ບັນດາການຢ້ຽມຢາມເພີ່ມພູນຄູນສ້າງໄມ້ຕິຈິດມິດຕະພາບອັນຍິ່ງໃຫຍ່ຫວຽດ-ລາວ

06:11 | 14/07/2022

ຍສໝ - ສາຍພົວພັນມິດຕະພາບອັນຍິ່ງໃຫຍ່,ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ໂດຍ ປະທານ ໂຮ່ຈິມີນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ຕັ້ງພື້ນຖານ, ໄດ້ບັນດາການນໍາຮຸ່ນຕ່າງໆ, ປະຊາຊົນສອງປະເທດອອກເຫື່ອເທແຮງ, ເພີ່ມພູນຄູນສ້າງ ແລະ ພັດທະນານັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ.

ສາຍພົວພັນມິດຕະພາບຍິ່ງໃຫຍ່ຫວຽດ-ລາວເປັນ ຊັບສົມບັດລວມອັນລໍ້າຄ່າຂອງສອງປະເທດ ສາຍພົວພັນມິດຕະພາບຍິ່ງໃຫຍ່ຫວຽດ-ລາວເປັນ ຊັບສົມບັດລວມອັນລໍ້າຄ່າຂອງສອງປະເທດ
ກິດຈະກຳພົບປະນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ກິດຈະກຳພົບປະນັກສຶກສາຫວຽດນາມ - ລາວ - ກຳປູເຈຍ

ອັນພິເສດທີ່ບໍ່ຄ່ອຍມີປະເທດໃດໃນໂລກເຮັດໄດ້

ໃນບັນດາປີທີ່ຜ່ານມາ, ການພົບປະແລກປ່ຽນບັນດາການຢ້ຽມຢາມຂອງປະມຸກລັດ, ການນໍາຂັ້ນສູງຈາກສູນກາງເຖິງທ້ອງຖິ່ນລະຫວ່າງສອງປະເທດໄດ້ດໍາເນີນຢ່າງເປັນປະຈຳ. ບັນດາການຢ້ຽມຢາມເປັນໂອກາດເພື່ອໃຫ້ການນໍາທັງສອງຝ່າຍໄດ້ພົບປະແລກປ່ຽນກັນບັນດາບັນຫາທີ່ສໍາຄັນໃນສາຍພົວພັນລະຫວ່າງສອງປະເທດ,ປະກອບສ່ວນຍົກສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດຂຶ້ນສູ່ລະດັບໃຫມ່.

ເດືອນກູມພາ ປີ 2019, ໂດຍຮັບຄໍາເຊີນຈາກເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມຸນິດຫວຽດນາມ, ປະທານປະເທດ ສສ ຫວຽດນາມ ທ່ານ ຫງວຽນຟູ້ຈ້ອງ ໄດ້ມີການຢ້ຽມຢາມມິດຕະພາບປະເທດ ສປປ ລາວ ຢ່າງເປັນທາງການ.

ເນື່ອງໃນໂອກາດການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູ້ຈ້ອງ, ສອງຝ່າຍໄດ້ເອກະພາບຍົກລະດັບສາຍພົວພັນສອງປະເທດກາຍເປັນສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ.

ນີ້ເປັນເຫດການທີ່ມີລັກສະນະປະຫວັດສາດໃນສາຍພົວພັນຮ່ວມມືລະຫວ່າງສອງປະເທດ, ສາຍພົວພັນນັ້ນບໍ່ພຽງແຕ່ກາຍເປັນປັດໄຈທີ່ຕັດສິນຜົນສໍາເລັດ,ໄຊຊະນະແຫ່ງພາກິດການປະຕິວັດຢູ່ແຕ່ລະປະເທດ ແຕ່ຍັງເປັນແບບຢ່າງສາຍພົວພັນທີ່ຫາຍາກລະຫວ່າງບັນດາປະເທດໃນທົ່ວໂລກ, ນັບມື້ນັບເລິກເຊິ່ງ, ສະໜິດແໜ້ນ ແລະ ເປັນມູນມໍລະດົກອັນລໍ້າຄ່າຂອງສອງຊາດຫວຽດນາມ-ລາວ.

