ສາຍພົວພັນມິດຕະພາບຍິ່ງໃຫຍ່ຫວຽດ-ລາວເປັນ ຊັບສົມບັດລວມອັນລໍ້າຄ່າຂອງສອງປະເທດ

08:00 | 15/07/2022

ຍສໝ - ຊ່ວງເວລານີ້ ບົນຜືນແຜ່ນດິນທົ່ວປະເທດຫວຽດນາມ ແລະ ລາວທຸກບ່ອນໄດ້ເຕັມໄປດ້ວຍບັນຍາກາດຄືກຄື້ນປິຕິຊົມຊື່ນຂ່ຳນັບຮັບຕ້ອນຄົບຮອບ 60 ປີວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ-ລາວ (ວັນທີ 5 ກັນຍາ 1962 – ວັນທີ 5 ກັນຍາ 2022) ແລະ 45 ປີວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (ວັນທີ 18 ກໍລະກົດ 1977 – ວັນທີ 18 ກໍລະກົດ 2022). ເຄິ່ງສະຕະວັດທີ່ຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ໂດຍປະທານໂຮ່ຈິມີນ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ເປັນຜູ້ກໍ່ສ້າງ, ຜ່ານບັນດາຮຸ່ນການນໍາ ແລະ ປະຊາຊົນສອງປະເທດໄດ້ອອກເຫື່ອເທແຮງ ເພີ່ມພູນຄູນສ້າງ ໄດ້ກາຍເປັນຊັບສົມບັດສ່ວນລວມອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈຮັບປະກັນຄວາມຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ.

ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ ຄະນະຜູ້ແທນສູນກາງສະຫະພັນກຳມະບານ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮ່ານາມ
ຫວຽດ​ນາມ - ອີ​ຣານ ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ຜ່ານ​ຊ່ອງ​ທາງວັດ​ທະ​ນະ​ທຳ ຫວຽດ​ນາມ - ອີ​ຣານ ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ຜ່ານ​ຊ່ອງ​ທາງວັດ​ທະ​ນະ​ທຳ

ໄມຕິຈິດມິດຕະພາບຍິ່ງໃຫຍ່

ຫວຽດນາມ ແລະ ລາວເປັນສອງປະເທດບ້ານໃກ້ເຮືອນຄຽງ ມີສາຍພູ ແລະ ແມ່ນ້ຳຕໍ່ໃສ່ກັນ, ກິນນໍ້າຮ່ວມສາຍ, ເອື່ອຍຫຼັງໃສ່ສາຍພູຫຼວງໃຫຍ່ໂຕມະໂຫຖານ, ມີຄວາມເມດຕາ, ນ້ຳໃຈຜ່ອນຜັນ, ມີຫຼາຍຈຸດຄ້າຍຄືກັນທາງດ້ານວັດທະນະທໍາສະໜິດຕິດພັນກັນຕະຫຼອດໄລຍະປະຫວັດສາດແຫ່ງການການສ້າງສາ ແລະ ປົກປັກຮັກສາປະເທດຂອງສອງຊາດ.

ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດ, ເສລີພາບໃຫ້ປະເທດຊາດທີ່ເຕັມໄປດ້ວຍຄວາມລໍາບາກ, ການເສຍສະລະໃນແຕ່ກອ່ນ, ກໍຄືໃນສະໄໝປ່ຽນແປງໃຫມ່, ການສ້າງສາ ແລະ ປົກປັກຮັກສາປະເທດທີ່ມີຄວາມທຸກຍາກລໍາບາກ, ສັບສົນໃນປະຈຸບັນ. ຫວຽດນາມ-ລາວ ລ້ວນແຕ່ເຂົ້າໃຈກັນວ່າເປັນສະຫາຍ, ເປັນໝູ່ເພື່ອນທີ່ຊື່ສັດບໍລິສຸດ, ສະເໝີຕົ້ນສະເໝີປາຍ, ຮ່ວມທຸກຮ່ວມສຸກນຳກັນ.

ວັນທີ 18 ກໍລະກົດ 1977 ເປັນວັນຂີດໝາຍໃນບາດກ້າວຂອງການພັດທະນາໃຫມ່, ຮອບດ້ານຂອງສາຍພົວພັນພິເສດລະຫວ່າງສອງປະເທດເມື່ອສອງຝ່າຍໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ຢັ້ງຢືນຄວາມສາມັກຄີທີ່ສະເໝີຕົ້ນສະເໝີບາຍ, ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນພາລະກິດແຫ່ງການສ້າງສາ ແລະ ປົກປ້ອງເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ.

