ລັດຖະບານ ລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ທູດຍີ່ປຸ່ນ ປະຈຳ ສປປ ລາວ

16:23 | 20/08/2019

ວັນທີ 19 ສິງຫາ 2019 ຢູ່ກະຊວງການຕ່າງປະເທດ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຄຳນັບອຳລາຂອງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະລາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ.

ທ່ານ​ລັດ­ຖະ­ມົນ­ຕີ ໄດ້​ສະ­ແດງ​ຄວາມ​ຍິນ​ດີ​ຕ້ອນ­ຮັບ ແລະ ຊົມ­ເຊີຍ​ທ່ານ ທາ​ເຄ​ຊິ ຮິ​ຄິ​ຮາ​ຣະ ທີ່​ໄດ້​ສຳ­ເລັດ​ການ​ປະ­ຕິ­ບັດ​ໜ້າ­ທີ່​ການ​ທູດ​ຢູ່ ສປປ ລາວ ນັບ​ແຕ່​ເດືອນ​ທັນ­ວາ 2015 ຢ່າງ​ຈົບ­ງາມ ສອງ​ຝ່າຍ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ສາຍ​ພົວ­ພັນ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ອັນ​ດີ ພາຍ­ຫຼັງ​ທີ່​ສອງ​ປະ­ເທດ​ໄດ້​ຍົກ​ລະ­ດັບ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ແຕ່​ປີ 2015 ເປັນ­ຕົ້ນ​ມາ ເຊິ່ງ​ລັດ­ຖະ­ບານ​ຍີ່­ປຸ່ນ​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ທາງ​ການ​ເພື່ອ​ການ​ພັດ­ທະ­ນາ​ຫຼາຍ​ດ້ານ ເຊັ່ນ: ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ ຂະ­ແໜງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ສາ­ທາ­ລະ­ນະ​ສຸກ ການ​ສຶກ​ສາ ແລະ ກີ­ລາ ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ວິ­ທະ­ຍາ­ສາດ-ເຕັກ​ໂນ​ໂລ​ຊີ ວຽກ​ງານ​ເກັບ​ກູ້​ລະ­ເບີດ​ບໍ່​ທັນ​ແຕກ ວຽກ​ງານ​ວັດ­ທະ­ນະ­ທຳ ແລະ ການທ່ອງທ່ຽວ.

ລັດຖະບານ ລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ທູດຍີ່ປຸ່ນ ປະຈຳ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ປະດັບຫຼຽນໄຊມິດຕະພາບ ໃຫ້ທູດຍີ່ປຸ່ນ ປະຈຳ ສປປ ລາວ. (ພາບ: vientianemai.net)

ທ່ານ ທາ​ເຄ​ຊິ ຮິ​ຄິ​ຮາ​ຣະ ໄດ້​ປະ­ຕິ­ບັດ​ໜ້າ­ທີ່​ເຄື່ອນ​ໄຫວ​ຢ່າງ​ຕັ້ງ­ໜ້າ ໃນ​ການ​ຊຸກ­ຍູ້​ການ​ແລກ­ປ່ຽນ​ການ​ຢ້ຽມ­ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ­ເທດ ລາວ-ຍີ່­ປຸ່ນ ຂົນ­ຂວາຍ​ນັກ­ທຸ­ລະ­ກິດ-ນັກ​ລົງ­ທຶນ​ຍີ່­ປຸ່ນ ເຂົ້າ​ມາ​ລົງ­ທຶນ​ຢູ່ ສປປ ລາວ ນັບ​ມື້​ຫຼາຍ​ຂຶ້ນ ປັດ­ຈຸ­ບັນ​ການ​ລົງ­ທຶນ​ຂອງ​ຍີ່­ປຸ່ນ​ຈັດ​ຢູ່​ອັນ​ດັບ​ທີ 13 ຂອງ​ການ​ລົງ­ທຶນ​ຕ່າງ­ປະ­ເທດ​ຢູ່ ສປປ ລາວ ມີ 160 ບໍ­ລິ­ສັດ ມູນ​ຄ່າ 158 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 1.375,4 ຕື້​ກີບ ປີ 2018 ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ບັນ­ລຸ 205 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 1.785,8 ຕື້​ກີບ ໄດ້​ຊຸກ­ຍູ້ ແລະ ປະ­ສານ​ງານ​ການ​ເປີດ​ສາຍ​ການ­ບິນ​ໂດຍ​ກົງ​ລະ­ຫວ່າງ​ປະ­ເທດ ລາວ-ຍີ່­ປຸ່ນ ໂດຍ​ຈະ​ເປີດ​ນຳ​ໃຊ້​ເດືອນ​ພະ­ຈິກ 2019 ຂົນ­ຂວາຍ ອາ­ສາ​ສະ­ໝັກ​ຍີ່­ປຸ່ນ​ເຂົ້າ​ມາ​ຊ່ວຍ­ເຫຼືອ ສປປ ລາວ ພາຍ​ໃຕ້​ໂຄງ­ການ​ຊ່ວຍ­ເຫຼືອ​ຂອງ JICA.

