ໃນປີ 2022, ລາວກາຍ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ ກວ່າ 4 ລ້ານເທື່ອຄົນ

ໃນປີ 2022, ລາວກາຍ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ ກວ່າ 4 ລ້ານເທື່ອຄົນ

ຍສໝ - ໃນ​ປີ 2022, ລາວ​ກາຍ ສູ້​ຊົນ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 4 ລ້ານ​ເທື່ອ​ຄົນ​ຂຶ້ນ​ໄປ ດ້ວຍ​ລາຍ​ຮັບ​ຈາກ​ການທ່ອງທ່ຽວ​ບັນລຸ​ກວ່າ 15.000 ຕື້​ດົ່ງ. ນີ້​ແມ່ນ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ​ ໃນ​ແຜນການ​ປະຕິບັດ​ໂຄງການ 03-DA/TU ​ໃນ​ປີ 2022 ກ່ຽວ​ກັບ “ການ​ພັດທະນາ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ແຂວງ ລາວ​ກາຍ ​ໄລຍະ 2020 – 2025”.

ນະຄອນເກິນເທີຈັດປະຊຸມກຽມກິດຈະກຳລະນຶກ 60 ປີ ວັນສ້າງຕັ້ງການພົວພັນການທູດ ຫວຽດນາມ-ລາວ

ນະຄອນເກິນເທີຈັດປະຊຸມກຽມກິດຈະກຳລະນຶກ 60 ປີ ວັນສ້າງຕັ້ງການພົວພັນການທູດ ຫວຽດນາມ-ລາວ

ຍ​ສໝ - ຕອນ​ບ່າຍ​ວັນ​ທີ 2 ມີ​ນາ, ສະ​ຫະ​ພັນ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ນະ​ຄອນ​ເກິນ​ເທີ (ສະ​ຫະ​ພັນ​ເກິນ​ເທີ) ໄດ້​ມີ​ວາ​ລະ​ປະ​ຊຸມ​ເຮັດ​ວຽກ​ຮ່ວມ​ກັບ​ຄະ​ນະ​ບໍ​ຫານ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ-ລາວ ນະ​ຄອນ​ເກິນ​ເທີ, ສົນ​ທະ​ນາ​ແຜນ​ການ​ຈັດ​ກິດ​ຈະ​ກຳ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ລະ​ນຶກ​ຄົບ​ຮອບ 60 ປີ ວັນ​ສ້າງ​ການ​ພົວ​ພັນ​ການ​ທູດ (5/9/1962-5/9/2022) ແລະ ຄົບ​ຮອບ 45 ປີ ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ-ລາວ (18/7/1977-18/7/2022).

ມອບ-ຮັບ 5 ກິດຈະການຂອງກະຊວງປ້ອງກັນປະເທດຫວຽດນາມທີ່ຊ່ວຍເຫຼືອໃຫ້ລາວ

ມອບ-ຮັບ 5 ກິດຈະການຂອງກະຊວງປ້ອງກັນປະເທດຫວຽດນາມທີ່ຊ່ວຍເຫຼືອໃຫ້ລາວ

ຕອນເຊົ້າວັນທີ 28 ຕຸລາ, ຢູ່ແຂວງອັດຕະປື (ລາວ), ຄະນະເສດຖະກິດ-ປ້ອງກັນຊາດ 385, ແມ່ທັບ 15 ໄດ້ມອບ-ຮັບ 5 ກິດຈະການສ້ອມແປງກຸ່ມບ້ານວັງຕັດ, ເມືອງຊານໄຊ, ແຂວງອັດຕະປື); ສ້ອມແປງໂຮງຮຽນກິນນອນຊົນເຜົ່າ ແລະປະຕູໂຂງ, ຝາຜະໜັງ, ເຮືອນຢູ່, ຫ້ອງກິນໃຫ້ນັກຮຽນໂຮງຮຽນກິນນອນຊົນເຜົ່າກຸ່ມບ້ານວັງຕັດດ້ວຍຍອດມູນຄ່າກວ່າ 4,1 ຕື້ດົ່ງ ໂດຍກະຊວງປ້ອງກັນປະເທດຫວຽດນາມ ຊ່ວຍເຫຼືອປະເທດເພື່ອນລາວ.