ປີ2021 - ເປັນປີທີ່ສໍາຄັນພິເສດຂອງຫວຽດນາມ ແລະ ລາວ ເພາະສອງປະເທດໄດ້ຈັດຕັ້ງສໍາເລັດກອງປະຊຸມພັກ, ການເລືອກຕັ້ງສະພາແແຫ່ງຊາດ ແລະ ສະພາປະຊາຊົນບັນດາຂັ້ນ. ນີ້ກໍ່ແມ່ນປີທີ່ພະຍາດCovid-19 ມີການແຜ່ລະບາດຢ່າງຮ້າຍແຮງເຮັດໃຫ້ທັງລາວ ແລະ ຫວຽດນາມຕ້ອງສຸມໃສ່ຮັບມືຕ້ານພະຍາດ. ແຕ່ວ່າບັນດາການຢ້ຽມຢາມສໍາຄັນຂອງການນໍາສອງປະເທດລ້ວນແຕ່ໄດ້ຮັກສາຕະຫຼອດ-ອັນພິເສດທີ່ບໍ່ຄ່ອຍມີປະເທດໃດໃນໂລກເຮັດໄດ້.

ຫຼາຍການຢ້ຽມຢາມຄື: ການຢ້ຽມຢາມມິດຕະພາບຢ່າງເປັນທາງການຫວຽດນາມຂອງ ທ່ານເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ທອງລຸນ ສິສຸລິດ (ມີຖຸນາ 2021); ການຢ້ຽມຢາມມິດຕະພາບຢ່າງເປັນທາງການລາວຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວນຟູກ (ສິງຫາ 2021); ການຢ້ຽມຢາມຫວຽດນມຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ (ທັນວາ 2021) ໄດ້ປະກອບສ່ວນໃນການກໍານົດທິດທາງ ແລະ ສ້າງແຮງຜັກດັນໃຫມ່ໃຫ້ແກ່ການຮ່ວມມືສອງຝ່າຍໃນທຸກຂົງເຂດ. ພ້ອມກັນນັ້ນກໍ່ສະແດງໃຫ້ເຫັນວ່າທັງສອງປະເທດໄດ້ບຸລິມະສິດສູງສູດໃຫ້ການປັບປຸງ, ພັດທະນາສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວນມືຮອບດ້ານຫວຽດ-ລາວ, ສະແດງສາຍພົວພັນພິເສດ ມີຫນຶ່ງບໍ່ມີສອງ, ສັດຊື່ບໍ່ລິສຸດ, ສະໜິດຕິດແໜ້ນກັນ.

ພິເສດໃນການຢ້ຽມຢາມມິດຕະພາບຢ່າງເປັນທາງການ ສປປ ລາວ ໃນເດືອນສິງຫາ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີມອບຮັບຫໍສະພາແຫ່ງຊາດລາວໂດຍພັກ, ລັດ ແລະ ປະຊາຊົນຫວຽດນາມມອບໃຫ້-ຂອງຂັວນທີ່ມີຄວາມໝາຍພິເສດ, ພັກ, ລັດ ແລະ ປະຊາຊົນລາວມີຄວາມນັບຖືຢ່າງສູງຄືຄໍາເວົ້າຂອງທ່ານເລຂາທິການໃຫຍ່, ປະເທດປະເທດລາວ ໄດ້ເນັ້ນໜັກ ນີ້ແມ່ນກິດຈະການ “4 ທີ່ສຸດ”: “ທັນສະໄໝທີ່ສຸດ, ກົມກຽວລັກສະນະສີສັນວັດທະນະທໍາຂອງຊາດທີ່ສຸດ, ເຂັ້ມແຂງທີ່ສຸດ ແລະ ລົງທຶນຫຼາຍທີ່ສຸດ”.

ຢູ່ອາຄານນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເປັນກຽດເປັນຜູ້ນໍາຕ່າງປະເທດທໍາອິດມີບົດກ່າວປາໄສທີ່ສໍາຄັນຕໍ່ຫນ້າສະພາແຫ່ງຊາດລາວຄັ້ງທີ IX ຄົບຄະນະ, ໄດ້ຖ່າຍທອດສົດທາງໂທລະພາບແຫ່ງຊາດ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວໄປເຖິງປະຊາຊົນລາວອ້າຍນ້ອງ.

