ລັດຖະບານ ສົ່ງເສີມການຮຽນຮູ້ພາສາຍີ່ປຸ່ນຂອງນັກຮຽນໃຫ້ຫຼາຍຂຶ້ນ

11:44 | 30/09/2019

ວັນ​ທີ 27 ກັນ­ຍາ 2019 ສະ­ຖານ­ທູດ​ຍີ່­ປຸ່ນ​ປະ­ຈຳ​ລາວ ຈັດ​ພິ­ທີ​ມອບ-ຮັບ​ສູນ​ພາ­ສາ​ຍີ່­ປຸ່ນ​ທີ່​ຕັ້ງ​ຢູ່​ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ໜອງ​ບອນ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ກ່າວ​ມອບ​ໂດຍ​ທ່ານ ເຄ​ໂຊ ທາ​ເກວະ​ກະ ເອກ​ອັກ­ຄະ­ລາ­ຊະ­ທູດ​ຍີ່­ປຸ່ນ​ປະ­ຈຳ​ລາວ ແລະ ກ່າວ​ຮັບ​ໂດຍ​ທ່ານ ນາງ ແສງ​ພະ­ຈັນ ພິມ​ມະ​ຈັກ ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ ມສ ໜອງ​ບອນ ມີ​ທ່ານ ບົວ​ລານ ສິ­ລິ​ປັນ­ຍາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ທ່ານ​ຮອງ​ຫົວ­ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກີ­ລາ ນວ ທ່ານ​ຮອງ​ເຈົ້າ­ເມືອງ​ໄຊ​ເສດ​ຖາ ອຳ­ນາດ​ການ​ປົກ­ຄອງ​ບ້ານ ຄູ-ອາ­ຈານ ຂະ­ແໜງ­ການ​ກ່ຽວ­ຂ້ອງ ແລະ ນັກ­ຮຽນ​ເຂົ້າ​ຮ່ວມ.

ສູນ​ດັ່ງ­ກ່າວ​ສ້າງ​ຂຶ້ນ​ເພື່ອ​ສົ່ງ­ເສີມ​ການ​ຮຽນ​ຮູ້​ພາ­ສາ​ຍີ່­ປຸ່ນ​ຂອງ​ນັກ­ຮຽນ​ນັບ​ມື້​ຫຼາຍ​ຂຶ້ນ ແລະ ມີ​ປະ­ສິດ­ທິ­ພາບ ພ້ອມ​ນີ້ ຍັງ​ເປັນ​ການ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ການ​ສຶກ​ສາ ດັ່ງ­ນັ້ນ ສະ­ຖານ­ທູດ​ຍີ່­ປຸ່ນ​ປະ­ຈຳ​ລາວ​ຈຶ່ງ​ໄດ້​ໃຫ້​ທຶນ​ເພື່ອ​ສ້ອມ­ແປງ​ອາ­ຄານ​ເກົ່າ ຍົກ​ລະ­ດັບ​ເຄື່ອງ​ອຳ­ນວຍ​ຄວາມ​ສະ­ດວກ​ຕ່າງໆ​ປະ­ກອບ​ມີ: ຫ້ອງ​ຮຽນ ຫ້ອງ​ກິດ­ຈະ­ກຳ ຫ້ອງ​ກຽມ​ສອນ​ພາ­ສາ​ຍີ່­ປຸ່ນ​ຂອງ​ອາ­ຈານ​ໃຫ້​ມີ​ອຸ­ປະ­ກອນ​ຄົບ​ຊຸດ ໂຮງ­ຮຽນ​ດັ່ງ­ກ່າວ​ເປັນ​ແຫ່ງ​ທີ 4 ຂອງ ນວ ທີ່​ໄດ້​ນຳ​ເອົາ​ຫຼັກ­ສູດ​ພາ­ສາ​ຍີ່­ປຸ່ນ​ເຂົ້າ​ໃນ​ຫຼັກ­ສູດ​ການ​ສຶກ​ສາ​ລະ­ດັບ​ສາ­ມັນ ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ຮຽນ-ການ​ສອນ​ມາ​ແຕ່​ສົກ­ຮຽນ 2015-2016 ເປັນ­ຕົ້ນ​ມາ.

ລັດຖະບານ ສົ່ງເສີມການຮຽນຮູ້ພາສາຍີ່ປຸ່ນຂອງນັກຮຽນໃຫ້ຫຼາຍຂຶ້ນ

​ພິ­ທີ​ມອບ-ຮັບ​ສູນ​ພາ­ສາ​ຍີ່­ປຸ່ນ​ທີ່​ຕັ້ງ​ຢູ່​ໂຮງ­ຮຽນ​ມັດ­ທະ­ຍົມ​ສົມ­ບູນ​ໜອງ​ບອນ ເມືອງ​ໄຊ​ເສດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ. (ພາບ: vientiane.net)

ສູນ​ດັ່ງ­ກ່າວ​ໄດ້​ຮັບ​ທຶນ​ຊ່ວຍ­ເຫຼືອ​ລ້າ​ດ້ານ​ວັດ­ທະ­ນະ­ທຳ​ຂັ້ນ​ຮາກ​ຖານ​ຈາກ​ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ຍີ່­ປຸ່ນ (CGP) ມູນ​ຄ່າ 89.195 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 785 ລ້ານ​ກີບ ປັດ­ຈຸ­ບັນ ມີ​ນັກ­ຮຽນ 120 ຄົນ ເລີ່ມ​ແຕ່ ມ1-ມ4 ຮຽນ​ອາ­ທິດ​ລະ 2 ຊົ່ວ­ໂມງ. ໂອ­ກາດ​ນີ້ ທ່ານ​ນາງ ແສງ​ພະ­ຈັນ ພິມ​ມະ​ຈັກ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ທ່ານ​ທູດ ກໍ​ຄື ລັດ­ຖະ­ບານ ແລະ ປະ­ຊາຊົນ​ຍີ່­ປຸ່ນ​ ທີ່​ໄດ້​ປະ­ກອບ­ສ່ວນ​ທຶນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ວຽກ​ງານ​ການ​ສຶກ​ສາ​ຢູ່ ລາວ ແລະ ຈະ​ນຳ​ໃຊ້​ສູນ​ແຫ່ງ​ນີ້​ໃຫ້​ມີ​ປະ​ສິດ­ທິ​ຜົນ​ສູງ​ສຸດ.

(ແຫຼ່ງ​ຂໍ້​ມູນ​: vientianemai)

ເຫດການ
302 Found

Found

The document has moved here.