ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ,ປະສົບການກັບສະພາແຫ່ງຊາດລາວ

11:30 | 14/07/2022

ຕອນບ່າຍວັນທີ 13 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດລາວ, ຊຶ່ງໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 6-14/ກໍລະກົດ

ການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ການນຳພັກ, ລັດ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ
ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຄາດວ່າຈະໄລຂຶ້ນໃນວັນທີ 20 ກໍລະກົດ ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV, ຄາດວ່າຈະໄລຂຶ້ນໃນວັນທີ 20 ກໍລະກົດ
ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ແລະ ທ່ານຮອງປະທານສະພາແຫ່ງຊາດລາວ ສົມມາດ ພົນເສນາ
ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ແລະ ທ່ານຮອງປະທານສະພາແຫ່ງຊາດລາວ ສົມມາດ ພົນເສນາ. ພາບ: TTXVN

ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວຢືນຢັນວ່າ: ຫວຽດນາມ ແລະ ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືການເພີ່ມທະວີ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດກັບ ລາວ ແມ່ນບຸລິມະສິດອັນດັບໜຶ່ງ. ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ,ປະສົບການກັບສະພາແຫ່ງຊາດລາວ.

ສ່ວນທ່ານຮອງປະທານສະພາແຫ່ງຊາດລາວ ກໍ່ໄດ້ສະແດງຄວາມປະທັບໃຈ ແລະ ຊົມເຊີຍ ຫວຽດນາມ ໄດ້ຮັບຜົນສຳເລັດໃນໄລຍະຜ່ານມາ, ພິເສດແມ່ນໃນການ ຄວບຄຸມການລະບາດຂອງພະຍາດໂຄວິດ-19, ການຟື້ນຟູ ແລະ ການພັດທະນາ ເສດຖະກິດ-ສັງຄົມ.

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ, ຕອນເຊົ້າວັນທີ 13 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານຫົວໜ້າກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດ ລາວ ລິນຄຳ ດວງສະຫວັນ ມີບັນດາການເຮັດວຽກກັບຫົວໜ້າກຳມາທິການເສດຖະກິດ; ຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ.

ທີ່ການເຮັດວຽກ, ທ່ານຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ຫວຽດນາມ ຫວູຮົ່ງແທັງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຈະເພີ່ມທະວີການຈັດຕັ້ງກອງປະຊຸມສຳມະນາແບ່ງປັນບົດຮຽນກ່ຽວກັບການສ້າງ, ກວດກາກົດໝາຍ, ມະຕິ, ລັດຖະບັນຍັດສະບັບຕ່າງໆຂອງສະແຫ່ງຊາດ; ກວດກາ, ຕິດຕາມກວດກາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດ 2 ປະເທດ.

ເມື່ອແລກປ່ຽນບົດຮຽນ, ປະສົບການໃນການສ້າງກົດໝາຍ, ຕິດຕາມກວດກາໃນຂົງເຂດເຕັກໂນໂລຊີ, ສິ່ງແວດລ້ອມ, ທ່ານຫົວໜ້າກຳມາທິການວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ ຫວຽດນາມ ເລກວາງຮຸຍ ປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງ 2 ກຳມາທິການໃນຂອບເຂດການຮ່ວມມືລວມລະຫວ່າງສະພາແຫ່ງຊາດ 2 ປະເທດ; ພ້ອມແລ້ວທີ່ຈະຮ່ວມມື, ສົມທົບກັນ, ແບ່ງປັນກັບຝ່າຍ ລາວ ກ່ຽວກັບດ້ານວິຊາສະເພາະຂອງວຽກງານກົດໝາຍ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດໃນຂົງເຂດໂດຍກຳມາທິການພວມຮັບຜິດຊອບ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.