ຫວຽດນາມ ​ແລະ ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວຽກງານພາຍໃນ

16:06 | 26/03/2024

ຍສໝ - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນ​ບ່າຍ​ວັນ​ທີ 25 ມີນາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ຜູ້​ແທນ​ກະຊວງ​ພາຍ​ໃນ ​ຫວຽດນາມ ໂດຍ​ທ່ານລັດຖະມົນຕີກະຊວງ​ ນາງ ຟ້າ​ມທິແທງຈາ ເປັນຫົວໜ້າຄະນະ​ ໄດ້​ມີ​ການ​ໂອ້ລົມ​ເຈລະຈາກັບ​ຄະນະ​ຜູ້​ແທນ​ກະຊວງ​ພາຍ​ໃນ ລາວ ໂດຍ​ທ່ານລັດຖະມົນຕີກະຊວງ ທອງຈັນ ມະນີໄຊ ເປັນຫົວໜ້າຄະນະ. ເຂົ້າ​ຮ່ວມ​ການ​ໂອ້ລົມ​ເຈລະຈາ ຍັງມີທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຫວຽດ​ນາມ ປະ​ຈຳ​ ລາວ ຫງວຽນ​ບ໋າ​ຮຸ່ງ.

ເທື່ອທຽນເຫວ້ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ, ​ເພີ່ມ​ທະວີ ​ແລະ ຜັນຂະຫຍາຍສາຍພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ ເທື່ອທຽນເຫວ້ ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການປັບປຸງ, ​ເພີ່ມ​ທະວີ ​ແລະ ຜັນຂະຫຍາຍສາຍພົວພັນ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ
ຫວຽດນາມ - ກຣົວຊີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ ຫວຽດນາມ - ກຣົວຊີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ແຈ້ງໃຫ້ກັນກ່ຽວກັບໝາກຜົນຂອງວຽກງານພາຍໃນຂອງແຕ່ລະປະເທດໃນປີ 2023, ພິເສດ ແມ່ນໃນວຽກງານສ້າງສຳເລັດກົດບັນຍັດ (ລະບອບລະບຽບການ); ວຽກງານຊັບຊ້ອນອົງການກົງຈັກ, ຫຼຸດຜ່ອນ​ພະນັກງານ ​ແລະ ການປະຕິຮູບລະບົບວຽກຫຼວງ.

ໂດຍຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ພາຍ​ໃນ​ລະຫວ່າງ​ສອງ​ປະ​ເທດ​ພາຍຫຼັງ​ສອງ​ກະຊວງ​ພາຍ​ໃນ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໄລຍະ 2023-2026, 2 ຝ່າຍ​ຍິນ​ທີ່ດີ​ເຫັນ​ວ່າ​ ໃນ​ໄລຍະ​ມໍ່ໆ​ມາ​ນີ້, ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ນັບ​ມື້​ນັບແທດຈິງ ແລະ ​ມີ​ປະ​ສິດ​ທິ​ຜົນ. ບໍ່​ພຽງ​ແຕ່​ຈະ​ສືບ​ຕໍ່​ຮັກສາ​ການ​ຢ້ຽມຢາມພົບປະຂັ້ນ​ສູງ ແລະ ທຸກຂັ້ນຕາມຮູບ​ແບບ​ທີ່​ໄຫວພິບ​ເທົ່າ​ນັ້ນ, ແຕ່ສອງ​ຝ່າຍ​ຍັງ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບຳລຸງ​ສ້າງ, ບຳລຸງ​ພະນັກງານ, ລັດຖະກອນ​ໃນ​ການ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດ​​ວຽກງານພາຍ​ໃນ​ຂອງ ​ລາວ, ບຳລຸງ​ສ້າງນັກສຶກສາລາວ ລະດັບປະລິນຍາຕີ ແລະ ຫຼັງມະຫາ​ລົງເລິກຂະແໜງການບໍລິຫານ​ລັດ, ການ​ຄຸ້ມ​ຄອງ​ລັດ, ວຽກງານຫ້ອງການ, ສຳເນົາເອກະສານ...

