ໂທລະເລກຊົມເຊີຍນາຍົກລັດຖະມົນຕີນິວຊີແລນ
ຍສໝ - ເນື່ອງໃນໂອກາດທີ່ທ່ານ Christopher Luxon ໄດ້ປະຕິຍານຕົວຮັບຕຳແໜ່ງນາຍົກລັດຖະມົນຕີນິວຊີແລນ ຄົນທີ 42, ວັນທີ 27 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີ໋ງ ໄດ້ສົ່ງໂທລະເລກຊົມເຊີຍ.
ຍສໝ - ເນື່ອງໃນໂອກາດທີ່ທ່ານ Christopher Luxon ໄດ້ປະຕິຍານຕົວຮັບຕຳແໜ່ງນາຍົກລັດຖະມົນຕີນິວຊີແລນ ຄົນທີ 42, ວັນທີ 27 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈີ໋ງ ໄດ້ສົ່ງໂທລະເລກຊົມເຊີຍ.
ຍສໝ - ຄະນະຜູ້ແທນກະຊວງປ້ອງກັນປະເທດ 3 ປະເທດ ໄດ້ລົງກວດກາວຽກງານກະກຽມ ແລະກວດຜ່ານບັນດາການເຄື່ອນໄຫວໃນຂອບເຂດລາຍການພົບປະແລກປ່ຽນຢູ່ບາງສະຖານທີ່ຄື: ເຂດຫຼັກໝາຍສາມແຍກຊາຍແດນ; ການຝຶກຊ້ອມຮ່ວມດ້ານການແພດທະຫານຢູ່ເຂດສາມແຍກປ້ອມເກັບຄ່າທຳນຽມ ຢູ່ດ່ານສາກົນເບີ່ອີ; ...
ຍສໝ - ຕາມການສະຖິຕິຂອງພະແນກອຸດສາຫະກຳ ແລະການຄ້າ ແຂວງດ້ຽນບຽນ ແລ້ວ, ຍອດວົງເງິນສົ່ງອອກ, ນໍາເຂົ້າ ແລະການເຄື່ອນໄຫວການຄ້າຊາຍແດນຂອງແຂວງດ້ຽນບຽນ ໃນ 9 ເດືອນປີ 2023 ຄາດວ່າຈະບັນລຸ 58,02 ລ້ານໂດລາສະຫະລັດ, ເທົ່າກັບ 71,37% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022; ບັນລຸ 48,35% ທຽບໃສ່ແຜນການປີ; ໃນນັ້ນ, ຄາດຄະເນການສົ່ງອອກບັນລຸ 42,85 ລ້ານໂດລາສະຫະລັດ, ເທົ່າກັບ 73,55% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ບັນລຸ 53,56% ເມື່ອທຽບໃສ່ແຜນການປີ.
ຍສໝ - ວັນທີ 20 ພະຈິກນີ້, ຢູ່ ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ຫວຽດນາມ Andrew Goledzinowski ໄດ້ມີການໂທລະສັບເຖິງ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕຣາລີ ຫງວຽນເຕີດແທງ ເພື່ອຫວນຄືນການໂທລະສັບຄັ້ງທຳອິດຈາກ ຫວຽດນາມ ໄປ ອົດສະຕຣາລີ.
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຍົກອອກມາດຕະການແກ້ໄຂລະອຽດ, ເພື່ອເປັນພື້ນຖານແກ່ການເຄື່ອນໄຫວສົ່ງເສີມການຄ້າລະຫວ່າງສອງປະເທດໃຫ້ບັນລຸປະສິດທິຜົນ.
ຍສໝ - ວັນທີ 27 ພະຈິກ, ຢູ່ກອງພັນໃຫຍ່ 990, ກອງບັນຊາການທະຫານແຂວງກອນຕູມ (ທະຫານເຂດ 5) ໄດ້ເປີດຊຸດຝຶກອົບຮົມວຽກງານກູ້ຊ່ວຍດ້ານການແພດໃນສະພາບໄພພິບັດລະຫວ່າງການແພດທະຫານສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ.
