ລັດຖະບານ ລາວ ສືບຕໍ່ໂຄງການຫລຸດຜ່ອນ ຄວາມສ່ຽງ ຈາກໄພນ້ຳຖ້ວມ-ແຫ້ງແລ້ງ

14:49 | 30/08/2019

ລັດຖະບານລາວ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ໄດ້ມີແຜນການສືບ​ຕໍ່​ ໂຄງການຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງ ຈາກໄພນ້ຳຖ້ວມ ແລະ ແຫ້ງແລ້ງ (ຄຖລ) ​ໃນ​ໄລຍະ​ທີ 2 ​ໂດຍໄດ້​ຮັບ​ງົບປະມານ ​ການ​ສະໜັບສະໜູນ​ເພີ່ມ​ຈາກ ​ທະນາຄານພັດທະນາອາຊີ (ADB) ຈໍານວນ 63 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ຈະ​ໄດ້ກໍ່ສ້າງຄູປ້ອງກັນ ນ້ຳຖ້ວມຕາມແຄມແມ່ນ້ຳຂອງ ເພື່ອປ້ອງກັນນ້ຳຖ້ວມ ໃນພື້ນທີ່ການຜະລິດ, ຊຸມຊົນ ​ແລະ ເຂດເສດຖະກິດ ຕົວເມືອງວຽງຈັນໃຕ້ ​ແລະ ກໍ່ສ້າງ​ລະບົບ​ຊົນລະປະ ທານ ​ເພື່ອ​ສະໜອງ​ນ້ຳ​ໃຫ້​ແກ່​ການ​ຜະລິດ ​ແນ​ໃສ່​ຫລຸດຜ່ອນ​ໄພ​​ແຫ້ງແລ້ງ​ ໃນ​ພື້ນ​ທີ່​ດັ່ງກ່າວ.

ລັດຖະບານ ລາວ ສືບຕໍ່ໂຄງການຫລຸດຜ່ອນ ຄວາມສ່ຽງ ຈາກໄພນ້ຳຖ້ວມ-ແຫ້ງແລ້ງ

ກອງປະຊຸມຄະນະຊີ້ນໍາໂຄງການຂັ້ນສູນກາງ ຄັ້ງທີ 5.

ຄະນະຊີ້ນຳ ໂຄງການ ຄຖລ ໄດ້​ຈັດ​ກອງ​ປະຊຸມ ​ຄັ້ງ​ທີ 5 ​ຂຶ້ນໃນວັນທີ 28 ສິງຫາ 2019 ທີ່ນະຄອນຫລວງ​ວຽງ​ຈັນ ເພື່ອປຶກສາ​ຫາລືການ​ແກ້​ໄຂ ຂໍ້ຄົງຄ້າງ ​ແລະ ​ແຜນການ​ໃນ​ຕໍ່ໜ້າ​ຂອງ​ໂຄງການ​ດັ່ງກ່າວ ​ເພື່ອ​ນຳ​ເອົາ​ບົດຮຽນ ​ແລະ ປະສົບ​ການ​ໄປຜັນ​ຂະຫຍາຍ ​ແລະ ​ພັດທະນາ ​ເຂົ້າ​ໃນການ​ປະຕິບັດກິດ​ຈະ​ກຳ ​ຂອງໂຄງການ​ໄລຍະ​ທີ 2 ​ໃຫ້ຖືກຕ້ອງ​ຕາມ​ລະ​ບຽບ​ການ ​ແລະ ສອດຄ່ອງ ກັບ​ແນວທາງ​ ນະ​ໂຍບາຍ​ຂອງ​ລັດຖະບານ ​ແນ​ໃສ່​ເຮັດ​ໃຫ້​ໂຄງການ​ສາມາດ ​ດຳ​ເນີນ​​ໄປ​ຕາມ​ກອບ​ຂອງ​ໂຄງການ ​ໃຫ້ມີ​ປະສິດ​ທິພາ​ບສູງຂຶ້ນ. ໂອກາດນີ້, ທ່ານ ອານຸພາບ ຕຸນາລົມ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ, ປະທານຊີ້ນໍາໂຄງການ ຄຖລ ໄລຍະທີ 1ກ່າວວ່າ: ການຈັດ​ຕັ້ງ​ປະຕິບັດ ໂຄງການ​ໄລຍະທີ 1 ໄດ້​ເລີ່​ມມາ​ແຕ່​ປີ 2013 ​ໂດຍ​ໄດ້​ຮັບ​ທຶນສະໜັບສະໜູນ ຈາກທະນາຄານພັດທະນາອາຊີ(ADB) ຈຳນວນ 36,5 ລ້ານໂດ ລາສະຫະ ລັດ ​ເຊິ່ງເປັນ​ເງິນ​ກູ້​ຢືມ 24 ລ້ານ​ໂດ​ລາ​ສະຫະລັດ, ​ເງິນ​ຊ່ວຍ​ເຫລືອ​ລ້າ 12,5 ລ້ານ​​ໂດ​ລາ​ສະຫະລັດ ​ແລະ ລັດຖະບານ​ສົມທົບ 59 ລ້ານ​ໂດ​ລາ​ສະຫະລັດ.​

