ໃນສານ, ໂດຍຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນ ລາວ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມແບ່ງເບົາ ແລະ ເຫັນອົກເຫັນໃຈ ໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີຜູ້ຕິດເຊື້ອໂຄວິດ - 19ໃນຊຸມຊົນເປັນຈຳນວນຫຼາຍ.
ຍສໝ - ນີ້ແມ່ນໝາກຜົນຈາກການປະກອບສ່ວນຂອງສ່ວນບຸກຄົນ, ໝູ່ຄະນະໃນລາຍການບໍລິຈາກ “ຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນລາວ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດດ - 19”, ໃນນັ້ນ ມີການຮ່ວມເດີນທາງຂອງ ສະມາຄົມພູດທະສາສະໜາ ຫວຽດນາມ ແຂວງ ເທື່ອທຽນ - ເຫ້ວ ແລະ ບໍລິສັດຈຳກັດ Kim Sora.
ຫວ່າງແລ້ວນີ້, ເຊິນລາ ໄດ້ໜູນຊ່ວຍເຄື່ອງຊ່ວຍຫາຍໃຈ 18 ໜ່ວຍ ແລະວັດຖຸອຸປະກອນການແພດຫຼາຍຢ່າງໃຫ້ 9 ແຂວງຂອງປະເທດລາວ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ລວມມູນຄ່າ 2,8 ຕື້ດົ່ງ.
ໃນວັນທີ 29 ພຶດສະພາ 2021 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ); ບໍລິສັດ ເອໄອດີຊີ ການຄ້າ ຈຳກັດຜູ້ດຽວ (AIDC), ສປປ ລາວ ແລະ ບໍລິສັດ ລັດວິສາຫະກິດ ສະບຽງອາຫານ ຈີນ ສາຂາ ເມືອງ ເຈີງໂຈ ແຂວງເຫີໜານ ສປ ຈີນ ໄດ້ລົງນາມບົດບັນທຶກ ແບບທາງໄກ ເພື່ອຮ່ວມມື ໃນການຈັດຊື້ສີນຄ້າ ກະສິກຳປຸງແຕ່ງຈາກ ສປປ ລາວ ສົ່ງໄປ ສປ ຈີນ, ໂດຍມີ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຄ ແລະ ທ່ານ ເພັດ ພົມພິພັກ ລັດຖະ ມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ຫວ່າງແລ້ວນີ້, 10 ອົງການຈັດຕັ້ງສັງຄົມ ໄດ້ເຊັນສັນຍາຮ່ວມມື ໃນການຕອບໂຕ້ ແລະ ສະກັດກັ້ນການລະບາດ ຂອງພະຍາດໂຄວິດ-19 ໃນ 10 ແຂວງທົ່ວປະເທດລາວ ເຊິ່ງໂຄງການຂອງບັນດາ 10 ອົງການນີ້ ຈະສາມາດເຂົ້າເຖິງ ປະຊາຊົນຫລາຍກວ່າ 140.000 ຄົນ ຢູ່ 109 ບ້ານ ໃນ 19 ເມືອງເປົ້າໝາຍ. ໃນນັ້ນ ກວມເອົາ ການສະໜອງບ່ອນລ້າງມື 88 ແຫ່ງ ແລະ ການສະໜອງອຸປະກອນ ເພື່ອສະກັດກັ້ນໂຄວິດ-19 ໃຫ້ແກ່ໂຮງຮຽນ 63 ແຫ່ງ, ໂຮງໝໍນ້ອຍ 17 ແຫ່ງ ແລະ ຕະຫລາດອີກ 15 ແຫ່ງ.
ໃນວັນທີ 31 ພຶດສະພາ 2021, ທີ່ນະຄອນຫລວງວຽງຈັນ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະກອງເລຂາສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ກໍລະນີເທົ່ານັ້ນ.
ຍສໝ - ເພື່ອແນໃສ່ຊຸກຍູ້ວິສາຫະກິດ 2 ແຂວງ ເພີ່ມທະວີການພົວພັນແລກປ່ຽນ, ຮ່ວມືມ, ແບ່ງປັນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ຂອງແຕ່ລະຝ່າຍຕາມທິດໜູນຊ່ວຍບັນດາທ່າໄດ້ປ່ຽບຂອງກັນ, ຜ່ານການແລກປ່ຽນ, ສະຫະພັນວິສາຫະກິດ ແຂວງ ລາວກາຍ ແລະ ສະຫະພັນວິສາຫະກິດ ແຂວງ ຢຸນນານ ໄດ້ພ້ອມກັນລົງນາມຂໍ້ຕົກລົງແມ່ກ່ຽວກັບການຮ່ວມມືມິດຕະພາບ ດ້ວຍ 6 ເນື້ອໃນ.
