ສືບຕໍ່ຮັກສາການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ ຫວຽດນາມ - ຈີນ

00:00 | 18/10/2023

ສືບຕໍ່ຮັກສາການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດຫວຽດນາມ - ຈີນ

ໂດຍຮັບຄໍາເຊີນຂອງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ, ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມເວທີປາໄສຂັ້ນສູງຮ່ວມມືສາກົນ "ໜຶ່ງແລວ, ໜຶ່ງເສັ້ນທາງ" ຄັ້ງທີ 3 ຢູ່ປັກກິ່ງ, ຈີນ ໃນລະຫວ່າງວັນທີ 17 ຫາວັນທີ 20 ຕຸລາ 2023.

ເນື່ອງໃນໂອກາດນີ້, ທ່ານ Xiong Bo ເອກອັກຄະລັດຖະທູດ ຈີນ ປະຈໍາ ຫວຽດນາມ ໄດ້ພົບປະກັບກັບສື່ມວນຊົນ, ແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການພົວພັນສອງປະເທດ.

ຕາມທ່ານເອກອັກຄະລັດຖະທູດ Xiong Bo ແລ້ວ, ຈີນ ແລະຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່. ນັບແຕ່ພາຍຫຼັງ ຈີນ ແລະຫວຽດນາມ ສ້າງຕັ້ງການພົວພັນຄູ່ຮ່ວມມືການຮ່ວມມືຍຸດທະສາດຮອບດ້ານ (ປີ 2008), 15 ປີຜ່ານມາ, ການພົວພັນລະຫວ່າງສອງພັກ, ສອງປະເທດ ໄດ້ຮັກສາທ່າອ່ຽງພັດທະນາຕາມທິດປອດໃສ, ໝັ້ນຄົງຢ່າງບໍ່ຢຸດຢັ້ງ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ຈີນ ແລະຫວຽດນາມ ໄດ້ກ້າວເຂົ້າສູ່ລວງເລິກ ແລະໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ.

ພິເສດ, ໃນຊຸມປີມໍ່ໆມານີ້, ພາຍຫຼັງປິດກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ການນຳພັກ ແລະລັດ ຈີນ ໄດ້ຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ທີ່ໄດ້ຈັດຕັ້ງປະສົບຜົນສໍາເລັດ. ໃນຂະນະນັ້ນ, ການນຳພັກ, ລັດຫວຽດນາມ ກໍ່ຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດ ຈີນ ທີ່ໄດ້ອັດລົງດ້ວຍຜົນສຳເລັດ, ພ້ອມທັງຊົມເຊີຍ ຈີນ ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຈີນ (1921-2021).

ດ້ວຍບັນດາໂຄງການດຳເນີນງານດ້ານການເມືອງທີ່ສຳຄັນດັ່ງກ່າວ, ສອງຝ່າຍໄດ້ຍຶດໝັ້ນສະໜັບສະໜູນກັນຢ່າງສຸດຈິດສຸດໃຈ, ຜ່ານນັ້ນກໍ່ສະແດງໃຫ້ເຫັນການພັດທະນາການພົວພັນລະຫວ່າງສອງພັກ, ສອງລັດແມ່ນຢູ່ໃນລະດັບສູງສຸດ.

ສືບຕໍ່ຮັກສາການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ ຫວຽດນາມ - ຈີນ

