ກຸ່ມບໍລິສັດ Viettel ເປີດກວ້າງການພົວພັນຄູ່ຮ່ວມມືທົ່ວໂລກກັບກຸ່ມ WB (ໂປແລນ)

11:14 | 03/10/2023

ຍສໝ - ​ໃນ​ຂອບ​ເຂດ​ງານ​ວາງສະ​ແດງ​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ​ສາກົນ 2023 (MSPO) ດຳ​ເນີນ​ແຕ່​ວັນ​ທີ 5-8/9/2023 ຢູ່ ​ໂປ​ໂລຍ, ຜູ້ຕາງໜ້າ​ກຸ່ມ Viettel ​ແມ່ນ​ບໍລິສັດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຢີສູງ Viettel (Viettel High Tech) ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ຍຸດ​ທະ​ສາດກັບ WB Group - ກຸ່ມເຕັກໂນໂລຢີທີ່ໃຫຍ່ທີ່ສຸດຂອງໂປແລນ, ປະກາດການພັດທະນາຮ່ວມກັນຂອງທຸລະກິດລະຫວ່າງປະເທດ.

Viettel ສ້າງຄວາມປະທັບໃຈໃຫ້ແກ່ສື່ມວນຊົນສາກົນ ທີ່ງານວາງສະແດງສາກົນດ້ານປ້ອງກັນຊາດ Viettel ສ້າງຄວາມປະທັບໃຈໃຫ້ແກ່ສື່ມວນຊົນສາກົນ ທີ່ງານວາງສະແດງສາກົນດ້ານປ້ອງກັນຊາດ
ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຕ້ອນຮັບ ກຸ່ມບໍລິສັດ Enterprize Enegy ປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຕ້ອນຮັບ ກຸ່ມບໍລິສັດ Enterprize Enegy

ເຂດວາງສະແດງໄດ້ສ້າງຄວາມປະທັບໃຈດ້ວຍຮູບພາບການທະຫານຫວຽດນາມ, ຢັ້ງຢືນກໍາລັງຄວາມສາມາດຂອງຂະແໜງອຸດສາຫະກໍາປ້ອງກັນຊາດຫວຽດນາມ ແລະຈິດໃຈ “ເອກອ້າງທະນົງໃຈຫວຽດນາມ”. ທີ່ງານວາງສະແດງມີຂໍ້ຕົກລົງຮ່ວມມືລະຫວ່າງ Viettel ແລະບັນດາຄູ່ຮ່ວມມືໄດ້ຮັບການລົງນາມ. ໜັງສືພິມກອງທັບປະຊາຊົນ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບທີ່ງານວາງສະແດງ.

ການ​ຮ່ວມ​ມື​ຍຸດ​ທະ​ສາດ​ນີ້​ຈະ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ແຖວ​ໜ້າ​ຂອງ​ສອງ​ປະ​ເທດ​ຍາດ​ແຍ່ງ​ເອົາ​ກຳ​ລັງ​ແຮງ​ຮ່ວມ​ກັນ ແລະ ຊອກ​ຫາ​ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຕະ​ຫລາດ​ໂລກ.

ກຸ່ມບໍລິສັດ Viettel ເປີດກວ້າງການພົວພັນຄູ່ຮ່ວມມືທົ່ວໂລກກັບກຸ່ມ WB (ໂປແລນ)

ຕາມນັ້ນແລ້ວ, Viettel High Tech ຈະກາຍເປັນຊ່ອງທາງແນະນຳ ແລະ ຈຳໜ່າຍຜະລິດຕະພັນຂອງກຸ່ມ WB ຢູ່ ຫວຽດນາມ, ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້. ນີ້​ແມ່ນ​ບັນດາ​ຕະຫຼາດ​ເຊິ່ງ Viettel ຢືນຢັນ​ເຄື່ອງ​ໝາຍ​ຂອງ​ຕົນ​ໃນ​ຂົງ​ເຂດ.

ການ​ຮ່ວມ​ມື​ລະຫວ່າງ​ສອງ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ຊັ້ນ​ນຳ​ຫວຽດນາມ ​ແລະ ​ໂປ​ໂລຍ ສ້າງ​ທ່າ​ໄດ້​ປຽບ​ເພື່ອ​ຊ່ວຍ​ໃຫ້ 2 ຝ່າຍ​ກໍ່ສ້າງ​ລະບົບ​ນິ​ເວດ​ຜະລິດ​ຕະພັນ​ຂອງ​ກັນ​ແລະ​ກັນ​ຢູ່​ບັນດາ​ຕະຫຼາດ​ທີ່​ມີ​ທ່າ​ແຮງ ​ແລະ ​ໃນ​ທົ່ວ​ໂລກ​ຢ່າງ​ຕັ້ງໜ້າ.

ບັນດາຜະລິດຕະພັນຂອງ Viettel ທີ່ເຂົ້າຮ່ວມ MSPO 2023 ລ້ວນແຕ່ມີຄຸນສົມບັດທຽບເທົ່າບັນດາຜະລິດຕະພັນອຸດສາຫະກຳເຕັກໂນໂລຢີສູງໃນໂລກ, ບັນລຸລະດັບການຜະລິດຕາມມາດຕະຖານສາກົນ. ທີ່​ງານ​ວາງສະ​ແດງ, Viettel ​ໄດ້​ນຳ​ສະ​ເໜີ 60 ຜະລິດ​ຕະພັນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຄົ້ນ​ຄ້ວາ ​ແລະ ກຳລັງ​ຜະລິດ​ຢ່າງຮອບດ້ານ.

ຄຳຮຸ່ງ

Tags: Viettel

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.