WB ຢາກຊື້​ກາກ​ບອນ​ຂອງ ຫວຽດນາມ ຕື່ມ​ອີກ 1 ລ້ານ​ໂຕນ

21:09 | 24/03/2024

ຍສໝ - ທະນາຄານ​ໂລກ (WB) ​ໄດ້​ແຈ້ງ​ໃຫ້​ ຫວຽດນາມ ກ່ຽວກັບການປະຕິບັດສິດ​ໃນ​ການ​ຊື້​ຕື່ມ​ອີກ 1 ລ້ານ​ໝາກຜົນ​ການ​ຫຼຸດຜ່ອນ​ປ່ອຍອາຍພິດ​ນອກ​ຈາກຈຳນວນ​ສັນຍາ.

ຫວຽດນາມ ຕ້ອງ​ຊຸກຍູ້ການປັບປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນໃຫ້ດີຂຶ້ນ​ຕື່ມ​ອີກ, ຜັນຂະຫຍາຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່. ຫວຽດນາມ ຕ້ອງ​ຊຸກຍູ້ການປັບປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນໃຫ້ດີຂຶ້ນ​ຕື່ມ​ອີກ, ຜັນຂະຫຍາຍການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່.
ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ລາວ ເພີ່ມຂຶ້ນຢ່າງວ່ອງໄວ, ບັນລຸໄດ້ 174,4 ລ້ານ USD ວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ລາວ ເພີ່ມຂຶ້ນຢ່າງວ່ອງໄວ, ບັນລຸໄດ້ 174,4 ລ້ານ USD

ຂໍ້ມູນຈາກທະນາຄານໂລກ (WB) ວັນທີ 21 ມີນາ ໃຫ້ຮູ້ວ່າ ພວກເຂົາໄດ້ຈ່າຍເງິນ 51,5 ລ້ານ USD (ເທົ່າກັບປະມານ 1.200 ຕື້ດົ່ງ) ສໍາລັບບັນດາໝາກຜົນການ​ຫຼຸດຜ່ອນ​ປ່ອຍອາຍພິດ​ທີ່ໄດ້ກວດກາຢັ້ງຢືນ (Carbon credits - ສິນເຊື່ອກາກບອນ) ໂດຍຈໍາກັດການຕັດໄມ້ທຳລາຍປ່າ ແລະ ປ່າໄມ້ຖົດຖອຍ (ຫຼືເອີ້ນກັນວ່າ REDD+), ​ເພີ່ມ​ທະວີ​ການ​ເກັບ​ກັກ​ກາກ​ບອນ ​ໂດຍ​ຜ່ານ​ການ​ປູກ ແລະ ປູກປ່າຄືນ​ໃໝ່ໃຫ້​ແກ່​ ຫວຽດນາມ.

ບ້ວງຈ່າຍເງິນນີ້​ໄດ້​ໂອນ​ໃຫ້​ ຫວຽດນາມ, ໂດຍ​ຫຼຸດຜ່ອນ​ປ່ອຍອາຍພິດກາກບອນໄດ້ 10,3 ລ້ານ​ໂຕນ​ໃນ​ໄລຍະ​ນັບແຕ່ວັນ​ທີ 1 ກຸມພາ 2018 ຫາ 31 ທັນວາ 2019.

ນີ້ແມ່ນບ້ວງຈ່າຍເງິນຄັ້ງດຽວທີ່ໃຫຍ່ທີ່ສຸດຈາກກອງທຶນ FCPF ສໍາລັບບັນດາໝາກຜົນການ​ຫຼຸດຜ່ອນ​ປ່ອຍອາຍພິດ​ທີ່ໄດ້ຮັບການກວດກາຢັ້ງຢືນ ແລະ ຄຸນນະພາບສູງ. ເງິນດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ເຈົ້າຂອງປ່າໄມ້ 70,555 ຄົນ ແລະ ຊຸມຊົນ 1,356 ແຫ່ງທີ່ອາໄສຢູ່ໃກ້ກັບເຂດປ່າໄມ້, ເຊິ່ງໄດ້ແບ່ງອອກຕາມແຜນການແບ່ງປັນຜົນປະໂຫຍດອັນກ້ວາງຂວາງທີ່ສ້າງຂຶ້ນຜ່ານຂະບວນການປຶກສາຫາລືທີ່ຈະແຈ້ງດ້ວຍຫຼາຍຝ່າຍທີ່ເຂົ້າຮ່ວມ.

WB ຢາກຊື້​ກາກ​ບອນ​ຂອງ ຫວຽດນາມ ຕື່ມ​ອີກ 1 ລ້ານ​ໂຕນ

ຫວຽດນາມ ​ໄດ້​ຮັບ​ເງິນ 51,5 ລ້ານ USD ຈາກ​ທະນາຄານ​ໂລກ (WB) ດ້ວຍການ​ຫຼຸດຜ່ອນ​ປ່ອຍອາຍພິດ​ກາກບອນ. ອົງການນີ້ ກໍໍໄດ້ປະກາດຢາກຊື້​ກາກ​ບອນຂອງ ຫວຽດນາມ ​ຕື່ມ​ອີກ 1 ລ້ານ​ໂຕນ (ຮູບປະກອບ).

ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ເລມິງຮວານ ໃຫ້​ຮູ້​ວ່າ ຫວຽດນາມ ບັນລຸ​ໄດ້​ບັນດາ​ໝາກຜົນ​ການ​ຫຼຸດຜ່ອນ​​ປ່ອຍອາຍພິດທີ່ເກີນ​ປະລິມານ​ຕາມ​ສັນຍາ​ກັບ​ກອງ​ທຶນ FCPF ​ແລະ ສາມາດ​ຂາຍ​ປະລິມານ​ຫຼຸດຜ່ອນ​​ປ່ອຍອາຍພິດທີ່​ເກີນ​ກວ່າ​ນີ້​ໃຫ້​ບັນດາ​ຝ່າຍ​ທີ 3 ຜ່ານ​ບັນດາ​ສັນຍາສອງ​ຝ່າຍ ຫຼື ທ້ອງຕະຫຼາດ​ກາກ​ບອນ. ນອກຈາກນັ້ນ, ບ້ວງຈ່າຍເງິນທີ່ມີລັກສະນະບາດລ້ຽວນີ້ແມ່ນຂີດໝາຍອີກບາດກ້າວໜຶ່ງເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມທ້ອງຕະຫຼາດສິນເຊື່ອກາກບອນທົ່ວໂລກ, ເປີດໂອກາດໃໝ່ເພື່ອອຸປະຖຳໃຫ້ແກ່ບັນດາຄຳ​ໝັ້ນໝາຍ ແລະ ເປົ້າໝາຍອງດິນຟ້າອາກາດທີ່ເຕັມໄປດ້ວຍຄວາມຫວັງ​ຂອງປະເທດຊາດ.

​ໂຄງການ​​ຫຼຸດຜ່ອນ​​ປ່ອຍອາຍພິດຂອງ ​ຫວຽດນາມ ​ໄດ້​ປົກ​ປັກ​ຮັກສາ​ປ່າ​ໄມ້​ເຂດ​ຮ້ອນ​ຂອງ​ປະ​ເທດ, ກວມ​ເອົາ 3,1 ລ້ານໃນ​ເນື້ອ​ທີ່ດິນ 5,1 ລ້ານ​ເຮັກຕາ ​ໃນ​ເຂດ​ປະຕິບັດໂຄງການ. ປ່າໄມ້ເຫຼົ່ານີ້ມີຄວາມສໍາຄັນທາງດ້ານນິເວດວິທະຍາ, ລວມມີ ຫ້າແລວທາງການອະນຸລັກທີ່ໄດ້ຮັບການຮັບຮອງຈາກສາກົນ. ເຂດ​ນີ້​ຍັງ​ແມ່ນສະຖານທີ່ດຳລົງຊີວິດຂອງ 12% ປະຊາຊົນ ຫວຽດນາມ, ລວມມີກຸ່ມຊົນ​ເຜົ່າ​ສ່ວນ​ໜ້ອຍ 13 ກຸ່ມ ແລະ ຊຸມ​ຊົນ​ດຳລົງຊີວິດທີ່​ຂຶ້ນ​ກັບ​ປ່າ​ໄມ້​ຫຼາຍ​ແຫ່ງ.

​ທ່ານຜູ້ອຳນວຍການແຫ່ງຊາດ WB ປະຈຳ​ ຫວຽດນາມ ໃຫ້​ຮູ້​ວ່າ ບ້ວງຈ່າຍເງິນມີລັກສະນະບາດລ້ຽວນີ້ແມ່ນຂີດໝາຍອີກບາດກ້າວໜຶ່ງເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມທ້ອງຕະຫຼາດສິນເຊື່ອກາກບອນທົ່ວໂລກ, ເປີດໂອກາດໃໝ່ເພື່ອອຸປະຖຳໃຫ້ແກ່ບັນດາຄຳ​ໝັ້ນໝາຍ ແລະ ເປົ້າໝາຍອງດິນຟ້າອາກາດທີ່ເຕັມໄປດ້ວຍຄວາມຫວັງ​ຂອງປະເທດຊາດ.

ໂຄງການ​ນີ້ ໄດ້ສ້າງ 16,2 ລ້ານໝາກຜົນການ​ຫຼຸດຜ່ອນ​ປ່ອຍອາຍພິດ​ທີ່ໄດ້ກວດກາຢັ້ງຢືນໃຫ້ໄລຍະ 2018-2019; ສູງກວ່າ 5,9 ລ້ານເມື່ອທຽບກັບປະລິມານ 10,3 ລ້ານໃນຂໍ້ຕົກລົງການຈ່າຍເງິນຫຼຸດຜ່ອນການ​ປ່ອຍອາຍພິດ. WB ກໍໄດ້​ແຈ້ງ​ໃຫ້ ​ຫວຽດນາມ​ ກ່ຽວກັບການປະຕິບັດສິດ​ໃນ​ການ​ຊື້​ຕື່ມ​ອີກ 1 ລ້ານ​ໝາກຜົນ​ການ​ຫຼຸດຜ່ອນການ​ປ່ອຍອາຍພິດ​ນອກ​ຈາກຈຳນວນໃນ​ສັນຍາ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.