ແລກປ່ຽນບົດຮຽນກ່ຽວກັບວຽກງານລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ

10:33 | 14/07/2022

ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານສອງປະເທດມີບົດປະກອບຄວາມເຫັນກ່ຽວກັບບົດຮຽນໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ; ນະໂຍບາຍເງິນຕາ, ປີການເງິນ ແລະ ການຄຸ້ມຄອງ, ຂຸດຄົ້ນຊັບພະຍາກອນທຳມະຊາດ

ອັດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ອັດກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV
ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງທ່ານນາງ ຫວໍທິແອງຊວັນ, ເລຂາຄະນະພັກແຂວງໆ ອານຢາງ ດຳລົງຕຳແໜ່ງຮອງປະທານປະເທດ ຫວຽດນາມ ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິເລືອກຕັ້ງທ່ານນາງ ຫວໍທິແອງຊວັນ, ເລຂາຄະນະພັກແຂວງໆ ອານຢາງ ດຳລົງຕຳແໜ່ງຮອງປະທານປະເທດ ຫວຽດນາມ
ກອງປະຊຸມສຳມະນາລະຫວ່າງສະພາແຫ່ງຊາດ 2 ປະເທດ ຫວຽດນາມ ແລະ ລາວ (ພາບ quochoi.vn)
ກອງປະຊຸມສຳມະນາລະຫວ່າງສະພາແຫ່ງຊາດ 2 ປະເທດ ຫວຽດນາມ ແລະ ລາວ (ພາບ quochoi.vn)

ຕອນບ່າຍວັນທີ 12 ກໍລະກົດ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ລາວ ໄດ້ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນກ່ຽວກັບວຽກງານ ພາຍໃຕ້ການເປັນປະທານຂອງທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ແລະ ທ່ານຮອງປະທານສະພາແຫ່ງຊາດ ລາວ ສົມມາດ ພົນເສນາ.

ທີ່ກອງປະຊຸມສຳມະນາ, ບັນດາອົງການຂອງສະພາແຫ່ງຊາດ, ລັດຖະບານສອງປະເທດມີບົດປະກອບຄວາມເຫັນກ່ຽວກັບບົດຮຽນໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ; ນະໂຍບາຍເງິນຕາ, ປີການເງິນ ແລະ ການຄຸ້ມຄອງ, ຂຸດຄົ້ນຊັບພະຍາກອນທຳມະຊາດ. ບັນດາຜູ້ແທນຝ່າຍລາວ ປາດຖະໜາຢາກແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງ ສະພາແຫ່ງຊາດ ສຳລັບລັດຖະບານໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ; ການເຄື່ອນໄຫວອອກໃບອະນຸຍາດ, ການຕິດຕາມການຂຸດຄົ້ນແຮ່ທາດ; ບົດຮຽນກ່ຽວກັບການເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຂອງ ສະພາແຫ່ງຊາດກ່ຽວກັບການຄຸ້ມຄອງໂຄງການລົງທຶນ, ວຽກງານງົບປະມານ - ການເງິນ.

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ຈະສົບທົບຢ່າງແໜ້ນແຟ້ນກັບສະພາແຫ່ງຊາດ ລາວ, ສືບຕໍ່ປັບປຸງ, ພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ສ່ວນທ່ານຮອງປະທານສະພາແຫ່ງຊາດ ລາວ ສົມມາດ ພົນເສນາ ໄດ້ຕີລາຄາສູງຕໍ່ການແບ່ງປັນບັນດາບົດຮຽນອັນລ້ຳຄ່າຂອງ ຫວຽດນາມ ທີ່ກອງປະຊຸມສຳມະນາ ແລະ ໃຫ້ຮູ້ວ່າ ຈະຮັບເອົາ, ສະຫລຸບເພື່ອລາຍງານຕໍ່ການນຳ, ຄະນະປະຈຳສະພາແຫ່ງຊາດ ຮັບໃຊ້ ວຽກງານສ້າງ, ປະກາດໃຊ້, ຕິດຕາມກວດກາການປະຕິບັດນະໂຍບາຍກົດໝາຍກ່ຽວຂ້ອງເຖິງການພັດທະນາເສດຖະກິດ - ສັງຄົມ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.