ຫວຽດນາມ ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງ​ ລາວ​ ຢ່າງ​ແຮງ ​ແລະ ຮອບດ້ານ

10:31 | 22/03/2024

ຍສໝ - ເນື່ອງ​ໃນ​ໂອກາດສະເຫຼີມສະຫຼອງຄົບຮອບ 69 ປີແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ ລາວ (22 ມີນາ 1955 – 22 ມີນາ 2024), ຄະນະ​ບໍລິຫານ​ສູນ​ກາງ​ພັກກອມມູນິດ ຫວຽດນາມ​ ໄດ້​ສົ່ງ​ໂທລະເລກອວຍພອນ​ເຖິງ​ຄະນະ​ບໍລິຫານ​​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ ລາວ.

ຫວຽດນາມ - ກຣົວຊີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ ຫວຽດນາມ - ກຣົວຊີ ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບ
ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ບັນດາ​ຄຸນຄ່າ ​ແລະ ຫຼັກການ​ຂອງ​ກົດ​ບັດ ສປຊ ​ແມ່ນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ ຫວຽດນາມ ​ເນັ້ນ​ໜັກ​ເຖິງ​ບັນດາ​ຄຸນຄ່າ ​ແລະ ຫຼັກການ​ຂອງ​ກົດ​ບັດ ສປຊ ​ແມ່ນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ
ຫວຽດນາມ ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງ​ ລາວ​ ຢ່າງ​ແຮງ ​ແລະ ຮອບດ້ານ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ທີ່ກອງປະຊຸມຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ໃນວັນທີ 26 ກຸມພາ 2024, ຢູ່ຮ່າໂນ້ຍ. (ພາບ: TTXVN)

ເນື້ອໃນມີໃນວັກຂຽນວ່າ:

“​ໃນໄລຍະຕະຫຼອດເສັ້ນທາງປະຫວັດສາດ 69 ປີທີ່ຜ່ານມາ, ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງ 37 ປີ​ແຫ່ງ​ການ​ປະຕິບັດ​ນະ​ໂຍບາຍ​ແນວທາງປ່ຽນແປງໃໝ່​ຮອບດ້ານ, ໂດຍ​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ປະຊາຊົນ​ປະຕິວັດ ​ລາວ, ​ປະເທດ ແລະ ປະຊາຊົນ ລາວ​ ອ້າຍນ້ອງ ໄດ້ເສີມຂະຫຍາຍມູນເຊື້ອວິລະຊົນປະຕິວັດ, ເອົາ​ຊະ​ນະ​ທຸກຄວາມ​ຫຍຸ້ງ​ຍາກ​,​ ສິ່ງ​ທ້າ​ທາຍ, ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ, ມີຄວາມໝາຍ​ທາງ​ປະຫວັດສາດ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ໃນ​ໄລຍະ​ຜ່ານ​ມາ, ກໍຄືໃນພາລະກິດແຫ່ງການປ່ຽນແປງໃໝ່, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດໃນ​ປະຈຸ​ບັນ, ປະກອບສ່ວນ​ຍົກ​ສູງ​ກຽດ​ສັກ​ສີ ​ແລະ ທີ່​ຕັ້ງ​ຂອງ​ພັກ ​ແລະ ລັດ​ ລາວ ​ບົນເວທີສາກົນ. ບັນດາຜົນງານ​ທີ່​ບັນລຸ​ໄດ້​ນັ້ນ​ແມ່ນ​ຄວາມ​ຜາ​ສຸກ​ລວມຂອງ​ສອງ​ພັກ, ສອງ​ລັດ, ປະຊາຊົນ​ສອງ​ປະ​ເທດ.

