ນັກການທູດສາກົນອວຍພອນວັນຊາດຫວຽດນາມ ທີ 2 ກັນຍາ

19:44 | 02/09/2021

ກ່ອນນີ້ 76 ປີເຕັມ, ວັນທີ 2 ກັນຍາ ປີ 1945, ຢູ່ ສະຫນາມຫລວງ ບາດີ່ງ, ທ່ານປະທານ ໂຮ່ຈີມິນ ໄດ້ອ່ານບົດຖະແຫລງປະກາດເອກະລາດ, ສະຖາປະນາ ປະເທດແຫ່ງ ສາທາລະນະລັດປະຊາທິປະໄຕຫວຽດນາມ ປະຈຸບັນ ແມ່ນ ສສ ຫວຽດນາມ.

ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ສະ​ເຫຼີມ​ສະຫຼອງ 76 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັກ​ຊາດ ວັນ​ທີ 2 ກັນ​ຍາ ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ສະ​ເຫຼີມ​ສະຫຼອງ 76 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັກ​ຊາດ ວັນ​ທີ 2 ກັນ​ຍາ
ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2 ຫວຽດ​ນາມ ກາຍ​ເປັນ​ປະ​ຊາ​ຄົມ​ຊາວ​ຕ່າງ​ປະ​ເທດອາ​ໄສ​ຢູ່ ຍີ່​ປຸ່ນ ​ໃຫຍ່ອັນ​ດັບ​ທີ 2
ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າອວຍພອນທ່ານ ຫງວຽນກວັກຢູ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດ ຫວຽດນາມ
ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າອວຍພອນທ່ານ ຫງວຽນກວັກຢູ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດ ຫວຽດນາມ.ພາບ: baoquocte.vn

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ, ການນຳຫຼາຍປະເທດໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນເຖິງການນຳພັກ, ລັດ ຫວຽດນາມ. ໃນນັ້ນມີການນຳປະເທດສປປ.ລາວ, ຈີນ, ກຸຍບາ, ອິນໂດເນເຊຍ, ສະຫະພັນລັດເຊຍ…

ການນຳຂັ້ນສູງລາວ ໄດ້ອວຍພອນບັນດາຜົນງານອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດຂອງຫວຽດນາມ ໃນພາລະກິດສ້າງສາ, ປົກປັກຮັກສາປະເທດຊາດໃນໄລຍະ 76 ປີຜ່ານມາ, ໂດຍສະເພາະແມ່ນໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ; ຖືຜົນສຳເລັດຂອງຫວຽດນາມ ແມ່ນແຫຼ່ງລະດົມກຳລັງໃຈ, ກຳລັງໜູນຢ່າງແຮງສຳລັບບັນດາປະເທດ.

ໃນ ວັນທີ 01 ກັນຍາ 2021, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະຈາກສະຖານທູດລາວ ເຂົ້າອວຍ ພອນທ່ານ ຫງວຽນກວັກຢູ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດນາມ ຄົບຮອບ 76 ປີ (2/9/1945-2/9/2021).

ໂອກາດນີ້, ທ່ານເອກອັກຄະລັດຖະທູດ ຕີລາຄາສູງຕໍ່ຜົນສໍາເລັດດ້ານຕ່າງໆຂອງ ຫວຽດນາມ ທີ່ຍາດມາໄດ້ໃນຕະຫລອດໄລຍະ 76 ປີຜ່ານມາ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ໄດ້ນຳພາປະຊາຊົນ ຫວຽດນາມ ອ້າຍນ້ອງຕໍ່ສູ້ຢ່າງພິລະອາດຫານ ເພື່ອຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຈັກກະພັດ ຈົນສາມາດຍາດເອົາເອກະລາດແຫ່ງຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975 ຢ່າງສະຫງ່າອົງອາດ. ນັບແຕ່ນັ້ນເປັນຕົ້ນມາ, ສສ ຫວຽດນາມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະຕະຫຼອດໄລຍະກວ່າ 3 ທົດສະວັດ ແຫ່ງການປະຕິບັດພາລະກິດປ່ຽນແປງໃໝ່, ຫວຽດນາມ ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ ແລະ ມີຄວາມໝາຍສຳຄັນທາງດ້ານປະຫວັດສາດ, ພັດທະນາຢ່າງແຂງແຮງ ແລະ ຮອບດ້ານໃນທຸກຂົງເຂດເຊັ່ນ: ການເມືອງມີຄວາມໜັກແໜ້ນ, ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ກາຍເປັນກຳລັງຫຼັກ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະດີຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງຈະແຈ້ງ, ຖານະບົດບາດ ແລະ ອິດທິພົນຂອງ ສສ ຫວຽດນາມ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ໄຊພອນ

ທ່ານອາດຈະມັກ

302 Found

Found

The document has moved here.