ຮ່ານາມ (ຫວຽດນາມ) ແລະແຂວງອຸດົມໄຊ (ລາວ) ເພີ່ມທະວີການພົວພັນຮ່ວມມື

20:41 | 21/03/2024

ຮ່ານາມ (ຫວຽດນາມ) ແລະແຂວງອຸດົມໄຊ ເພີ່ມທະວີການພົວພັນຮ່ວມມື

ຄະນະປະຕິບັດງານຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຮ່ານາມ ຄະນະປະຕິບັດງານຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ຢ້ຽມຢາມ ແລະເຮັດວຽກຢູ່ແຂວງ ຮ່ານາມ
ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ

ຕອນບ່າຍວັນທີ 20 ມີນາ, ທີ່ແຂວງຮ່ານາມ, ຫວຽດນາມ, ຄະນະຜູ້ແທນຂັ້ນສູງ ແຂວງອຸດົມໄຊ ໂດຍສະຫາຍ ບຸນຄົງ ຫຼ້າຈຽມພອນ, ເລຂາພັກແຂວງ, ເຈົ້າແຂວງໆ ອຸດົມໄຊ ເປັນຫົວໜ້າຄະນະ ໄດ້ພົບປະສົນທະນາກັບການນຳແຂວງຮ່ານາມ, ຫວຽດນາມ.

ກ່າວຄຳເຫັນທີ່ການພົບປະ, ສະຫາຍ ນາງ ດິງທິລົວ ຮອງເລຂາພັກແຂວງຮ່ານາມ ໃຫ້ຮູ້ວ່າ: ປີ 1979, ແຂວງຮ່ານາມ, ຫວຽດນາມ ໃນສະໄໝກ່ອນ (ປັດຈຸບັນໄດ້ແຍກອອກເປັນບັນດາແຂວງ ນາມດິງ, ນິງບິ່ງ, ຮ່ານາມ) ແລະ ແຂວງອຸດົມໄຊ ໄດ້ເປັນແຂວງແຮກສ່ຽວ, ຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະກັນ ແລະພ້ອມກັນພັດທະນາ; ສະນັ້ນ ສອງທ້ອງຖິ່ນຕ້ອງຍູ້ແຮງການພົບປະແລກປ່ຽນວັດທະນະທຳ, ເປີດກ້ວາງການຮ່ວມມືໃນບາງຂົງເຂດ, ຜັນຂະຫຍາຍການເຄື່ອນໄຫວຮ່ວມມືທີ່ມີຄວາມໝາຍ ແລະແທດຈິງໃຫ້ຫຼາຍຂື້ນຕື່ມ, ຜ່ານນັ້ນກໍ່ຮັດແໜ້ນການພົວພັນມິດຕະພາບອັນໝັ້ນແກ່ນ, ຮອບດ້ານລະຫວ່າງສອງທ້ອງຖິ່ນ.

ຮ່ານາມ (ຫວຽດນາມ) ແລະແຂວງອຸດົມໄຊ (ລາວ) ເພີ່ມທະວີການພົວພັນຮ່ວມມື

ສະຫາຍ ບຸນຄົງ ຫຼ້າຈຽມພອນ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ແລະ ສະຫາຍ ນາງ ດິງທິລົວ, ຮອງເລຂາພັກແຂວງຮ່ານາມ. ພາບ: baohanam.com.vn

ສ່ວນສະຫາຍ ບຸນຄົງ ຫຼ້າຈຽມພອນ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ ກໍ່ຢັ້ງຢືນວ່າ: ຈະສືບຕໍ່ຜັນຂະຫຍາຍບັນດາເອກະສານທີ່ໄດ້ເຊັນຮ່ວມກັນໃຫ້ເປັນຢ່າງດີ; ຮັກສາສາຍພົວພັນອັນດີງາມຂອງສອງທ້ອງຖິ່ນ; ຫວັງຢາກໃຫ້ແຂວງຮ່ານາມ ໜູນຊ່ວຍກ່ຽວກັບວຽກງານບຳລຸງສ້າງຊັບພະຍາກອນມະນຸດ, ແບ່ງບັນບົດຮຽນປະສົບການ ໃນການສ້າງສູນບໍລິຫານລັດຂັ້ນແຂວງ ແລະ ການກໍ່ສ້າງຊົນນະບົດໃໝ່.

ບູນມີ

ເຫດການ
302 Found

Found

The document has moved here.