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຂອງ ລາວ ຢ່າງແຮງ ແລະ ຮອບດ້ານ ແລະ ເຊື່ອໝັ້ນວ່າ ຈະສືບຕໍ່ມູນເຊື້ອອັນສະຫງ່າລາສີຂອງຊາດ ແລະ ຜັນຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນຊຸມປີຜ່ານມາ, ໂດຍການນຳພາຂອງພັກປະຊາຊົນ ປະຕິວັດ ລາວ, ປະ​ເທດຊາດ ແລະ​ ປະ​ຊາ​ຊົນ​ ລາວ ອ້າຍນ້ອງ​ ຈະສືບ​ຕໍ່​ບັນລຸ​ໄດ້​ຫຼາຍ​ຜົນງານ​ອັນ​ໃໝ່​, ໃຫຍ່​ຫຼວງ​ກວ່າ​ເກົ່າ​ໃນພາລະກິດແຫ່ງການປ່ຽນແປງໃໝ່, ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ​ປະຕິວັດ​ ລາວ ຢ່າງມີໄຊ, ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ​ກ້າວ​ໄປ​ສູ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກຢ່າງ​ສຳ​ເລັດ​ຜົນ; ​ສ້າງສາ​ປະ​ເທດ​ ລາວ ​ໃຫ້​ມີ​ສັນຕິພາບ, ເອກະລາດ, ປະຊາທິປະ​ໄຕ, ​ເອກະ​ພາບ ​ແລະ ວັດທະນາ​ຖາວອນ​ຕາມ​ເປົ້າ​ໝາຍ​ສັງຄົມ​ນິຍົມ.

ພັກ ​ແລະ ລັດ ຫວຽດນາມ ໄດ້ສະແດງຄວາມຮູ້ສຶກ​ດີ​ໃຈ ​ແລະ ພາກພູມໃຈທີ່ສຸດ, ພ້ອມ​ກັບ​ບັນດາ​ຜົນງານ​ສຳຄັນ​ທີ່​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ 2 ປະ​ເທດ​ທີ່ບັນລຸ​ໄດ້​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້າລະຫວ່າງ ຫວຽດນາມ ແລະ ລາວ ໄດ້ສ້າງຕັ້ງ ແລະ ຫຼໍ່ຫຼອມໂດຍປະທານ ໂຮ່ຈີມິນ ແລະ ທ່ານ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ເຊິ່ງບັນດາການນຳຂອງ 2 ພັກ, 2 ລັດ ແລະ ປະຊາຊົນຂອງສອງປະເທດ ໄດ້ອອກເຫື່ອເທແຮງເພີ່ມພູນຄູນ, ປັບປຸງ ແລະ ພັດທະນາຢ່າງ​ບໍ່​ຢ່າງບໍ່ຢຸດຢັ້ງ, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປ່ຽນ​ແປງ​ໃໝ່, ສ້າງສາ​ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ແຕ່​ລະປະ​ເທດ​.

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ນັບຖືຢ່າງສູງ ແລະ ຈົດຈຳການສະໜັບສະໜູນອັນເຂັ້ມແຂງ, ການໜູນຊ່ວຍອັນໃຫຍ່ຫຼວງ, ລ້ຳຄ່າ, ສຸດອົກສຸດໃຈ, ມີຄວາມໝາຍ ແລະ ມີປະສິດທິຜົນທີ່ພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງ ໄດ້ມອບໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕະຫຼອດໄລຍະຜ່ານມາ. ພວກຂ້າພະເຈົ້າຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງຕົນພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ ລາວ ​ເພື່ອຮັກສາ, ປ້ອງກັນ ແລະ ເພີ່ມພູນຄູນໃຫ້ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ​, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາໃນພາກພື້ນ ແລະໃນໂລກ".

* ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສົ່ງກະຕ່າດອກໄມ້ອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ; ທ່ານຜູ້ປະຈຳການຄະນະ​ເລຂາທິການ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ນາງ​ ເຈີ່ນທິມາຍ ​ກໍໄດ້ສົ່ງກະຕ່າດອກໄມ້ອວຍພອນທ່ານຜູ້ປະຈຳການຄະນະ​ເລຂາທິການ, ຮອງ​ປະທານ​ປະ​ເທດ ລາວ ບຸນ​ທອງ ຈິດ​ມະນີ ແລະ ທ່ານຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ ສີໃສ ລືເດດມູນສອນ. ທ່ານຫົວໜ້າ​ຄະນະ​ພົວພັນການຕ່າງປະເທດສູນ​ກາງພັກ ເລ​ຮ່ວາຍ​ຈູງ ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ເຖິງ​ທ່ານ ທອງ​ສະຫວັນ ພົມວິຫານ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ ລາວ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.