ສື່ມວນຊົນລາວ ອວນພອນວັນຊາດຫວຽດນາມ ທີ 2 ກັນຍາ

20:09 | 02/09/2021

ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດຫວຽດນາມ, ສື່ມວນຊົນລາວ ໄດ້ລົງພິມຫຼາຍຂ່າວ ແລະ ບົດຂຽນກ່ຽວກັບຫວຽດນາມ.

ນັກການທູດສາກົນອວຍພອນວັນຊາດຫວຽດນາມ ທີ 2 ກັນຍາ ນັກການທູດສາກົນອວຍພອນວັນຊາດຫວຽດນາມ ທີ 2 ກັນຍາ
ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ສະ​ເຫຼີມ​ສະຫຼອງ 76 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັກ​ຊາດ ວັນ​ທີ 2 ກັນ​ຍາ ສະ​ມາ​ຄົມ​ມິດ​ຕະ​ພາບ ກາ​ນາ​ດາ - ຫວຽດ​ນາມ ສະ​ເຫຼີມ​ສະຫຼອງ 76 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັກ​ຊາດ ວັນ​ທີ 2 ກັນ​ຍາ
ສື່ມວນຊົນລາວ ອວນພອນວັນຊາດຫວຽດນາມ ທີ 2 ກັນຍາ
ສື່ມວນຊົນລາວ ໄດ້ລົງພິມຫຼາຍຂ່າວ ແລະ ບົດຂຽນກ່ຽວກັບຫວຽດນາມ.ພາບ: tapchilaoviet.org

ກ່ອນນີ້ 76 ປີເຕັມ, ວັນທີ 2 ກັນຍາ ປີ 1945, ຢູ່ ສະຫນາມຫລວງ ບາດີ່ງ, ທ່ານປະທານ ໂຮ່ຈີມິນ ໄດ້ອ່ານບົດຖະແຫລງປະກາດເອກະລາດ, ສະຖາປະນາ ປະເທດແຫ່ງ ສາທາລະນະລັດປະຊາທິປະໄຕຫວຽດນາມ ປະຈຸບັນ ແມ່ນ ສສ ຫວຽດນາມ. ຄຽງຂ້າງຄວາມໝາຍພິເສດນັ້ນແມ່ນ ໄດ້ຖະແຫລງກັບໂລກກ່ຽວກັບການສະຖາປະນາປະເທດຫວຽດນາມ ທີ່ເອກະລາດ, ເສລີພາບ, ບົດຖະແຫລງປະກາດເອກະລາດ ຍັງມີຄຸນຄ່າປະຫວັດສາດ ແລະ ພຶດຕິກຳຕົວຈິງອັນໃຫຍ່ຫລວງ, ສະແດງໃຫ້ເຫັນສະຕິປັນຍາ ແລະ ວິໄສທັດຂ້າມຍຸກສະໄຫມຂອງປະທານ ໂຮ່ຈີມິນ ອິກດ້ວຍ.

ໃນວັນທີ 01 ກັນຍາ, ບັນດາໜັງສື່ພິມໃຫຍ່ຂອງລາວຄື: ໜັງສືພິມປະຊາຊົນ, ໜັງສືພິມປະເທດລາວ ໄດ້ລົງພິມພາບ ແລະ ບົດກ່າວປາໄສຂອງທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳລາວ ຫງວຽນບາຮຸ່ງ, ໂດຍເນັ້ນໜັກວ່າ, ຜ່ານ 76 ປີຜ່ານມາ, ມາຮອດປະຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດມີພື້ນຖານເສດຖະກິດພັດທະນາຢ່າງໄວ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງນັບມື້ນັບໄດ້ຮັບການຍົກສູງຂຶ້ນບົນເວທີສາກົນ, ຊີວິດຂອງປະຊາຊົນນັບມື້ນັບອີ່ມໜຳສຳລານສົມບູນພູນສຸກ.

ໃນໜ້າທຳອິດຂອງໜັງສືພິມ Pathet Lao Daily ຂອງ ສຳນັກຂ່າວສານປະເທດລາວ ສະບັບອອກວັນທີ 01 ກັນຍາ ໄດ້ລົງພິມບົດຂຽນ ດ້ວຍຫົວຂໍ້ “ສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 76 ປີ”. ຕາມບົດຂຽນດັ່ງກ່າວແລ້ວ, ໃນຕະຫຼອດ 76 ປີຜ່ານມາ, ຫວຽດນາມ ໄດ້ສ້າງກຸ່ມກ້ອນມະຫາສາມັກຄີທີ່ເປັນປຶກແຜ່ນແໜ້ນໜາ, ຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປົກປັກຮັກສາພື້ນຖານເອກະລາດ, ເສລີພາບຂອງຊາດ; ສ້າງສາ ແລະ ພັດທະນາປະເທດຊາດໃຫ້ “ນັບມື້ນັບອຸດົມຮັ່ງມີ, ຮຸ່ງເຮືອງສີວິໄລ ແລະ ສວຍງາມກວ່າ”; ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການສ້າງພື້ນຖານສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

ກ່ຽວກັບສາຍພົວພັນລະຫວ່າງ ຫວຽດນາມ - ລາວ, ບົດຂຽນດັ່ງກ່າວ ກໍໄດ້ຢັ້ງຢືນວ່າ ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການໃນປະຫວັດສາດ, ສາຍພົວພັນລະຫວ່າງ ຫວຽດນາມ - ລາວ ໄດ້ກາຍເປັນສາຍພົວພັນ “ໄມຕີຈິດມິດຕະພາບອັນຍິ່ງໃຫຍ່”, ເປັນແບບຢ່າງທີ່ຫາຍາກໃນສາຍພົວພັນສອງຝ່າຍໃນໂລກ.

ໄຊພອນ

ເຫດການ
302 Found

Found

The document has moved here.