ສ.ເກົາຫຼີ ຖື ຫວຽດນາມ ເປັນທິດບຸລິມະສິດໃນບັນດາການພົວພັນຕ່າງປະເທດ

07:09 | 21/03/2024

ຍສໝ - ຕອນ​ບ່າຍ​ວັນ​ທີ 19 ມີນາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ໄດ້ຕ້ອນຮັບ​ທ່ານ Choi Young Sam, ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ ປະຈຳ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ເລີ່ມຕົ້ນໜ້າທີ່ຢູ່ ຫວຽດນາມ.

ສ.ເກົາຫຼີ ຍູ້ແຮງນະໂຍບາຍດຶງດູດນັກສຶກສາສາກົນ ສ.ເກົາຫຼີ ຍູ້ແຮງນະໂຍບາຍດຶງດູດນັກສຶກສາສາກົນ
ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ .ເກົາຫຼີ ສະເຫຼີມສະຫຼອງລະດູບານໃໝ່ ປີມະໂລງ 2024 ງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ສ .ເກົາຫຼີ ສະເຫຼີມສະຫຼອງລະດູບານໃໝ່ ປີມະໂລງ 2024

ໂດຍຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ສະຖານທູດ ສ.​ເກົາຫຼີ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ສອງ​ຝ່າຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍ​ທີ່​ສອງ​ປະ​ເທດ​ໄດ້ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນແຖວໜ້າຂອງກັນ; ຢືນຢັນ​ວ່າ ລັດຖະບານ ຫວຽດນາມ ຈະຮ່ວມ​ເດີນທາງ, ໜູນຊ່ວຍຢ່າງຕັ້ງໜ້າ ເພື່ອໃຫ້ທ່ານ​ເອກ​ອັກຄະ​ລັດຖະທູດ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ຢ່າງ​ສຳ​ເລັດ​ຜົນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ​ກ່າວ​ວ່າ ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ການ​ເມືອງ ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພັດ​ທະ​ນາ​ໃຫ້​ເໝາະ​ສົມ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ​ໃນ​ນັ້ນ​ ມີ​ການ​ຮັກ​ສາບັນດາ​ການ​ຢ້ຽມ​ຢາມ, ການພົບປະຂັ້ນສູງ ແລະ ບັນດາຂັ້ນດ້ວຍຫຼາຍຮູບແບບຢ່າງມີໄຫວພິບເປັນປະຈຳ; ຮັກສາ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ ກໍຄືປະຕິບັດ “​ໂຄງການກະທຳ​ກ່ຽວກັບການຜັນຂະຫຍາຍການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.​ເກົາຫຼີ” ຢ່າງ​ມີ​ປະສິດທິ​ຜົນ.​

ສ.ເກົາຫຼີ ຖື ຫວຽດນາມ ເປັນທິດບຸລິມະສິດໃນບັນດາການພົວພັນຕ່າງປະເທດ
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ​ທ່ານ Choi Young Sam, ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ ປະຈຳ ຫວຽດນາມ. (ທີ່ມາ: TTXVN)

ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ສະ​ເໜີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ໃຫ້​ພັດທະນາ​ຢ່າງ​ໝັ້ນ​ຄົງຕາມທິດດຸນດ່ຽງ, ຍືນຍົງ; ສົ່ງເສີມໃຫ້​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ສືບ​ຕໍ່​ເປີດກ້ວາງຂະ​ແໜງ​ການ​ລົງທຶນ, ໃນນັ້ນ ສຸມ​ໃສ່​ບັນດາ​ຂົງ​ເຂດ​ທີ່ ສ.​ເກົາຫຼີ ມີ​ທ່າ​ແຮງ​ຄື ອຸດສາຫະກຳ​ວັດທະນະທຳ, ເອເລັກໂຕນິກ, ຕໍ່​ກຳ​ປັ່ນ ​ແລະ ບັນດາ​ຂົງ​ເຂດ​ພົ້ນ​ເດັ່ນໃໝ່​ຄື ເຄິ່ງຊັກນຳໄຟຟ້າ, AI....; ສ້າງສູນ​ຄົ້ນຄວ້າ ​ແລະ ພັດທະນາ (R&D) ​ແລະ ​ຖ່າຍທອດເຕັກໂນໂລຢີ​ໃຫ້ ​ຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ສ.​ເກົາຫຼີ Choi Young Sam ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຮັບໜ້າທີ່​ຢູ່ ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ສະຖານະການທີ່ການ​ພົວພັນ​ລະຫວ່າງ 2 ປະ​ເທດມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມືຫຼາຍກ່ວາ​ອີກ ພາຍຫຼັງທີ່​ໄດ້​ຮັບ​ການ​ຍົກ​ລະດັບຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

