ຮົງ​ກົງ ໃຫ້​ບຸ​ລິ​ມະ​ສິດ​ອອກ​ວີ​ຊາ​ໃຫ້​ຄົນ​ງານ​ທີ່​ມີສີມືສູງ ແລະ ນັກ​ທ່ອງ​ທ່ຽວ​ ຫວຽດ​ນາມ

11:42 | 21/03/2024

ຍສໝ - ທີ່​ກອງ​ປະຊຸມຂອງສະພາ​ນິຕິບັນຍັດ​ ຮົງ​ກົງ (ຈີນ) ໃນ​ວັນ​ທີ 20 ມີນາ​ນີ້, ຫົວໜ້າ​ກົມ​ຮັກສາ​ຄວາມ​ສະຫງົບ ດັ້ງ​ບິ່ງ​ເກື່ອງ ​ໃຫ້​ຮູ້​ວ່າ ພາຍຫຼັງ​ ຮົງ​ກົງ​ ​ໄດ້​ເປີດ​​ວີ​ຊາແຮງ​ງານ​​ໃຫ້​ຄົນ​ງານ​ທີ່​ມີ​ສີມືສູງມາ​ຈາກ​ ຫວຽດນາມ, ລາວ ​ແລະ ​ເນ​ປານ ​ໃນ​ວັນ​ທີ 25 ຕຸລາ 2023, ໄລ່ຮອດວັນ​ທີ 29 ກຸມພາ​ນີ້, ອຳນາດການປົກຄອງ​ເຂດປົກຄອງ​ພິ​ເສດ​ ໄດ້​ຮັບ​ໃບສະໝັກ 132 ສະບັບ​ຈາກ 3 ປະ​ເທດ​ດັ່ງກ່າວ, ໃນ​ນັ້ນ 109 ໃບສະໝັກ​ໄດ້​ຮັບ​ການ​ອະນຸມັດ ​ແລະ ສ່ວນທີ່ຍັງເຫຼືອ ແມ່ນພວມ​ຢູ່​ໃນ​ຂະ​ບວນການ​ອະນຸມັດ.

ຫວຽດ​ນາມ ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ເພີ່ມ​ຂຶ້ນ​ສູງ​ຢູ່ຫຼາຍ​ທ້ອງ​ຖິ່ນ ເນື່ອງໃນໂອກາດ ບຸນ​ເຕັດ​ປະ​ຈຳ​ຊາດ ປີ​ມະ​ໂລງ 2024, ຫວຽດ​ນາມ ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ເພີ່ມ​ຂຶ້ນ​ສູງ​ຢູ່ຫຼາຍ​ທ້ອງ​ຖິ່ນ ເນື່ອງໃນໂອກາດ ບຸນ​ເຕັດ​ປະ​ຈຳ​ຊາດ ປີ​ມະ​ໂລງ 2024,
ແຂວງ ຮ່າ​ລອງ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ນັບ​ພັນ​ຄົນ​ມາ​ພັກຜ່ອນ​ຢ່ອນ​ອາລົມ ແຂວງ ຮ່າ​ລອງ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ນັບ​ພັນ​ຄົນ​ມາ​ພັກຜ່ອນ​ຢ່ອນ​ອາລົມ

ລະອຽດ, ຮົງ​ກົງ ​ໄດ້​ຮັບ​ໃບ​ຮ້ອງ​ຂໍ​ວີ​ຊາຈາກ​ຄົນ​ງານທີ່ມີ​ສີ​ມືສູງຂອງ​ຫວຽດ​ນາມ 42 ສະບັບ, ໃນ​ນັ້ນ 31 ສະບັບໄດ້​ຮັບ​ການ​ອະ​ນຸ​ມັດ. ປະເທດ ລາວ ມີ 5 ສະບັບ ໃນນັ້ນ 4 ສະບັບ ໄດ້ຮັບການອະນຸມັດ. ປະເທດ ເນປານ ມີຈໍານວນຜູ້ຍື່ນຫຼາຍທີ່ສຸດໃນສາມປະເທດ ດ້ວຍຈໍານວນ 90 ສະບັບ ແລະ 71 ສະບັບໄດ້ຮັບການອະນຸມັດແລ້ວ.

ສໍາລັບບັນດາໃບຮ້ອງ​ຂໍ​ວີ​ຊາຕາມເນື້ອໃນຄວາມສາມາດ, ໂດຍປົກກະຕິ ກົມພົນລະເມືອງເຂົ້າມາຕັ້ງຖິ່ນຖານ ຈະເຮັດສໍາເລັດການພິຈາລະນາ ແລະ ການອະນຸມັດພາຍໃນ 4 ອາທິດຫຼັງຈາກການສົ່ງຂໍ້ມູນທີ່ຈໍາເປັນ ແລະ ເອກະສານທີ່ກ່ຽວຂ້ອງ.

