WTO ຮັບຮູ້ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ລະບົບການຄ້າຫຼາຍຝ່າຍ

15:11 | 26/03/2024

WTO ຮັບຮູ້ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ລະບົບການຄ້າຫຼາຍຝ່າຍ

ຫວຽດນາມ ຖືເປັນສຳຄັນບົດບາດຂອງ WTO ໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍ ຫວຽດນາມ ຖືເປັນສຳຄັນບົດບາດຂອງ WTO ໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍ
ຫວຽດ​ນາມ​ ເຂົ້າ​ຮ່ວມ​ຮອບ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ ສິນ​ໃນ​ນ້ຳ​ຂອງ WTO ຫວຽດ​ນາມ​ ເຂົ້າ​ຮ່ວມ​ຮອບ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ ສິນ​ໃນ​ນ້ຳ​ຂອງ WTO

ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ມາຍຟານຢຸງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ, ປະເທດ ສະວິດ, ໄດ້ຍື່ນໃບແຕ່ວຕັ້ງໜ້າທີ່ຕໍ່ທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ WTO.

ທີ່ການຕ້ອນຮັບ, ທ່ານນາງ Ngozi Okonjo-Iweala ໄດ້ຕີລາຄາສູງແຜນນະໂຍບາຍເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນ ແລະ ການເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ໃຫ້ແກ່ WTO. ທ່ານນາງສະເໜີ ຫວຽດນາມ ສືບຕໍ່ມານະພະຍາຍາມປະກອບສ່ວນໃຫ້ແກ່ບັນດາເນື້ອໃນອື່ນໆ ແລະ ເຂົ້າຮ່ວມການຊຸກຍູ້ການເຈລະຈາກ່ຽວກັບສັນຍາໜູນຊ່ວຍສິນໃນນ້ຳ (ກຸ່ມ 2) ເພື່ອພາໄປເຖິງຜົນສຳເລັດ, ປະກອບສ່ວນໃຫ້ແກ່ເປົ້າໝາຍສະຫັດສະວັດຂອງສະຫະປະຊາຊາດ ກ່ຽວກັບການພັດທະນາແບບຍືນຍົງ.

WTO ຮັບຮູ້ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ລະບົບການຄ້າຫຼາຍຝ່າຍ
ທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ WTO ຕ້ອນຮັບທ່ານເອກອັກຄະລັດຖະທູດ ມາຍຟານຢຸງ. ພາບ: TTXVN

ສ່ວນທ່ານເອກອັກຄະລັດຖະທູດ ມາຍຕຽນຢຸງ ໄດ້ຢືນຢັນຄຳໝັ້ນສັນຍາຂອງຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ເຊີແນວ ກ່ຽວກັບເລື່ອງ ສືບຕໍ່ສົມທົບກັນຢ່າງຕັ້ງໜ້າ, ແໜ້ນແຟ້ນກັບຄະນະເລຂາທິການ WTO ແລະ ບັນດາສະມາຊິກ WTO ອື່ນໆ ເພື່ອປະຕິບັດບັນດາໝາກຜົນຂອງກອງປະຊຸມລັດຖະມົນຕີ WTO ຄັ້ງທີ 13 (MC13) ຢ່າງຄົບຖ້ວນ, ບັນລຸປະສິດທິຜົນໃນໄລຍະຈະມາເຖິງ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.