ໂດຍຕີ​ລາຄາ​ສູງ​ບັນດາຄວາມຄືບໜ້າໃນການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຢືນຢັນ​ວ່າ ລັດຖະບານ ສ.​ເກົາຫຼີ ຖື ຫວຽດນາມ ​ແມ່ນທິດບຸລິມະສິດ​ໃນບັນດາການ​ພົວພັນ​ຕ່າງປະ​ເທດ​ຂອງ ສ.​ເກົາຫຼີ ​ໃນ​ປະຈຸ​ບັນ, ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ກັບ ຫວຽດນາມ ຢ່າງແທດຈິງກ່ວາອີກ ແລະ ກໍໄດ້​ສະ​ແດງ​ຄວາມ​ເຫັນ​ດີ​ເປັນເອກະພາບກ່ຽວ​ກັບ​ບັນດາ​ທິດ​ທາງ​ຮ່ວມ​ມື​ທີ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້ກ່າວ​, ພິ​ເສດ​ແມ່ນ​ການ​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນບັນດາ​ຂົງ​ເຂດ.

ທ່ານ​ເອກ​ອັກຄະ​ລັດຖະທູດ Choi Young Sam ປາດ​ຖະໜາ​ວ່າ ລັດຖະບານ ຫວຽດນາມ ຈະສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ສ.​ເກົາຫຼີ ​ເວົ້າ​ສະເພາະ ​ແລະ ພົນລະ​ເມືອງ ສ.​ເກົາຫຼີ ​ເວົ້າ​ລວມ ໃຫ້ປະສົບ​ຜົນສຳ​ເລັດ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ດຳລົງ​ຊີວິດ​ຢ່າງ​ໝັ້ນຄົງ​ຢູ່ ຫວຽດນາມ, ຜ່ານນັ້ນ ກໍປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ ​ແລະ ການພົບປະ​ແລກປ່ຽນ​ປະຊາຊົນ.

ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ເນັ້ນ​ໜັກ​ວ່າ ບັນດາ​ອົງການລັດຖະບານ ແລະ ທ້ອງ​ຖິ່ນ ຫວຽດນາມ ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ທີ່​ຈະ​ແລກປ່ຽນ, ຮັບ​ຟັງ​ຄຳ​ເຫັນ​ເພື່ອ​ພ້ອມກັບຝ່າຍ ສ.​ເກົາຫຼີ ຍົກ​ອອກບັນດາການ​ແກ້​ໄຂຜັນຂະຫຍາຍ​ບັນດາເປົ້າໝາຍລວມຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ, ບັນລຸໄດ້ຜົນ​ປະ​ໂຫຍ​ດຂອງທັງ​ສອງ​ຝ່າຍ​ໃນ​ທາງດ້ານຈິດໃຈ ແລະ ການແບ່ງປັນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ກໍ່​ສະ​ເໜີ​ໃຫ້​ຝ່າຍ ສ.​ເກົາ​ຫຼີ ສືບ​ຕໍ່​ເປີດກ້ວາງ​ການພົບປະແລກປ່ຽນປະ​ຊາ​ຊົນ; ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ; ໜູນ​ຊ່ວຍ​ການບຳລຸງສ້າງ ແລະ ​ເພີ່ມ​ທະວີ​ການ​ຮັບ​ເອົາ​ແຮງ​ງານທີ່ຄຸນ​ນະພາ​ບສູງຂອງ ຫວຽດນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ ລັດ​ຖະ​ບານ ສ.ເກົາ​ຫຼີ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ໃຫ້​ມີ​ຄວາມອຸ່ນອ່ຽນໃຈໃນ​ການ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ສ.ເກົາ​ຫຼີ ຢ່າງ​ຍາວ​ນານ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ​ໃນ​ນັ້ນ ​ກໍມີການສະ​ເໜີໃຫ້ ​ສ.​ເກົາຫຼີ ໜູນ​ຊ່ວຍ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສຸດຍອດ​ຄູ່​ຮ່ວມ​ມື​ເພື່ອ​ການ​ເຕີບ​ໂຕສີ​ຂຽວ ແລະ ເປົ້າໝາຍທົ່ວ​ໂລກ 2030 (P4G) ​ໃນ​ປີ 2025 ຢ່າງສຳເລັດຜົນ.

ທ່ານ​ເອກ​ອັກຄະ​ລັດຖະທູດ Choi Young Sam ​ໄດ້​ເຫັນ​ດີ​ເປັນເອກະພາບ​ກັບບັນດາ​ຄຳ​ເຫັນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິຈິງ; ສະແດງຄວາມຂອບອົກຂອບໃຈຕໍ່ຄວາມ​ເອົາ​ໃຈ​ໃສ່​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວົ້າສະເພາະ ແລະ ລັດ​ຖະ​ບານ​ ຫວຽດ​ນາມ ເວົ້າ​ລວມ; ຢືນຢັນ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດຂອງຕົນ ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາຂອງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ສ.​ເກົາຫຼີ ​ໃນອາຍຸການຢູ່ ຫວຽດນາມ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.