ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະອາກຊັງຕິນ ຄົບຮອບ 50 ປີ

16:51 | 27/10/2023

ວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ ແລະອາກຊັງຕິນ ຄົບຮອບ 50 ປີ

ສະເໜີສະເຫຼີມສະຫຼອງວັນມູນເຊື້ອຄະນະປະສານງານທົ່ວປະເທດອະດີດທະຫານອາສາສະໝັກຫວຽດນາມ ຊ່ວຍລາວ ຄົບຮອບ 75 ປີ ສະເໜີສະເຫຼີມສະຫຼອງວັນມູນເຊື້ອຄະນະປະສານງານທົ່ວປະເທດອະດີດທະຫານອາສາສະໝັກຫວຽດນາມ ຊ່ວຍລາວ ຄົບຮອບ 75 ປີ
ຄະ​ນະ​ຜູ້​ແທນ​ສາ​ກົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ Paris ໄປ​ອາ​ໄລ​ຫາ​ສຸ​ສານລຸງ​ໂຮ່ ຄະ​ນະ​ຜູ້​ແທນ​ສາ​ກົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ Paris ໄປ​ອາ​ໄລ​ຫາ​ສຸ​ສານລຸງ​ໂຮ່

ວັນທີ 25 ຕຸລາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ສົມທົບກັບສະຖານທູດອາກຊັງຕິນ ປະຈໍາ ຮ່າໂນ້ຍ ຈັດຕັ້ງການພົບປະມິດຕະພາບສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ ແລະອາກຊັງຕິນ (25-10-1973/25-10-2023).

ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະອາກຊັງຕິນ ຄົບຮອບ 50 ປີ

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ອາກຊັງຕິນ ປະຈຳ ຫວຽດນາມ Luis Pablo Maria Beltramino ຢືນຢັນວ່າ 5 ທົດສະວັດຜ່ານມາ, ການພົວພັນສອງຝ່າຍລະຫວ່າງສອງລັດຖະບານ ແລະປະຊາຊົນສອງປະເທດ ຫວຽດນາມ - ອາກຊັງຕິນ ໄດ້ຮັບການເພີ່ມພູນຄູນສ້າງ, ນັບມື້ນັບສວຍງາມ ແລະຂະຫຍັນຂັນເຄື່ອນ. ເຖິງວ່າຢູ່ຫ່າງໄກທາງພູມສາດ ແລະເຂດເວລາທີ່ແຕກຕ່າງກັນກໍ່ຕາມ, ແຕ່ອາກຊັງຕິນ ແລະຫວຽດນາມ ຍັງໄດ້ຍູ້ແຮງການຮ່ວມມື ແລະຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຢ່າງແໜ້ນແຟ້ນ. ສອງປະເທດໄດ້ມີການເຈລະຈາຂັ້ນສູງ ແລະຮັກສາການແລກປ່ຽນຢູ່ທຸກຂັ້ນຢ່າງເປັນປະຈຳ. ການແລກປ່ຽນການຄ້າສອງຝ່າຍໄດ້ພັດທະນາແບບຍືນຍົງ ແລະບໍ່ຖືກຂາດຕອນ, ບັນລຸປະມານ 5 ຕື້ໂດລາສະຫະລັດ ໃນປີ 2022. ສອງຝ່າຍກໍ່ໄດ້ລົງນາມຂໍ້ຕົກລົງສອງຝ່າຍກວ່າ 40 ສະບັບ.

ທ່ານປະທານ VUFO ຟານແອງເຊີນ ເນັ້ນໜັກເຖິງການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງ VUFO ແລະສູນວັດທະນະທຳ ອາກຊັງຕິນ - ຫວຽດນາມ (ICAV) ໃນການຈັດຕັ້ງບັນດາການເຄື່ອນໄຫວຊຸກຍູ້ການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ. ທ່ານ ຟານແອງເຊີນ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງ VUFO ກັບບັນດາຄູ່ຮ່ວມມືອາກຊັງຕິນ ຍາມໃດກໍ່ແມ່ນປັດໄຈພື້ນຖານເພື່ອເສີມສ້າງການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະສອງຊາດ.

ບູນມີ

ທ່ານອາດຈະມັກ

302 Found

Found

The document has moved here.