ນັບແຕ່ມື້ສອງຊາດໄດ້ສ້າງຕັ້ງສາຍພົວພັນທາງການທູດ ແລະ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ສາຍພົວພັນພິເສດຫວຽດນາມ - ລາວໄດ້ມີບາດກ້າວພັດທະນາ, ຍົກສູງກວ່າເກົ່າ, ນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນຢ່າງແທ້ຈິງ, ຍິ່ງໃຫຍ່ສຳລັບສອງປະເທດຢ່າງຕໍ່ເນື່ອງ.

ໃນທົ່ວໂລກບໍ່ຄ່ອຍເຫັນການແລກປ່ຽນຄະນະຂັ້ນສູງລະຫວ່າງສອງພັກ, ສອງລັດ ຢ່າງເປັນປະຈຳຄືລະຫວ່າງຫວຽດນາມ ກັບລາວ. ບັນດາການຢ້ຽມຢາມມີຄວາມໝາຍສໍາຄັນ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ສອງຝ່າຍໄດ້ແລກປ່ຽນບົດຮຽນ, ຮຽນຮູ້ເຊິ່ງກັນແລະກັນໃນວຽກງານການນໍາພາຂະບວນການປ່ຽນໃຫມ່,ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ແລກປ່ຽນກ່ຽວກັບບັນຫາທິດສະດີ ແລະ ຕົວຈິງທີ່ໄດ້ຕັ້ງຂຶ້ນໃຫມ່, ກ່ຽວກັບວຽກງງານກໍ່ສ້າງພັກ,ປັບປຸງອໍານາດການປົກຄອງພື້ນຖານ... ກໍ່ຜ່ານບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ການນໍາສອງພັກ, ສອງລັດໄດ້ປືກສາຫາລື, ເອກະພາບກັນໄດ້ຫຼາຍບັນຫາມີລັກສະນະຍຸດທະສາດ ແລະ ກໍານົດທິດທາງລວມໃຫ້ສາຍພົວພັນລະຫວ່າງສອງຊາດໃນໄລຍະຍາວ, ກໍ່ຄືແກ້ໄຂຢ່າງທັນການບັນດາຂໍ້ຫຍຸ້ງຍາກ, ຄົງຄ້າງ, ເຮັດໃຫ້ສາຍພົວພັນລະຫວ່າງສອງປະທດນັບມື້ນັບເລິກເຊິ່ງ, ພັດທະນາຢ່າງແທດຈິງ, ມີປະສິທິຜົນໃນທຸກຂົງເຂດ.

ໃນຫຼາຍການພົບປະສອງຝ່າຍ, ການນໍາຂັ້ນສູງສອງປະເທດຫວຽນາມ ແລະ ລາວໄດ້ເນັ້ນໜັກເຖີງຄວາມໝາຍສໍາຄັນ ແລະ ຄວາມໝາຍຍຸດທະສາດຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິດເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ, ເປັນຊັບສົມບັດລວມອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈຮັບປະກັນຄວາມຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ; ຢືນຢັນ, ບໍ່ວ່າໃນສະພາບການໃດໆ, ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຈະ ພ້ອມກັນປົກປັກຮັກສາ, ເສີມສ້າງໃຫ້ສາຍພົວພັນພິເສດລາວ-ຫວຽດນາມນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງໃນທຸກຂົງເຂດ.

ພັດທະນາຢ່າງບໍ່ຢຸດຢັ້ງ, ແຕກດອກອອກຜົນ

ໃນສະພາບການພາກພື້ນ ແລະ ສາກົນມີຄວາມສັບສົນ ແລະ ຍາກທີ່ຈະຄາດຄະເນໄດ້ນັ້ນ, ແຕ່ສາຍພົວພັນອັນປອດໃສ, ສະໜິດຕິດພັດລະຫວ່າງຫວຽດນາມ - ລາວ ຍັງບໍ່ເຄີຍຈືດຈາງ, ມັນຍັງໄດ້ເສີມຂະຫຍາຍ, ເຂົ້າໄປທາງກວ້າງ ແລະ ທາງເລິກ, ນັບມື້ນັບມີປະສິດທິຜົນ ແລະ ນໍາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດ.

ສາຍພົວພັນດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທູດ-ເປັນບັນດາເສົາຄໍ້າທີ່ສໍາຄັນໃນສາຍພົວພັນຫວຽດນາມ-ລາວນັບມື້ນັບສະໜິດຕິດພັນຢ່າງແຫນ້ນແຟ້ນ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ກັບການປະສານສົມທົບທີ່ເປັນຈັງຫວະໃນການຮັກສາຜົນສໍາເລັດແຫ່ງການປະຕິວັດ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບ ແລະ ຄວາມປອດໄພຂອງສັງຄົມຢູ່ແຕ່ລະປະເທດ, ພິເສດແມ່ນການປ້ອງກັນ, ຕ້ານອາດຊະຍາກອນຂ້າມຊາດ, ປັບປຸງເສັ້ນຊາຍແດນລະຫວ່າງສອງປະເທດໃຫ້ໝັ້ນຄົງເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນຄວາມສັນຕິພາບ ແລະ ການຮ່ວມມືໃນພາກພື້ນກໍ່ຄືສາກົນ.

ສາຍພົວພັນມິດຕະພາບຍິ່ງໃຫຍ່ຫວຽດ-ລາວເປັນ ຊັບສົມບັດລວມອັນລໍ້າຄ່າຂອງສອງປະເທດ

ທ່ານນາຍົກລັດຖະມັນຕີຫວຽດນາມ ຝ້າມມີງຈີ້ງ ແລະ ທ່ານນາຍົກລັດຖະມັນຕີລາວ ພັນຄຳ ວິພາວັນ ໄດ້ເປີດ “ປີສາມັກຄີມິດຕະພາບຫວຽດນາມ -ລາວ, ລາວ-ຫວຽດນາມ 2022” ຢ່າງເປັນທາງການ. ພາບ: ເຍີດບັກ

ບັນດາຂົງເຂດການຮ່ວມມືຄື: ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທໍາ... ມີບາດກ້າວໃນການພັດທະນາຢ່າງຕໍ່ເນື່ອງ. ຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ: ຫວຽດນາມໄດ້ລົງທຶນ 214 ໂຄງການຢູ່ລາວ ໂດຍລວມມູນຄ່າທຶນທັງຫມົດ 5,33 ຕື້ໂດລາສາຫະລັດ, ຢືນອັນດັບທີ 3 ໃນບັນດາປະເທດທີ່ລົງທຶນເຂົ້າລາວ. ບັນດາໂຄງການຂອງຫວຽດນາມຢູ່ລາວກໍາລັງເວີມຂະຫຍາຍປະສິດທິຜົນໃນຫຼາຍຂົງເຂດຄື ໄຟຟ້ານໍ້າຕົກ, ພື້ນຖານໂຄງລ່າງ,ການບິນ, ການເງິນ, ທະນາຄານ, ໂທລະຄົມມະນາຄົມ, ກະສິກໍາ…, ບໍ່ພຽງແຕ່ປະກອບສ່ວນເພີ່ມທະວີເຊື່ອມຕໍ່ເສດຖະກິດສອງປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງກັບເສດຖະກິດສາກົນຂອງແຕ່ລະປະເທດນຳອີກ.

ການຮ່ວມມື, ພົບປະມິດຕະພາບລະຫວ່າງບັນດາກະຊວງ, ພະແນກ, ຂະແໜງການ, ອົງການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນ, ພິເສດແມ່ນບັນດາທ້ອງຖິ່ນທີ່ມີຊາຍແດນຮ່ວມກັນ ແລະ ລະຫວ່າງປະຊາຊົນ, ລະຫວ່າງຊາວໜຸ່ມສອງປະເທດຢ່າງເປັນເຈົ້າການ ແລະ ຫຼາຍຮູບຫຼາຍແບບ, ເພີ່ມທະວີຄວາມເຂົ້າໃຈ, ເຊື່ອໝັ້ນເຊິ່ງກັນແລະກັນ, ຊຸກຍູ້ການຮ່ວມມືຫຼາຍດ້ານ, ເຮັດໃຫ້ສາຍພົວພັນສອງຝ່າຍນັບມື້ນັບຕິດພັນກັນຕື່ມອີກ. ຫຼາຍໂຄງການຮ່ວມມືໄດ້ເປັນສັນຍາລັກຂອງໄມຕິຈິດມິດຕະພາບທີ່ສັດຊື່ບໍລິສຸດ, ສາຍພົວພັນພິເສດຫວຽດນາມ-ລາວໄດ້ ແລະ ກໍາລັງໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ. ພົ້ນເດັ່ນຄື ໂຄງການຫໍສະພາແຫ່ງຊາດຫຼັງໃຫມ່ຂອງລາວ ເປີດສະຫຼອງໃນປີ2021 ເປັນຂອງຂວັນຈາກພັກ, ລັດ ແລະ ປະຊາຊົນຫວຽດນາມມອບໃຫ້ພັກ, ລັດ, ປະຊາຊົນລາວ, ເປັນສັນຍາລັກໜຶ່ງທີ່ມີຄວາມໝາຍສໍາລັບສາຍພົວພັນພິເສດຫວຽດນາມ-ລາວໃນຍຸກສະໄໝແຫ່ງການປ່ຽນແປງໃຫມ່...