ໃນວັນທີ 28 ພຶດສະພາ 2021 ທີ່ໂທລະພາບແຫ່ງຊາດລາວ, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບນະໂຍບາຍຂອງໄຟຟ້າລາວ ໃນໄລຍະການລະບາດ ຂອງພະຍາດໂຄວິດ-19 ມີບາງຕອນສຳຄັນວ່າ: ໃນໄລຍະທີ່ເກີດມີການລະບາດ ຂອງພະຍາດໂຄວິດ-19 ລັດຖະບານໄດ້ອອກແຈ້ງການ ກ່ຽວກັບມາດຕະການຜ່ອນຜັນ ຫລຸດຜ່ອນ ການໄປເຮັດວຽກ ຢູ່ສຳນັກງານອົງການ ແລະ ສະຖານທີ່ເຮັດວຽກຂອງໃຜມັນ ໂດຍໄດ້ມີການແບ່ງກັນໄປປະຈຳການ ແລະ ສ່ວນໃຫຍ່ກໍແມ່ນ ໄດ້ເຮັດວຽກຢູ່ເຮືອນ.
ຫວ່າງແລ້ວນີ້, ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກ ກັບ ສະຫາຍ ລີ້ ຈ້ານຊູ ກຳມະການຄະນະປະຈຳ ກົມການເມືອງສູນກາງພັກ ກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປຈີນ.
ຍສໝ - ວຽກງານກໍ່ສ້າງຖັນແຖວພະນັກງານ ແລະ ແຫຼ່ງຊັບພະຍາກອນມະນຸດໃຫ້ ລາວນັບມື້ນັບໄດ້ຮັບການເພີ່ມທະວີກ່ຽວກັບຈຳນວນ, ປັບປຸງດ້ານຄຸນນະພາບດ້ວຍບັນດາວິທີ ແລະ ຮູບການກໍ່ສ້າງຫລາຍຮູບຫລາຍແບບ, ອຸດົມສົມບູນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການປ່ຽນແປງໃໝ່ຂອງ ລາວ
ຍສໝ - ໜັງສືພິມ KPL ໄດ້ລົງຂ່າວວ່າ, ຜູ້ມີສິດເລືອກຕັ້ງຫວຽດນາມຫຼາຍກວ່າ 60 ລ້ານຄົນໃນທົ່ວປະເທດ ໄດ້ລົງຄະແນນສຽງໃນວັນທີ 23 ພຶດສະພາ ໃນບັນຍາກາດທີ່ຄຶກຄື້ນຂອງວັນເລືອກຕັ້ງ ເພື່ອເລືອກເອົາຜູ້ແທນທີ່ມີມາດຕະຖານເພື່ອເປັນຕົວແທນປະຊາຊົນ.
ຍສໝ - ເຂົ້າຮ່ວມພິທີມີທ່ານ ພົນຈັດຕະວາ ຫງວຽນກ໊ວກຢວດ, ກຳມະການຄະນະບໍລິຫານງານຄະນະພັກນະຄອນ, ຜູ້ບັນຊາການກອງບັນຊາການນະຄອນຫຼວງ ຮ່າໂນ້ຍ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ແຫ່ງສາທາລະນະສຸກ ປະຊາທິປະໄຕ ປະຊາຊົນ ລາວ ປະຈຳ ຫວຽດນາມ…
ຍສໝ - ໂດຍຕາງໜ້າປະຊາຊົນ, ທ່ານດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າຈຳນວນເງິນນີ້ ແມ່ນການລະດົມກຳລັງໃຈສຳລັບພໍ່ແມ່ປະຊາຊົນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແລະ ສະແດງໃຫ້ເຫັນນະໂຍບາຍສາມັກຄີ, ຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ປະຊາຊົນພາຍໃນປະເທດ ຕໍ່ພໍ່ແມ່ປະຊາຊົນ ເຮົາຢູ່ຕ່າງປະເທດ ດ້ວຍຈິດໃຈ “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ”.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທຸນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ແລະ ມີປະສິດທິຜົນຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໂດຍບໍ່ພຽງແຕ່ໃຫ້ການໜູນຊ່ວຍທາງດ້ານການເງິນ ແລະ ວັດຖຸອຸປະກອນການແພດໃຫ້ແກ່ ລາວ ເທົ່ານັ້ນ, ຫາກຍັງສົ່ງຄະນະນັກຊ່ຽວຊານມາຊ່ວຍ ລາວ ໃນໄລຍະເວລາ ທີ່ລາວ ພວມປະເຊີນໜ້າກັບການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19 ຢ່າງຮ້າຍແຮງ.
ຍສໝ - ທ່ານ ເອກອັກຄະລັດຖະທູດ Chay Navuth ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ຄວາມເອົາໃຈໃສ່, ແບ່ງປັນຢ່າງທັນການ ແລະເຕັມໄປດ້ວຍນ້ຳໃຈຂອງກະຊວງການປ້ອງກັນປະເທດຫວຽດນາມ ໃຫ້ແກ່ກຳປູເຈຍຈຳນວນອຸປະກອນການແພດນີ້. ພ້ອມທັງເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນການສະໜັບສະໜູນກ່ຽວກັບວັດຖຸເທົ່ານັ້ນ, ຫາກຍັງແມ່ນແຫຼ່ງກຳລັງໃຈອັນຍິ່ງໃຫຍ່ໃຫ້ແກ່ກຳປູເຈຍເພື່ອຜ່ານຜ່າໄລຍະປະສົບກັບຄວາມຫຍຸ້ງຍາກນີ້.
