ຍສໝ - ຕອນຄ່ຳວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ພາຍຫຼັງການເຈລະຈາຂັ້ນສູງ, ທ່ານເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະກາດຕໍ່ສື່ມວນຊົນກ່ຽວກັບໝາກ ຜົນອັນດີງາມຂອງການເຈລະຈາ ແລະ ປະກາດວ່າ ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການ ຮ່ວມ, ຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນເປັນ “ການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ”.
ຍສໝ - ວັນທີ 6 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ທ່ານປະທານພັກປະຊາຊົນ ກຳປູເຈຍ Samdech Techo Hun Sen ແລະ ທ່ານເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ທອງລຸນ ສີສຸລິດ ໄດ້ມີການພົບປະຂັ້ນສູງ ຫວຽດນາມ - ກຳປູເຈຍ - ລາວ.
ຍສໝ - ນັ້ນແມ່ນກ່າວຄຳປາໄສຂອງທ່ານ ເລືອງຟານກື່, ປະທານສະມາຄົມມິດຕະພາບຫວຽດນາມ - ອຸສເບກີສະຖານ ທີ່ຕອນແລກປ່ຽນມິດຕະພາບສະເຫຼີມສະຫຼອງວັນຊາດ 78 ປີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ວັນເອກະລາດສາທາລະນະລັດ ອຸສເບກີສະຖານ ຄັ້ງທີ 32. ວັນທີ 27 ສິງຫາ ຢູ່ ຮ່າໂນ້ຍ.
ຍສໝ - ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ ອາເມລິກາ ຮັບຮູ້ກົດລະບຽບເສດຖະກິດຕະຫຼາດຂອງ ຫວຽດນາມ, ຈຳກັດບັນດາມາດຕະການດ້ານເຕັກນິກ ແລະ ປ້ອງກັນການຄ້າ ເພື່ອສ້າງຄວາມສະດວກໃຫ້ແກ່ສິນຄ້າ ຫວຽດນາມ ສົ່ງໄປ ອາເມລິກາ
ຍສໝ - ກະສັດ ມາເລເຊຍ Abdullah Sultan Ahmad Shah ໃຫ້ຮູ້ວ່າ: ການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງລະຫວ່າງ 2 ປະເທດໃນຊຸມປີມໍ່ໆມານີ້ ໄດ້ສ້າງກາລະໂອກາດຫຼາຍຢ່າງເພື່ອເປີດກວ້າງການຮ່ວມມືໃນຫຼາຍຂົງເຂດ.
ຍສໝ - ເວທີປາໄສແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງ ອິດສະຣາແອັນ ແລະ ນະຄອນໂຮ່ຈິມິນ ໃນການສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ແລະ ອິດສະຣາແອັນ ມີກາລະໂອກາດພົບປະ, ແລກປ່ຽນຂໍ້ມູນຂ່າວສານ, ຊອກຫາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມໄວ້ເນື້ອເຊື່ອໃຈໃນໄລຍະຈະມາເຖິງ.
ຍສໝ - ທ່ານເອກອັກຄະລັດຖະທູດ ເລືອງກວັກຮູຍ ໃຫ້ຮູ້ວ່າ ການຢ້ຽມຢາມໄດ້ມີຄວາມໝາຍສຳຄັນທີ່ສຸດ ເຊິ່ງໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຣານ (04/8/1973 - 4/8/2023)
ຍສໝ - ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ ແລະ ການນຳບັນດາກະຊວງ, ຂະແໜງການຮັບຜິດຊອບດ້ານເສດຖະກິດ, ທ້ອງຖິ່ນສອງປະເທດ…
ຍສໝ - ຕອນບ່າຍວັນທີ 28 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ໄດ້ນຳໜ້າຄະນະຜູ້ແທນສະຖານທູດຫວຽດນາມ ປະຈໍາ ລາວ ໄປອວຍພອນກົມພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ.
ຍສໝ - ຕອນຄ່ຳວັນທີ 11 ມິຖຸນາ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ໄດ້ຈັດລາຍການພົບປະແລກປ່ຽນວັດທະນະທຳສິລະປະທີ່ເປັນມູນເຊື້ອ ຫວຽດນາມ - ມາເລເຊຍ ອັນໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກຖືກເຊີນປະມານ 120 ທ່ານ.