ສາຍພົວພັນໄດ້ກໍ່ສ້າງ "ໂດຍນໍ້າໃຈ, ໂດຍດວງໃຈ, ປັນຍາ ແລະ ເຫື່ອແຮງ"

ປີ2022 ແມ່ນປີສາມັກຄີພິເສດຫວຽດນາມ-ລາວ, ລາວ-ຫວຽດນາມ, ຄົບຮອບ 60 ປີວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ແລະ 45 ປີວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ. ໃນປີຄົບຮອບທີ່ຍິ່ງໃຫຍ່ນີ້, ສອງຝ່າຍໄດ້ສົມທົບ ແລະ ກໍາລັງສົມທົບການຈັດຕັ້ງປະຕິບັດເປັນຢ່າງດີບັນດາກິດຈະກໍາທີ່ມີຄວາມໝາຍ, ແທດຈິງ, ສຶບຕໍ່ຮັກສາການຢ້ຽມຢາມຢ່າງເປັນປະຈຳ, ການພົບປະຂັ້ນສູງໃນທຸກຊ່ອງທາງ.

ມັງກອນ 2022 ໂດຍຮັບຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິ້ງ, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງລາວໄດ້ຢ້ຽມຢາມຫວຽດນາມຢ່າງເປັນທາງການ.ການຢ້ຽມຢາມຄັ້ງນີ້ແມ່ນການຢັ້ງຢືນຄວາມສາມັກຄີອັນແໜ້ນແຟ້ນ, ຄວາມນັບຖື ແລະ ເຊື່ອໝັ້ນດ້ານການເມືອງພິເສດຂອງພັກ, ລັດ ແລະ ປະຊາຊົນລາວຕໍ່ກັບພັກ, ລັດ ແລະ ປະຊາຊົນຫວຽດນາມ, ຍູ້ແຮງສາຍພົວພັນຮ່ວມມືລະຫວ່າງສອງປະເທດ.

ສອງການຢ້ຽມຢາມຂັ້ນສູງໃນເດືອນເມສາ 2022 ຂອງຮອງປະທານປະເທດລາວ ທ່ານ ນາງ ປານີ ຢາທໍ່ຕູ້ ຢ້ຽມຢາມຫວຽດນາມຢ່າງເປັນທາງການ (25-27 ເມສາ) ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຢ້ຽມຢາມລາວຢ່າງເປັນທາງການ (27-29 ເມສາ) ໄດ້ຢັ້ງຢືນອີກຄັ້ງໜຶ່ງເຖິງຄວາມສໍາຄັນຂອງຫວຽດນາມ ແລະ ລາວໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ; ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ໃຫ້ຄຳໝັ້ນສັນຍາຢ່າງເຂັ້ມແຂງເພື່ອຜ່ານຜ່າທຸກອຸປະສັກ, ຄວາມຫຍຸ້ງຍາກເພື່ອເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ.

ບັນດາການຢ້ຽມຢາມເພີ່ມພູນຄູນສ້າງໄມ້ຕິຈິດມິດຕະພາບອັນຍິ່ງໃຫຍ່ຫວຽດ-ລາວ

ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ ພົບປະເຈລະຈາ ກັບ ທ່ານ ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໃນຂອບເຂດການຢ້ຽມຢາມຢ່າງເປັນທາງການ ສປປ ລາວ ໃນເດືອນພຶດສະພາ ປີ 2022. ພາບ: ຢວາມຕວນ

ໃນເດືອນພຶດສະພາ 2022 ທ່ານ ປະທານສະພາແຫ່ງຊາດຫວຽດນາມ ເວືອງດີ່ງເຫ້ວ ໄດ້ມີການຢ້ຽມຢາມຢ່າງເປັນທາງການ ສປປ ລາວຕາມຄໍາເຊີນຂອງທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ. ການຢ້ຽມຢາມບໍ່ພຽງແຕ່ສະແດງຄວາມນັບຖື ແລະ ເຊື່ອໝັ້ນການເມືອງພິເສດຂອງພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມກໍ່ຄືນໍ້າໃຈຂອງທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ກັບ ລາວ ແລະ ສາຍພົວພັນສອງປະເທດ ,ແຕ່ຍັງປະກອບສ່ວນປັບປຸງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານເວົ້າສະເພາະແມ່ນລະຫວ່າງສະພາສອງປະເທດ ແລະ ສາຍພົວພັນ, ຫວຽດນາມ-ລາວ ,ລາວ-ຫວຽດນາມ ເວົ້າລວມ ເລິກເຊິ່ງກວ່າເກົ່າ.