ທ່ານ Xiong Bo ເອກອັກຄະລັດຖະທູດ ຈີນ ປະຈໍາ ຫວຽດນາມ. ພາບ: TTXVN

ໃນວິວັດທະນາການນີ້, ການນຳຂັ້ນສູງສອງພັກ, ສອງລັດ ຫວຽດນາມ, ຈີນ ກໍ່ໄດ້ສືບຕໍ່ຮັກສາການພົບປະຢ່າງສະໜິດສະໜົມ. ໃນນັ້ນ, ຄວາມປະທັບໃຈຢ່າງເລິກເຊິ່ງທີ່ສຸດແມ່ນການຢ້ຽມຢາມ ຈີນ ຢ່າງເປັນທາງການໃນທ້າຍເດືອນຕຸລາ, ຕົ້ນເດືອນພະຈິກ ປີ 2022 ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ການຢ້ຽມຢາມໄດ້ດຳເນີນພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດ ຈີນ ຫາກໍ່ອັດລົງ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳຕ່າງປະເທດຜູ້ທຳອິດທີ່ການນຳ ຈີນ ເຊື້ອເຊີນມາຢ້ຽມຢາມ ແລະຕ້ອນຮັບຢ່າງເປັນທາງການພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດ ຈີນ. ນີ້ກໍ່ແມ່ນການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດ ແລະປະສົບຜົນສຳເລັດຢ່າງຈົບງາມ.

ໃນການຢ້ຽມຢາມຄັ້ງນີ້, ທ່ານເອກອັກຄະລັດຖະທູດ Xiong Bo ເນັ້ນໜັກວ່າ ພາກສ່ວນຂອງຄະນະສອງຝ່າຍຢູ່ລະດັບສູງສຸດ. ທ່ານເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ແນະນຳການນຳໃນຄະນະປະຈຳກົມການເມືອງ ໃຫ້ກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ໝາຍຄວາມວ່າແມ່ນໝູ່ຄະນະການນຳໃໝ່ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດ ຈີນ. ນີ້ແມ່ນການສືບຕໍ່ທີ່ສຳຄັນທີ່ສຸດ ແລະຮອບດ້ານລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ.

ຈີນ ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢ່າງອົບອຸ່ນ, ສຸດຈິດສຸດໃຈ, ຮອບຄອບຖີ່ຖ້ວນດ້ວຍພິທີການສູງສຸດ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ປະດັບຫຼຽນໄຊມິດຕະພາບຂອງປະເທດ ສປ ຈີນ ໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ແລກປ່ຽນຄຳເຫັນຢ່າງເລິກເຊິ່ງ, ກົງໄປກົງມາກ່ຽວກັບຫຼາຍຫົວຂໍ້ທີ່ກວ້າງຂວາງ, ໃນນັ້ນມີເນື້ອໃນກ່ຽວຂ້ອງເຖິງການພົວພັນສອງພັກ, ສອງລັດ, ສະຖານະການສາກົນ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ບັນລຸໄດ້ຄວາມຮັບຮູ້ລວມໃໝ່ ແລະສຳຄັນ. ສິ່ງນີ້ມີຜົນສະທ້ອນສຳຄັນຕໍ່ການພັດທະນາການພົວພັນສອງພັກ, ສອງລັດໃນໄລຍະຈະມາເຖິງ.

ສອງຝ່າຍໄດ້ອອກຖະແຫຼງການຮ່ວມດ້ວຍເນື້ອໃນທີ່ອຸດົມສົມບຸນ ແລະສຳຄັນ. ນີ້ກໍ່ແມ່ນໝາກຜົນສຳຄັນໃນການຢ້ຽມຢາມ.

ນັບແຕ່ຕົ້ນປີ 2023 ຈົນຮອດປະຈຸບັນ, ການນຳຂັ້ນສູງສອງພັກ, ສອງລັດ ສືບຕໍ່ຮັກສາດຳເນີນການແລກປ່ຽນ ແລະການພົບປະຢ່າງເປັນປົກກະຕິ. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຢ້ຽມຢາມ ຈີນ ແລະເຂົ້າຮ່ວມກອງປະຂຸມຫຼາຍຝ່າຍເປັນສອງຄັ້ງ; ສະຫາຍນາງ ເຈືອງທິມາຍ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະກຳມະການກົມການເມືອງ ພັກກອມມູນິດຫວຽດນາມ ຫຼາຍສະຫາຍໄດ້ໄປຢ້ຽມຢາມ ຈີນ. ເມື່ອສະພາບການໄດ້ຮັບການຟື້ນຟູຄືນໃໝ່ພາຍຫຼັງພະຍາດໂຄວິດ-19, ກົນໄກພົບປະຜູ້ນໍາກົມການເມືອງສອງພັກ ກໍ່ໄດ້ຟື້ນຟູຄືນໃໝ່ ແລະຄາດຄະເນວ່າ ປີ 2024, ສອງຝ່າຍຈະສືບຕໍ່ຈັດຕັ້ງກອງປະຊຸມສຳມະນາທິດສະດີ ແລະເຊື່ອມຕໍ່ບັນດາກົນໄກແລກປ່ຽນບົດຮຽນໃນການກໍ່ສ້າງພັກ, ຄຸ້ມຄອງລັດ.

