50 ປີແຫ່ງການພົວພັນຫວຽດນາມ - ອີຕາລີ: ຂົວເຊື່ອມຕໍ່ວັດທະນະທຳຂອງປະຊາຊົນສອງປະເທດ

15:28 | 17/11/2023

ຍສໝ - ໃນ​ຂອບ​ເຂດລາຍການ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ອີ​ຕາ​ລີ 2023, ຕອນ​ຄ່ຳ​ວັນ​ທີ 11 ພະຈິກ ​ໄດ້​ຈັດຕັ້ງ​ພິທີ​ສາຍຮູບເງົາດອກມະລິ ຂອງ​ກຳກັບການສະແດງ​ ດັ້ງ​ເຍີດ​ມິງ ໃຫ້ມະຫາຊົນຊົມຢ່າງກວ້າງຂວາງ.

ກະຊວງຕຳຫຼວດຫວຽດນາມ ແລະ ອີຕາລີ ເພີ່ມທະວີການຮ່ວມມືດ້ານຕຸລາການ, ຕ້ານອາດຊະຍາກຳ ກະຊວງຕຳຫຼວດຫວຽດນາມ ແລະ ອີຕາລີ ເພີ່ມທະວີການຮ່ວມມືດ້ານຕຸລາການ, ຕ້ານອາດຊະຍາກຳ
ຫວຽດນາມ ແລະ ອີຕາລີ ເພີ່ມທະວີການຮ່ວມມືດ້ານຕຸລາການ, ປ້ອງກັນ ຕ້ານອາດຊະຍາກຳ ຫວຽດນາມ ແລະ ອີຕາລີ ເພີ່ມທະວີການຮ່ວມມືດ້ານຕຸລາການ, ປ້ອງກັນ ຕ້ານອາດຊະຍາກຳ

ໂຄງການ​ໂດຍສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ​ສົມທົບກັບ​ອຳນາດການປົກຄອງ​ນະຄອນ Rimini (ເຂດ Emilia Romagna), ມູນ​ນິທິ​ອີ​ຕາ​ລີ - ຫວຽດນາມ, ໂຮງ​ຮູບ​ເງົາ Fulgor, ຫໍສະໝຸດຮູບ​ເງົາ ​ແລະ ພິພິທະ​ພັນ​ Fellini, ບັນດາສະໂມສອນ Rotary ຢູ່ Romagna, Rimini, Rimini Riviera ແລະ Cervia Cesenatico ຈັດ​ຕັ້ງ.

​ເຂົ້າ​ຮ່ວມ​ພິທີ ​ມີ​ຜູ້ຕາງໜ້າ​ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ, ຜູ້ຕາງໜ້າ​ສະພາ​ນະຄອນ Rimini, ທ່ານ Francesco Bragagni; ຜູ້ອໍານວຍການ Fulgor Cinema, ທ່ານນາງ Elena Zanni, ຜູ້ອໍານວຍການຫໍສະໝຸດຮູບເງົາ ແລະ ພິພິທະພັນ Fellini, ທ່ານ Marco Leonetti; ບັນດາການ​ນຳ​ສະ​ໂມ​ສອນ Rotary, ປະ​ທານ​ມູນນິທິ​ອີ​ຕາ​ລີ - ຫວຽດ​ນາມ, ທ່ານ​ນາງ Maily Anna Maria ຫງວຽນ, ເລ​ຂາ​ທິ​ການສະຫະພັນ​ ປະ​ທານບັນດາສະ​ມາ​ຄົມຊາວ​ຫວຽດ​ນາມ ຢູ່ ອີ​ຕາ​ລີ ທັງເປັນ ປະ​ທານ​ສະ​ມາ​ຄົມ​ຂົວຕໍ່​ວັດ​ທະ​ນະ​ທຳ ອີ​ຕາ​ລີ - ຫວຽດນາມ, ທ່ານນາງເລບີກເຮືອງ, ພ້ອມ​ກັບ​ຜູ້​ຊົມ​ເປັນ​ຈຳນວນ​ຫຼວງ​ຫຼາຍທີ່ຮັກ​ຮູບ​ເງົາ​ອີ​ຕາ​ລີ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ.

50 ປີແຫ່ງການພົວພັນຫວຽດນາມ - ອີຕາລີ: ຂົວເຊື່ອມຕໍ່ວັດທະນະທຳຂອງປະຊາຊົນສອງປະເທດ
ບັນດາຜູ້​ແທນ​ຫວຽດນາມ ​ແລະ ອີ​ຕາ​ລີ ​ທີ່​ເຂົ້າ​ຮ່ວມພິທີສາຍຮູບເງົາ​ “ດອກມະລິ” ຂອງ​ຜູ້​ກຳກັບ ດັ້ງ​ເຍິດ​ມິງ. (ທີ່ມາ: VNA)

ກ່າວຄຳປາໄສ​ທີ່ເຫດການ​ນີ້, ທ່ານ Francesco Bragagni, ຮອງ​ປະທານ​ສະພາ​ນະຄອນ Rimini ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອີ​ຕາ​ລີ. ນະຄອນ Rimini ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ເປັນສະຖານທີ່ໜຶ່ງທີ່ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ ຫຼາຍກ່ວາເກົ່າ.

