ສະມາຄົມມິດຕະພາບຫວຽດນາມ ແລະ ໄທ ເປັນຊ່ອງທາງສໍາຄັນໃນການເຊື່ອມຕໍ່ ແລະ ຊຸກ​ຍູ້ການຮ່ວມມືລະ​ຫວ່າງວິສາຫະກິດ

09:47 | 22/03/2024

ສະມາຄົມມິດຕະພາບຫວຽດນາມ ແລະ ໄທ ເປັນຊ່ອງທາງສໍາຄັນໃນການເຊື່ອມຕໍ່ ແລະ ຊຸກ​ຍູ້ການຮ່ວມມືລະ​ຫວ່າງທຸລະກິດ

ໄທ ຖື​ເປັນ​ສຳຄັນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ບັນດາ​ສະຖານ​ທີ່​ຕິດ​ພັນ​ກັບ​ການ​ພົວພັນ​ກັບ ຫວຽດນາມ ໄທ ຖື​ເປັນ​ສຳຄັນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ບັນດາ​ສະຖານ​ທີ່​ຕິດ​ພັນ​ກັບ​ການ​ພົວພັນ​ກັບ ຫວຽດນາມ
ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ

ຕາມທ່ານ ຫງວຽນວັນແທ່ງ ແລ້ວ, ທີ່ເວທີປາໄສວິສາຫະກິດ ໄທ-ຫວຽດນາມ ທີ່ຈັດຂຶ້ນທີ່ນະຄອນ ບາງກອກ (ໄທ) ໃນເດືອນສິງຫາ 2023, ທ່ານ ແລະ ປະທານສະມາຄົມມິດຕະພາບ ໄທ-ຫວຽດນາມ ໄດ້ຕົກລົງສ້າງເງື່ອນໄຂໃຫ້ບັນດາວິ​ສາ​ຫະ​ກິດຂອງສອງປະເທດພົບ​ປະ​, ຮ່ວມມືກັນ, ຮັບປະກັນຜົນປະໂຫຍດຂອງວິ​ສາ​ຫະ​ກິດ ແລະ ກົດຫມາຍຂອງສອງປະເທດ. ສອງສະມາຄົມຈະເປັນຂົວຕໍ່ໃຫ້​ວິ​ສາ​ຫະ​ກິດ, ອົງການຈັດ​ຕັ້ງ, ບຸກຄົນ​ຫວຽດ​ນາມ ທີ່ີ​ມີຄວາມຕ້ອງການ​ພົບ​ປະແລກປ່ຽນ, ຮ່ວມມືກັບ​ບັນ​ດາຄູ່ຮ່ວມ​ມື​ຢູ່ໄທ ແລະກົງ​ກັນ​ຂ້າມ, ທັງ​ແມ່ນຊ່ອງທີ່ສໍາຄັນເພື່ອ​ໃຫ້​ວິ​ສາ​ຫະ​ກິດຂອງສອງປະເທດ​ແນະ​ນຳ ສະໜອງຂໍ້ມູນກ່ຽວກັບຜະລິດຕະພັນ, ການບໍລິການຂອງຕົນ.

ສະມາຄົມມິດຕະພາບຫວຽດນາມ ແລະ ໄທ ເປັນຊ່ອງທາງສໍາຄັນໃນການເຊື່ອມຕໍ່ ແລະ ຊຸກ​ຍູ້ການຮ່ວມມືລະ​ຫວ່າງວິສາຫະກິດ

ການພົບປະລະຫວ່າງ ສະມາຄົມມິດຕະພາບ ຫວຽດນາມ - ໄທ ແລະ ຄະນະຜູ້ແທນວິສາຫະກິດຂອງສະມາຄົມມິດຕະພາບ ໄທ-ຫວຽດນາມ. ພາບ: ແທ່ງລວນ

ໂດຍສະຫນັບສະຫນູນຜະລິດຕະພັນ, ສິນຄ້າຂອງບັນດາວິສາຫະກິດໄທ ທີ່ມີໜ້າຢູ່ຕະຫຼາດຫວຽດນາມ, ທ່ານ ຫງວຽນວັນແທ່ງ ໃຫ້​ຮູ້ວ່າ ສະມາຄົມມິດຕະພາບ ຫວຽດນາມ-ໄທ ຈະໃຫ້ການຫນູນຊ່ວຍ ຖ້າວິສາຫະກິດໄທ ມີ​ຄວາມ​ຕ້ອງ​ການຮ່ວມມືກັບວິສາຫະກິດຫວຽດນາມ ທີ່ເປັນສະມາຊິກຂອງສະມາຄົມ.

