![]() |
ພາບປະກອບ.
ການຮັບຮອງ 4 ຮ່າງກົດໝາຍດັ່ງກ່າວ ໄດ້ມີຂຶ້ນ ໃນລະຫວ່າງກອງປະຊຸມ ລັດຖະບານສະໄໝສາມັນປະ ຈໍາເດືອນສິງຫາ 2019 ຊຶ່ງໄດ້ປິດລົງໃນວັນທີ 22 ສິງຫາ 2019 ໂດຍລັດຖະບານໄດ້ຊີ້ ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາຮ່າງກົດໝາຍ ທັງ 4 ສະບັບ ໄປປັບປຸງຕື່ມ ເປັນຕົ້ນແມ່ນຊື່ຂອງກົດໝາຍ, ບາງເນື້ອໃນ,ປະໂຫຍກ, ຄໍາສັບ ຕ່າງໆທີ່ກໍານົດໃນບາງໝວດ, ບາງມາດຕາ ແລະ ອື່ນໆ ເພື່ອເຮັດໃຫ້ຮ່າງກົດໝາຍດັ່ງກ່າວ ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຊັດເຈນ, ຈະແຈ້ງ, ຮັດກຸມ ແລະ ສອດ ຄ່ອງກັບສະ ພາບການຕົວຈິງ. ພາຍຫລັງປັບປຸງແລ້ວ ໃຫ້ນຳສະເໜີໃຫ້ສະພາແຫ່ງຊາດ ເພື່ອພິຈາ ລະນານຳເຂົ້າຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ VIII ໃນເດືອນພະ ຈິກ 2019 ທີ່ຈະມາເຖິງນີ້.
ສຳລັບ ຮ່າງດໍາລັດວ່າດ້ວຍການປິດບໍ່ແຮ່ ໄດ້ຊີ້ນໍາໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງຕື່ມບາງເນື້ອໃນຂອງ ບາງມາດຕາ ໃຫ້ຄົບຖ້ວນ, ລະ ອຽດ, ຈະແຈ້ງ, ຮັດກຸມ,ແທດຕົວຈິງກັບແຕ່ລະປະເພດແຮ່ ໂດຍສະເພາະທີ່ກ່ຽວຂ້ອງກັບ ແຜນການປິດບໍ່ແຮ່, ມາດຕະ ຖານການປິດບໍ່ແຮ່, ການຟື້ນຟູ ທາງກາຍະພາບ ແລະ ເຄມີ, ການບູລະນະຟື້ນຟູສິ່ງແວດ ລ້ອມທໍາມະຊາດ ແລະ ສັງຄົມ, ການຄໍ້າປະກັນການປິດບໍ່ແຮ່, ການກຳນົດເວລາ ດຳເນີນການປິດບໍ່, ການກຳນົດ ຄະນະກຳມະການ ຮັບຜິດຊອບວຽກງານປິດບໍ່ແຮ່, ມາດຕະການຕໍ່ການລະເມີດ ແລະ ອື່ນໆ.
ເຊັ່ນດຽວກັນກັບ ຮ່າງດໍາລັດວ່າດ້ວຍການຄຸ້ມຄອງ ທຸລະກິດຍານພາຫະນະທາງບົກ ລັດຖະບານ ໄດ້ຊີ້ນໍາໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ນໍາໄປປັບປຸງ ຕື່ມບາງເນື້ອໃນ, ບາງມາດຕາໃຫ້ລະອຽດ, ຈະ ແຈ້ງ,ຄົບຖ້ວນ, ຮັດກຸມ ແລະ ສາມາດປະຕິບັດໄດ້ຢ່າງມີປະສິດທິຜົນ ໂດຍສະເພາະການກຳນົດຈຳນວນ, ປະເພດ,ມາດຖານ, ເຕັກນິກ ແລະ ຊິ້ນສ່ວນຍານພາຫະນະທາງບົກທີ່ສາມາດນຳເຂົ້າ ແລະ ຊົມໃຊ້ໄດ້, ການສ້າງຕັ້ງ ແລະ ການດໍາເນີນທຸລະກິດຍານ ພາຫະນະທາງບົກ, ສິດ ແລະ ພັນທະຂອງຜູ້ດໍາເນີນ ທຸລະກິດຍານພາຫະນະ,ສະມາຄົມອຸດສາຫະກໍາຍານ ພາຫະນະ, ການສົ່ງເສີມ, ການກຳນົດສິດ, ພັນທະ ແລະ ຂໍ້ຫ້າມຕໍ່ຜູ້ນຳເຂົ້າ ແລະ ສົ່ງອອກ, ການກຳນົດພາກ ສ່ວນອະນຸຍາດນຳເຂົ້າ, ຄຸ້ມຄອງ ແລະ ກວດກາ, ມາດຕະການຕໍ່ຜູ້ລະເມີດ.
(ແຫຼ່ງຂໍ້ມູນ: ຊາຍຄົນເດີມ/ຂປລ)