ຍສໝ - ເນື່ອງໃນໂອກາດຄົບຮອບ 60 ປີວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ -ລາວ (ວັນທີ 05ກັນຍາ 1962 – ວັນທີ 05 ກັນຍາ 2023) ແລະ 46 ປີວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2023), ພ້ອມກັນຫວນຄືນບັນດາຜົນງານໃນການຮ່ວມມືໃນບັນດາຂົງເຂດດ້ານການເມືອງ, ເສດຖະກິດ, ສັງຄົມ, ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດໃນ 06 ປີທີ່ຜ່ານມາ.
ຍສໝ - ງານວາງສະແດງ ໂດຍສູນວັດທະນະທໍາຫວຽດນາມ ປະຈໍາ ສປປ ລາວ, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ສົມທົບກັບຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ຈັດຕັ້ງເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022.
ຍສໝ - ຕອນເຊົ້າວັນທີ 26 ມິຖຸນາ, ພາຍຫຼັງພິທີຕ້ອນຮັບທາງການທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໂດຍທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ເປັນປະທານ, ນາຍົກລັດຖະມົນຕີ ສອງທ່ານ ໄດ້ດຳເນີນການເຈລະຈາ.
ຍສໝ - ຕອນບ່າຍວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສຳນັກຂ່າວສານຫວຽດນາມ ໄດ້ສົມທົບກັນຈັດຕັ້ງກອງປະຊຸມໃຫຍ່ສ້າງຕັ້ງສາຂາສະມາຄົມມິດຕະພາບ ຫວຽດນາມ - ລາວ. ສາຂາສະມາຄົມດັ່ງກ່າວ ປະກອບມີບັນດາອະດີດຊ່ຽວຊານຊ່ວຍລາວ, ພະນັກງານ, ນັກຂ່າວ ແລະ ພະນັກງານສຳນັກຂ່າວສານຫວຽດນາມ ທີ່ເຄີຍເຮັດວຽກກັບສຳນັກຂ່າວສານປະເທດລາວ (KPL).
ຍສໝ - ທ່ານອະດີດຮອງນາຍົກລັດຖະມົນຕີ ຫວູຄວານ ແມ່ນຜູ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການພົວພັນແບບພິເສດ ຫວຽດນາມ - ລາວ. ນັ້ນແມ່ນຄຳຢືນຢັນຂອງອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ລາວ ສົມສະຫວາດ ເລັ່ງສະຫວັດ, ຜູ້ທີ່ດຳລົງຕຳແໜ່ງລັດຖະມົນຕີການຕ່າງປະເທດລາວ ແຕ່ປີ 1993-2006 ໃນການໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ກ່ຽວກັບບຸກຄະລິກຂອງ ນັກການທູດ ຫວູຄວານ , ກໍ່ຄືການປະກອບສ່ວນໃຫ້ແກ່ການພົວພັນ ຫວຽດນາມ - ລາວ.
ຍສໝ - ຫວຽດນາມ ຖືເປັນສຳຄັນ ແລະ ຕັດສິນໃຈຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ມາເລເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ບັນລຸປະສິດທິຜົນ.
ຍສໝ - ຕອນບ່າຍວັນທີ 26 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການຕ້ອນຮັບຄະນະສະມາຊິກສະພາສູງ ອາເມລິກາ ໂດຍທ່ານ Mike Crapo, ສະມາຊິກສະພາສູງ ນຳໜ້າ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ
ຍສໝ - ວັນທີ 23 ພຶດສະພາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນທິລຽນເຮືອງ ນຳໜ້າ, ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສາທາລະນະສຸກໂລກ ຄັ້ງທີ 76 ຢູ່ນະຄອນ ເຊີແນວ, ປະເທດ ສະວິດ.
ຍສໝ - ສາຍສຳພັນຫວຽດນາມ ແລະ ອົດສະຕາລີ ພວມນັບມື້ນັບໄດ້ຮັບການສະໜິດສະໜົມ, ເມື່ອສອງປະເທດເຂົ້າສູ່ບົດບາດຕໍ່ໄປໃນປະຫວັດສາດການພົວພັນລະຫວ່າງ 2 ປະເທດ. 2 ປະເທດມີກຳລັງແຮງອັນໃຫຍ່ຫຼວງເພື່ອຊຸກຍູ້ ແລະ ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ມີຄວາມຈິງໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈ.
ຍສໝ - ຕອນເຊົ້າວັນທີ 28 ເມສາ, ຢູ່ທຳນຽບປະທານປະເທດ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ອັງກິດ ປະຈຳ ຫວຽດນາມ Iain Frew.