ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ທ່ານທູດໄທ

16:04 | 20/09/2019

ໃນວັນທີ 19 ກັນຍາ 2019, ທີ່ ກະຊວງການຕ່າງປະເທດ ທ່ານ ສະເຫລີມໄຊ ກົມມະສິດ​ ລັດຖະມົນຕີ ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມ ອຳລາຂອງ ທ່ານ ກຽດຕິຄຸນ ຊາດປຣະເສີດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ໃນໂອກາດທີ່ສຳເລັດໜ້າທີ່ການທູດ ຢູ່ ສປປ ລາວ.

ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ທ່ານທູດໄທ

ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ມອບໃບຍ້ອງຍໍ ໃຫ້ແກ່ທ່ານທູດ ກຽດຕິຄຸນ ຊາດປຣະເສີດ ແຫ່ງປະເທດໄທ.(ພາບ:ຂປລ)

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານເອກອັກຄະຣາຊະທູດ ກຽດຕິຄຸນ ຊາດປຣະເສີດ ທີ່ໄດ້ສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫລອດໄລຍະເວລາ 1 ປີກວ່າ, ພ້ອມຕີລາຄາສູງຕໍ່ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ລາວ-ໄທ ຕະຫລອດໄລຍະເກືອບ 7 ທົດສະວັດ ຜ່ານມາ ທີ່ນັບມື້ໄດ້ຮັບການ ເສີມຂະຫຍາຍ ຢ່າງກວ້າງຂວາງ ແລະ ມີຜົນສໍາເລັດຕົວຈິງ, ຊຶ່ງເຫັນໄດ້ຈາກ ສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ແລະ ມີການຮ່ວມມືທີ່ດີນໍາກັນໃນດ້ານຕ່າງໆ ເປັນຕົ້ນແມ່ນດ້ານການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ. ໃນໄລຍະທີ່ ທ່ານທູດ ກຽດຕິຄຸນ ຊາດປຣະເສີດ ປະຕິບັດໜ້າທີ່ການທູດນີ້ ທ່ານໄດ້ເຄື່ອນໄຫວປະຕິບັດໜ້າທີ່ຢ່າງຫ້າວຫັນ ປະກອບສ່ວນອັນສຳ ຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງ ເປັນຕົ້ນແມ່ນ ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດຜົນການຕົກລົງຂອງກອງປະຊຸມ JC ລາວ-ໄທ ຄັ້ງທີ 21 ແລະ ເຮັດໃຫ້ການຈັດ ກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (JCR) ຄັ້ງທີ 3 ທີ່ ນະຄອນຫລວງວຽງຈັນ ໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທໍາ, ໄດ້ຂົນຂວາຍບັນດານັກທຸລະກິດໄທ ມາຢ້ຽມຢາມ ແລະ ລົງທຶນຢູ່ ສປປ ລາວ, ຊຸກຍູ້ການຮ່ວມມືໃນບັນດາໂຄງການ: ການພັດທະນາພື້ນຖານໂຄງລ່າງເຊື່ອມໂຍງເສັ້ນທາງຄົມມະນາຄົມຂົນສົ່ງ, ດ້ານການສຶກສາ ແລະ ສາທາລະນະສຸກ, ຊຶ່ງມີຫລາຍໂຄງການສຳເລັດ ແລະ ຫລາຍໂຄງການກໍ່ກຳລັງດຳເນີນການຢ່າງມີຄວາມຄືບໜ້າ, ປະສານສົມທົບ ເພື່ອນຳເອົາການຊ່ວຍເຫລືອຈາກ ສົມເດັດພະເຈົ້າມະຫາຊີວິດ ແລະ ພະບໍລົມວົງສານຸວົງ ແລະ ລະດົມການຊ່ວຍເຫລືອຈາກທຸກພາກສ່ວນຂອງໄທ ທັງພາກລັດ ແລະ ເອກະຊົນ ມາໃຫ້ແກ່ປະຊາຊົນລາວ ຜູ້ທີ່ປະສົບເຄາະຮ້າຍຈາກໄພພິບັດນ້ຳຖ້ວມ ທີ່ເມືອງສະໜາມໄຊ, ແຂວງອັດຕະປື ໃນປີຜ່ານມາ, ຊຶ່ງເຮັດໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໄດ້ໄວ້ຂຶ້ນ. ພິເສດ ທ່ານທູດຍັງໄດ້ເອົາໃຈໃສ່ຊຸກຍູ້ ແລະ ປະສານງານໃຫ້ແກ່ການກະກຽມຕ້ອນຮັບ ສົມ ເດັດພະກະນິດຖາທິຣາດ ເຈົ້າກົມສົມເດັດ ພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ທີ່ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນພະຈິກ 2019 ນີ້ ແລະ ໄດ້ຮ່ວມປຶກສາຫາລື ຂັ້ນພື້ນຖານ ໃນການກະກຽມ ສະເຫລີມສະຫລອງ ວັນສ້າງຕັ້ງ ສາຍພົວພັນ ການທູດ ລາວ-ໄທ ຄົບຮອບ 70 ປີ ໃນປີ 2020 ແລະ ການເຄື່ອນໄຫວອື່ນໆ.

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ປະດັບຫລຽນ ກາມິດຕະພາບ ໃຫ້ແກ່ທ່ານທູດ ກຽດຕິຄຸນ ຊາດປຣະເສີດ ເພື່ອສະແດງ ຄວາມຍ້ອງຍໍ ຊົມເຊີຍ ແລະ ຈາລຶກຜົນງານຄຸນງາມຄວາມດີ ທີ່ທ່ານໄດ້ອຸທິດສຸມເຫື່ອແຮງ ແລະ ສະຕິປັນຍາ ເພື່ອປະກອບສ່ວນ ຢ່າງຫ້າວຫັນ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີ ຂອງສອງ ປະເທດ ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນຂະນະດຽວກັນ, ທ່ານທູດ ກຽດຕິຄຸນ ຊາດປຣະເສີດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ອຳນວຍ ຄວາມສະດວກ ໃຫ້ແກ່ການເຄື່ອນໄຫວ ປະຕິບັດວຽກງານ ການທູດຂອງຕົນ ຢູ່ ສປປ ລາວ ຢ່າງມີປະສິດທິຜົນ, ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງ ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ມອບຫລຽນກາມິດຕະພາບອັນສົມກຽດ ໃຫ້ແກ່ທ່ານ ແລະ ຢືນຢັນຈະສືບຕໍ່ ປະກອບສ່ວນ ເຂົ້າໃນການ ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໄທ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.