ຈຸດພົ້ນເດັ່ນທີສອງໃນການພົວພັນສອງປະເທດໃນໄລຍະ 15 ປີຜ່ານມາ, ຕາມທ່ານ Xiong Bo ແລ້ວ, ນັ້ນແມ່ນການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ, ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດບັນລຸໄດ້ລະດັບສູງສຸດໃນປະຫວັດສາດ.

ທ່ານເອກອັກຄະລັດຖະທູດ ແບ່ງປັນວ່າ "ຂ້າພະເຈົ້າຖືວ່າ ຈຸດພົ້ນເດັ່ນໃນການພົວພັນສອງປະເທດບໍ່ພຽງແຕ່ສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງຝ່າຍເທົ່ານັ້ນ, ຫາກຍັງແມ່ນການຮ່ວມມືລົງທຶນ ແລະເສດຖະກິດການຄ້ານຳອີກ. ສິ່ງນີ້ກໍ່ມີຄວາມສຳຄັນທີ່ສຸດໃນການພັດທະນາຂອງແຕ່ລະປະເທດ".

ຕາມທ່ານເອກອັກຄະລັດຖະທູດແລ້ວ, ໃນຫຼາຍປີມານີ້, ຈີນ ໄດ້ຮັກສາຖານະບົດບາດແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ແລະຫວຽດນາມ ກໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດໃນອາຊຽນ ຂອງ ຈີນ. ການລົງທຶນຂອງ ຈີນ ເຂົ້າຫວຽດນາມ ຮັກສາທ່າອ່ຽງເຕີບໂຕຢ່າງໄວ ແລະຍືນຍົງ. ປີກາຍນີ້, ເງິນລົງທຶນຈາກ ຈີນ ເຂົ້າ ຫວຽດນາມ ຢືນອັນດັບທີ 3, ແຕ່ໃນ 9 ເດືອນຕົ້ນປີນີ້, ເງິນລົງທຶນເຂົ້າ ຫວຽດນາມ ຂອງ ຈີນ ໄດ້ຢືນອັນດັບທີ 2.

ການພົບປະແລກປ່ຽນປະຊາຊົນສອງປະເທດກໍ່ໄດ້ຮັກສາທ່າອ່ຽງຟື້ນຟູໂດຍໄວ. ມາຮອດປະຈຸບັນ, ຈຳນວນນັກທ່ອງທ່ຽວມາທ່ອງທ່ຽວຢູ່ຫວຽດນາມ ສືບຕໍ່ເພີ່ມຂຶ້ນ. ທ່ານເອກອັກຄະລັດຖະທູດ Xiong Bo ຖືວ່າ ໃນຂົງເຂດນີ້ສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນໃຫຍ່ຫຼວງທີ່ສຸດ.

ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ "ປີ 2019, ຈໍານວນນັກທ່ອງທ່ຽວ ຈີນ ມາຫວຽດນາມ ບັນລຸປະມານ 5,8 ລ້ານເທື່ອຄົນ. ດ້ວຍການຟື້ນຟູຂອງສາຍການບິນລະຫວ່າງສອງປະເທດ, ຄວາມສາມາດບົ່ມຊ້ອນພັດທະນາໃນຂົງເຂດນີ້ຍັງໃຫຍ່ຫຼວງຢູ່.

