ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ບັນລຸໄດ້ຜົນງານແທດຈິງຫຼາຍຢ່າງ

14:00 | 21/03/2024

ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ບັນລຸໄດ້ຜົນງານແທດຈິງຫຼາຍຢ່າງ

ຫວຽດນາມ ແລະ ລາວ ມີສາຍພົວພັນແບບພິເສດ, ແມ່ນຊັບສິນອັນລ້ຳຄ່າ ແລະ ລ້ຳຄ່າ ຫວຽດນາມ ແລະ ລາວ ມີສາຍພົວພັນແບບພິເສດ, ແມ່ນຊັບສິນອັນລ້ຳຄ່າ ແລະ ລ້ຳຄ່າ
ນັກສຶກສາລາວ 91 ຄົນຢູ່ໂຮງຮຽນມິດຕະພາບ 80 ມີຄອບຄົວທີສອງຢູ່ ຫວຽດນາມ ຕື່ມອີກ ນັກສຶກສາລາວ 91 ຄົນຢູ່ໂຮງຮຽນມິດຕະພາບ 80 ມີຄອບຄົວທີສອງຢູ່ ຫວຽດນາມ ຕື່ມອີກ

ຕອນເຊົ້າວັນທີ 20 ມີນາ, ຢູ່ນະຄອນດ້ຽນບຽນຝູ, ແຂວງດ້ຽນບຽນ ໄດ້ດຳເນີນການໂອ້ລົມເຈລະຈາດ້ານນະໂຍບາຍປ້ອງກັນຊາດ ຫວຽດນາມ-ລາວ ຄັ້ງທີ 4. ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນໂທ ວົງຄໍາ ພົມມະກອນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ເປັນປະທານຮ່ວມການໂອ່້ລົມເຈລະຈາ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມຍິນດີຕ້ອນຮັບທ່ານພົນໂທ ວົງຄໍາ ພົມມະກອນ ທີ່ມາເຂົ້າຮ່ວມການເຈລະຈາ. ພາບ: qdnd.vn.

ທີ່ການເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ ວົງຄໍາ ພົມມະກອນ ເຫັນດີເປັນເອກະພາບໂດຍຕີລາຄາວ່າ, ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນດີງາມລະຫວ່າງລັດຖະບານ, ກອງທັບ ແລະປະຊາຊົນສອງປະເທດ, ເຊິ່ງໄດ້ສະແດງໃຫ້ເຫັນໃນທຸກຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນບັນດາຂັ້ນ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ; ກົນໄກເຈລະຈາ, ປຶກສາຫາລື; ການຄຸ້ມຄອງ, ປົກປັກຮັກສາຊາຍແດນ; ປຶກສາຫາລື, ສະໜັບສະໜູນ ເຊິ່ງກັນ ແລະກັນຢູ່ເວທີປາໄສ, ກົນໄກຫຼາຍຝ່າຍ, ເປັນຕົ້ນແມ່ນບັນດາກົນໄກໂດຍອາຊຽນ ເປັນຜູ້ນຳພາ...

ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ບັນລຸໄດ້ຜົນງານແທດຈິງຫຼາຍຢ່າງ
ບັນຍາກາດທີ່ການໂອ້ລົມເຈລະຈາ. ພາບ: TTXVN

ເມື່ອແລກປ່ຽນກ່ຽວກັບສະພາບການຂອງໂລກ ແລະພາກພື້ນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຕີລາຄາສູງຕໍ່ບົດບາດສຳຄັນຂອງອາຊຽນ ໃນການກຳນົດ ແລະຮັກສາໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ, ຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງບັນດາປະເທດສະມາຊິກ ກໍ່ຄືລະຫວ່າງອາຊຽນ ກັບຄູ່ຮ່ວມມື. ທ່ານເຊື່ອໝັ້ນວ່າ, ໃນຖານະເປັນປະທານອາຊຽນ 2024, ລາວ ຈະປະຕິບັດກົນໄກຮ່ວມມືຢ່າງມີປະສິດທິຜົນ, ສ້າງຄວາມເຫັນດີເຫັນພ້ອມພາຍໃນກຸ່ມກ່ຽວກັບບັນຫາລວມເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ສືບຕໍ່ນໍາອາຊຽນ ໃຫ້ພັດທະນາຢ່າງໝັ້ນຄົງ.

ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ ວົງຄຳ ພົມມະກອນ ໄດ້ເຫັນດີເປັນເອກະພາບນຳກັນວ່າ ສອງຝ່າຍຄວນສືບຕໍ່ມານະພະຍາຍາມຊຸກຍູ້ການຮ່ວມມືບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມ. ໃນນັ້ນສຸມໃສ່ຂົງເຂດຕ່າງໆຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮ່ວມມືກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ; ການບໍາລຸງສ້າງ, ຝຶກອົບຮົມ; ພະລາທິການ-ເຕັກນິກ; ການຮ່ວມມືດ້ານເສດຖະກິດ ແລະການປ້ອງກັນຊາດ; ສະໜັບສະໜູນເຊິ່ງກັນແລະກັນຢູ່ກົນໄກຫຼາຍຝ່າຍ. ສະເໜີໃຫ້ຄະນະຊ່ຽວຊານກະຊວງປ້ອງກັນປະເທດສອງປະເທດປະຕິບັດວຽກງານສະຫຼຸບ, ຕີລາຄາໝາກຜົນການຜັນຂະຫຍາຍອະນຸສັນຍາ ໄລຍະ 2020-2024 ໃຫ້ເປັນຢ່າງດີ, ສະເໜີເອົາເນື້ອໃນຕ່າງໆເຂົ້າໃນອະນຸສັນຍາ ໄລຍະ 2025-2029, ລາຍງານຕໍ່ການນຳກະຊວງປ້ອງກັນປະເທດສອງປະເທດເພື່ອພິຈາລະນາ, ຕົກລົງ. ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ລົງນາມໃນບົດບັນທຶກນະໂຍບາຍດ້ານປ້ອງກັນຊາດ ຫວຽດນາມ-ລາວ ຄັ້ງທີ 4.

ບູນມີ

ເຫດການ
302 Found

Found

The document has moved here.