ແທັງຫົວມອບສຳນັກງານຫ້ອງການເຮັດວຽກ 32 ແຫ່ງໃນກຸ່ມບ້ານເຂດຊາຍແດນຕິດຈອດ ຫວຽດນາມ - ລາວ

ແທັງຫົວມອບສຳນັກງານຫ້ອງການເຮັດວຽກ 32 ແຫ່ງໃນກຸ່ມບ້ານເຂດຊາຍແດນຕິດຈອດ ຫວຽດນາມ - ລາວ

ຍ​ສ​ໝ - ວັ​ນ​ທີ 28 ກຸມ​ພາ, ຫ້ອງ​ການ​ຕຳຫຼວດ​ແຂວງ​ແທັງ​ຫົວສົມ​ທົບ​ກັບຫ້ອງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບແຂວງ​ຫົວ​ພັນ ໄດ້ຈັດ​ຕັ້ງ​ພິ​ທີ​ເປີດ​ນຳ​ໃຊ້ ແລະ ມອບ​ສຳ​ນັກ​ງານ​ຫ້ອງ​ການ​ເຮັດ​ວຽກ 32 ແຫ່ງ ໃຫ້​ແກ່​ຫ້ອງ​ການ ປກ​ສ ກຸ່ມ​ບ້ານ​ເຂດ​ຊາຍ​ແດນຕິດ​ຈອດ​ຂອງ​ເມືອງ​ສົບ​ເບົາ, ແຂວງ​ຫົວ​ພັນ.

ກໍານົດຈຸດເອກະລັກເສັ້ນຊາຍແດນຕອນຕິດຈອດກັນລະຫວ່າງແຂວງເຊີນລາ ແລະແຂວງຫົວພັນ

ກໍານົດຈຸດເອກະລັກເສັ້ນຊາຍແດນຕອນຕິດຈອດກັນລະຫວ່າງແຂວງເຊີນລາ ແລະແຂວງຫົວພັນ

ວັນທີ 25 ກຸມພາ, ທະຫານຊາຍແດນແຂວງເຊີນລາ ຂອງຫວຽດນາມ ໃຫ້ຮູ້ວ່າ, ແຕ່ວັນທີ 20-24 ກຸມພາ, ຄະນະນັກວິຊາການຊາຍແດນຂອງຫວຽດນາມ ແລະລາວ ໄດ້ຮ່ວມກັນດໍາເນີນການສໍາຫຼວດສອງຝ່າຍ, ກໍານົດທີ່ຕັ້ງ ແລະປັກຫຼັກເພື່ອເປັນເຄື່ອງໝາຍຢູ່ຈຸດທີ່ເປັນເອກະລັກ ຢູ່ພື້ນທີ່ຕົວຈິງ ເພື່ອເຮັດແຈ້ງທິດເດີນຂອງເສັ້ນຊາຍແດນສອງປະເທດ ຢູ່ ຕອນແຕ່ຫຼັກໝາຍຊາຍແດນເລກທີ 257 ເຖິງ 259 ລະຫວ່າງແຂວງເຊີນລາ ແລະແຂວງຫົວພັນ.

ວັດ​ເຟິດ​ຕິກ​ຢູ່ ລາວ ຈັດ​ຕັ້ງ​ພິ​ທີສວດ​ມົນ​ພາ​ວະ​ນາ​ຂໍ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວມີຄວາມ​ຢູ່​ເຢັນ​ເປັນ​ສຸກ

ວັດ​ເຟິດ​ຕິກ​ຢູ່ ລາວ ຈັດ​ຕັ້ງ​ພິ​ທີສວດ​ມົນ​ພາ​ວະ​ນາ​ຂໍ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວມີຄວາມ​ຢູ່​ເຢັນ​ເປັນ​ສຸກ

ຍ​ສ​ໝ - ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ລາວ​ແລ້ວ, ຕອນເຊົ້າວັນທີ 15 ກຸມພາ, ກົງກັບວັນເພັງເດືອນ ຈຽງ ປີຂານ 2022, ວັດເຟິດຕິກ ຢູ່ນະຄອນຫຼວງວຽງຈັນ (ລາວ) ໄດ້ຈັດຕັ້ງພິທີ ສວດມົນ ພາວະນາຂໍໃຫ້ຊາວຫວຽດນາມ ທີ່ພວມຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຢູ່ລາວມີຄວາມຢູ່ເຢັນເປັນສຸກ.

ປີ 2022: ແຂວງຮ່າຕິງ ຍູ້ແຮງການຮ່ວມມືຮອບດ້ານກັບທ້ອງຖິ່ນຂອງລາວ

ປີ 2022: ແຂວງຮ່າຕິງ ຍູ້ແຮງການຮ່ວມມືຮອບດ້ານກັບທ້ອງຖິ່ນຂອງລາວ

ຍູ້ແຮງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງແຂວງຮ່າຕິງ ກັບບັນດາທ້ອງຖິ່ນຂອງລາວ”. ນີ້ແມ່ນເນື້ອໃນທີ່ໜ້າໃສ່ໃຈໃນແຜນການສະບັບເລກທີ 27/KH-UBND ຂອງແຂວງຮ່າຕິງ ກ່ຽວກັບການເຄື່ອນໄຫວທາງການທູດ ແລະເຊື່ອມໂຍງເຂົ້າກັບສາກົນປີ 2022.