ຈຸດພົ້ນເດັ່ນທີສາມໃນການພົວພັນຮ່ວມມືສອງປະເທດ, ຕາມທ່ານເອກອັກຄະລັດຖະທູດ Xiong Bo ນັ້ນແມ່ນການສົມທົບກັນແລກປ່ຽນ ແລະການຮ່ວມມືລະຫວ່າງຫວຽດນາມ ແລະຈີນ ໃນບັນດາວຽກງານລວມຂອງພາກພື້ນ ແລະສາກົນໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ.

ທ່ານເອກອັກຄະລັດຖະທູດ Xiong Bo ໃຫ້ຮູ້ວ່າ "ຈີນ ຖື ຫວຽດນາມ ເປັນສໍາຄັນໃນການເສີມຂະຫຍາຍບົດບາດສຳຄັນໃນວຽກງານລວມຂອງພາກພື້ນ ແລະສາກົນ ກໍ່ຄືສະໜັບສະໜູນຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດສຳຄັນ ແລະມີລັກສະນະສ້າງສັນໃນການແກ້ໄຂບັນຫາຢູ່ພາກພື້ນ ແລະສາກົນ".

ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ຈີນ ແລະຫວຽດນາມ ແມ່ນສອງປະເທດສັງຄົມນິຍົມ, ທັງແມ່ນບັນດາປະເທດພວມພັດທະນາ, ພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ, ເພາະສະນັ້ນ ສອງປະເທດໄດ້ພ້ອມກັນແບ່ງປັນຜົນປະໂຫຍດລວມສຳຄັນ ແລະກວ້າງຂວາງດ້ວຍບັນດາວຽກງານລວມສາກົນ.

ເຖິງວ່າບາງພາກພື້ນໃນໂລກຍັງມີການປະທະກັນ, ແຕ່ວ່າໂລກພວມຢູ່ໃນທ່າອ່ຽງສັນຕິພາບ, ການຮ່ວມມື ແລະພັດທະນາໂດຍພື້ນຖານ, ໃນນັ້ນ, ພາກພື້ນອາຊີ-ປາຊີຟິກ ໄດ້ກາຍເປັນກຳລັງໜູນປະກອບສ່ວນໃຫ້ແກ່ການເຕີບໂຕເສດຖະກິດໂລກ. ທ່ານເອກອັກຄະລັດຖະທູດ Xiong Bo ຖືວ່າ ນີ້ແມ່ນພື້ນຖານສໍາຄັນເພື່ອໃຫ້ ຈີນ ແລະຫວຽດນາມ ໃນຖານະແມ່ນບັນດາປະເທດພວມພັດທະນາ, ພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ, ມີບັນດາທັດສະນະ, ການປະກອບສ່ວນ ແລະຜົນສະທ້ອນນັບມື້ນັບສູງໃນເວທີປາໄສສາກົນ.

ຄຽງຂ້າງບັນດາປັດໄຈສາກົນ, ພາກພື້ນພາຍນອກ, ຄວາມໝັ້ນທ່ຽງໃນການຮ່ວມມືສອງຝ່າຍ ຫວຽດນາມ-ຈີນ ກໍ່ແມ່ນປັດໄຈສຳຄັນພິເສດສຳລັບທ່າອ່ຽງພັດທະນາການພົວພັນສອງປະເທດໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດ Xiong Bo ຢັ້ງຢືນອີກເທື່ອໜຶ່ງວ່າ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ນັບມື້ນັບໄດ້ຮັບການປັບປຸງ ແລະນ້ຳໃຈລະຫວ່າງປະຊາຊົນສອງປະເທດກໍ່ມີຄວາມສະໜິດຕິດພັນ ແລະຮັດແໜ້ນຢ່າງບໍ່ຢຸດຢັ້ງ.

ທ່ານເອກອັກຄະລັດຖະທູດ Xiong Bo ຖືວ່າ ດ້ວຍເລື່ອງການນໍາຂັ້ນສູງສອງປະເທດບັນລຸໄດ້ຄວາມຮັບຮູ້ລວມນັ້ນ, ການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດຈະນັບມື້ນັບແໜ້ນແຟ້ນກວ່າເກົ່າ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.