AFF Suzuki Cup 2020: ຫວຽດນາມ ພົບກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ

19:00 | 25/09/2021

ຍສໝ - ຕອນບ່າຍວັນທີ 22 ກັນຍາ, ສະຫະພັນບານເຕະອາຊີຕາເວັນອອກສ່ຽງໃຕ້ (AFF) ໄດ້ດໍາເນີນພິທີຈົກສະຫຼາກອອນໄລ ສໍາລັບການແຂ່ງຂັນເຕະບານຊິງແຊ້ມອາຊີຕາເວັນອອກສ່ຽງໃຕ້ - AFF Suzuki Cup 2020.

ຫວຽດ​ນາມພົບລັດ​ເຊຍ​ໃນ​ຮອບ 1/8 futsal World Cup ຫວຽດ​ນາມພົບລັດ​ເຊຍ​ໃນ​ຮອບ 1/8 futsal World Cup
ທີມເທັນນິສ ຫວຽດນາມ ແຂ່ງຂັນຮອບ play-off ກຸ່ມ II Davis Cup ປີ 2022 ທີມເທັນນິສ ຫວຽດນາມ ແຂ່ງຂັນຮອບ play-off ກຸ່ມ II Davis Cup ປີ 2022

ກ່ອນພິທີຈົກສະຫຼາກຈະຈັດຂຶ້ນ, ສະຫະພັນບານເຕະອາຊີຕາເວັນອອກສ່ຽງໃຕ້ AFF ໄດ້ແບ່ງທີມອອກເປັນ 5 ກຸ່ມ ອີງຕາມຜົນງານການແຂ່ງຂັນຢູ່ໃນສອງຄັ້ງ AFF Suzuki Cup ຄັ້ງຫຼ້າສຸດ. ໃນຖານະເປັນພວມຄອງຕຳແໜ່ງແຊ້ມ, ທີມບານເຕະຫວຽດນາມ ຢູ່ໃນກຸ່ມສາຍແຂງໝາຍເລກ 1 ກັບທີມບານເຕະໄທ.

ການແຂ່ງຂັນເຕະບານຊິງແຊ້ມ AFF Suzuki Cup 2020 ໄດ້ມີການເຂົ້າຮ່ວມຂອງ 10 ທີມ ໂດຍແບ່ງອອກເປັນສອງສາຍ A ແລະ B, ແຕ່ລະສາຍມີ 5 ທີມ.

AFF Suzuki Cup 2020: ຫວຽດນາມ ພົບກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ
AFF Suzuki Cup 2020: ຫວຽດນາມ ພົບກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ. (ພາບ: vov)

ຕາມຜົນການຈັບສະຫຼາກ, ຫວຽດນາມ ຢູ່ໃນສາຍ B ຮ່ວມກັບມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ. ສາຍ A ຈະເປັນການແຂ່ງຂັນລະຫວ່າງໄທ, ມຽນມາ, ຟິລິບປິນ, ສິງກະໂປ ແລະ ທິມຊະນະການແຂ່ງຂັນໃນຮອບ play-off.

ໃນຮອບແຂ່ງຂັນໃນສາຍ, ບັນດາທີມຈະແຂ່ງຂັນກັນເປັນຮອບວຽນຈົນຄົບທິມ. ທີມທີໜຶ່ງ ແລະ ທີສອງໃນແຕ່ລະສາຍ ຈະໄດ້ຜ່ານເຂົ້າສູ່ຮອບຮອງຊະນະເລີດ.

ການແຂ່ງຂັນຮອບຮອງຊະນະເລີດ ຈະຈັດຂຶ້ນໃນຮູບແບບ knock-out ໂດຍແຕ່ລະຄູ່ຈະແຂ່ງຂັນສອງນັດ. ການແຂ່ງຂັນຮອບຮອງຊະນະເລີດ 2 ນັດທຳອິດ ຈະຈັດຂຶ້ນໃນວັນທີ 22 ທັນວາ 2021 ແລະ ວັນທີ 23 ທັນວາ 2021.

ການແຂ່ງຂັນສອງນັດທີສອງ ຈະແຂ່ງຂັນໃນວັນທີ 25 ທັນວາ ແລະ 26 ທັນວາ 2021. ສອງທີມຊະນະເລີດ ຈະແຂ່ງຂັນຮອບຊິງຊະນະເລີດນັດທຳອິດໃນວັນທີ 29 ທັນວາ 2021 ແລະ ນັດທີສອງໃນວັນທີ 1 ມັງກອນ 2022.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.