ລັດຖະບານລາວ ສືບຕໍ່ວາງບູລິມະສິດວຽກງານສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍ

17:05 | 24/09/2019

​ເມື່ອ​ບໍ່​ດົນ​ມາ​ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ ​ໄດ້​ມີກອງປະຊຸມຄະນະກຳມະການ ຮັບຜິດ ຊອບຊຸກຍູ້ການເຈລະຈາ ເພື່ອນຳສະເໜີຄວາມຄືບໜ້າ ກ່ຽວກັບວຽກງານ ການສະກັດກັ້ນການ ຂຸດຄົ້ນໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າ ຜະລິດຕະພັນໄມ້ ທີ່ຖືກຕ້ອງຕາມກົດໝາຍ, ໂດຍມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງ ຈາກບັນດາກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ເພື່ອທົບທວນຄວາມຄືບໜ້າ ແລະ ແຜນວຽກ ຫລັງຈາກກອງ ປະຊຸມເຈລະຈາ ຊ່ອງໜ້າ ຄັ້ງທີ 3 ກ່ຽວກັບຂໍ້ຕົກລົງ ການເຂົ້າເປັນຄູ່ຮ່ວມສັນຍາ ການຄ້າແບບສະໝັກໃຈ (VPA) ພາຍໃຕ້ ແຜນງານການຈັດຕັ້ງ ປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ລະຫວ່າງ ລາວ ແລະ ສະຫະພາບເອີຣົບ ທີ່ໄດ້ຈັດຂຶ້ນ ຢູ່ປະເທດ ແບນຊິກ ໃນເດືອນມິຖຸນາ 2019.

ລັດຖະບານລາວ ສືບຕໍ່ວາງບູລິມະສິດວຽກງານສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍ

ລັດຖະບານລາວ ສືບຕໍ່ວາງບູລິມະສິດວຽກງານສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍ

ກອງປະຊຸມຄັ້ງນີ້, ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າ: ການເຈລະຈາຄັ້ງທີ 3 ຢ່າງເປັນທາງການຂອງພວກເຮົາ ກັບ ສະຫະພາບເອີຣົບ ໄດ້ສະແດງໃຫ້ເຫັນວ່າ ລັດຖະບານລາວ ໄດ້ມີຄວາມ ມຸ່ງໝັ້ນຢ່າງເຕັມສ່ວນ ເພື່ອສືບຕໍ່ສ້າງຄວາມເຂັ້ມ ແຂງ ໃຫ້ແກ່ວຽກງານການ ຄຸ້ມຄອງປ່າໄມ້ທີ່ດີຂອງປະເທດ ແລະ ພວກເຮົາ ໄດ້ສ້າງພື້ນຖານທີ່ດີ ສຳ ລັບລະບົບຄ້ຳປະກັນໄມ້ ທີ່ຖືກຕ້ອງຕາມກົດໝາຍ (TLAS), ​ເຊິ່ງລັດຖະບານລາວ ສືບຕໍ່ວາງບູລິມະສິດ ໃນວຽກງານການສະກັດກັ້ນ ການຂຸດຄົ້ນໄມ້ທີ່ຜິດກົດໝາຍ, ສົ່ງເສີມການຄ້າຜະລິດຕະພັນ ໄມ້ທີ່ຖືກ ຕ້ອງຕາມກົດໝາຍ ແລະ ການຄຸ້ມຄອງປ່າໄມ້ທີ່ຍືນຍົງ.

ກອງປະຊຸມຍັງໄດ້ນຳສະເໜີ ແລະ ປຶກສາຫາລື ກ່ຽວກັບນິຍາມໄມ້ ທີ່ຖຶກຕ້ອງຕາມກົດໝາຍ (TLDs) ສໍາລັບໄມ້ ທີ່ມາຈາກເຂດຫັນປ່ຽນທີ່ດິນປ່າໄມ້, ປ່າປູກ, ປ່າໄມ້ຊົມໃຊ້ຂອງບ້ານ ລວມທັງ ການຮັບເອົາຄຳຄິດຄຳເຫັນ ພາກສ່ວນທີ່ກ່ຽວຂ້ອງ ທີ່ເຂົ້າຮ່ວມກອງປະຊຸມ ເພື່ອປັບປຸງໃນຕໍ່ໜ້າ. ສະຖາບັນ ປ່າໄມ້ ເອີຣົບ (EFI) ທີ່ໃຫ້ການສະໜັບສະໜູນ ແກ່ການຈັດຕັ້ງປະຕິບັດ ແຜນງານ FLEGT ກໍໄດ້ນຳສະເໜີ ຕົວຢ່າງຈາກປະເທດອື່ນໆ ກ່ຽວກັບວິທີການທົດລອງ TLDs ໃນພາກສະໜາມ ແລະ ໃຫ້ຄຳແນະນຳ ໃນການທົດລອງ ໃນສະພາບເງື່ອນໄຂຂອງ ສປປ ລາວ. ການທົດລອງ TLD ໃນພາກສະໜາມ ແລະ ວິທີການທົດລອງ ແມ່ນເລີ່ມຕົ້ນແຕ່ໄມ້ມາຈາກປ່າໄມ້ ເຖິງຈຸດສົ່ງອອກ ອີງຕາມລະບົບຕ່ອງໂສ້ການສະໜອງໄມ້ ແລະ ການກວດກາຢັ້ງຢືນ ຄວາມຖືກຕ້ອງ ທີ່ກ່ຽວຂ້ອງ ຈາກເຈົ້າໜ້າທີ່ລັດຖະບານ ຈະແມ່ນຈຸດສຸມທີ່ສຳຄັນ ຂອງວຽກງານ FLEGT ໃນຫລາຍເດືອນຕໍ່ໜ້າ. ສິ່ງເຫລົ່ານີ້ ຈະຊ່ວຍໃນການ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບ TLAS ຂອງ ສປປ ລາວ ແລະ ຊ່ວຍຢຸດຕິ ກິດຈະກຳການຄ້າໄມ້ທີ່ຜິດກົດໝາຍ.

ໂດຍການສະໜັບສະໜູບ ທາງດ້ານວິຊາການ ຈາກໂຄງການປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ (ProFEB) ທີ່ຈັດຕັ້ງປະຕິບັດໂດຍ GIZ, ຫ້ອງການປະສານງານ, ພາຍໃຕ້ການຊີ້ນໍາຂອງ ກົມກວດກາປ່າໄມ້, ຈະໄດ້ສືບຕໍ່ ສະໜັບສະໜູນ ລັດຖະບານລາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຂອງຕົນ ເພື່ອໃຫ້ບັນລຸເປົ້າໝາຍການເຊັນສັນຍາ VPA ກັບ ສະຫະພາບເອີຣົບ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.