ທ່ານ ປຣະພາດ ວິພົບພະໂສພົນ ຮອງປະທານສະມາຄົມມິດຕະພາບ ໄທ-ຫວຽດນາມ, ຜູ້ອໍານວຍການການຄ້າສາກົນບໍລິສັດ ເຄື່ອງ​ດື່ມ Krungsiam ຈໍາກັດ (ໄທ) ໄດ້ປະກາດຜົນຂອງການສໍາຫຼວດ, ຊອກຫາຄູ່ຮ່ວມງານ, ໂອກາດລົງທຶນ ແລະ ດໍາເນີນທຸລະກິດ ຢູ່ຫວຽດນາມ ຂອງຄະນະວິສາຫະກິດໄທ.

ຄຽງຄູ່ກັບການຊຸກ​ຍູ້ການຮ່ວມມືດ້ານເສດຖະກິດ, ທ່ານ ປຣະພາດ ວິພົບພະໂສພົນ ​ໃຫ້​ຮູ້ຕື່ມອີກວ່າ ບໍລິສັດ ເຄື່ອງດື່ມ Krungsiam ຈໍາກັດ ສະຫນັບສະຫນູນສະຖານທູດໄທ ປະຈໍາຫວຽດນາມ ເຜີຍ​ແຜ່ວັດທະນະທໍາຂອງໄທ ຢູ່ຫວຽດນາມ ດ້ວຍການສະຫນັບສະຫນູນຈາກສອງສະມາຄົມມິດຕະພາບ. ວິສາຫະກິດມີຂໍ້ລິເລີ່ມເປີດ​ສະ​ຖາ​ບັນກິລາບານເຕະຢູ່ຫວຽດນາມ ແລະ ໄດ້ຍົກຂໍ້ສະເຫນີນີ້ກັບການນໍາສະມາຄົມມິດຕະພາບ ໄທ-ຫວຽດນາມ.

ໃນກອງປະຊຸມ, ຜູ້ຕາງ​ໜ້າວິ​ສາ​ຫະກິດຂອງສອງຝ່າຍໄດ້ແນະນໍາບັນດາຂົງເຂດດຳ​ເນີນທຸລະກິດ, ທ່າ​ແຮງຂອງ​ຕົນ​ກໍ່​ຄືຄວາມ​ຕ້ອງ​ການຊອກຫາຄູ່ຮ່ວມມື ແລະ ແນະ​ນຳຜະລິດຕະພັນໄປປະເທດເພື່ອນ. ອີກຫຼາຍຄວາມຄິດເຫັນໄດ້ສະເຫນີ ເພີ່ມ​ທະ​ວີການພົບ​ປະແລກປ່ຽນ ໂຄ​ສະ​ນາວັດທະນະທໍາ, ເປີດກວ້າງໂອກາດຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດ.

ປະທານສະມາຄົມມິດຕະພາບຫວຽດນາມ-ໄທ, ທ່ານ ຫງວຽນວັນແທ່ງ ໃຫ້​ຮູ້ວ່າ ສະມາຄົມທັງສອງຝ່າຍຈະມີກົນໄກແລກປ່ຽນຂໍ້ມູນຂ່າວສານເພື່ອໃຫ້ວິ​ສາ​ຫະກິດຂອງສອງປະເທດໂຄ​ສະ​ນາຜະລິດຕະພັນ, ຈາກ​ນັ້ນ​ ກໍ່ແນະ​ນຳ​ເຖິງລູກຄ້າທີ່ມີຄວາມຕ້ອງການ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.