ລັດຖະບານ ລາວ ຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ 3 ແຂວງ

21:50 | 15/08/2019

ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ໄດ້​ຮັບ​ການ​ອະ­ນຸ­ມັດ​ຈາກ​ລັດ­ຖະ­ບານ​ລາວ ແລະ ລັດ­ຖະ­ບານ​ຍີ່­ປຸ່ນ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຄັງ​ແຮ​ເຂົ້າ​ຊ່ວຍ­ເຫຼືອ​ຜູ້​ປະ­ສົບ​ໄພ­ພິ­ບັດ ປີ 2018 ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ພາຍ​ໃຕ້​ກອງ​ທຶນ​ເພື່ອນ​ຮ່ວມ​ງານ KR1 ໃນ​ວັນ​ທີ 11-14 ສິງ­ຫາ 2019 ນຳ​ໂດຍ​ທ່ານ ຄຳ​ແພງ ໄຊ​ສົມ​ແພງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ເພື່ອ​ມອບ​ໃຫ້​ປະ­ຊາ­ຊົນ​ຜູ້​ປະ­ສົບ​ໄພ­ພິ­ບັດ ແຂວງ​ຫົວ­ພັນ ຊຽງ​ຂວາງ ແລະ ໄຊ​ສົມ­ບູນ ລວມ​ມູນ​ຄ່າ 2 ຕື້​ກວ່າ​ກີບ ຕາງ­ໜ້າ​ຮັບ​ໂດຍ​ທ່ານ​ເຈົ້າ­ແຂວງ ແລະ ຮອງ​ເຈົ້າ­ແຂວງ 3 ແຂວງ ແລະ ຄະ­ນະ​ພະ​ແນກ​ແຮງ​ງານ ຮສສ ແຂວງ.

ລັດຖະບານ ລາວ ຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ 3 ແຂວງ

ລັດຖະບານ ລາວ ຊ່ວຍເຫຼືອຜູ້ປະສົບໄພພິບັດຢູ່ 3 ແຂວງ

ສຳ­ລັບ​ເຄື່ອງ​ຊ່ວຍ­ເຫຼືອ​ທີ່​ນຳ­ໄປ​ມອບ​ໃຫ້​ປະ­ຊາ­ຊົນ​ແຂວງ​ຫົວ­ພັນ ປະ­ກອບ​ມີ ເງິນ​ກອງ​ທຶນ ນ້ຳ­ມັນ 50 ລ້ານ​ກີບ ເຂົ້າ­ສານ​ໜຽວ​ຈາກ​ກອງ​ທຶນ​ເພື່ອນ​ຮ່ວມ​ງານ KR1 ຈຳ­ນວນ 97.860 ກິ​ໂລ ມູນ​ຄ່າ 787 ລ້ານ​ກີບ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ ຈາກ ສ ເກົາ­ຫຼີ 100 ແກັດ ມູນ​ຄ່າ 150 ລ້ານ​ກີບ ລວມ​ມູນ​ຄ່າ​ການ​ຊ່ວຍ­ເຫຼືອ​ທັງ​ໝົດ 987 ລ້ານ​ກີບ ແຂວງ​ຊຽງ​ຂວາງ​ໄດ້​ຮັບ​ເງິນ​ກອງ​ທຶນ​ນ້ຳ­ມັນ 50 ລ້ານ​ກີບ ເຂົ້າ­ສານ​ໜຽວ 85.512 ກິ​ໂລ ມູນ​ຄ່າ 688 ລ້ານ​ກີບ ເຄື່ອງ​ອຸ­ປະ­ໂພກ-ບໍ­ລິ­ໂພກ ເຄື່ອງ­ໃຊ້​ຄົວ​ເຮືອນ ມູນ​ຄ່າ 72 ລ້ານ​ກີບ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 100 ແກັດ ມູນ​ຄ່າ 150 ລ້ານ​ກີບ ລວມ​ມູນ​ຄ່າ 960 ລ້ານ​ກີບ ສ່ວນ​ແຂວງ​ໄຊ​ສົມ­ບູນ ໄດ້​ຮັບ​ເຂົ້າ­ສານ​ໜຽວ 10.572 ກິ​ໂລ ມູນ​ຄ່າ 85 ລ້ານ​ກີບ ເຄື່ອງ­ນຸ່ງ​ຫົ່ມ ແລະ ເກີບ 100 ແກັດ ມູນ​ຄ່າ 150 ລ້ານ​ກີບ ລວມ​ມູນ​ຄ່າ 235 ລ້ານ​ກີບ ສຳ­ລັບ​ເຄື່ອງ​ຊ່ວຍ­ເຫຼືອ​ດັ່ງ­ກ່າວ​ອຳ­ນາດ​ການ​ປົກ­ຄອງ​ແຂວງ ກໍ​ຄື ພາກ­ສ່ວນ​ກ່ຽວ­ຂ້ອງ​ຈະ​ນຳ​ເອົາ​ໄປ​ມອບ​ໃຫ້​ປະ­ຊາ­ຊົນ​ຜູ້​ທີ່​ປະ­ສົບ​ໄພ­ພິ­ບັດ​ຢ່າງ​ທົ່ວ​ເຖິງ ເພື່ອ​ເປັນ​ການ​ບັນ­ເທົາ​ທຸກ.

(ແຫຼ່ງ​ຂໍ້​ມູນ​: www.vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.