ຫວຽດນາມ ​ແລະ ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວຽກງານພາຍໃນ

ຄະ​ນະ​ຜູ້​ແທນ ​ຫວຽດ​ນາມ ທີ່​ການພົບພະ​ເຈ​ລະ​ຈາ. ພາບ: ຟ້າມກຽນ/TTXVN

ສອງຝ່າຍເຫັນດີເປັນເອກະພາບວ່າ ມີຜົນສຳເລັດ ແລະ ປະສິດທິຜົນຂອງການຮ່ວມມືຄືຂ້າງເທິງນີ້ ແມ່ນຍ້ອນການສົມທົບກັນຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າຂອງສອງຝ່າຍ, ການເອົາໃຈໃສ່, ຊີ້ນຳຢ່າງໃກ້ຊິດ ແລະ ທັນການຂອງການນຳຂອງສອງກະຊວງ ແລະ ຄວາມສຸດຈິດສຸດໃຈຂອງບັນດານັກວິຊາການະຕິບັດ​ໜ້າ​ທີ່... ທັງ​ສອງ​ຝ່າຍ​ຢືນຢັນ​ວ່າ ນີ້​ບໍ່​ພຽງ​ແຕ່​ສ້າງ​ຜົນສຳ​ເລັດ ​ແລະ ປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ເພີ່ມ​ທະວີ ​ແລະ ປັບປຸງສາຍ​ພົວພັນ​ອັນ​ດີງາມ​ທີ່ມີຢູ່ແລ້ວລະຫວ່າງ​ກະຊວງ​ພາຍ​ໃນ​ຂອງ​ສອງ​ປະ​ເທດ​ ຫວຽດນາມ ແລະ ລາວ ​ອ້າຍ​ນ້ອງ.

​ເພື່ອ​ເສີມຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ແລະ ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ໃຫ້​ນັບ​ມື້​ນັບ​ແທດ​ຈິງ, ມີ​ປະສິດທິ​ຜົນ ​ແລະ ​ເລິກ​ເຊິ່ງກ່ວາອີກນັ້ນ, ການ​ນຳ​ຂອງ​ສອງ​ກະຊວງ​ ໄດ້​ເຫັນ​ດີ​ເປັນ​ເອກະພາບກັນ​ວ່າ ໃນ​ໄລຍະ 2024-2026, ກະຊວງ​ພາຍ​ໃນ​ ຫວຽດນາມ ​ແລະ ລາວ ຈະສືບ​ຕໍ່​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສຳຄັນຈຸດສຸມ ລວມມີ: ສືບ​ຕໍ່​ໜູນວຽນຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງກະຊວງ ແລະ ການ​ນຳ​ບັນດາ​ຫົວໜ່ວຍ, ຂຶ້ນກັບສອງກະຊວງຕິດພັນກັບການ​ຕີ​ລາຄາ​ໝາກຜົນ​ການ​ຮ່ວມ​ມື​ປະຈຳ​ປີ; ຈັດຕັ້ງຊຸດຝຶກອົບຮົມໄລຍະສັ້ນ 1-3 ເດືອນໃນຂົງເຂດວຽກງານພາຍໃນ ຢູ່ສະຖາບັນການປົກຄອງແຫ່ງຊາດ; ສືບ​ຕໍ່ບຳລຸງສ້າງນັກ​ສຶກ​ສາ ​ລາວ ​ໃນຂົງເຂດວຽກງານພາຍໃນການບໍລິຫານລັດ, ການ​ຄຸ້ມ​ຄອງ​ລັດ; ເພີ່ມທະວີການພົບປະແລກປ່ຽນ, ແບ່ງປັນປະສົບການ ແລະ ແບ່ງປັນການໜູນຊ່ວຍໂດຍກົງໃນແຕ່ລະຂົງເຂດເຊິ່ງສອງຝ່າຍມີທ່າແຮງໂດຍຜ່ານບັນດາຫົວໜ່ວຍທີ່ກ່ຽວຂ້ອງຄື ບຳລຸງສ້າງ, ບຳລຸງພະນັກງານ, ລັດຖະກອນກ່ຽວກັບງຽກງານການບໍລິຫານ, ສະໝຽນຫ້ອງການສຳເນົາເອກະສານ, ສາສະໜາ, ຄວາມເຊື່ອຖື, ການແຂ່ງຂັນ, ຍ້ອງຍໍ ແລະ ມອບລາງວັນ, ວິທະຍາສາດການຈັດຕັ້ງຂອງລັດ...

ສອງຝ່າຍ ກໍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສົມທົບ​ກັນຍື່ນຕໍ່ລັດຖະບານ​ສອງ​ປະ​ເທດ​ເພື່ອ​ອະນຸມັດ​ການ​ຜັນ​ຂະຫຍາຍ​ໂຄງການ​ຫັນ​ເປັນ​ດິຈິ​ຕອນຂອງ​ກະຊວງ​ພາຍ​ໃນ​ລາວ ​ເພື່ອ​ຊ່ວຍ​ໃຫ້​ກະຊວງ​ພາຍ​ໃນ​ ​ແລະ​ ຂະ​ແໜງ​ການວຽກງານພາຍ​ໃນ ລາວ ຍົກສູງປະສິດທິ​ຜົນ​ການ​ດຳ​ເນີນ​ງານ, ​ເພີ່ມ​ທະວີ​ລັກສະນະເປີດເຜີຍ, ກະຈ່າງແຈ້ງ, ປະຢັດຄ່າໃຊ້ຈ່າຍ ແລະ ເວລາ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.