ຮົງ​ກົງ ໃຫ້​ບຸ​ລິ​ມະ​ສິດ​ອອກ​ວີ​ຊາ​ໃຫ້​ຄົນ​ງານ​ທີ່​ມີສີມືສູງ ແລະ ນັກ​ທ່ອງ​ທ່ຽວ​ ຫວຽດ​ນາມ

ທ່ານຮອງສາດສະດາຈານ ຟານກວາງຕວນ ເຮັດວຽກຢູ່ໂຮງຮຽນທຸລະກິດ ຂຶ້ນກັບມະຫາວິທະຍາໄລ ຮົງກົງ (ຢືນຢູ່ເບື້ອງຂວາມື) (ພາບ: ບຸລຸດ ສະໜອງ)

ນອກ​ນີ້, ​ໃນ​ບົດ​ລາຍ​ງານ​ນະ​ໂຍບາຍ​ບໍລິຫານ​ ໂດຍ​ຫົວໜ້າ​ເຂດປົກຄອງພິເສດ ຫຼີຄາຊູ ໄດ້ປະກາດ​ໃນ​ວັນ​ທີ 25 ຕຸລາ 2023, ຮົງ​ກົງ ກໍ​ໄດ້​ຜ່ອນຜັນການຈໍາກັດດ້ານວີ​ຊາ​ສຳລັບ​ຊາວ ຫວຽດນາມ ທີ່ເຂົ້າ​ມາເພື່ອທຳມາຫາກິນ ​ແລະ ທ່ອງ​ທ່ຽວ (ວີ​ຊາເຂົ້າ-ອອກ​ເມືອງຫຼາຍ​ຄັ້ງ). ໄລ່ຮອດທ້າຍ​ເດືອນ​ກຸມພາ 2024, ຮົງ​ກົງ ​ໄດ້​ຮັບ 493 ​ໃບ​ຮ້ອງ​ຂໍ​ວີ​ຊາ​​ທ່ອງ​ທ່ຽວ​ຫຼາຍ​ຄັ້ງ, ໃນ​ນັ້ນ​ມີ 490 ສະບັບ​ໄດ້​ຮັບ​ການ​ອະ​ນຸ​ມັດ.

ພາຍຫຼັງ​ການປະຕິບັດບັນດາ​ມາດ​ຕະການ​ໃໝ່, ສະ​ເລ່ຍ​ແຕ່ລະ​ເດືອນ ໄດ້​ຮັບ​ການ​ອະນຸມັດ​ວີ​ຊາເຂົ້າ-ອອກເມືອງຫຼາຍຄັ້ງຂອງຊາວ ​ຫວຽດນາມ ​ໄດ້​ເພີ່ມ​ຂຶ້ນ​ປະມານ 6 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ 2019, ກ່ອນຫນ້ານີ້ ສະເລ່ຍແຕ່ລະເດືອນໄດ້ພິຈາລະນາ 19 ສະບັບ. ວີຊາເຂົ້າ-ອອກເມືອງຫຼາຍຄັ້ງ ໂດຍປົກກະຕິແມ່ນມີກຳນົດເວລາສູງສຸດ 2 ປີ ແລະ ແຕ່ລະຄັ້ງທີ່ພັກເຊົາຢູ່ໃນ ຮົງກົງ ຈະຕ້ອງບໍ່ເກີນ 14 ມື້.

ຮົງ​ກົງ ກໍເປີດ​ປະຕູ​ໃຫ້​ຄົນ​ງານ​ທີ່​ມີ​ສີມື​ສູງ​ຈາກ​ ລາວ​ ແລະ​ ເນ​ປານ​ ​ເຂົ້າ​ເຂດປົກຄອງພິເສດ​ແຫ່ງ​ນີ້​ ​ເພື່ອ​ເຂົ້າ​ຮ່ວມ​ຊຸດ​ບຳລຸງສ້າງ ແລະ ຮ່ຳຮຽນບັນດາໂຄງການເຕັມ​ເວລາ​ຢູ່​ບັນດາ​ມະຫາວິທະຍາ​ໄລ​ ໂດຍ​ຄະນະ​ກຳມະການອຸປະຖຳມະຫາວິທະຍາ​ໄລ (UGC) ອຸປະຖຳ ເພື່ອ​ຊຸກຍູ້ການແລກປ່ຽນຄວາຄວາມສາມາດ​ໃນຫຼາຍ​ດ້ານ.

ກ່ອນ​ວັນ​ທີ 25 ຕຸລາ 2023, ຄົນ​ງານ​ທີ່​ມີ​ສີ​ມື​ສູງ ​ຫວຽດ​ນາມ​ ພຽງ​ແຕ່​ສາ​ມາດຍື່ນໃບຄຳຮ້ອງ ​ໂດຍ​ຜ່ານ​ໂຄງ​ການຈັດຫາງານໃຫ້ແກ່ນັກສຶກສາ​ທີ່ຮຽນຈົບ ເຊິ່ງ​ບໍ່​ແມ່ນຊາວທ້ອງ​ຖິ່ນ (IANG). ຕາມມາດ​ຕະ​ການ​ຜ່ອນ​ຜັນທີ່​ໄດ້ຍົກອອກ​ໃນ​ເດືອນ​ຕຸລາ 2023, ຜູ້​ມີຄວາມສາມາດ ຫວຽດ​ນາມ​ ສາ​ມາດຍື່ນໃບຄຳຮ້ອງຂໍສະໝັກ​ວຽກຢູ່​ ຮົງ​ກົງ​ ໂດຍ​ຜ່ານ​ບັນ​ດາ​ໂຄງ​ການ​ເຂົ້າ​ເຖິງ​ຜູ້​ມີ​ພອນ​ສະ​ຫວັນ​ອື່ນໆ, ລວມມີ ນະ​ໂຍ​ບາຍວຽກ​ເຮັດ​ງານ​ທຳລວມ ແລະ ໂຄງການຜູ້ມີຄວາມສາມາດດີເລີດ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.