ທ່ານ Marco Leonetti, ຜູ້​ຮັບຜິດຊອບ​ຫໍສະໝຸດ ​ແລະ​ ພິພິທະ​ພັນ​ຮູບ​ເງົາ Rimini ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ພິ​ເສດ​ທີ່​ຫົວໜ່ວຍ​ນີ້​ໄດ້ຂົນຂວາຍຈັດຕັ້ງ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ຝ່າຍ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ​ນາງ Elena Zanni, ຜູ້​ອຳ​ນວຍ​ການ​ Fulgor Cinema, ​ບ່ອນທີ່ໄດ້ຈັດຕັ້ງເຫດການຄັ້ງ​ນີ້ ກໍ່​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ທີ່​ໄດ້​ເປັນຫົວ​ໜ່ວຍ​ທຳ​ອິດ​ທີ່​ໄດ້​ສາຍ​ຮູບ​ເງົາ ດອກມະລິ ໃນ​ປະ​ເທດ ອີ​ຕາ​ລີ. ທ່ານ​ນາງ E. Zanni ​ໃຫ້​ຮູ້​ວ່າ Rimini ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເປັນ​ບ່ອນ​ເກີດ​ຂອງ​ຜູ້​ກຳກັບການສະແດງທີ່ມີ​ຄວາມປີຊາສາມາດ, ​ເອກ​ອັກຄະ​ລັດຖະທູດ​ສາກົນ Federico Felleni ​ແລະ ໂຮງສາຍຮູບເງົາ​ກໍ່​ມີ​ໜຶ່ງວັນທີ່​ພິ​ເສດ ​ເມື່ອ​ໄດ້​ຮັບ​ສາຍ​ຮູບ​ເງົາ​ໂດຍ​ຜູ້​ກຳກັບການສະແດງ​ທີ່ສັນທັດ ແລະ ຝີມືດີ, ເປັນໜຶ່ງໃນເອກອັກຄະລັດຖະທູດ​ສາກົນ​ຂອງ ຫວຽດນາມ ເຊິ່ງເເມ່ນ​ຜູ້​ກຳກັບການສະແດງ​ ດັ້ງເຍິດມິງ.

ກ່າວປາໄສທີ່ເພິທີປີດງານສາຍຮູບເງົາ, ທ່ານ ຫງວຽນ​ໄທ​ຮອກ, ທີ່​ປຶກສາ​ທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ເຫດການ​ສຳຄັນ​ທີ່​ສຸດ, ​ເປັນ​ຂີດ​ໝາຍ​ອີກບາດກ້າວໜຶ່ງໃນ​ການພົວພັນ​ຮ່ວມ​ມື​ດ້ານ​ວັດທະນະທຳ, ສິລະ​ປະ​ລະຫວ່າງ ຫວຽດນາມ ​ແລະ ອີ​ຕາ​ລີ. ເຫດການດັ່ງກ່າວຍິ່ງມີຄວາມໝາຍຍິ່ງຂຶ້ນ ເມື່ອຈັດຂຶ້ນຢູ່ນະຄອນ Rimini, ບ້ານເກີດຂອງອະດີດຜູ້ກຳກັບການສະແດງທີ່ມີຄວາມສັນທັດ ແລະ ຄວາມສາມາດ Federico Fellini.

ຮູບເງົາ ດອກມະລິ ໂດຍຜູ້ກຳກັບ ດັ້ງເຍິດມິງ ແມ່ນໜຶ່ງໃນບັນດາຮູບເງົາທີ່ດີເດັ່ນຂອງຂະແໜງຮູບເງົາ ຫວຽດນາມ ໃນຫວ່າງມໍ່ໆມານີ້, ດ້ວຍເນື້ອໃນເຕື້ອງເຖິງຊີວິດປະຈຳວັນ, ລຽບງ່າຍ, ເນັ້ນໃຫ້ເຫັນບັນດາ ຮູບພາບທີ່ດີເດັ່ນພິເສດທີ່ສຸດຂອງຮູບພາບ, ປະເທດ ແລະ ປະຊາຊົນ ຫວຽດນາມ ໃນປະຈຸບັນ.