ໄລ­ຍະ​ທີ່​ທ່ານ ທາ​ເຄ​ຊິ ຮິ​ຄິ​ຮາ​ຣະ ປະ­ຕິ­ບັດ​ໜ້າ­ທີ່​ການ​ທູດ ທ່ານ​ໄດ້​ຊ່ວຍ­ເຫຼືອ ແລະ ຊຸກ­ຍູ້​ລັດ­ຖະ­ບານ​ຍີ່­ປຸ່ນ ສືບ­ຕໍ່​ຊ່ວຍ­ເຫຼືອ ສປປ ລາວ ຫຼາຍ​ໂຄງ­ການ ເຊັ່ນ: ໂຄງ­ການ​ຊ່ວຍ­ເຫຼືອ​ລ້າ​ນອກ​ໂຄງ­ການ 2 ໂຄງ­ການ ໂຄງ­ການ​ຂະ­ຫຍາຍ​ອາ­ຄານ​ຜູ້­ໂດຍ­ສານ​ສະ­ໜາມ​ບິນ​ສາ­ກົນ​ວັດ​ໄຕ ໂຄງ­ການ​ຮ່ວມ​ມື​ດ້ານ​ວິ­ຊາ​ການ ແລະ ຊ່ຽວ­ຊານ ໂຄງ­ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ​ລະ­ດັບ​ຕ່າງໆ ໂຄງ­ການ​ຮ່ວມ​ມື​ຊ່ວຍ­ເຫຼືອ​ຂັ້ນ​ພື້ນ­ຖານ​ໃຫ້​ບັນ­ດາ​ແຂວງ​ຂອງ​ລາວ ໂຄງ­ການ​ຮ່ວມ​ມື​ຊ່ວຍ­ເຫຼືອ​ພັດ­ທະ­ນາ ແລະ ຍົກ​ລະ­ດັບ​ຂະ­ແໜງ­ການ​ຕ່າງໆ​ຂອງ​ລາວ ໂຄງ­ການ​ປັບ­ປຸງ​ຊົນ­ລະ­ປະ­ທານ​ທ່າ​ງ່ອນ ພິ­ເສດ​ໄດ້​ຂົນ­ຂວາຍ​ການ​ຊ່ວຍ­ເຫຼືອ​ດ້ານ​ມະ­ນຸດ­ສະ­ທຳ ຊ່ວຍ­ເຫຼືອ​ຜູ້​ປະ­ສົບ​ໄພ­ພິ­ບັດ​ນ້ຳ​ຖ້ວມ​ຢູ່​ແຂວງ​ອັດ​ຕະ​ປື ຢ່າງ​ທັນ​ການ ແລະ ໂຄງ­ການ​ຮ່ວມ​ມື​ຊ່ວຍ­ເຫຼືອ​ອື່ນໆ​ອີກ.

(ແຫຼ່ງ​ຂໍ້​ມູນ​: vientianemai)

ເຫດການ
302 Found

Found

The document has moved here.