ປິດຊຸດຝຶກອົບຮົມກ່ຽວກັບການກວດການວິຊາຊີບໃຫ້ແກ່ພະນັກງານກວດກາລັດຖະບານລາວ

10:01 | 12/08/2019

ຍສໝ - ໃນວັນທີ 8 ສິງຫາ, ໂຮງຮຽນກວດການ ໄດ້ຈັດພິທີການປິດຊຸດຝືກອົບຮົມໃຫ້ນັກສຶກສາ ຈຳນວນ 15 ຄົນທີ່ເປັນນັກກວດກາພາຍໃຕ້ອົງການກວດກາລັດຖະບານລາວ. ທ່ານ ເຈີນ ວັນ ມິງ ຮອງຫົວໜ້າ ອົງການກວດກາລັດຖະບານໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສ.

ປິດຊຸດຝຶກອົບຮົມກ່ຽວກັບການກວດການວິຊາຊີບໃຫ້ແກ່ພະນັກງານກວດກາລັດຖະບານລາວ

ມອບຂອງຂວັນໃຫ້ພະນັກງານກວດກາລັດຖະບານລາວ ຈົບການສຶກສາ. (ພາບ: thanhtra.gov.vn)

ໂຄງການຝຶກອົບຮົມ ແລະ ບຳລຸງໃໝ່ການກວດການວິຊາຊີບ ສຳລັບອົງການກວດກາລັດຖະບານລາວປະກອບມີ 2 ພາກສ່ວນຄື: ການກວດກາຂັ້ນພື້ນຖານ ແລະ ການດຳເນີນງານກວດກາຂັ້ນສູງ, ລວມບັນດາເນື້ອໃນຕົ້ນຕໍເຊັ່ນ: ສັງເຂບວຽກງານ ການກວດກາ; ບາງເນື້ອໃນກ່ຽວກັບກົດໝາຍກວດກາ; ເນື້ອໃນພື້ນຖານຂອງກົດໝາຍວ່າດ້ວຍການກ່າວໂທດ; ເນື້ອໃນພື້ນຖານຂອງກົດໝາຍ ຕ້ານການສໍ້ສໍ້ລາດບັງຫຼວງ.

ປິດຊຸດຝຶກອົບຮົມກ່ຽວກັບການກວດການວິຊາຊີບໃຫ້ແກ່ພະນັກງານກວດກາລັດຖະບານລາວ

ທ່ານ ເຈີນ ວັນ ມິງ ຮອງຫົວໜ້າ ອົງການກວດກາລັດຖະບານ ກ່າວຄຳປາໄສ ໃນພິທີການປິດຊຸດຝືກອົບຮົມ. (ພາບ: thanhtra.gov.vn)

ພາຍຫຼັງການຝຶກອົບຮົມໄດ້ 2 ເດືອນ, ດ້ວຍຄວາມຮັບຜິດຊອບສູງ, ມີຈິດໃຈຮໍ່າຮຽນຢ່າງຈິງຈັງ, ຫ້ອງຮຽນໄດ້ ຮັບຜົນສຳເລັດ ວ່ານັກຮຽນຈຳນວນ 15 ຄົນ ປະສົບຜົນສຳເລັດທີ່ເກັ່ງ ແລະ ດີເລີດ. ທ່ານ ເຈີນ ວັນ ມິງ ຮອງຫົວໜ້າ ອົງການກວດກາລັດຖະບານ ໃຫ້ຮູ້ວ່າ ໂຄງການຮ່ວມມືລະຫວ່າງລັດຖະບານ ສສ ຫວຽດນາມ ແລະ ລັດຖະບານແຫ່ງ ສປປ ລາວ, ໃນຊຸມປີມໍ່ຜ່ານມາ, ອົງການກວດກາລັດຖະບານແຫ່ງ ສສ ຫວຽດນາມ ແລະ ອົງການກວດກາລັດຖະບານ ລາວ ໄດ້ມີການຮ່ວມມືໃນຫຼາຍຂົງເຂດ ຄື ຄະນະຜູ້ແທນສອງຝ່າຍໄດ້ໄປຢ້ຽມຢາມ ແລະ ແລກປ່ຽນປະສົບການກ່ຽວກັບການກວດກາ, ແກ້ໄຂຮ້ອງທຸກ ແລະ ການຕ້ານການສໍ້ລາດບັງຫຼວງ. ອົງການກວດກາລັດຖະບານຫວຽດນາມ ກໍ່ໄດ້ຈັດຕັ້ງການຝຶກອົບຮົມວິຊາສະເພາະຫຼາຍຊຸດຮຽນ ໃຫ້ແກ່ຜູ້ກວດກາລັດຖະບານລາວ. ແຕ່ປີ 2005 ເຖິງປີ 2018, ອົງການກວດກາລັດຖະບານຫວຽດນາມ ໄດ້ຝຶກອົບຮົມ ແລະ ປັບປຸງຫຼັກສູດ 6 ຊຸດຮຽນ ດ້ວຍນັກຮຽນທັງໝົດ 89 ຄົນ.

(ຄຳຮຸ່ງ)

ເຫດການ