ຍສໝ - ຕາມທ່ານ ຫງວຽນຝູບິ່ງ ປະທານສະມາຄົມຕິດຕໍພົວພັນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ALOV) ແລ້ວ, ຈຳນວນຂອງຂວັນດັງກ່າວເຖິງວ່ານ້ອຍກໍ່ຕາມ ແຕ່ມັນສະແດງໃຫ້ເປັນນ້ຳໃຈຂອງພໍ່ແມ່ປະຊາຊົນພາຍໃນປະເທດ ຍາມໃດກໍ່ເອົາໃຈໃສ່ ແລະ ເປັນຫ່ວງເປັນໃຍຕໍ່ຊາວຫວຽດນາມ ອາໄສຢູ່ 3 ປະເທດ ຕໍ່ໜ້າການແຜ່ລະບາດຂອງໂລກລະບາດໂຄວິດ - 19 ຮອບໃໝ່ນີ້.
ຫຼາຍປີມານີ້, ເຖິງວ່າ ດຳລົງຊີວິດຢູ່ ໄທ, ຢູ່ ຝລັ່ງ ແລ້ວກັບມາດຳລົງຊີວິດຢູ່ ລາວ ກໍຕາມ ແຕ່ໃນສຳພາລະເດີນທາງຂອງຄອບຄົວ ແມ່ຕູ້ ຫງວຽນທິເນືອງ - ຊາວ ຫວຽດນາມ ອາໄສຢູ່ ບ້ານຝ້າຍ, ເມືອງ ສີສັດຕະນາດ, ນະຄອນຫຼວງ ວຽງຈັນ ຍາມໃດກໍຖືຮູບເຄິ່ງຄີງປະທານ ໂຮ່ຈີມິນ ໄປຕາມ. ສຳລັບຄອບຄົວຂອງແມ່ຕູ້ແລ້ວ, ນັ້ນແມ່ນສິ່ງທີ່ປະເສີດ ບໍ່ອາດຂາດໄດ້.
ຍສໝ - ສິ່ງທີ່ໜ້າສົນໃຈ, ກິດຈະກຳການເມືອງນີ້ບໍ່ພຽງແຕ່ມີຄວາມສຳຄັນ ໃນດ້ານການເມືອງເທົ່ານັ້ນ, ແຕ່ຍັງມີຄວາມກະຕືລືລົ້ນ, ມີຄວາມກົມກຽວ, ມີຄວາມເບີກບານມ່ວນຊື່ນ ໃນຊີວິດຂອງທຸກຊັ້ນຄົນ...ນັ້ນແມ່ນຄວາມຮູ້ສຶກທົ່ວໄປຂອງເພື່ອນມິດທົ່ວໂລກ ເຊິ່ງໄດ້ແບ່ງປັນກັບນັກຂ່າວ ວາລະສານຍຸກສະໄໝ.
ຍສໝ - ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ໄດ້ເນັ້ນໜັກວ່າ: ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແລະສະພາປະຊາຊົນທຸກຂັ້ນໄດ້ມີມາດຕະການຮັບມືຢ່າງມີໄຫວພິບ, ເໝາະສົມກັບສະພາບການຂອງພະຍາດ. ບັນດາການພົບປະແລກປ່ຽນກັບຜູ້ມີສິດເລືອກຕັ້ງໄດ້ດໍາເນີນບົນພື້ນຖານຮັບປະກັນຄວາມປອດໄພສຸຂະພາບໃຫ້ແກ່ຜູ້ສະໝັກເລືອກຕັ້ງ ແລະຜູ້ມີສິດເລືອກຕັ້ງໝົດທຸກຄົນ, ຮັບປະກັນໃຫ້ການເລືອກຕັ້ງສາມາດໄດ້ຈັດຕັ້ງຖືກຕາມແຜນການທີ່ໄດ້ວາງອອກ.
ຍສໝ - ຈຳນວນຂອງຂວັນລວມມີ ສິນຄ້າ 135 ແກັດໃນນັ້ນມີ ຜ້າອັດປາກດັງ ລວມທັງໝົດ 337.500ອັນ ໂດຍຄອບຄົວທ່ານ ເຈິ່ນວຽດຕວັນ ຊາວຫວຽດນາມ ອາໄສຢູ່ຕ່າງ ແລະ ສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ບໍລິຈາກ, ດ້ວຍມູນຄ່າ 10.000 ໂດລາສະຫະລັດ ຊຶ່ງໄດ້ມອບໃຫ້ຄະນະສະເພາະກິດປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດລາວ, ເພື່ອແນໃສ່ແບ່ງເບົາຄວາມຫຍຸ້ງຍາກສິ່ງທ້າຍທາຍກັບລັດຖະບານ ແລະ ປະຊາຊົນລາວ.