ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ສິງຫາ 2019

06:10 | 21/08/2019

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ສິງຫາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ສິງຫາ 2019 ທີ່ ສໍານັກງານນາຍົກລັດຖະມົນຕີ.

ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ສິງຫາ 2019

ໄຂກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ສິງຫາ 2019

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ສິງຫາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ສິງຫາ 2019 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ, ເຊິ່ງກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາ 10 ເອກະສານສໍາຄັນ ຄື: ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກພາກລັດ, ຮ່າງກົດໝາຍ ວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ (ສະບັບປັບປຸງ), ຮ່າງກົດໝາຍ ວ່າດ້ວຍຮູບເງົາ (ສະບັບປັບປຸງ), ຮ່າງກົດໝາຍ ວ່າດ້ວຍຫລັກຊັບ, ຮ່າງກົດໝາຍ ວ່າດ້ວຍຄວາມສະເໝີພາບ ຍິງ-ຊາຍ, ບົດລາຍງານກ່ຽວກັບ ການກະກຽມທິດທາງແຜນງົບປະມານປີ 2020, ບົດລາຍງານກ່ຽວກັບ ການປັບປຸງແຜນພັດທະນາແບບກວມລວມເຂດພູພຽງບໍລິເວນ, ບົດລາຍງານກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການຍົກຍ້າຍຈັດສັນເທດສະບານເມື່ອງພູວົງໃໝ່, ແຂວງອັດຕະປື, ຮ່າງດຳລັດ ວ່າດ້ວຍການປິດບໍ່ແຮ່ ແລະ ຮ່າງດຳລັດ ວ່າດ້ວຍທຸລະກິດຍານພາຫະນະທາງບົກ.

ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 3 ວັນ ຄື: ວັນທີ 20-22 ສິງຫາ 2019.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.