ມອບຂອງຂວັນກວ່າ 400 ພູດໃຫ້ແກ່ນັກສຶກສາສາກົນທີ່ພວມສຶກສາຮໍ່າຮຽນຢູ່ ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ

11:33 | 09/09/2021

ຍສໝ - ວັນທີ 8 ກັນຍາ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ); ມູນນິທິ Steve ບຸ່ຍ ແລະ ບັນດາໝູ່ເພື່ອນໄດ້ມອບຂອງຂວັນຫຼາຍກວ່າ 420 ພູດ ລວມມີ: ເຂົ້າສານ, ໝີ່ສຳເລັດຮູບ, ເຄື່ອງດື່ມ... ໃຫ້ແກ່ບັນດານັກສຶກສາຕ່າງປະເທດທີ່ພວມສຶກສາຮໍ່າຮຽນ ຢູ່ ມະຫາວິທະຍາໄລ 10 ແຫ່ງ ຢູ່ ຮ່າໂນ້ຍ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ -19.

ທ໊າຍຫງວຽນ: ມະຫາວິທະຍາໄລ, ວິທະຍາໄລຫຼາຍແຫ່ງ ຈັດຕັ້ງບຸນປີໃໝ່ໃຫ້ນັກສຶກສາລາວ, ກໍາປູເຈຍ ທ໊າຍຫງວຽນ: ມະຫາວິທະຍາໄລ, ວິທະຍາໄລຫຼາຍແຫ່ງ ຈັດຕັ້ງບຸນປີໃໝ່ໃຫ້ນັກສຶກສາລາວ, ກໍາປູເຈຍ
ໜູນ​ຊ້ວຍ​ເຂົ​້​າ​ສານ​ເກືອບ 10.000 ໂຕນ​ໃນ​ໂອ​ກາດ​ບຸນ​ເຕັດ ປີ 2021 ໃຫ້​ແກ່ 10 ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ໜູນ​ຊ້ວຍ​ເຂົ​້​າ​ສານ​ເກືອບ 10.000 ໂຕນ​ໃນ​ໂອ​ກາດ​ບຸນ​ເຕັດ ປີ 2021 ໃຫ້​ແກ່ 10 ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ
ມອບຂອງຂວັນກວ່າ 400 ພູດໃຫ້ແກ່ນັກສຶກສາສາກົນທີ່ພວມສຶກສາຮໍ່າຮຽນຢູ່  ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ
ພິທີມອບຂອງຂວັນໃຫ້ແກ່ບັນດານັກສຶກສາຕ່າງປະເທດ

ວັນທີ 8 ກັນຍາ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ (ກະຊວງການຕ່າງປະເທດ); ມູນນິທິ Steve ບຸ່ຍ ແລະ ບັນດາໝູ່ເພື່ອນໄດ້ມອບຂອງຂວັນຫຼາຍກວ່າ 420 ພູດ ລວມມີ: ເຂົ້າສານ, ໝີ່ສຳເລັດຮູບ, ເຄື່ອງດື່ມ... ໃຫ້ແກ່ບັນດານັກສຶກສາຕ່າງປະເທດທີ່ພວມສຶກສາຮໍ່າຮຽນຢູ່ ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19.

ໂຄງການດັ່ງກ່າວມີການເຂົ້າຮ່ວມຂອງທູຕານຸທູດຂອງສະຖານທູດລາວ, ກໍາປູເຈຍ ປະຈໍາ ຫວຽດນາມ, ພ້ອມກັບຜູ້ຕາງໜ້າຄະນະພົວພັນຕ່າງປະເທດຊາວຫວຽດນາມຢູ່ຕ່າງປະເທດ (ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ); ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດພ້ອມກັບຜູ້ຕາງໜ້າວິສາຫະກິດ ແລະສະມາຄົມຈຳນວນໜຶ່ງຂອງຫວຽດນາມ.

