ຄະນະຜູ້ແທນສະພາແຫ່ງຊາດລາວ ຢ້ຽມຢາມອ່າວຮະລອງ, ແຂວງກວ໋າງນີງ

11:45 | 12/07/2022

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ຕອນເຊົ້າວັນທີ 10 ກໍລະກົດ 2022, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ ແລະຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ໄປຢ້ຽມຢາມອ່າວຮະລອງ, ແຂວງກວ໋າງນີງ.

ກຳລັງປະກອບອາວຸດຫວຽດນາມ - ລາວ ເລີ່ມດຳເນີນ ກຳລັງປະກອບອາວຸດຫວຽດນາມ - ລາວ ເລີ່ມດຳເນີນ "ວັນອາທິດຂຽວ" ຢູ່ເຂດຊາຍແດນ
ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່
ທ່ານ ໂງຮວ່າງເງິນ ຮອງເລຂາຜູ້ປະຈໍາການພັກແຂວງກວ໋າງນີງ ຕ້ອນຮັບທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ. ພາບ: quochoi.vn
ທ່ານ ໂງຮວ່າງເງິນ ຮອງເລຂາຜູ້ປະຈໍາການພັກແຂວງກວ໋າງນີງ ຕ້ອນຮັບທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດລາວ. ພາບ: quochoi.vn

ທ່ານ ໂງຮວ່າງເງິນ ຮອງເລຂາຜູ້ປະຈຳການພັກແຂວງກວ໋າງນີງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງກວ໋າງນີງ ໄດ້ໃຫ້ການຕ້ອນຮັບ ແລະມອບດອກໄມ້ອວຍພອນ.

ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບທ່ານ ສົມມາດ ພົນເສນາ ແລະຄະນະຜູ້ແທນສະພາແຫ່ງຊາດລາວ ມາຢ້ຽມຢາມອ່າວຮະລອງ, ທ່ານ ໂງຮວ່າງເງິນ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ແຂວງກວ໋າງນີງ ຈະໄດ້ຕ້ອນຮັບເພື່ອນມິດສາກົນກໍ່ຄືເພື່ອນມິດທີ່ສະໜິດສະໜົມທີ່ມາຈາກແຫ່ງ ສປປ ລາວ ຫຼາຍກວ່າອີກ. ແນະນຳໃຫ້ຄະນະຜູ້ແທນສະພາແຫ່ງຊາດລາວ ກ່ຽວກັບອ່າວຮະລອງ, ທ່ານ ໂງຮວ່າງເງິນ ໃຫ້ຮູ້ວ່າ ອ່າວຮະລອງ ແມ່ນມໍລະດົກທີ່ເປັນເອກະລັກສະເພາະຍ້ອນມີບັນດາຮ່ອງຮອຍທີ່ສຳຄັນໃນວິວັດແຫ່ງການສ້າງຕັ້ງ ແລະພັດທະນາປະຫວັດສາດໜ່ວຍໂລກ, ທັງແມ່ນຮູບພາບສິລະປະປະຕິມາກຳຂອງທຳມະຊາດດ້ວຍຫຼາຍເກາະຫີນທີ່ສວຍງາມແບບທຳມະຊາດ.

ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງແຂວງກວ໋າງນີງ, ທ່ານ ສົມມາດ ພົນເສນາ ສະແດງຄວາມປະທັບໃຈພິເສດຕໍ່ຄວາມງາມມະຫັດສະຈັນຂອງອ່າວຮະລອງ. ທ່ານ ສົມມາດ ພົນເສນາ ເຊື່ອໝັ້ນວ່າ ແຂວງກວ໋າງນີງ ຈະສືບຕໍ່ບັນລຸຜົນສຳເລັດໃໝ່ຫຼາຍຢ່າງບົນເສັ້ນທາງພັດທະນາ. ພ້ອມທັງສະແດງຄວາມປາດຖະໜາວ່າ ສອງປະເທດເວົ້າລວມ, ໃນນັ້ນມີແຂວງກວ໋າງນີງ ຈະສືບຕໍ່ຊຸກຍູ້ການພົບປະແລກປ່ຽນວັດທະນະທຳ, ເພີ່ມພູນຄູນສ້າງສາຍພົວພັນທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງລະຫວ່າງຫວຽດນາມ-ລາວ; ຊຸກຍູ້ການຮ່ວມມືລະຫວ່າງແຂວງກວ໋າງນີງ ກັບບັນດາທ້ອງຖິ່ນຂອງລາວ ແນໃສ່ປະກອບສ່ວນປັບປຸງສາຍພົວພັນສະໜິດຕິດພັນ, ສະໜິດສະໜົມລະຫວ່າງສອງປະເທດ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.