ລັດຖະບານ ລາວ ຊີ້ນຳແຜນພັດທະນາພູພຽງ ບໍລະເວນ ຕ້ອງກວມລວມຫລາຍເຂດ

ລັດຖະບານ ລາວ ຊີ້ນຳແຜນພັດທະນາພູພຽງ ບໍລະເວນ ຕ້ອງກວມລວມຫລາຍເຂດ

ລັດຖະບານ ໄດ້ຊີ້ນໍາໃຫ້ສະຖາບັນຄົ້ນຄວ້າ ເສດຖະກິດແຫ່ງຊາດ ປັບປຸງຕື່ມແຜນພັດທະ ນາພູພຽງບໍລະເວນ ຕາມການປະກອບຄໍາຄິດ ຄໍາເຫັນ ຂອງສະມາຊິກລັດຖະບານ ໃຫ້ເປັນລັກສະນະກວມລວມຫລາຍຂົງເຂດ.

ລັດຖະບານ ລາວ ຈຳໜ່າຍພັນທະບັດ ດຸ່ນດ່ຽງງົບປະມານ 1,7 ພັນຕື້ກີບ

ລັດຖະບານ ລາວ ຈຳໜ່າຍພັນທະບັດ ດຸ່ນດ່ຽງງົບປະມານ 1,7 ພັນຕື້ກີບ

ລັດຖະບານ ແຫ່ງ ສປປ ລາວ ກໍຄືກະຊວງການເງິນ ໄດ້ຕົກລົງອອກຈໍາໜ່າຍ ພັນ​ທະ​ບັດປະເພດດຸ່ນດ່ຽງງົບ ປະມານຈໍານວນ 1,7 ພັນຕື້ກີບ (1.700.000.000.000) ໂດຍຜ່ານ 3 ບໍລິສັດ ຫລັກຊັບ ຄື: ບໍລິສັດ ຫລັກຊັບລ້ານຊ້າງ ມະຫາຊົນ, ບໍລິສັດ ຫລັກຊັບ ທຄຕລ-ກທ ຈຳກັດ ແລະ ບໍລິສັດ ຫລັກຊັບ ລາວ-ຈີນ ຈຳກັດ. ໃນວັນທີ 22 ສິງຫາ 2019 ທີ່ກະຊວງການເງິນ, ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ(ກງຕສ) ກະຊວງການເງິນ ໄດ້ຮ່ວມລົງນາມໃນສັນຍາ ກັບທ່ານ ອານຸກອນ ສຸທຳມະວົງ ຮັກສາການຜູ້ອຳນວຍການບໍລິສັດ ຫລັກຊັບ ລ້ານຊ້າງມະຫາຊົນ ເພື່ອຈັດຕັ້ງປະຕິບັດ ວຽກງານ ດັ່ງກ່າວໃຫ້ມີປະສິດທິຜົນ.

ລັດຖະບານ ລາວ ພິຈາລະນາຮັບຮອງເອົາ 9 ເອກະສານສຳຄັນໃນເດືອນສິງຫາ

ລັດຖະບານ ລາວ ພິຈາລະນາຮັບຮອງເອົາ 9 ເອກະສານສຳຄັນໃນເດືອນສິງຫາ

ກອງ​ປະ­ຊຸມ​ລັດ­ຖະ­ບານ​ສະ­ໄໝ​ສາ­ມັນ ປະ­ຈຳ​ເດືອນ​ສິງ­ຫາ 2019 ຈັດ​ຂຶ້ນ​ວັນ​ທີ 20-22 ສິງ­ຫາ ຢູ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ມີ​ບັນ­ດາ​ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ມາ­ຊິກ​ລັດ­ຖະ­ບານ ແລະ ແຂກ​ທີ່​ຖືກ​ເຊີນ ເຂົ້າ​ຮ່ວມ.

ລັດຖະບານ ຮັບຮອງດ້ານຫລັກການ ຮ່າງກົດໝາຍ 4 ສະບັບ

ລັດຖະບານ ຮັບຮອງດ້ານຫລັກການ ຮ່າງກົດໝາຍ 4 ສະບັບ

ຄະນະລັດຖະບານ ໄດ້ເຫັນດີດ້ານຫລັກການຮັບຮອງເອົາ ຮ່າງກົດໝາຍຈຳນວນ 4 ສະ ບັບ ປະກອບມີ: ຮ່າງກົດໝາຍວ່າດ້ວຍ ການລົ້ມລະລາຍຂອງ ວິສາຫະກິດ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍຮູບເງົາ (ສ້າງໃໝ່), ຮ່າງກົດໝາຍວ່າດ້ວຍຫລັກຊັບ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍ ຄວາມສະເໝີພາບ ຍິງ-ຊາຍ (ສ້າງໃໝ່). ພ້ອມນັ້ນ ຍັງເຫັນດີຮັບຮອງເອົາ ຮ່າງດຳລັດ 2 ສະບັບ ຄື:ຮ່າງດໍາລັດວ່າດ້ວຍການປິດບໍ່ແຮ່ ພາຍຫລັງສິ້ນສຸດການຂຸດຄົ້ນ ແລະ ຮ່າງດໍາລັດວ່າດ້ວຍ ການຄຸ້ມຄອງທຸລະກິດ ຍານພາຫະນະທາງບົກ.