ມອບທຶນການສຶກສາໃຫ້ນັກຮຽນໂຮງຮຽນສອງພາສາ ຫງວຽນຢູ ຢູ່ ລາວ ມາຮຽນຢູ່ ຫວຽດນາມ

ມອບທຶນການສຶກສາໃຫ້ນັກຮຽນໂຮງຮຽນສອງພາສາ ຫງວຽນຢູ ຢູ່ ລາວ ມາຮຽນຢູ່ ຫວຽດນາມ

ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ແລະສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບຮັບທຶນການສຶກສາຂອງມະຫາວິທະຍາໄລ ໂຕນດຶກຖັ໊ງ, ນະຄອນໂຮ່ຈີມິນ ໃຫ້ແກ່ນັກຮຽນ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຈໍານວນ 10 ຄົນ.

ລາວ ອະນຸຍາດໃຫ້ພາກເອກະຊົນກໍ່ສ້າງສາຍສົ່ງໄຟຟ້າເຊື່ອມຕໍ່ກັບຫວຽດນາມ

ລາວ ອະນຸຍາດໃຫ້ພາກເອກະຊົນກໍ່ສ້າງສາຍສົ່ງໄຟຟ້າເຊື່ອມຕໍ່ກັບຫວຽດນາມ

ລັດຖະບານລາວ ໄດ້ອະນຸຍາດໃຫ້ 2 ບໍລິສັດເອກະຊົນດຳເນີນການຄົ້ນຄວ້າຄວາມເປັນໄປໄດ້ໃນການກໍ່ສ້າງສາຍສົ່ງໄຟຟ້າ 220kV, ເພື່ອສົ່ງໄຟຟ້າຈາກເຂື່ອນໄຟຟ້ານ້ຳຕົກຢູ່ພາກເໜືອລາວໄປ ຫວຽດນາມ.

ເປີດນໍາໃຊ້ສໍານັກງານ ປກສ ບັນດາບ້ານຂຶ້ນກັບແຂວງເຊກອງ ແລະສາລະວັນ

ເປີດນໍາໃຊ້ສໍານັກງານ ປກສ ບັນດາບ້ານຂຶ້ນກັບແຂວງເຊກອງ ແລະສາລະວັນ

ຫວ່າງແລ້ວນີ້, ຕໍາຫຼວດແຂວງກວ້າງນາມ ແລະຕໍາຫຼວດແຂວງເທື່ອທຽນ-ເຫວ້ ໄດ້ຈັດຕັ້ງມອບ-ຮັບ ສໍານັກງານ ປກສ ບັນດາບ້ານຂຶ້ນກັບແຂວງເຊກອງ ແລະສໍານັກງານ ປກສ ບ້ານໂກຕາຍ - ອາແດງ, ເມືອງສະໝ້ວຍ, ແຂວງສາລະວັນ, ປະເທດລາວ.

ວິລະຄອນ ທອງສົມສະໜິດ (ລາວ):  ບຸນເຕັດ​ຫວຽດນາມ ​ທີ່​ສັກສິດ​ທີ່​ສຸດ​ແມ່ນ​ການ​ລະນຶກ​ເຖິງ​ບັນພະບຸລຸດ

ວິລະຄອນ ທອງສົມສະໜິດ (ລາວ): ບຸນເຕັດ​ຫວຽດນາມ ​ທີ່​ສັກສິດ​ທີ່​ສຸດ​ແມ່ນ​ການ​ລະນຶກ​ເຖິງ​ບັນພະບຸລຸດ

ຍສໝ - ສຳລັບ ວິລະຄອນ ທອງສົມສະໜິດ, ນັກສຶກສາປີທີ 2 ຄະນະນິຕິສາດ, ສາຂາວິຊາກົດໝາຍເສດຖະກິດ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ (ຮ່າໂນ້ຍ) ແລ້ວ, ບຸນປີໃໝ່ປະຈຳຊາດ ຫວຽດນາມ ແມ່ນເປັນເອກະລັກສະເພາະ.

ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ

ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ

ຂອງຂວັນ 150 ພູດ ໄດ້ມອບໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ ວຽງຈັນ ປີນີ້ ແມ່ນບັນດາວິສາຫະກິດຫວຽດນາມ ທີ່ພວມລົງທຶນຢູ່ ລາວ, ບັນດາທະນາຄານຮ່ວມດຳເນີນທຸລະກິດ, ບັນດາວິສາຫະກິດ ຊາວລາວເຊື້ອຊາດຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ລາວ ບໍລິຈາກ.

ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ - ລາວ

ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ອັນ​ດີ​ງາມ ລະ​ຫວ່າງ ຫວຽດ​ນາມ - ລາວ

ເນື່ອງໃນໂອກາດບຸນເຕັດປີຂານ ຂອງ ຫວຽດນາມ, ວັນທີ 30 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ.ລາວ ແລະ ບັນດາການນຳຂັ້ນສູງພັກ, ລັດ ລາວໄດ້ສົ່ງສານອວຍພອນມາຍັງບັນດາການນຳຂັ້ນສູງພັກ ແລະ ລັດ ຫວຽດນາມ.

ການ​ນຳ​ແຂວງ​ເຊ​ກອງ ສົ່ງ​ສານ​ອວຍພອນ​ເຖິງ ກວາງ​ນາມ ເນື່ອງ​ໃນ​ໂອກາດ​ບຸນ​ເຕັດປະຈໍາຊາດ 2022

ການ​ນຳ​ແຂວງ​ເຊ​ກອງ ສົ່ງ​ສານ​ອວຍພອນ​ເຖິງ ກວາງ​ນາມ ເນື່ອງ​ໃນ​ໂອກາດ​ບຸນ​ເຕັດປະຈໍາຊາດ 2022

ຍສໝ - ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ປີ​ໃຫມ່​ປະ​ຈໍາຊາດ​ຫວຽດ​ນາມ ​ປີ 2022, ກຳມະການ​ຄະນະບໍລິຫານງານສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ເລຂາພັກ, ​ເຈົ້າແຂວງ​ເຊ​ກອງ - ສະຫາຍ ​ເຫຼັກໄຫຼ ສີວິໄລ ໄດ້​ສົ່ງ​ຄຳ​ອວຍພອນ​ເຖິງບັນດາສະຫາຍ​ການ​ນຳ​ແຂວງ​ກວາງ​ນາມ.

ສາຍການບິນຫວຽດນາມເປີດເສັ້ນທາງບິນສາກົນຄືນໄປຍັງ ສປປ ລາວ

ສາຍການບິນຫວຽດນາມເປີດເສັ້ນທາງບິນສາກົນຄືນໄປຍັງ ສປປ ລາວ

ຍ​ສ​ໝ - ສາຍ​ການບິນ​ຫວຽດ​ນາມ​ເປີດ​ເສັ້ນ​ທາງ​ບິນ​ສາ​ກົນ​ຄືນ​ຢ່າງ​ເປັນ​ທາງ​ການ​ໄປ​ສູ່​ຕະຫຼາດ ສ​ປ​ປ ລາວ ແລະ ຖ້ຽວ​ບິນ​ທຳ​ອິດແມ່ນ​ວັນ​ທີ 9 ກຸມ​ພາ 2022. ຜູ້​ໂດຍ​ສານ​ສາ​ມາດ​ຈອງ​ຊື້​ປີ້​ຍົນຜ່ານ​ທາງ​ອອນ​ໄລ໌ ຫຼື ຊື້​ໂດຍ​ກົງ​ທີ່​ຫ້ອງ​ຂາຍ​ປີ້​ຕ່າງ​ໆ ແລະ ຕົວ​ແທນ​ທີ່​ເປັນ​ທາງ​ການ​ຂອງ​ສາຍ​ການ​ບິນ​ຫວຽ​ດ​ນາມຢູ່​ຫວຽດ​ນາມ ຫຼື ຢູ່ ສ​ປ​ປ ລາວ.

ການນໍາແຂວງຄໍາມ່ວນ (ປະເທດລາວ) ຢ້ຽມຢາມ ແລະອວຍພອນປີໃໝ່ແຂວງກວ໊າງບິ່ງ

ການນໍາແຂວງຄໍາມ່ວນ (ປະເທດລາວ) ຢ້ຽມຢາມ ແລະອວຍພອນປີໃໝ່ແຂວງກວ໊າງບິ່ງ

ຫວ່າງແລ້ວນີ້, ຄະນະຜູ້ແທນແຂວງຄໍາມ່ວນ (ປະເທດລາວ) ນໍາໂດຍທ່ານ ວັນໄຊ ຟອງສະຫວັນ, ເຈົ້າແຂວງໆຄໍາມ່ວນ ໄດ້ມາຢ້ຽມຢາມ, ອວຍພອນປີໃໝ່ການນໍາ, ປະຊາຊົນແຂວງກວ໊າງບິ່ງ ແລະລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການກໍ່ສ້າງໂຮງຮຽນມັດທະຍົມຊົນເຜົ່າຢູ່ແຂວງຄໍາມ່ວນ.

