ການ​ຮ່ວມ​ມື​ວຽກງານ​ປ້ອງ​ກັນ​ຊາດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນຂອງ​ການ​ພົວພັນ​ ຫວຽດນາມ - ລາວ

01:17 | 27/09/2023

ຍສໝ - ຕອນບ່າຍວັນທີ 26 ກັນຍາ, ທ່ານປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນໂທ ທອງລອຍ ສີລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ​ລາວ​ແມ່ນ​ສຳຄັນ​ທີ່​ສຸດ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ກັບ​ລາວ​ແມ່ນ​ສຳຄັນ​ທີ່​ສຸດ
ຊາວ​ໜຸ່ມ​ຫວຽດນາມ ​ແລະ ລາວ ມ່ວນ​ຊື່ນ​ຢູ່​ເຂດ​ຊາຍ​ແດນ ຊາວ​ໜຸ່ມ​ຫວຽດນາມ ​ແລະ ລາວ ມ່ວນ​ຊື່ນ​ຢູ່​ເຂດ​ຊາຍ​ແດນ
ການ​ຮ່ວມ​ມື​ວຽກງານ​ປ້ອງ​ກັນ​ຊາດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນ ​ຂອງ​ການ​ພົວພັນ​ຫວຽດນາມ - ລາວ

ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ຫວູ​ວັນ​ເຖືອງ ​ໄດ້​ໃຫ້ການ​ຕ້ອນຮັບ ​ທ່ານ ທອງ​ລອຍ ສີ​ລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ​ກົມ​ການ​ເມືອງ​ກອງທັບ​ປະຊາຊົນ​ລາວ. ພາບ: ທົ້ງເຢີດ

ທ່ານ​ປະທານ​ປະ​ເທດ ໄດ້ຕີ​ລາຄາ​ສູງຕໍ່​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມືໃນການບຳລຸງ​ສ້າງ​ພະນັກງານນາຍ​ທະຫານ, ສ້າງ ແລະ ​ຮັກສາຄວາມສະຫງົບ​ຢູ່ບັນດາບ້ານ​ລຽບ​ຕາມ​ຊາຍ​ແດນ ​ເພື່ອສ້າງເສັ້ນທາງຊາຍແດນທີ່ມີ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ, ເຊື່ອ​ໝັ້ນ​ວ່າ​ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈະ​ປະກອບສ່ວນ​ເຮັດໃຫ້ຄວາມສາມັກຄີອັນຍິ່ງໃຫຍ່ ແລະ ການຮ່ວມມືຮອບດ້ານລະຫວ່າງ ພັກ, ລັດ, ປະຊາຊົນ ແລະກອງທັບສອງປະເທດເຂົ້າ​ສູ່​ລວງ​ເລິກ​ກ່ວາ​ອີກ.

ທ່ານ ທອງ​ລອຍ ສີລິວົງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຢ່າງ​ເລິກ​ເຊິ່ງຕໍ່​ພັກ, ລັດ ​ແລະ ກອງທັບ​ປະຊາຊົນ​ຫວຽດນາມ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ກອງທັບ​ປະຊາຊົນ​ລາວ, ໂດຍສະເພາະແມ່ນ​ການ​ຊ່ວຍ​ເຫຼືອລາວ​ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃນ​ວຽກ​ງານ​ພັກ ​ແລະ ວຽກ​ງານ​ການ​ເມືອງ​ໃນ​ກອງທັບ, ​ພ້ອມ​ກັບ​ການ​ສ້າງສວນສາທາລະນະ​ມິດຕະພາບ ທີ່ ແຂວງຫົວພັນ, ກໍ່ສ້າງຫໍພິພິທະພັນ ພ້ອມທັງສ້ອມແປງ ແລະ ບູລະນະອະນຸສອນສະຖານນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ບັນດາແຂວງພາກເໜືອຂອງລາວ.

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.