ຜົນກອງປະຊຸມ ລັດຖະບານ ສະໄໝສາມັນ ປະຈໍາເດືອນສິງຫາ 2019

ຜົນກອງປະຊຸມ ລັດຖະບານ ສະໄໝສາມັນ ປະຈໍາເດືອນສິງຫາ 2019

ກອງປະຊຸມ ລັດຖະບານສະໄໝສາມັນ ປະຈໍາເດືອນ ສິງຫາ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ແລະ ປິດລົງໃນຕອນເຊົ້າວັນທີ 22 ສິງຫາ 2019 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.

ລັດຖະບານ ລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ທູດຍີ່ປຸ່ນ ປະຈຳ ສປປ ລາວ

ລັດຖະບານ ລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ທູດຍີ່ປຸ່ນ ປະຈຳ ສປປ ລາວ

ວັນທີ 19 ສິງຫາ 2019 ຢູ່ກະຊວງການຕ່າງປະເທດ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຄຳນັບອຳລາຂອງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ.

ລັດຖະບານ ລາວ ຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ 3 ແຂວງ

ລັດຖະບານ ລາວ ຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ 3 ແຂວງ

ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ໄດ້​ຮັບ​ການ​ອະ­ນຸ­ມັດ​ຈາກ​ລັດ­ຖະ­ບານ​ລາວ ແລະ ລັດ­ຖະ­ບານ​ຍີ່­ປຸ່ນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຄັງ​ແຮ​ເຂົ້າ​ຊ່ວຍ­ເຫຼືອ​ຜູ້​ປະ­ສົບ​ໄພ­ພິ­ບັດ ປີ 2018 ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ພາຍ​ໃຕ້​ກອງ​ທຶນ​ເພື່ອນ​ຮ່ວມ​ງານ KR1 ໃນ​ວັນ​ທີ 11-14 ສິງ­ຫາ 2019 ນຳ​ໂດຍ​ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ເພື່ອ​ມອບ​ໃຫ້​ປະ­ຊາ­ຊົນ​ຜູ້​ປະ­ສົບ​ໄພ­ພິ­ບັດ ແຂວງ​ຫົວ­ພັນ ຊຽງ​ຂວາງ ແລະ ໄຊ​ສົມ­ບູນ ລວມ​ມູນ​ຄ່າ 2 ຕື້​ກວ່າ​ກີບ ຕາງ­ໜ້າ​ຮັບ​ໂດຍ​ທ່ານ​ເຈົ້າ­ແຂວງ ແລະ ຮອງ​ເຈົ້າ­ແຂວງ 3 ແຂວງ ແລະ ຄະ­ນະ​ພະ​ແນກ​ແຮງ​ງານ ຮສສ ແຂວງ.

ການນຳລັດຖະບານ ລົງຕິດຕາມຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງວຽງໄຊ ແຂວງຫວົພັນ

ການນຳລັດຖະບານ ລົງຕິດຕາມຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງວຽງໄຊ ແຂວງຫວົພັນ

ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕິດຕາມຄະນະ ຂອງ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ທີ່ເມືອງວຽງໄຊ ໃນວັນທີ 11 ສິງຫາ ນີ້ ພ້ອມຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງວຽງໄຊ, ແຂວງຫົວພັນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງຫົວພັນ ມີຄະນະພັກ, ຄະນະນຳຂອງເມືອງ, ບັນດາຫ້ອງການອ້ອມຂ້າງແຂວງ, ພະນັກງານ, ທະຫານ, ຕໍາຫຼວດ ພ້ອມດ້ວຍປະຊາຊົນໃຫ້ການຕ້ອນຮັບຢ່າງສົມກຽດ.