​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ປີ 2023 ຂອງ​ຫວຽດນາມ ຢູ່ ອີ​ຕາ​ລີ, ​ແຕ່​ເດືອນ ມີນາ ປິ 2023 ມາ​ຮອດ​ປະຈຸ​ບັນ, ສະຖານທູດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ມອບ​ລາງວັນ​ຮູບ​ເງົາ​ດີເດັ່ນຂອງ​ຂະແໜງຮູບ​ເງົາ​ຫວຽດນາມ ​ໃຫ້​ບັນດາ​ເຂດ, ນະຄອນ​ໃຫຍ່​ຂອງ ອີ​ຕາ​ລີ, ​ໃນ​ນັ້ນ​ມີ Rimini, Milan, Turin, Venice, Perugia ແລະ ຫຼາຍນະຄອນ​ອື່ນໆ.

​ໂດຍສົ່ງ​ຄຳທັກທາຍ​ຜ່ານ​ຈໍພາບຈາກ​ຮ່າ​ໂນ້ຍ, ຜູ້​ກຳກັບ​ສິລະ​ປິນປະ​ຊາ​ຊົນ ດັ້ງ​ເຍິດ​ມິ​ງ ໄດ້ສະ​ແດງ​ຄວາມ​ເປັນ​ກຽດ​ເພື່ອ​ແນະນຳ​ຮູບ​ເງົາ ດອກມະລິ ຢູ່​ໂຮງ​ຮູບ​ເງົາ ​ແລະ ຫໍພິພິທະ​ພັນ​ທີ່ມີຊື່ Fellini, ຜູ້ເປັນອາຈານ​ຂອງ​ຮູບ​ເງົາ​ໂລກ. ທ່ານ​ຫວັງ​ວ່າ ຮູບ​ເງົາ​ຈະ​ເປັນ​ຄື “ຊໍ່​ດອກ​ໄມ້​ທີ່​ນຳ​ເອົາ​ກິ່ນ​ຫອມ​ມາຈາກ​ຮ່າ​ໂນ້ຍ”, ​ແມ່ນ​ຂົວ​ຕໍ່ວັດທະນະທຳ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ອີ​ຕາ​ລີ ​ແລະ ຫວຽດນາມ.

ດອກມະລິ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຮູບ​ເງົາ​ທີ່ດີເດັ່ນ​ຂອງ​ຮູບເງົາ​ຫວຽດ​ນາມ ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້. ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຮູບ​ເງົາ​ທີ່​ເຂົ້າ​ຮ່ວມ​ງານ​ບຸນ​ຮູບ​ເງົາ​ອາຊີ​ ທີ່​ຈັດ​ຂຶ້ນ​ຢູ່ Rome ​ເມື່ອ​ເດືອນ​ພຶດສະພາ ຜ່ານ​ມາ.

ຜູ້ເບິ່ງຮູບເງົາຫຼາຍຄົນໄດ້ແບ່ງປັນຄວາມຈັບໃຈກ່ຽວກັບເນື້ອໃນ, ສິລະປະການຈັດການແກ້ໄຂ ແລະ ພິເສດແມ່ນບັນດາສານວັດທະນະທຳມະນຸດທີ່ຮູບເງົາ ດອກມະລິ ນໍາມາ. ນັກ​ຮ້ອງ opera Maria Ielli ທີ່ເປັນຄົນຮ້ອງ​ເພງ​ຊາດ​ຫວຽດນາມ ​ເປັນ​ພາສາ​ຫວຽດ ​ໃນ​ງານ​ສະ​ເຫຼີມສະຫຼອງ​ວັນ​ຊາດ​ຫວຽດນາມ ​ປີນີ້, ​ໃຫ້​ຮູ້​ວ່າ ​ຮູບເງົາສະເທືອນໃຈ ແລະ ໄດ້ໃຈຂອງ​ຜູ້​ຊົມທີ່ສຸດ, ​ໄດ້​ສ້າງ​ຫຼາຍສຽງກັງວານທີ່ອົບອຸ່ນ.

ຮູບເງົາ ດອກມະລິ ໄດ້ນຳມາສູ່ປະ​ຊາ​ຊົນ ອີ​ຕາ​ລີ ແລະ ເພື່ອນມິດ​​ສາ​ກົນ ເຊິ່ງການເບິ່ງກ່ຽວກັບພື້ນຖານ​ຮູບ​ເງົາໃນ​ຍຸກປະຈຸບັນ​ຂອງ​ຫວຽດ​ນາມ. ບັນດາຜູ້​ຊົມ​ເຫັນ​ໄດ້​ວ່າ ​ເຖິງ​ວ່າ​ຍັງໜຸ່ມນ້ອຍ ​ແຕ່​ເມື່ອ​ບໍ່​ດົນ​ມາ​ນີ້, ພື້ນຖານຮູບເງົາ​ຫວຽດນາມ ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່, ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເຖິງ​ການ​ພັດທະນາ​ຂອງ​ປະ​ເທດ ​ແລະ ການ​ເຊື່ອມ​ໂຍງ​​ສາກົນຂອງປະເທດ ຫວຽດນາມ.

ດີງເລື້ອງ

302 Found

Found

The document has moved here.