ມອບຂອງຂວັນກວ່າ 400 ພູດໃຫ້ແກ່ນັກສຶກສາສາກົນທີ່ພວມສຶກສາຮໍ່າຮຽນຢູ່  ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ

ທ່ານ Steve ບຸ່ຍ, ປະທານມູນນິທິ Steve ບຸ່ຍ ແລະບັນດາໝູ່ເພື່ອນ ມອບຂອງຂວັນໃຫ້ແກ່ບັນດານັກສຶກສາຕ່າງປະເທດ

ຄະນະຈັດຕັ້ງໄດ້ມອບຂອງຂວັນກວ່າ 420 ພູດດ້ວຍມູນຄ່າທັງໝົດກວ່າ 200 ລ້ານດົ່ງໃຫ້ແກ່ນັກສຶກສາຕ່າງປະເທດທີ່ຮຽນຢູ່ບັນດາໂຮງຮຽນ: ມະຫາວິທະຍາໄລສັບພະວິຊາ; ມະຫາວິທະຍາໄລການກໍ່ສ້າງ; ສະຖາບັນການທະນາຄານ; ມະຫາວິທະຍາໄລຊົນລະປະທານ; ມະຫາວິທະຍາໄລຄົມມະນາຄົມຂົນສົ່ງ; ມະຫາວິທະຍາໄລສະຖາປັດຕະຍະກຳສາດ; ມະຫາວິທະຍາໄລການຄ້າ; ວິທະຍາໄລໄຟຟ້າ; ມະຫາວິທະຍາໄລບໍ່ແຮ່; ມະຫາວິທະຍາໄລພາຍໃນ ແລະມະຫາວິທະຍາໄລສ້າງຄູ ຮືງອຽນ.

ມອບຂອງຂວັນກວ່າ 400 ພູດໃຫ້ແກ່ນັກສຶກສາສາກົນທີ່ພວມສຶກສາຮໍ່າຮຽນຢູ່  ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ
ທ່ານ Steve ບຸ່ຍ, ປະທານມູນນິທິ Steve ບຸ່ຍ ແລະບັນດາໝູ່ເພື່ອນ ກ່າວຄໍາເຫັນທີ່ພິທີມອບຂອງຂວັນໃຫ້ແກ່ບັນດານັກສຶກສາຕ່າງປະເທດ

ທ່ານ Steve ບຸ່ຍ, ປະທານມູນນິທິ Steve ບຸ່ຍ ແລະບັນດາໝູ່ເພື່ອນໃຫ້ຮູ້ວ່າການລະບາດຂອງພະຍາດຮອບທີສີ່ນີ້ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ທຸກດ້ານຂອງຊີວິດ, ເສດຖະກິດ ແລະສັງຄົມ. ໃນນັ້ນ, ການເຄື່ອນໄຫວດ້ານການສຶກສາ ແລະບໍາລຸງສ້າງ ກໍ່ໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ. ໂດຍເຂົ້າໃຈເຖິງຄວາມຫຍຸ້ງຍາກທີ່ນັກສຶກສາຕ່າງປະເທດຢູ່ຫວຽດນາມ ພວມປະເຊີນໜ້າຢູ່ໃນເວລາເກືອບ 2 ປີ ເຊິ່ງບໍ່ສາມາດກັບຄືນປະເທດເພື່ອຢ້ຽມຢາມຄອບຄົວ, ຍາດພີ່ນ້ອງໄດ້, ອັນນີ້ເຮັດໃຫ້ພວກຂ້າພະເຈົ້າ - ຊາວຫວຽດນາມຢູ່ຕ່າງປະເທດທີ່ເຄີຍດໍາລົງຊີວິດ ແລະເຮັດວຽກຢູ່ຕ່າງປະເທດມີຄວາມເຂົ້າໃຈຫຼາຍກວ່າເວລາໃດໆໝົດ.