ປິດຊຸດຝຶກອົບຮົມກ່ຽວກັບການກວດການວິຊາຊີບໃຫ້ແກ່ພະນັກງານກວດກາລັດຖະບານລາວ

ປິດຊຸດຝຶກອົບຮົມກ່ຽວກັບການກວດການວິຊາຊີບໃຫ້ແກ່ພະນັກງານກວດກາລັດຖະບານລາວ

ຍສໝ - ໃນວັນທີ 8 ສິງຫາ, ໂຮງຮຽນກວດການ ໄດ້ຈັດພິທີການປິດຊຸດຝືກອົບຮົມໃຫ້ນັກສຶກສາ ຈຳນວນ 15 ຄົນທີ່ເປັນນັກກວດກາພາຍໃຕ້ອົງການກວດກາລັດຖະບານລາວ. ທ່ານ ເຈີນ ວັນ ມິງ ຮອງຫົວໜ້າ ອົງການກວດກາລັດຖະບານໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ.

ຮອງນາຍົກລັດຖະມົນຕີ ສປປ ລາວ ໄດ້ຮັບຫຼຽນກຽດຕິຍົດສູງສຸດຈາກລັດຖະບານຍີ່ປຸ່ນ.

ຮອງນາຍົກລັດຖະມົນຕີ ສປປ ລາວ ໄດ້ຮັບຫຼຽນກຽດຕິຍົດສູງສຸດຈາກລັດຖະບານຍີ່ປຸ່ນ.

ຍສໝ - ໃນວັນທີ 26 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ, ທ່ານ ທາເຄຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ຕາງໜ້າລັດຖະບານ ຍີ່ປຸ່ນໄດ້ປະດັບຫຼຽນກຽດຕິຍົດ ລະດັບສູງຈາກສົມເດັດພະເຈົ້າ ຈັກກະພັດຍີ່ປຸ່ນໃຫ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການເສີມສ້າງຄວາມ ເຂັ້ມແຂງໃຫ້ແກ່ສາຍພົວພັນ ທາງດ້ານເສດຖະກິດລະຫວ່າງ ຍີ່ປຸ່ນ-ສປປ ລາວ ແລະ ສາຍພົວ ພັນຮ່ວມມືອັນດີງາມລະຫວ່າງ ສອງລັດຖະບານລາວ-ຍີ່ປຸ່ນ.

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ກໍລະກົດ 2019

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ກໍລະກົດ 2019

ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນກໍລະກົດ 2019 ເປີດຂຶ້ນຢ່າງ ເປັນທາງການ ໃນວັນທີ 23 ແລະ ປິດລົງໃນວັນທີ 24 ກໍລະ ກົດນີ້ ຢູ່ສຳນັກງານນາຍົກລັດ ຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະ ບານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ຕັດສິນໃຈສ້າງລັດຖະບານເອເລັກໂຕນິກ

ຕັດສິນໃຈສ້າງລັດຖະບານເອເລັກໂຕນິກ

ຍສໝ - ເມື່ອບໍ່ດົນມານີ້, ທີ່ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີເນັດ ຄະນະກໍາມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ ກັບ ບັນດາຄະນະຊີ້ນໍາກໍ່ສ້າງລັດຖະບານເອເລັກໂຕນິກ, ອໍານາດການປົກຄອງເອເລັກໂຕນິກຂອງກະຊວງ, ຂະແໜງການ, ທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສະເໜີບັນດາຜູ້ແທນສຸມໃສ່ປຶກສາຫາລືກ່ຽວກັບສະພາບການຜັນຂະຫຍາຍການກໍ່ສ້າງລັດຖະບານເອເລັກໂຕນິກ, ໂດຍສະເພາະແມ່ນບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດ.

ຫ້ອງວ່າການ ລັດຖະບານ ຊຸກຍູ້ການຮ່ວມມື ຫວຽດນາມ-ລາວ

ຫ້ອງວ່າການ ລັດຖະບານ ຊຸກຍູ້ການຮ່ວມມື ຫວຽດນາມ-ລາວ

ຍສໝ - ວັນທີ 20 ກໍລະກົດ, ໃນໂອກາດ ເດີນທາງມາເຮັດວຽກ ຢູ່ ສປປ ລາວ, ໃນວັນທີ 19 -20 ກໍລະກົດ ຕາມຄຳເຊື້ອເຊີນ ຂອງທ່ານຫົວໜ້າ ຫ້ອງວ່າການສຳນັກງານນາຍົກ ແຫ່ງສປປ ລາວ ເພັດ ພົມພິພັກ, ທ່ານ ມາຍ ຕ໋ຽນ ຢຸ໋ງ, ກຳມະການສູນກາງພັກ, ຫົວຫນ້າຫ້ອງວ່າການສຳນັກງານນນາຍົກ ແລະ ຄະນະຜູ້ແທນ ຂອງຫ້ອງວ່າການສຳນັກງານນາມຍົກ ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຖານທູດຫວຽດນາມ ປະຈຳ ສປປ ລາວ.

