານທີ່ຈໍາເປັນເພື່ອພັດທະນາ ແລະ ປະຕິບັດນະໂຍບາຍທີ່ມີປະສິດທິຜົນ, ໂດຍສະເພາະແມ່ນໃນຂົງເຂດສຸຂະພາບແມ່ ແລະ ເດັກ, ກໍ່ຄືບັນຫາສຸຂະພາບທົ່ວໂລກທີ່ກວ້າງຂວາງ.

ດີງເລື້ອງ

302 Found

Found

The document has moved here.