ຫວ່າງມໍ່ໆມານີ້ຕາມແຈ້ງການຂອງກະຊວງການຕ່າງປະເທດ, ທ່ານຮອງປະທານປະເທດ ສປປ ລາວ ບຸນທອງ ຈິດມານີ ຈະມາຢ້ຽມຢາມຫວຽດນາມຢ່າງເປັນທາງການຕາມຄໍາເຊີນຊອງຮອງປະທານປະເທດ ທ່ານນາງ ຫວໍທິແອັ້ງຊວນ. ທ່ານຮອງປະທານປະເທດ ສປປ ລາວ ບຸນທອງ ຈິດມານີ ຈະເຂົ້າຮ່ວມພິທີສະເຫຼີມສະຫຼອງຄົບຮອບ 60 ປີວັນສ້າງຕັ້ງສາຍພົວພັນການທູດ ແລະ 45 ປີວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ -ລາວ.

ແຈ້ງການໃຫ້ໜັງສຶພິມກ່ອນການຢ້ຽມຢາມຂອງທ່ານຮອງປະທານປະເທດ ສປປ ລາວ ບຸນທອງ ຈິດມານີ, ທ່ານ ທອງສະຫວັນ ພົມວິຫານ-ຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ຊີ້ແຈ້ງວ່າ: "ສາມາດຢືນຢັນວ່າ, ບັນດາຜົນງານທີ່ປະເທດລາວພວກເຮົາບັນລຸໄດ້ຈົນຮອດປະຈຸບັນ, ບໍ່ສາມາດຂາດການຊ່ວຍເຫຼືອ ແລະ ສະໜັບສະໜູນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ".

ທ່ານໄດ້ຢັງຢືນສາຍພົວພັນພິເສດຫວຽດ-ລາວ ແມ່ນໄດ້ສອງປະເທດທີ່ພ້ອມກັນກໍ່ສ້າງ "ໂດຍນໍ້າໃຈ, ໂດຍດວງໃຈ, ປັນຍາ ແລະ ເຫື່ອແຮງ" ຂອງຫຼາຍຮຸ່ນຄົນຈາກໄລຍະຕໍ່ສູ້ຕ້ານສັດຕູ້ລວມ ຈົນເຖິງໄລຍະປະຈຸບັນ.

ທ່ານ ເອກອັກຄະລັດຖະທູດບັນດາປະເທດອື່ນ ທີ່ປະຈໍາຢູ່ນະຄອນຫຼວຽງຈັນ ໃນທ້າຍປີ 2021 ໄດ້ກ່າວກັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ວ່າເຂົາເຈົ້າມີຄວາມນັບຖືເມື່ອເຫັນຮູບພາບການນໍາບັນດາອົງການລັດຖະບານຂອງສອງປະເທດຜ່ານສື່ມວນຊົນ, ໃນສະພາບການແຜ່ລະບາດຂອງພະຍາດCovid-19 ກໍ່ຍັງຜ່ານຜ່າຄວາມອັນຕະລາຍເພື່ອພົບປະກັນ, ລະດົມ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍຢ່າງ.

ອາດຈະເວົ້າໄດ້ວ່ານັ້ນເປັນສິ່ງພິເສດຂອງສາຍພົວພັນຫວຽດນາມ-ລາວ ໂດຍທີ່ບໍ່ຄ່ອຍໄດ້ເຫັນໃນສາຍພົວພັນບັນດາປະເທດທົ່ວໂລກ. ເຖິງວ່າໃນສະພາບການໃດກໍ່ຕາມ, ບັນດາຜູ້ນໍາທັງສອງປະເທດລ້ວນແຕ່ແບ່ງປັນ,ຈິງໃຈນຳກັນ. ສິ່ງດັ່ງກ່າວຍັງມີຄວາມໝາຍ ແລະ ມີຄຸນຄ່າກວ່າໃນສະພາບການໂລກທີ່ກໍາລັງມີການຜັນແປທີ່ສັບສົນ.

ໄຊພອນ

ເຫດການ