ມອບອຸປະກອນການແພດໃຫ້ກໍາລັງປ້ອງກັນຊາຍແດນຂອງລາວ

13:02 | 21/09/2021

ຫວ່າງແລ້ວນິ້, ທີ່ຫຼັກໝາຍຊາຍແດນ 528 ດ່ານສາກົນຈາລໍ (ຕາແສງເຢີນຮວ໊າ, ເມືອງມິງຮວ໊າ, ແຂວງກວ໋າງບິ່ງ), ຄະນະປະຕິບັດງານຂອງກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ໂດຍທ່ານພັນເອກພິເສດ ຈິ້ງແທງບິ່ງ, ຫົວໜ້າການທະຫານ ເປັນຫົວໜ້າຄະນະ ໄດ້ມອບວັດຖຸອຸປະກອນການແພດ, ຢຸກຢາໃຫ້ກໍາລັງປ້ອງກັນຊາຍແດນແຂວງຄໍາມ່ວນ.

ເຈື່ອງ​ຊາ ເຊື່ອມ​ຕໍ່​ບັນ​ດາ​ຫົວ​ໃຈ​ຢູ່​ໄກ​ບ້ານ​ເກີດ​ເມືອງນອນ ເຈື່ອງ​ຊາ ເຊື່ອມ​ຕໍ່​ບັນ​ດາ​ຫົວ​ໃຈ​ຢູ່​ໄກ​ບ້ານ​ເກີດ​ເມືອງນອນ
ວິສາຫະກິດຕ່າງປະເທດຫວັງວ່າ ຫວຽດນາມຈະເປີດປະຕູຄືນໃໝ່ໃນໄວໆນີ້ ວິສາຫະກິດຕ່າງປະເທດຫວັງວ່າ ຫວຽດນາມຈະເປີດປະຕູຄືນໃໝ່ໃນໄວໆນີ້
ມອບອຸປະກອນການແພດໃຫ້ກໍາລັງປ້ອງກັນຊາຍແດນຂອງລາວ
ພັນເອກພິເສດ ຈິ້ງແທງບິ່ງ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ມອບວັດຖຸອຸປະກອນການແພດ, ຢຸກຢາໃຫ້ແກ່ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ. ພາບ: ຫງອັກຮວ່າ.

ເພື່ອແນໃສ່ແບ່ງປັນຄວາມຫຍຸ້ງຍາກກັບບັນດາກໍາລັງປ້ອງກັນຊາຍແດນຂອງປະເທດເພື່ອນລາວ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະປ້ອງກັນຊາຍແດນ, ກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ ໄດ້ມອບວັດຖຸອຸປະກອນການແພດ, ຢຸກຢາໃຫ້ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ.

ວັດຖຸອຸປະກອນການແພດດັ່ງກ່າວ ລວມມີ: ເຄື່ອງ test ໄວໂຄວິດ-19, ຊຸດປ້ອງກັນໂຄວິດ-19, ຜ້າອັດປາກ-ອັດດັງ, ຖົງມືການແພດ, ເຈວລ້າງມື, ແວ່ນຕາກັນໂຄວິດ-19 ພ້ອມຢຸກຢາການແພດຈໍານວນໜຶ່ງ ລວມມູນຄ່າ 600 ກວ່າລ້ານດົ່ງ.

ທີ່ພິທີມອບຮັບ, ກໍາລັງຂອງສອງຝ່າຍໄດ້ແລກປ່ຽນກ່ຽວກັບວຽກງານສົມທົບກັນປ້ອງກັນຊາຍແດນ ກໍຄືສະພາບພະຍາດໂຄວິດ-19, ບົດຮຽນປ້ອງກັນ, ຕ້ານ ແລະປ້ອງກັນຄວາມປອດໄພໃຫ້ກໍາລັງຕໍ່ໜ້າສະພາບພະຍາດໂຄວິດ-19. ພ້ອມທັງແຈ້ງໃຫ້ກັນຊາບກ່ຽວກັບສະພາບຄວາມໝັ້ນຄົງ, ການເມືອງ, ເສດຖະກິດ, ສັງຄົມ, ການເຄື່ອນໄຫວຂອງອາດຊະຍາກໍາ, ໂດຍສະເພາະແມ່ນອາດຊະຍາກໍາຢາເສບຕິດ ກໍຄືການຜັນແປຂອງພະຍາດໂຄວິດ-19 ເພື່ອເປັນເຈົ້າການໃນການປ້ອງກັນ, ຕ້ານ ແລະປົກປັກຮັກສາຊາຍແດນໃນໄລຍະຈະມາເຖິງ.

la.qdnd.vn

ເຫດການ
302 Found

Found

The document has moved here.