ໜູນຊ່ວຍນັກສຶກສາລາວກວ່າ 300 ຄົນເພື່ອຜ່ານຜ່າການແຜ່ລະບາດຂອງພະຍາດໂຄວິດ -19

14:40 | 07/09/2021

ຍສໝ - ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ ໄດ້ໜູນຊ່ວຍນັກສຶກສາລາວກວ່າ 300 ຄົນທີ່ພວມຮໍ່າຮຽນຢູ່ໂຮງຮຽນເພື່ອຜ່ານຜ່າການແຜ່ລະບາດຂອງພະຍາດໂຄວິດ -19.

ສົກຮຽນໃຫມ່ 2021- 2022: ສ້າງຫລາຍແຜນການກ່ຽວກັບການຮຽນການສອນຢ່າງປອດໄພເພື່ອປ້ອງກັນຕ້ານໂລກລະບາດໂຄວິດ -19 ສົກຮຽນໃຫມ່ 2021- 2022: ສ້າງຫລາຍແຜນການກ່ຽວກັບການຮຽນການສອນຢ່າງປອດໄພເພື່ອປ້ອງກັນຕ້ານໂລກລະບາດໂຄວິດ -19
ທ່ານນາຍົກລັດຖະມົນຕີ ລົງກວດກາວຽກງານຕ້ານພະຍາດໂຄວິດ -19 ຢູ່ນະຄອນໂຮ່ຈີມິນ ທ່ານນາຍົກລັດຖະມົນຕີ ລົງກວດກາວຽກງານຕ້ານພະຍາດໂຄວິດ -19 ຢູ່ນະຄອນໂຮ່ຈີມິນ

ຕໍ່ໜ້າສະພາບການຜັນແປທີ່ສັບສົນຂອງການລະບາດຂອງພະຍາດໂຄວິດ -19, ບັນດານັກສຶກສາລາວທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ ໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນ ແລະເຄື່ອງໃຊ້ທີ່ຈໍາເປັນ.

ໜູນຊ່ວຍນັກສຶກສາລາວກວ່າ 300 ຄົນເພື່ອຜ່ານຜ່າການແຜ່ລະບາດຂອງພະຍາດໂຄວິດ -19

ທ່ານ ເລຊວນຕວນ, ພະນັກງານທີ່ສະຖາບັນການຮ່ວມມືສາກົນ, ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ ມອບຂອງຂວັນໃຫ້ແກ່ບັນດານັກສຶກສາລາວ

ດ້ວຍມູນເຊື້ອຮັກແພງເຊິ່ງກັນແລະກັນຂອງປະຊາຊົນຫວຽດນາມ, ພ້ອມທີ່ຈະແບ່ງປັນອາຫານ ແລະເຄື່ອງນຸ່ງຫົ່ມເພື່ອຊ່ວຍເຫຼືອເຊິ່ງກັນແລະກັນໃນເວລາທີ່ຫຍຸ້ງຍາກ, ຄະນະອໍານວຍການໂຮງຮຽນໄດ້ປະສານງານຢ່າງຕັ້ງໜ້າ ກັບອົງການຈັດຕັ້ງ ແລະຄູ່ຮ່ວມມືຂອງໂຮງຮຽນເພື່ອຮຽກຮ້ອງການຊ່ວຍເຫຼືອທາງດ້ານເຄື່ອງໃຊ້ທີ່ຈໍາເປັນ, ເງິນສົດ, ສ້າງເງື່ອນໄຂອັນສະດວກໃຫ້ພວກນ້ອງນັກສຶກສາໃນການດໍາລົງຊີວິດ ແລະຮໍ່າຮຽນ. ວັນທີ 4 ກັນຍາ, ນັກສຶກສາລາວ 300 ກວ່າຄົນໄດ້ຮັບຂອງຂວັນຈາກໂຮງຮຽນດ້ວຍມູນຄ່າທັງໝົດເກືອບ 800 ລ້ານດົ່ງ.

ໜູນຊ່ວຍນັກສຶກສາລາວກວ່າ 300 ຄົນເພື່ອຜ່ານຜ່າການແຜ່ລະບາດຂອງພະຍາດໂຄວິດ -19
ຄະນະອໍານວຍການໂຮງຮຽນໄດ້ປະສານງານຢ່າງຕັ້ງໜ້າ ກັບອົງການຈັດຕັ້ງ ແລະຄູ່ຮ່ວມມືຂອງໂຮງຮຽນເພື່ອຮຽກຮ້ອງການຊ່ວຍເຫຼືອທາງດ້ານເຄື່ອງໃຊ້ທີ່ຈໍາເປັນ, ເງິນສົດ, ສ້າງເງື່ອນໄຂອັນສະດວກໃຫ້ພວກນ້ອງນັກສຶກສາໃນການດໍາລົງຊີວິດ ແລະຮໍ່າຮຽນ