ຍສໝ - ຕອນບ່າຍວັນທີ 27 ພະຈິກ 2023, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝລັ່ງ ຈໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຝລັ່ງ (1973 – 2023) ຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ໃນວັນທີ 25 ພະຈິກນີ້, ທ່ານ ໂງວັນຕວນ ຫົວໜ້າໃຫຍ່ອົງການກວດສອບແຫ່ງລັດ ຫວຽດນາມ ແລະ ຄະນະຜູ້ແທນອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ມາຢ້ຽມຢາມທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ຮອງປະທານຜູ້ປະຈຳການສະພາແຫ່ງຊາດລາວທ່ານ ສຸນທອນ ໄຊຍະຈັກ.
ຍສໝ - ນີ້ແມ່ນຊຸດຝຶກອົບຮົມກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນ ເຊິ່ງຖັດມາ ICRC ໄດ້ໜູນຊ່ວຍຫວຽດນາມ ເລີ່ມແຕ່ປີ 2015, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງກົມຮັກສາສັນຕິພາບຫວຽດນາມ ແລະ ICRC ໃນຂົງເຂດຮັກສາສັນຕິພາບ, ປະກອບຄວາມຮູ້ສຳຄັນກ່ຽວກັບກົດໝາຍວ່າດ້ວຍມະນຸດສະທຳສາກົນໃຫ້ກຳລັງຮັກສາສັນຕິພາບຂອງຫວຽດນາມ.
ຍສໝ - ການພົບປະແລກປ່ຽນ ແລະເຮັດວຽກລະຫວ່າງພະນັກງານຍິງ ຂອງວິທະຍາຄານການແພດທະຫານ ກັບພະນັກງານຍິງ ຂອງກອງທັບປະຊາຊົນລາວ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍອັນເລິກເຊິ່ງ, ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີທີ່ສະໜິດຕິດແໜ້ນຂອງສອງຊາດ ເວົ້າລວມ, ຂອງພະນັກງານຍິງ ສອງກອງທັບ ເວົ້າສະເພາະ.
ຍສໝ - ວັນທີ 24 ພະຈິກນີ້, ສະຖານທູດຫວຽດນາມ ປະຈຳ ອີຕາລີ ສົມທົບກັບບໍລິສັດໃຫຍ່ການຄຸ້ມຄອງສະໜາມບິນ Milan, ອຳນາດການປົກຄອງນະຄອນ Milan ແລະ ຫ້ອງການການຄ້າ ອີຕາລີ - ຫວຽດນາມ ໄດ້ຈັດຕັ້ງພິທີເລີ່ມຕົ້ນໂຄງການໂຄສະນາ ຫວຽດນາມ ຢູ່ Milan.
ຍສໝ - ປີ 2021, ຄະນະກຳມະການອາຊຽນ ໄດ້ປະກາດໃຊ້ກອບເສດຖະກິດໝູນວຽນ ໃຫ້ປະຊາຄົມເສດຖະກິດອາຊຽນ. ກອບເສດຖະກິດໝູນວຽນ ໄດ້ວາງວິໄສທັດໄລຍະຍາວ ດ້ວຍຄວາມຫວັງເສດຖະກິດໝູນວຽນ ອີງໃສ່ບັນດາຂໍ້ລິເລີ່ມທີ່ມີ ຢູ່ ແລະກຳນົດບັນດາຈຸດສຸມບູລິມະສິດໃນການກະທຳ, ຍູ້ໄວວິວັດການຫັນພື້ນຖານເສດຖະກິດໝູນວຽນ ໃນກຸ່ມອາຊຽນ ໃຫ້ປະກົດຜົນເປັນຈິງ.
ຍສໝ - ນັບແຕ່ເມືຶ່ອສ້າງຕັ້ງການພົວພັນທາງການທູດມາແຕ່ປີ 1971, ການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະແດນມາກ ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ, ພິເສດແມ່ນນັບແຕ່ສອງປະເທດ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານໃນປີ 2013 ແລະສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສີຂຽວ ໃນຕົ້ນເດືອນພະຈິກນີ້.
