ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດນາມຮຽກຮ້ອງໃຫ້ມີການແບ່ງປັນວັກຊີນ

06:38 | 27/09/2021

ຍສໝ - ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດນາມຮຽກຮ້ອງໃຫ້ມີການແບ່ງປັນວັກຊີນ.

ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ
ພິທີປຸກລະດົມການສອບເສັງຊອກຫາວິທີການຫັນເປັນດີຈີຕອນຫວຽດນາມ VIET SOLUTIONS 2020 ພິທີປຸກລະດົມການສອບເສັງຊອກຫາວິທີການຫັນເປັນດີຈີຕອນຫວຽດນາມ VIET SOLUTIONS 2020
ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດນາມຮຽກຮ້ອງໃຫ້ມີການແບ່ງປັນວັກຊີນ
ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດນາມຮຽກຮ້ອງໃຫ້ມີການແບ່ງປັນວັກຊີນ. ພາບ: TTXVN

ເມື່ອບໍ່ດົນມານິ້, ກ່ອນປິດກອງປະຊຸມຄັ້ງທີ 8, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ກໍາປູເຈຍ-ລາວ-ຫວຽດນາມ ກ່ຽວກັບເຂດສາມຫລ່ຽມພັດທະນາ ໄດ້ຮຽກຮ້ອງໃຫ້ບັນດາປະເທດທີ່ມີທ່າໄດ້ປຽບໃນການຜະລິດວັກຊີນຕ້ອງມີກົນໄກແບ່ງປັນວັກຊີນ 19...

ກອງປະຊຸມໄດ້ຮຽກຮ້ອງໃຫ້ມີການເພີ່ມທະວີການໜູນຊ່ວຍເພື່ອໃຫ້ປະຊາຊົນໃນໂລກ, ໃນນັ້ນ ມີເຂດສາມຫລ່ຽມພັດທະນາໄດ້ມີການເຂົ້າເຖິງວັກຊີນຢ່າງ ຍຸຕິທຳ, ທັນການ ແລະມີອຸປະກອນການແພດທີ່ທັນສະໄໝດ້ວຍລາຍຈ່າຍທີ່ເໝະສົມ.

ໂດຍສະເໜີໃຫ້ບັນດາປະເທດພັດທະນາໃຫ້ການສະໜັບສະໜູນການຍົກເວັ້ນພັນທະໃນການປົກປ້ອງສິດຊັບສິນທາງປັນຍາສຳລັບວັກຊີນ COVID-19 ເພື່ອໃຫ້ວັກຊີນສາມາດແຈກຢາຍຢ່າງກວ້າງຂວາງໃນທຸກປະເທດທົ່ວໂລກ. ສະພາຂອງສາມປະເທດໄດ້ມີບັນດາຮູບການແລກປ່ຽນທາງອອນໄລ, ໂດຍກົງກ່ຽວກັບປະສົບການການສ້າງກົດໝາຍ ເພື່ອສ້າງພື້ນຖານທາງດ້ານນິຕິກໍາທີ່ເອື້ອອໍານວຍໃຫ້ບັນດາລັດຖະບານຜັນຂະຫຍາຍການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ -19 ແລະ ການຟື້ນຟູເສດຖະກິດຄືນ.

ທີ່ພິທີປິດກອງປະຊຸມ, ບັນດາຫົວໜ້າຄະນະຜູ້ແທນໄດ້ລົງນາມ ແລະ ອອກຖະແຫຼງການຮ່ວມ. ບັນດາປະເທດເຫັນດີເປັນເອກະພາບກອງປະຊຸມຄັ້ງທີ 9 ຂອງກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ກຳ ປູເຈຍ, ລາວ ແລະ ຫວຽດນາມ ກ່ຽວກັບເຂດສາມຫລ່ຽມພັດທະນາໃນປີ 2022 ໂດຍສະພາແຫ່ງຊາດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວເປັນເຈົ້າພາບຈັດຕັ້ງ.

ໄຊພອນ

ເຫດການ
302 Found

Found

The document has moved here.