ເພີ່ມທະວີການຮ່ວມມື ລະຫວ່າງ ຫ້ອງວ່າການລັດຖະບານ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມື ລະຫວ່າງ ຫ້ອງວ່າການລັດຖະບານ ຫວຽດນາມ ແລະ ລາວ

ຍສໝ - ຕາມສຳນັກຂ່າວຫວຽດນາມ ປະຈຳ ສປປ ລາວ, ຮັບຄຳເຊີນຂອງທ່ານລັດຖະມົນຕີ ຫົວໜ້າຫ້ອງວ່າສຳນັກງານນາຍົກ ແຫ່ງ ສປປ ລາວ ເພັດ ພົມພິພັກ, ລັດຖະມົນຕີກະ ຫົວໜ້າຫ້ອງວ່າສຳນັກງານນາຍົກຫວຽດນາມ, ທ່ານ ມາຍ ຕ໋ຽນ ຢຸ໋ງ ເປັນຫົວໜ້ານຳພາຄະນມາຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວໃນວັນທີ 19-20 ກໍລະກົດ.

ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ຫວຽດນາມ ຕ້ອນຮັບ ປະທານສານປະຊາຊົນສູງສຸດ ລາວ

ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ຫວຽດນາມ ຕ້ອນຮັບ ປະທານສານປະຊາຊົນສູງສຸດ ລາວ

ຍສໝ - ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2019, ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ໃຫ້ການຕ້ອນຮັບ ທ່ານປະທານສານປະຊາຊົນສູງສຸດລາວ ຄໍາພັນ ສິດທິດໍາພາ.

ລັດຖະບານ ລາວ ມອບຫຼຽນໄຊມິດຕະພາບໃຫ້ທູດສິງກະໂປ

ລັດຖະບານ ລາວ ມອບຫຼຽນໄຊມິດຕະພາບໃຫ້ທູດສິງກະໂປ

ຍສໝ - ໃນວັນທີ 8 ກໍລະກົດ 2019 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ໂດມິນິກ ໂກ (Dominic goh) ເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປ ລາວ ໃນໂອກາດທີ່ຈະສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ລັດຖະບານລາວ ກຽມສ້າງສະຖາບັນການສຶກສາວິທະຍາໄລການລົດໄຟ

ລັດຖະບານລາວ ກຽມສ້າງສະຖາບັນການສຶກສາວິທະຍາໄລການລົດໄຟ

ປັດ­ຈຸ­ບັນ ວຽກ​ງານ​ອາ­ຊີ­ວະ​ສຶກ​ສາ​ກຳ­ລັງ​ໄດ້​ຮັບ​ຄວາມ​ສົນ­ໃຈ​ຈາກ​ສັງ­ຄົມ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ຈາກ​ຕົວ​ເລກ​ການ​ເຂົ້າ​ສຶກ​ສາ​ຮ່ຳ­ຮຽນ​ຂອງ​ບັນ­ດາ​ນັກ­ຮຽນ ເຂົ້າ​ຮຽນ​ສາຍ​ວິ­ຊາ​ຊີບ​ມີ​ທ່າ​ອຽງ​ດີ​ຂຶ້ນ​ຖ້າ​ທຽບ​ກັບ​ເມື່ອ​ກ່ອນ ແລະ ນັກ­ຮຽນ​ທີ່​ຮຽນ​ຈົບ​ສາຍ​ສາ­ມັນ​ຈຳ­ນວນ​ຫຼາຍ​ກໍ​ສະ­ໝັກ​ເຂົ້າ​ຮຽນ​ສາຍ​ວິ­ຊາ​ຊີບ ບວກ​ກັບ ພັກ-ລັດ­ຖະ­ບານ ໃຫ້­ການ​ສົ່ງ​ເສີ່ມ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ເຮັດ​ໃຫ້​ວຽກ​ງານ​ຂະ­ແໜງ​ດັ່ງ­ກ່າວ​ໄດ້​ຮັບ​ການ​ພັດ­ທະ­ນາ ແລະ ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ.

ຄະນະປະຕິບັດງານພິເສດລັດຖະບານ ສສ ຫວຽດນາມ ໄປຢ້ຽມຢາມ ກອງບັນຊາການທະຫານແຂວງຫຼວງພະບາງ

ຄະນະປະຕິບັດງານພິເສດລັດຖະບານ ສສ ຫວຽດນາມ ໄປຢ້ຽມຢາມ ກອງບັນຊາການທະຫານແຂວງຫຼວງພະບາງ

ຍສໝ - ໃນວັນທີ 2 ກໍລະກົດ 2019, ສະຫາຍ ພົນໂທ ເລ ຈຽມ ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າຄະນະປະຕິບັດງານພິເສດລັດຖະບານ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມກອງບັນຊາການທະຫານ ແຂວງຫລວງພະບາງ.