ໂຄງການ​ນີ້ ​ໄດ້ມີຜົນສຳເລັດຫລາຍໜ້າວຽກ ​ເປັນ​ຕົ້ນ: ກໍ່ສ້າງ-ຕິດຕັ້ງສະຖານີອຸຕຸນິຍົມ ແລະ ອຸທົກກະສາດ ທີ່ທັນສະໄໝ ຈຳນວນ 27 ສະຖານີຢູ່ແຂວງ ສະຫວັນນະເຂດ, ຄຳມ່ວນ ແລະ ນະຄອນຫລວງວຽງຈັນ; ​ເພີ່ມ​ຂີດ​ຄວາມ​ສາມາດ ​ທາງ​ດ້ານ​ຂໍ້​ມູນ​-ຂ່າວສານ, ຄວາມ​ຮູ້​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ ຄວາມ​ສ່ຽງຈາກ​ໄພ​ນ້ຳ​ຖ້ວມ ​ແລະ ​​ແຫ້ງແລ້ງ, ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ຊຸມ​ຊົນ​ ໃນ​ການ​ຄຸ້ມ​ຄອງ​ໄພພິບັດ​ ທີ່​ອາດ​ເກີດ​ຂຶ້ນ. ພ້ອມ​ທັງ​ພັດທະນາ​ໂຄງ​ລ່າງພື້ນຖານ ​​ໃນ​ການ​ຄຸ້ມ​ຄອງ​ນ້ຳ ​ໂດຍ​ການ​ກໍ່ສ້າງຄູປ້ອງກັນນ້ຳຖ້ວມ, ຊົນລະປະທານ, ປະຕູ​ລະບາຍ​ນ້ຳ ​ແລະ ສະຖານີເຕືອນໄພ ຢູ່ຈຸດທີ່ມີຄວາມສ່ຽງຕາມເຂດແມ່ນ້ຳຂອງ ໃນຂອບເຂດທົ່ວປະເທດ.

ທ່ານ ປະທານຊີ້ນຳໂຄງການ ​ກ່າວ​ຕື່ມ​ວ່າ: ໃນ​ໄລຍະ​ຜ່ານ​ມາ ພື້ນທີ່ສ່ວນໃຫຍ່ລຽບຕາມແມ່ ນ້ຳຂອງໄດ້ໄດ້ຮັບຜົນກະທົບ ຈາກເຫດການນ້ຳຖ້ວມ ເຊິ່ງມັນ ໄດ້ສົ່ງຜົນເສຍຫາຍຕໍ່ກັບຊີວິດ ແລະ ຊັບສິນຂອງປະຊາຊົນ ໃນນະຄອນຫລວງວຽງຈັນ ຢ່າງຫລວງຫລາຍ ​ໂດຍ​ສະ​ເພາະໃນເຂດພື້ນທີ່ກະສິກຳ ​ແລະ ເຂດເສດຖະກິດ. ສະນັ້ນ, ລັດຖະບານ ຈຶ່ງສືບຕໍ່ໂຄງການໄລຍສອງ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ຫລຸດລົງ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.