ຫວຽດນາມກໍາລັງມານະພະຍາຍາມຢ່າງສູງສູດເພື່ອປະຕິບັດມະຕິກອງປະຊຸມຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ, ສູ້ຊົນກາຍເປັນປະເທດພັດທະນາ, ມີພື້ນຖານອຸດສາຫະກໍາທັນສະໄໝ, ລາຍຮັບສະເລ່ຍກາງຫາສູງໃນປີ 2030 ແລະ ກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ລາວກໍ່ກໍາລັງອອກແຮງຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວກັບເປົ້າໝາຍພັດທະນາຢ່າງໝັ້ນຄົງເຖິງປີ 2030 ແລະ ຜັນຂະຫຍາຍຍຸດທະສາດພັດທະນາສີຂຽວ, ສ້າງສໍາເລັດຜົນປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ.

ໂດຍປະຕິບັດວິໄສທັດ, ເປົ້າໝາຍພັດທະນາຂອງແຕ່ລະປະເທດ, ຫວຽດນາມ-ລາວຈະປັບປຸງຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ເສົາຄໍ້າສາຍພົວພັນການເມືອງຫວຽດນາມ-ລາວເລິກເຊິ່ງກວ່າເກົ່າ, ເສີມຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍລະຫວ່າງບັນດາຊ່ອງທາງຂອງພັກ, ລັດ, ທ້ອງຖິ່ນ ແລະ ປະຊາຊົນຢ່າງມີປະສິດທິຜົນ ເພື່ອເພີ່ມທະວີສາຍພົວພັນອັນຍິ່ງໃຫຍ່ລະຫວ່າງສອງປະເທດກ່ວາອີກ.

ໃນດວງໃຈປະຊາຊົນຫວຽດນາມ ແລະ ລາວແຕ່ລະຄົນມື້ນີ້ ແລະ ວັນຫນ້າຈະຈາລຶກໄວ້ສາຍພົວພັນສາມັກຄີພິເສດຫວຽດນາມ-ລາວ,ລາວ-ຫວຽດນາມອັນຈົບງາມລໍ້າເລີດທີ່ສູດໄວ້ຢ່າງເລິກເຊິ່ງ, ຄື ສະເດັດເຈົ້າ ປະທານ ສຸພານຸວົງ ເຄີຍເວົ້າວ່າ: "ສູງກວ່າພູເຂົາ,ຍາວກວ່າແມ່ນໍ້າລໍາເຊ, ກວ້າງກວ່າມະຫາສະໝຸດ, ງາມກວ່າເດືອນເພັງ, ຫອມກຸ້ມກວ່າດອກໄມ້ທີ່ຫອມທີ່ສູດ".

ຕາມທ່ານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ: ກິດຈະກໍາຄົບຮອບບັນດາບັນດາຂີດໝາຍແຫ່ງປະຫວັດສາດທີ່ສໍາຄັນໃນສາຍພົວພັນສອງປະເທດ ແມ່ນ 45 ປີວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ແລະ 60 ປີວັນສ້າງຕັ້ງສາຍພົວພັນທາງການທູດ ເປັນໂອກາດຊ່ວຍໃຫ້ປະຊາຊົນສອງປະເທດ, ໂດຍສະເພາະແມ່ນໄວໜຸ່ມ, ເຍົາວະຊົນໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ວາກ່ຽວກັບສາຍພົວພັນພິເສດລາວ-ຫວຽດນາມ.

ສິ່ງນີ້ໄດ້ປະກອບສ່ວນປົກປັກຮັກສາຜົນສໍາເລັດແຫ່ງການປະຕິວັດຢູ່ແຕ່ລະປະເທດ, ຮັກສາ ແລະ ນໍາເອົາສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລາວ-ຫວຽດນາມນັບມືນັບແຕກດອກອອກຜົນ. ເສີມຂະຫຍາຍມູນເຊື້ອ “ເຂົ້ົ້ົ້າເມັດຫັກ ຜັກເສັ້ນໜຶ່ງກໍ່ແບ່ງກັນ”, ລາວ ແລະ ຫວຽດນາມຈະພ້ອມກັນບຸກບືນເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ມີປະຊາທິປະໄຕ, ສິວິໄລຮຸ່ງເຮືອງ.

ໄຊພອນ

ເຫດການ
302 Found

Found

The document has moved here.