ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ອາເມລິກາ | |
ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ |
ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ຟານວັນມາຍ ໃຫ້ຮູ້ວ່າ: ນະຄອນໂຮ່ຈິມິນ ແມ່ນໃຈກາງເສດຖະກິດຂອງພາກໃຕ້ ແລະ ທົ່ວປະເທດ; ເປັນຜູ້ເຊື່ອມຕໍ່ໃນການຄ້າສາກົນ. ໂຄງປະກອບການເສດຖະກິດຂອງນະຄອນໂຮ່ຈິມິນດ້ວຍ 65% ເເມ່ນການບໍລິການ, ອຸດສາຫະກໍາການກໍ່ສ້າງ 20%. ປະຈຸບັນ, ນະຄອນໂຮ່ຈິມິນ ພວມສ້າງໂຄງປະກອບເສດຖະກິດຄືນໃໝ່, ຫັນເຖິງອຸດສາຫະກຳການບໍລິການທີ່ມີຄຸນຄ່າສູງ. ການຫັນປ່ຽນສີຂຽວ, ການພັດທະນາເສດຖະກິດສີຂຽວ ກໍ່ແມ່ນກຳນົດທິດຂອງນະຄອນໃນໄລຍະຈະມາເຖິງ...
![]() |
ກອງປະຊຸມສາກົນປະຈຳປີ ກ່ຽວກັບວິທະຍາສາດສັງຄົມຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ດຳເນີນແຕ່ວັນທີ 20 – 21 ກັນຍາ ຢູ່ນະຄອນໂຮ່ຈິມິນ (ພາບ: ແວບໄຊອົງຄະນະພັກນະຄອນ ໂຮ່ຈີມິນ) |
ທ່ານ ຟານວັນມາຍ ໃຫ້ຮູ້ວ່າ: ໝາກຜົນການຄົ້ນຄ້ວາຕົວຈິງຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ແມ່ນມີຄວາມໝາຍສຳຄັນທີ່ສຸດໃນການຍົກອອກການກຳນົດທິດ ແລະ ພື້ນຖານການພັດທະນາທີ່ຖືກຕ້ອງ. ສະນັ້ນ, ນະຄອນ ໂຮ່ຈີມິນ ຫວັງວ່າ ບັນດາສະຖາບັນບັນດິດຂອງ 3 ປະເທດຈະສືບຕໍ່ຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ; ຍາໃດກໍ່ກຽມພ້ອມຕ້ອນຮັບບັນດາຄະນະຄົ້ນຄ້ວາ, ຕອບສະຫນອງທຸກຄວາມຮຽກຮ້ອງເພື່ອວຽກຄົ້ນຄວ້າບັນລຸໄດ້ຜົນດີທີ່ສຸດ.
ໂດຍຕີລາຄາສູງການພັດທະນາຂອງນະຄອນ ໂຮ່ຈີມິນ, ທ່ານ ປອ ສອນທະນູ ທຳມະວົງ ແລະ ທ່ານ ບັນດິດ Sok Touch ໃຫ້ຮູ້ວ່າ: ການເລືອກເຟັ້ນນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມວິທະຍາສາດສັງຄົມລະຫວ່າງ 3 ປະເທດ ຈະຊ່ວຍໃຫ້ບັນດາຝ່າຍເຂົ້າຮ່ວມໄດ້ມີບັນດາປະສົບການທີ່ລ້ຳຄ່າໃນການພັດທະນາເສດຖະກິດ ແລະ ການຄ້າໃນຍຸກດິຈິຕອນທົ່ວໂລກ. ໃນປີຕໍ່ໄປ, ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມສະມະນາວິທະຍາສາດ ແລະ ຫວັງວ່າຈະເຊີນຄະນະຜູ້ແທນນະຄອນ ໂຮ່ຈີມິນ ເຂົ້າຮ່ວມ ເພື່ອສາມາດໄດ້ຮຽນຮູ້ປະສົບການພັດທະນາຈາກນະຄອນ ໂຮ່ຈີມິນ.
ກອງປະຊຸມສຳມະນາສາກົນກ່ຽວກັບວິທະຍາສາດສັງຄົມ ໄດ້ຮັບການຈັດຕັ້ງໝູນວຽນກັນທຸກໆປີ ໂດຍ 3 ສະຖາບັນຄື: ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ, ສະຖາບັນວິທະຍາສາດເສດຖະກິດ ເເລະ ສັງຄົມແຫ່ງຊາດລາວ ເເລະ ສະຖາບັນຣາຊາບັນດິດສະພາ ກຳປູເຈຍ. ປີນີ້, ກອງປະຊຸມຈະດຳເນີນເປັນເວລາ 2 ວັນ ແຕ່ວັນທີ 20-21 ກັນຍາ ຢູ່ນະຄອນໂຮ່ຈິມິນ. ຄາດວ່າ ເນື້ອໃນສົນທະນາຈະສຸມໃສ່ການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ 3 ປະເທດໃນສະພາບເສດຖະກິດດີຈີຕອນ; ພັດທະນາຕົວເມືອງອັດສະລິຍະ ເພື່ອເປົ້າໝາຍການເຕີບໂຕສີຂຽວ...

ດີງເລື້ອງ
ຂ່າວທີ່ກ່ຽວຂ້ອງ

ເພື່ອນມິດສາກົນສະເໜີຄວາມເຫັນເພື່ອຊ່ວຍຫວຽດນາມພັດທະນາເສດຖະກິດ ແລະ ການຄ້າ Halal

ຈິດໃຈຮ່ວມມື, ຮັກສາສັນຕິພາບ ແມ່ນຊັບສິນອັນລ້ຳຄ່າຂອງຊາວຫວຽດນາມ ແລະ ອາເມລິກາ

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດ ເອທິໂອປີ
ທ່ານອາດຈະມັກ

ຈຳໜ່າຍປຶ້ມບັນທຶກຄວາມຊົງຈຳ“ຄອບຄົວ, ເພື່ອນມິດ ແລະ ປະເທດ” ຂອງອະດີດຮອງປະທານປະເທດ ຫງວຽນທິບິ່ງ

ຫວຽດນາມ-ລາວ ສາມັກຄີສະໜິດຕິດພັນ, ໜູນຊາວຍເຊິ່ງກັນ ແລະກັນ ເພື່ອພ້ອມກັນພັດທະນາ

ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 64 ປີແຫ່ງວັນໄຊຊະນະ Giron

ນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ເຮັດວຽກກັບນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ

ອາຊຽນ ແລະ ບົດເລກໂຈດພາສີ ອາເມລິກາ: ການຕອບສະໜອງທີ່ຄ່ອງຕົວໃນສະພາບການໂລກ