ມອບ​ຂອງ​ຂວັນ​ບຸນ​ເຕັດ 60 ພູດ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ ທີ່ພວມ​ປະ​ຕິບດ​ການ​ແຍກ​ຕົວ

ມອບ​ຂອງ​ຂວັນ​ບຸນ​ເຕັດ 60 ພູດ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ ທີ່ພວມ​ປະ​ຕິບດ​ການ​ແຍກ​ຕົວ

ຍ​ສ​ໝ - ຂອງ​ຂວັນ 60 ພູດ​ລວມ​ມີ​ເຂົ້າ​ສານ, ເຂົ້າ​ຕົ້ມ, ເຂົ້າ​ໜົມ, ນົມ, ເຄື່ອງ​ຂອງ​ທີ່​ຈຳ​ເປັນ... ໂດຍ​ຄະ​ນະ​ຊາວ​ໜຸ່ມ ມະ​ຫາ​ວິ​ທະ​ຍາ​ໄລ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ ໄດ້ສົ່ງ​ໄປ​ໃຫ້​ບັນ​ດາ​ນຶກ​ສຶກ​ສາ​ລາວ - ກຳ​ປູ​ເຈຍ ທີ່​ພວມ​ປະ​ຕິ​ບັດ​ການ​ແຍກ​ຕົວ.

ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ຢ້ຽມຢາມ ແລະອວຍພອນປີໃໝ່ທະຫານຊາຍແດນແຂວງກວ໋າງບິ່ງ

ກອງບັນຊາການປ້ອງກັນຄວາມສະຫງົບແຂວງຄໍາມ່ວນ ຢ້ຽມຢາມ ແລະອວຍພອນປີໃໝ່ທະຫານຊາຍແດນແຂວງກວ໋າງບິ່ງ

ຫວ່າງແລ້ວນີ້, ຢູ່ຫຼັກໝາຍຊາຍແດນເລກທີ 528 ບ້ານຈາລໍ, ຕາແສງເຢິນຮວ່າ, ເມືອງມິງຮວ່າ, ແຂວງກວ໋າງບິ່ງ, ຄະນະປະຕິບັດງານກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຄຳມ່ວນ ນຳໂດຍທ່ານພັນໂທ ຄໍາສິງ ນົນທະສອນ, ຮອງຫົວໜ້າກອງບັນຊາການ ປກສ ມາຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ນັກຮົບກອງບັນຊາການທະຫານຊາຍແດນແຂວງກວ໋າງບິ່ງ.

ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່

ບັນດາກິດຈະກໍາເຄື່ອນໄຫວເບິ່ງແຍງດູແລໃຫ້ຜູ້ອອກແຮງງານ, ນັກສຶກສາລາວ ແລະກໍາປູເຈຍ ຕ້ອນຮັບບຸນປີໃໝ່

ຫວ່າງແລ້ວນີ້, ສະຫະພັນແຮງງານນະຄອນໂຮ່ຈີມິນ ຈັດຕັ້ງລາຍການ “ບຸນເຕັດປຸ້ມລຸມ” ໃຫ້ແກ່ກໍາມະກອນທີ່ປະສົບກັບຄວາມຫຍຸ້ງຍາກ, ບໍ່ມີເງື່ອນໄຂກັບເມືອບ້ານຕ້ອນຮັບປີໃໝ່.

ມອບເຂົ້າສານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນລາວຢູ່ບ້ານຕ່າງໆ ຂອງ ແຂວງ ສາລະວັນ ແລະ ແຂວງ ເຊກອງ

ມອບເຂົ້າສານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນລາວຢູ່ບ້ານຕ່າງໆ ຂອງ ແຂວງ ສາລະວັນ ແລະ ແຂວງ ເຊກອງ

ພັນໂທ ໂງນາມເກື່ອງ ຫົວຫນ້າກອງບັນຊາການທະຫານ ແຂວງ ເທື່ອທຽນເຫ້ວ ໄດ້ລະດົມກຳລັງໃຈ, ຢື້ຢາມຖາມຂ່າວ, ແບ່ງປັນຄວາມຫຍຸ້ງຍາກ ຊື່ງ ປະຊາຊົນລາວ ຢູ່ບ້ານຕ່າງໆຂອງ ສອງແຂວງ ດັ່ງກ່າວ.