ປັບປຸງສາຍພົວພັນສາມັກຄີແບບພິເສດລະຫວ່າງ ຫວຽດນາມ-ລາວ

17:31 | 17/07/2022

ຕອນເຊົ້າວັນທີ 15 ກໍລະກົດ, ຄະນະຜູ້ແທນກະຊວງປ້ອງກັນປະເທດ ນໍາໂດຍທ່ານພົນຕີ ຝຸ່ງຊີ໊ເຕິ໊ນ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ໄປອວຍພອນຢູ່ສະຖານທູດລາວ ປະຈໍາຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (5-9-1962 / 5-9-2022), 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື ຫວຽດນາມ-ລາວ (18-7-1977 / 18-7-2022).

ນະຄອນໂຮ່ຈີມິນ ຈັດຕັ້ງວັນບຸນຄອບຄົວ ຫວຽດນາມ-ລາວ-ກໍາປູເຈຍ ນະຄອນໂຮ່ຈີມິນ ຈັດຕັ້ງວັນບຸນຄອບຄົວ ຫວຽດນາມ-ລາວ-ກໍາປູເຈຍ
ຫວນຄືນໄລຍະປະຫວັດສາດສາຍພົວພັນທີ່ເປັນມູນເຊື້ອຫວຽດນາມ-ລາວ ຫວນຄືນໄລຍະປະຫວັດສາດສາຍພົວພັນທີ່ເປັນມູນເຊື້ອຫວຽດນາມ-ລາວ
ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຕ້ອນຮັບທ່ານພົນຕີ ຝຸ່ງຊີ໊ເຕິ໊ນ. ພາບ: qdnd.vn
ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຕ້ອນຮັບທ່ານພົນຕີ ຝຸ່ງຊີ໊ເຕິ໊ນ. ພາບ: qdnd.vn

ຕາງໜ້າກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ທ່ານພົນຕີ ຝຸ່ງຊີ໊ເຕິ໊ນ ອວຍພອນມາຍັງທ່ານເອກອັກຄະລັດຖະທູດ, ທີ່ປຶກສາທູດປ້ອງກັນຊາດ, ພະນັກງານ, ພາລະກອນຂອງສະຖານທູດລາວ ເນື່ອງໃນໂອກາດສະເຫຼີມສະຫຼອງສອງເຫດການດັ່ງກ່າວຂອງສອງປະເທດ. ທ່ານພົນຕີ ຝຸ່ງຊີ໊ເຕິ໊ນ ເນັ້ນໜັກວ່າ ໃນຕະຫຼອດກວ່າເຄິ່ງສະຕະວັດຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ພັດທະນາຢ່າງບໍ່ຢຸດຢ້ັງໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ ແລະກໍາລັງແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນ. ພັກ, ລັດ, ລັດຖະບານ, ກອງທັບ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຈົດຈໍາການສະໜັບສະໜູນ, ການຊ່ວຍເຫຼືອຂອງພັກ, ລັດ, ລັດຖະບານ, ກອງທັບ ແລະປະຊາຊົນລາວ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ ໃນປັດຈຸບັນ.

ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ເນັ້ນໜັກວ່າ ນີ້ແມ່ນການລະດົມກໍາລັງໃຈ, ການສົ່ງເສີມອັນໃຫຍ່ຫຼວງ ເພື່ອໃຫ້ພະນັກງານ, ພາລະກອນສະຖານທູດລາວ ປະຈໍາ ຫວຽດນາມ ປະຕິບັດໜ້າທີ່ຂອງຕົນໃຫ້ເປັນຢ່າງດີ. ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ຕີລາຄາສູງຕໍ່ເລື່ອງກະຊວງປ້ອງກັນປະເທດສອງປະເທດ ຈັດຕັ້ງຫຼາຍກິດຈະກໍາເຄື່ອນໄຫວ ໃນ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ-ຫວຽດນາມ 2022” ຢ່າງຟົດຟື້ນ, ສິ່ງດັ່ງກ່າວປະກອບສ່ວນເຂົ້າໃນການປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ກອ​ງ​ທັບ​

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.