ໂດຍແບ່ງປັນກັບນັກຂ່າວຂອງວາລະສານ ຍຸກສະໄໝ, ທ່ານ ເລຊວນຕວນ, ພະນັກງານທີ່ສະຖາບັນການຮ່ວມມືສາກົນ, ມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ ກ່າວວ່າ ເພື່ອໜູນຊ່ວຍໃຫ້ບັນດານັກສຶກສາລາວຜ່ານຜ່າຄວາມຫຍຸ້ງຍາກຕໍ່ການລະບາດຂອງພະຍາດໃນເບື້ອງຕົ້ນ, ການນຳໂຮງຮຽນ ໄດ້ຊີ້ນຳໃຫ້ຄູອາຈານທີ່ຮັບຜິດຊອບເບິ່ງແຍງໂດຍກົງ ເອົາໃຈໃສ່ ແລະພ້ອມກັບທາງໂຮງຮຽນໜູນຊ່ວຍທຸກເຄື່ອງໃຊ້ທີ່ຈໍາເປັນສໍາລັບບັນດານັກສຶກສາລາວ. ນອກຈາກການໜູນຊ່ວຍເຄື່ອງໃຊ້ທີ່ຈຳເປັນແລ້ວ, ໂຮງຮຽນຍັງໄດ້ສົ່ງເອກະສານ ໄປຍັງກະຊວງສຶກສາ ແລະ ບໍາລຸງສ້າງ, ກະຊວງສາທາລະນະສຸກ ແລະຄະນະຊີ້ນຳ ແຂວງບັກນິງ ກ່ຽວກັບການສັກຢາກັນພະຍາດໂຄວິດ -19 ໃຫ້ນັກສຶກສາລາວ ກວ່າ 300 ຄົນ, ຫວັງວ່າວຽກການສັກວັກຊິນກັນພະຍາດໂຄວິດ -19 ໃຫ້ເຂົາເຈົ້າຈະໄດ້ຮັບການຈັດຕັ້ງປະຕິບັດໃນໄວໆນີ້.

ໜູນຊ່ວຍນັກສຶກສາລາວກວ່າ 300 ຄົນເພື່ອຜ່ານຜ່າການແຜ່ລະບາດຂອງພະຍາດໂຄວິດ -19
ທ້າວ ແກ້ວວີສິດ ພອນໄຊ, ຜູ້ທີ່ພວມຮຽນຫຼັກສູດປະລິນຍາໂທສາຂາບໍລິຫານທຸລະກິດ, ເປັນນັກສຶກສາລາວ ຂອງມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ

ທ້າວ ແກ້ວວີສິດ ພອນໄຊ, ຜູ້ທີ່ພວມຮຽນຫຼັກສູດປະລິນຍາໂທສາຂາບໍລິຫານທຸລະກິດ, ເປັນນັກສຶກສາລາວ ຂອງມະຫາວິທະຍາໄລທຸລະກິດ ແລະເຕັກໂນໂລຍີຮ່າໂນ້ຍ ໄດ້ແບ່ງປັນວ່າ ຢູ່ທີ່ີນີ້, ນ້ອງ ແລະໝູ່ເພື່ອນຄົນລາວຫຼາຍຄົນ ຍາມໃດກໍ່ໄດ້ຮັບການເບິ່ງແຍງຈາກໂຮງຮຽນ, ຄູອາຈານ, ໝູ່ເພື່ອນ ແລະຜູ້ໃຈບຸນ, ສະນັ້ນ ພວກນ້ອງບໍ່ຂາດເຂີນຫຍັງປານໃດ. ພວກນ້ອງ ຂໍສະແດງຄວາມຮູ້ບຸນຄຸນຕໍ່ຄວາມເອົາໃຈໃສ່, ການຊ່ວຍເຫຼືອທີ່ລໍ້າຄ່າທາງດ້ານວັດຖຸ ແລະຈິດໃຈອັນຍິ່ງໃຫຍ່ນີ້. ໃນສະພາບການຜັນແປທີ່ສັບສົນຂອງການລະບາດຂອງພະຍາດໂຄວິດ -19, ພວກນ້ອງຈະປະຕິບັດຕາມຂໍ້ກໍານົດລະບຽບການປ້ອງກັນການລະບາດຢ່າງເຂັ້ມງວດ, ພະຍາຍາມໃນການສຶກສາຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີ, ຮ່ວມແຮງຮ່ວມໃຈກັນຍູ້ການລະບາດຂອງພະຍາດໃຫ້ຖອຍໄປ ເພື່ອໃຫ້ພວກນ້ອງສາມາດກັບຄືນໄປຮຽນໄດ້ໂດຍໄວ.

ບັນດາກິດຈະກໍາທີ່ມີຄວາມໝາຍດ້ານມະນຸດສະທໍາຂອງໂຮງຮຽນ, ບັນດາອົງການຈັດຕັ້ງ, ໜ່ວຍງານ, ຜູ້ໃຈບຸນ ບໍ່ພຽງແຕ່ຮັບປະກັນສະພາບແວດລ້ອມໃນດ້ານການຮໍ່າຮຽນ, ການດໍາລົງຊີວິດທີ່ປອດໄພ, ຄວາມເປັນປົກກະຕິໃຫ້ກັບນັກສຶກສາລາວໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງໂຮງຮຽນຕໍ່ກັບນັກສຶກສາລາວອີກດ້ວຍ, ອັນໄດ້ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບ ລະຫວ່າງສອງປະເທດຫວຽດ-ລາວ ອ້າຍນ້ອງ.

ໄຊພອນ

ເຫດການ
302 Found

Found

The document has moved here.