ສະນັ້ນ, ພວກຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ອ້າຍນ້ອງ, ເພື່ອນມິດ ແລະຫຼາຍວິສາຫະກິດຮ່ວມແຮງຮ່ວມໃຈ,ແບ່ງປັນຂອງຂວັນເລັກໜ້ອຍໃຫ້ແກ່ນັກສຶກສາຕ່າງປະເທດທີ່ພວມດໍາລົງຊີວິດ ແລະຮ່ຳຮຽນຢູ່ຫວຽດນາມ. ຫວັງວ່າຂອງຂວັນເຫຼົ່ານີ້ຈະເປັນກໍາລັງໃຈເພື່ອຊ່ວຍໃຫ້ນັກສຶກສາຕ່າງປະເທດຮູ້ສຶກອົບອຸ່ນ ແລະເຂົ້າໃຈນໍ້າຈິດນໍ້າໃຈຂອງຊາວຫວຽດນາມ ທີ່ມີຕໍ່ບັນດາໝູ່ເພື່ອນ. ສິ່ງນີ້ກໍ່ສະແດງໃຫ້ເຫັນເຖິງຄວາມຮັກແພງ, ການແບ່ງປັນສາກົນອັນຍິ່ງໃຫຍ່ເພື່ອວ່າໃນອະນາຄົດບັນດາເພື່ອນຈະພ້ອມກັບຊາວໜຸ່ມ ຫວຽດນາມ ສ້າງອະນາຄົດທີ່ດີ, ສາມັກຄີ, ສັນຕິພາບ. ຫວັງວ່າບັນດາເພືຶ່ອນຈະປອດໄພ ແລະແຂງແຮງຕະຫຼອດໄປ.

ມອບຂອງຂວັນກວ່າ 400 ພູດໃຫ້ແກ່ນັກສຶກສາສາກົນທີ່ພວມສຶກສາຮໍ່າຮຽນຢູ່  ມະຫາວິທະຍາໄລ 10 ແຫ່ງຢູ່ຮ່າໂນ້ຍ

ທ່ານ ຈັນທະພອນ ຄຳມະນີຈັນ, ທູຕານຸທູດສະຖານທູດລາວ ປະຈຳ ຫວຽດນາມ ກ່າວຄໍາເຫັນທີ່ພິທີມອບຂອງຂວັນໃຫ້ແກ່ບັນດານັກສຶກສາຕ່າງປະເທດ

ທ່ານ ຈັນທະພອນ ຄຳມະນີຈັນ, ທູຕານຸທູດສະຖານທູດລາວ ປະຈຳ ຫວຽດນາມ ໃຫ້ຮູ້ວ່າພວກຂ້າພະເຈົ້າຮູ້ສຶກຕື້ນຕັນໃຈຕໍ່ກັບຄວາມຮັກແພງທີ່ບັນດາອົງການຈັດຕັ້ງ ແລະປະຊາຊົນຫວຽດນາມ ມີຕໍ່ນັກສຶກສາຕ່າງປະເທດ, ລວມທັງນັກສຶກສາລາວຂອງພວກຂ້າພະເຈົ້າ. ໃນຊ່ວງເວລາທີ່ຫຍຸ້ງຍາກ, ໂຮງຮຽນ ແລະບັນດາອົງການຈັດຕັ້ງໄດ້ມີຄວາມເອົາໃຈໃສ່ ແລະໃຫ້ການແບ່ງປັນ. ນີ້ເປັນແຫຼ່ງໃຫ້ກໍາລັງໃຈອັນໃຫຍ່ຫຼວງທັງເປັນການສະແດງໃຫ້ເຫັນຄວາມສາມັກຄີມິດຕະພາບທີ່ສະໜິດແໜ້ນມາແຕ່ດົນນານລະຫວ່າງສອງຊົນຊາດ. ມາຮອດປັດຈຸບັນ, ຍັງບໍ່ທັນມີນັກສຶກສາລາວຕິດເຊື້ອໂຄວິດ -19, ສ່ວນຫຼາຍພວກນ້ອງໄດ້ຮັບການ ສ້າງເງື່ອນໄຂໃຫ້ໄດ້ຮັບການສັກວັກຊີນ. ພວກຂ້າພະເຈົ້າຫວັງວ່າຄົນລຸ້ນໜຸ່ມ ຂອງສອງປະເທດຈະສືບຕໍ່ຮັກສາມູນເຊື້ອອັນດີງາມ ແລະລ້ຳຄ່ານີ້.

ໄຊພອນ

ເຫດການ
302 Found

Found

The document has moved here.