ຍສມ - ວັນທີ 21 ພະຈິກ 2023, ທ່ານເອກອັກຄະລັດຖະທູດ ຟານຈີແທ່ງ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ໄທ, ສະມາຄົມຊາວ ຫວຽດນາມ ຢູ່ ໄທ, ອຳນາດການປົກຄອງແຂວງ ອຸດອນທານີ ແລະ ຊາວຫວຽດນາມ ອາໄສຢູ່ໄທ ໄດ້ເຂົ້າຮ່ວມພິທີເປີດສະຫຼອງປະຕູໂຂງຄຸ້ມຖະໜົນ ເມືອງຫວຽດນາມ ຢູ່ເມືອງ ອຸດອນທານີ ຂຶ້ນກັບພາກຕາເວັນອອກສ່ຽງເໜືອຂອງ ໄທ.
ຍສໝ - ສອງຝ່າຍລ້ວນແຕ່ພໍໃຈຕໍ່ໝາກຜົນຂອງການຢ້ຽມຢາມຂອງທ່ານນາງ ຫວໍທິແອັງຊວັນ, ຖືວ່ານີ້ແມ່ນບາດກ້າວສຳຄັນໃນການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ນອກແວ.
ຍສໝ - ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມ COP28, ທ່ານ ໂດ໊ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບບັນດາເນື້ອໃນກ່ຽວຂ້ອງເຖິງການໄປປະຕິບັດງານ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳ Tel Aviv ແລ້ວ, ວັນທີ 26 ພະຈິກ, ພາຍຫຼັງການຢຸດຍິງລະຫວ່າງກອງທັບ ອິດສະຣາແອນ ແລະ ຂະບວນການອິດສະລາມ Hamas ຢູ່ເຂດ Gaza ມີຜົນສັກສິດ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ນຳໜ້າໂດຍ ທ່ານເອກອັກຄະລັດຖະທູດ ລີ໋ດືກຈູ່ງ ໄດ້ຈັດຕັ້ງການຢ້ຽມຢາມບັນດານັກບຳລຸງວິຊາຊີບຢູ່ສູນຝຶກອົບຮົມກະສິກຳສາກົນ Arava (AICAT) ໃນພາກໃຕ້ຂອງອິດສະຣາເອນ.
ຍສໝ - ເມື່ອໄປຢ້ຽມຢາມຮູບແບບການເຄື່ອນໄຫວຂອງສະມາຄົມແມ່ຍິງກອງພັນໃຫຍ່ 916 ແລະຊົມລາຍການຟ້ອນລຳໂດຍສະມາຊິກສະມາຄົມແມ່ຍິງກອງພັນໃຫຍ່ 916 ສະແດງ, ສະຫາຍ ນາງ ພັນໂທ ແພງດີ ສົມສະນິດ ໄດ້ຊົມເຊີຍວ່າ: ພວກເພື່ອນມີບັນດາຮູບແບບເຄື່ອນໄຫວທີ່ໜ້າປະທັບໃຈ! ແມ່ຍິງກອງທັບປະຊາຊົນຫວຽດນາມ ມີຄວາມຊໍານິຊໍານານ ແລະມີຫົວຄິດປະດິດສ້າງ!
ຍສໝ - ທ່ານ Åke Mikaelsson, ທີ່ປຶກສາຂັ້ນສູງ ແລະ ຜູ້ອຳນວຍການໂຄງການຮ່ວມມືດ້ານສິ່ງແວດລ້ອມຂອງຊູແອັດ ກັບ ລັດເຊຍ, ພາກພື້ນ Barents, ອາເມລິກາ, ການາດາ ແລະ ຫວຽດນາມ ໄດ້ແບ່ງປັນຄືນັ້ນຢູ່ການພົບປະແລກປ່ຽນກັບທ່ານຮອງເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນໂຮ່ຫາຍ ໃນວັນທີ 24 ພະຈິກ ທີ່ປະເທດ ຊູແອັດ.
ຍສໝ - ໃນຂອບເຂດກອງປະຊຸມສໍາມະນາ, ບັນດາວິສາຫະກິດຫວຽດນາມ ໄດ້ວາງສະແດງ ແລະແນະນຳບັນດາຜະລິດຕະພັນ, ສິນຄ້າຂອງຕົນ. ໃນນັ້ນ, ແຂວງ ດັກນົງ ໄດ້ນຳເອົາຫຼາຍຜະລິດຕະພັນທີ່ເປັນເອກະລັກຂອງແຂວງມາວາງສະແດງຢູ່ທີ່ກອງປະຊຸມສໍາມະນາ, ຄື: ແມັກຄາເດເມຍ, ໝາກຖົ່ວລຽນ...